google-site-verification: google0d91bc93cfc88895.html ​ການ​ປູກ​ລະ​ມຸດ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, February 27, 2015

​ການ​ປູກ​ລະ​ມຸດ



ໝາກ​ລະ­ມຸດ​ເປັນ​ໝາກ​ໄມ້​ຊະ­ນິດ​ໜຶ່ງ​ທີ່ໃຜໆ​ກໍ​ຮູ້­ຈັກ​ກັນ​ດີ​ວ່າ​ໝາກ​ໄມ້​ທີ່​ມີ​ຄວາມ​ແຊບ ແລະ ບ້ານ​ເຮົາ​ນັ້ນ​ກໍ​ມີ​ປູກ​ຢູ່​ບາງ​ຂົງ­ເຂດ ດັ່ງ­ນັ້ນ​ການ​ທີ່​ຈະ​ປູກ​ໝາກ​ລະ­ມຸດ​ນັ້ນ​ເໝາະ​ທີ່​ສຸດ​ຄວນ​ເລີ່ມ​ປູກ​ຕັ້ງ­ແຕ່​ລະ­ດູ­ຝົນ​ໄປ​ຮອດ​ກາງ​ລະ­ດູ­ຝົນ​ຈິ່ງ​ຈະ​ດີ​ທີ່​ສຸດ.
ເຕັກ​ນິກວິ​ທີ​ການ​ປູກ
ວິ­ທີ​ປູກ​ລະ­ມຸດ​ນັ້ນ​ຕ້ອງ​ກຽມ​ຂຸມ​ທີ່​ມີ​ຂະ­ໜາດ 30x30x30 ຊັງ​ຕີ​ແມັດ ໂດຍ​ເອົາ​ດິນ​ມາ​ປະ­ສົມ​ກັບ​ປຸ໋ຍ ຫຼື ວ່າ​ຝຸ່ນ​ຄອກ ປະ­ສົມ​ເຂົ້າ­ກັນ​ແລ້ວ​ເທ​ລົງ​ຂຸມ ຫຼັງ​ຈາກ​ນັ້ນ​ກໍ​ເອົາ​ເບ້ຍ​ມາ​ປູກ​ທີ່​ກຽມ​ໄວ້​ໃຫ້​ມັນ​ຊື່ໆ ແລ້ວ​ກໍ​ເອົາ​ດິນ​ທີ່​ຂຸດ​ຂຶ້ນ​ນັ້ນ​ມາ​ຖົມ​ລົງ​ເພື່ອ​ໃຫ້​ຮາກ​ຈັບ​ດິນ ຮາກ​ຈະ​ໄດ້​ຫາ​ອາ­ຫານ​ໄດ້​ໄວ້ ຫຼັງ​ຈາກ​ນັ້ນ​ກໍ​ປັກ​ຫຼັກ​ໃຫ້​ໃກ້​ກັບ​ລຳ­ຕົ້ນ ເພື່ອ​ກັນ​ລົມ​ພັດ ນອກ­ຈາກ​ນັ້ນ ແລ້ວ​ຕ້ອງ​ເຮັດ​ແນວ​ກັນ​ລົມ​ໃຫ້​ນຳ ເພາະ​ການ​ເຮັດ​ທີ່​ບັງ​ລົມ​ນັ້ນ​ມັນ​ຈະ​ຊ່ວຍ​ໃຫ້​ຕົ້ນ​ໝາກ​ລະ­ມຸດ​ຕັ້ງ​ຕົວ​ໄດ້ ແລະ ຈະ­ເລີນ​ເຕີບ​ໃຫຍ່​ໄວ.
ການ​ຫົດ​ນ້ຳ​ຕ້ອງ​ຫົດ​ໃຫ້​ຊຸ່ມ ຖ້າ­ວ່າ​ດິນ​ຫາກ​ຍຸບ​ຕົວ​ລົງ​ຕ້ອງ​ເອົາ​ດິນ​ນາ​ມາ​ຖົມ​ຄືນ​ໃຫ້​ເຕັມ​ຄື­ເກົ່າ ໄລ­ຍະ​ທີ່​ຮາກ​ເລີ່ມ​ຈະ­ເລີນ​ເຕີບ​ໂຕ​ລະ­ມຸດ​ຈະ​ແຕກ​ໃບ​ອ່ອນ ໃນ​ໄລ­ຍະ​ນີ້​ຄວນ​ສີດ​ຢາ​ເພື່ອ​ປ້ອງ​ກັນ​ແມງ­ໄມ້​ທີ່​ຈະ​ມາ​ກັດ​ກິນ​ໃບ​ອ່ອນ ຫຼັງ​ຈາກ​ນັ້ນ​ກໍ​ເບິ່ງ­ແຍງ​ດູ​ແລ​ຕາມ​ປົກ­ກະ­ຕິ.
          ການ​ທີ່​ເຮົາ​ປູກ​ຕົ້ນ​ໝາກ​ລະ­ມຸດ​ນັ້ນ​ເຮົາ​ຍັງ​ມີ​ເນື້ອ­ທີ່​ດິນ​ເຫຼືອ​ຫຼາຍ ເພາະ​ໄລ­ຍະ​ຫ່າງ​ທີ່​ເຮົາ​ປູກ​ນັ້ນ​ມີ​ຄວາມ​ຫ່າງ​ພໍ​ສົມ­ຄວນ ແລະ ຕົ້ນ​ໝາກ​ລະ­ມຸດ​ກໍ​ເປ​ົນ​ຕົ້ນ­ໄມ້​ຄະ​ໜາດ​ກາງ ເຮົາ​ກໍ​ສາ­ມາດ​ປູກ​ພືດ​ຊະ­ນິດ​ອື່ນ​ແຊມ​ລະ­ຫວ່າງ​ແຖວ​ເປັນ​ການ​ເພີ່ມ​ລາຍ​ໄດ້ ແລະ ຊ່ວຍ​ບັງ​ລົມ​ໃຫ້​ແກ່​ຕົ້ນ​ລະ­ມຸດ​ໃນ​ໄລ­ຍະ​ປີ​ທຳ​ອິດ​ໄດ້​ເປັນ​ຢ່າງ​ດີ ແຕ່​ຕ້ອງ​ເປັນ​ໄລ­ຍະ​ທີ່​ລະ­ມຸດ​ມີ​ຂະ­ໜາດ​ຕົ້ນ​ທີ່​ນ້ອຍ, ສຳ­ລັບ​ພືດ​ທີ່​ຈະ​ນຳ​ມາ​ປູກ​ແຊມ​ລະ­ຫວ່າງ​ແຖວ​ລະ­ມຸດ​ນັ້ນ​ຕ້ອງ​ເປັນ​ພືດ​ທີ່​ມີ​ການ​ຈະ­ເລີນ​ເຕີບ​ໂຕ​ໄວ ແລະ ໃຫ້​ຜົນ​ຜະ­ລິດ​ໃນ​ໄລ­ຍະ​ເວ­ລາ​ສັ້ນໆ​ເຊັ່ນ​ວ່າ ກ້ວຍ, ໝາກ­ຫຸ່ງ, ໝາກ­ເຜັດ, ໝາກ­ເຂືອ, ໝາກ­ອຶ ຫຼື ວ່າ​ພືດ​ທີ່​ສາ­ມາດ​ປູກ​ໄດ້​ດີ​ໃນ​ພື້ນ​ທີ່​ນັ້ນ.
ຕົ້ນ​ໝາກ​ລະ­ມຸດ​ທີ່​ຫາ​ກໍ​ປູກ​ໃໝ່ໆ​ຈະ​ຕ້ອງ​ໃຫ້​ນ້ຳ​ທຸກໆ​ວັນ​ໃນ​ຕອນ​ແລງ ແຕ່​ນອກ​ນີ້​ຍັງ​ຂຶ້ນ​ຢູ່​ກັບ​ສະ­ພາບ​ຄວາມ​ຊຸ່ມ​ຂອງ​ດິນ ແລະ ສະ­ພາບ​ແວດ​ລ້ອມ​ນຳ ການ​ໃຫ້​ນ້ຳ​ລະ­ມຸດ​ທີ່​ໃຫ້​ຜົນ​ຜະ­ລິດ​ແລ້ວ​ນັ້ນ ຈະ​ບໍ່​ມີ​ຜົນ​ກະ­ທົບ­ກະ­ເທືອນ​ຕໍ່​ການ​ອອກ­ດອກອອກ​ຜົນ​ຢ່າງ­ໃດ.

 

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ