ໝາກມັງຄຸດ
ເປັນໄມ້ຢືນຕົ້ນຂະໜາດໃຫຍ່ ແລະ ມີອາຍຸຍືນ ດັ່ງນັ້ນ ຄວນໃຊ້ໄລຍະປູກຫ່າງ
ໂດຍທົ່ວໄປຈະໃຊ້ໄລຍະລະຫວ່າງຕົ້ນ 10-12 ແມັດ ແລະ ຫ່າງແຖວປະມານ 10-12
ແມັດ ຄືກັນ ສ່ວນຂຸມປູກຄວນມີຄວາມ ກວ້າງ, ຍາວ ແລະ ເລິກ ຕັ້ງແຕ່ 50
ຊັງຕີແມັດຫາ1 ແມັດ ແຕ່ຖ້າດິນດີ, ໜ້າດິນເລິກກໍ່ຂຸດຂຸມນ້ອຍ
ຖ້າດິນບໍ່ດີຕ້ອງຂຸດຂຸມໃຫ້ມີຂະໜາດໃຫຍ່ ຈາກນັ້ນນໍາຝຸ່ນຄອກ ຫຼື
ປຸ໋ຍອິນຊີອື່ນໆມາປະສົມກັບ ດິນທີ່ຂຸດໄວ້ເທິງປາກຂຸມໃນປະລິມານ 3
ສ່ວນຕໍ່ຝຸ່ນຄອກ 1 ສ່ວນ ອາດຈະປະສົມປຸ໋ຍເຄມີສູດ 15-15-15
ລົງໄປເລັກໜ້ອຍປະມານ 2 ກໍາມື ແລະ ປຸ໋ຍຣັອດຟໍສເຟດປະມານ 1
ກໍາມືກໍ່ໄດ້.
ກ່ອນປູກໝາກມັງຄຸດຄວນສັງເກດເບິ່ງຕົ້ນກ້າໃຫ້ດີບໍ່ວ່າຈະເປັນການຊື້ມາ
ຫຼື ຈະເພາະກ້າເອງກໍ່ຕາມ, ຄວນເບິ່ງຄວາມສົມບູນ ເຊິ່ງຈະສັງເກດເຫັນວ່າຕົ້ນທີ່ສົມບູນຈະມີໃບຄູ່ສຸດທ້າຍເປັນໃບທີ່ແກ່ເຕັມທີ
ແລະ ຄວນເປັນຕົ້ນກ້າທີ່ມີອາຍຸປະມານບໍ່ເກີນ 2
ປີ, ມີລະບົບຮາກແພ່ກະຈາຍດີ, ບໍ່ຄົດມ້ວນງໍຢູ່ກົ້ນຖັງ, ກ່ອນຈະປູກຄວນຕັດໃບໃຫ້ເຫຼືອເຄິ່ງໃບທຸກໆໃບ
ເພື່ອຫຼຸດການຄາຍນ້ໍາຈາກນັ້ນກໍ່ນໍາຕົ້ນກ້າໄປປູກລົງ
ກາງຂຸມປູກໃຫ້ເລິກເທົ່າກັບລະດັບດິນເດີມແລ້ວພູນດິນບໍລິເວນກົກຕົ້ນໃຫ້ເປັນເນີນສູງຂຶ້ນມາໜ້ອຍໜຶ່ງ
ຫຼັງຈາກນັ້ນ ກໍ່ໃຊ້ໄມ້ປັກເປັນຫຼັກມັດຕົ້ນມັງຄຸດຕິດກັບຫຼັກປ້ອງກັນຕົ້ນລົ້ມ
ຈາກນັ້ນ ກໍ່ຫົດນ້ໍາຕາມທັນທີ ເພື່ອຊ່ວຍໃຫ້ເມັດດິນຕິດກັບຮາກໄວ, ການປ່ອຍໃຫ້ຕົ້ນມັງຄຸດທີ່ຍັງບໍ່ທັນຕັ້ງຕົວຖືກລົມພັດໄປມາ
ຖ້າມີຫຼັກຈະເຮັດໃຫ້ລະບົບຮາກບໍ່ຈະເລີນ ແລະ ຕົ້ນໝາກມັງຄຸດຈະຊະງັກການຈະເລີນເຕີບໂຕ, ມີເປີເຊັ່ນການຕາຍສູງ, ນອກຈາກນີ້ແລ້ວຕົ້ນມັງຄຸດທີ່ກໍາລັງປູກຈະບໍ່ທົນຕໍ່ແສງແດດ
ແລະ ຄວາມຮ້ອນສູງຕ້ອງໃຊ້ກ້ານໝາກພ້າວຊ່ວຍພາງແສງແດດໃຫ້ກັບຕົ້ນມັງຄຸດຈົນກວ່າຈະມີຂະໜາດໃຫຍ່ພໍປະມານ
ແລະ ຕັ້ງຕົວໄດ້ແລ້ວຈິ່ງຄ່ອຍປົດອອກ ເຊິ່ງຈະໃຊ້ເວລາປະມານ 2
ປີ.
ໃນລະຫວ່າງທີ່ຕົ້ນມັງຄຸດໃຫ້ຜົນຜະລິດໃນໄລຍະ
1-4 ປີທໍາອິດ ອາດຈະປູກພືດແຊມ ເພື່ອ
ສ້າງລາຍໄດ້ເສີມ ໂດຍການປູກພືດຜັກ ຫຼື ໝາກໄມ້ອາຍຸສັ້ນເຊັ່ນ: ກ້ວຍ, ໝາກຫຸ່ງ
ແລະ ໝາກນັດເຫຼົ່ານີ້ເປັນຕົ້ນ, ແຕ່ຖ້າໃນສວນບໍ່ໄດ້ປູກພືດແຊມກໍ່ຄວນປະໃຫ້ຂຶ້ນຕາມທໍາມະຊາດ
ແລະ ໝັ່ນຄວບຄຸມ ໂດຍການຕັດ ຫຼື ອາດຈະປູກພືດເລືອດິນ ເພື່ອເປັນການຮັກສາໜ້າດິນ
ແລະ ຄວາມຊຸ່ມພາຍໃນດິນເຊັ່ນ: ໝາກຖົ່ວຝັກ ຍາວ, ຖົ່ວດິນ, ຖົ່ວຂຽວ
ແລະ ມັນດ້າງກໍ່ໄດ້ ໂດຍການຫວ່ານແນວພັນໃນປະລິມານ 2-3
ກິໂລກຣາມຕໍ່ໄລ່ ແລະ ໝັ່ນເບິ່ງບໍ່ໃຫ້ເຄືອພັນຕົ້ນມັງຄຸດ.
ຕົ້ນມັງຄຸດ ປູກໃໝ່ໃນໄລຍະທຳອິດຈະຂາດນ້ຳບໍ່ໄດ້ຕ້ອງໝັ່ນຫົດນ້ຳໃຫ້ດິນມີຄວາມຊຸ່ມຢູ່ສະເໝີ
ຫາກຝົນບໍ່ຕົກ ຫຼັງຈາກນັ້ນ ເມື່ອຕົ້ນມັງຄຸດຕັ້ງຕົວໄດ້ດີແລ້ວອາດຈະເວັ້ນໄລຍະຫ່າງອອກໄປເລັກນ້ອຍທັງປະລິມານ
ແລະ ຄວາມຖີ່ຂອງການໃຫ້ນ້ຳຂຶ້ນກັບສະພາບຄວາມຊຸ່ມຂອງດິນ ແລະ
ເມື່ອເຂົ້າສູ່ລະດູແລ້ງຄວນຫາວັດສະດຸເຊັ່ນຫຍ້າແຫ້ງ, ເຟືອງແຫ້ງຄຸມບໍລິເວນຕົ້ນເພື່ອຮັກສາຄວາມຊຸ່ມໃຫ້ກັບດິນ.
ສຳລັບຕົ້ນມັງຄຸດທີ່ໃຫຍ່ ແລະ ໃຫ້ຜົນຜະລິດແລ້ວຍັງຈຳເປັນຕ້ອງດູແລເລື່ອງການໃຫ້ນ້ຳຢ່າງສະໝ່ຳສະເໝີ
ແຕ່ໃນໄລຍະທ້າຍລະດູຝົນກ້າວເຂົ້າສູ່ລະດູໜາວຝົນຈະຕົກໜ້ອຍລົງຕ້ອງເບິ່ງແຍງເປັນພິເສດ
ເພາະໄລຍະນີ້ມັງຄຸດຕ້ອງການສະພາບແຫ້ງແລ້ງເພື່ອພັກຕົວ ແລະ ສະສົມອາຫານກຽມການອອກດອກ
ໃຫ້ກຳຈັດວັດສະພືດ ແລະ ເຮັດຄວາມສະອາດບໍລິເວນກົນຕົ້ນເພື່ອຊ່ວຍໃຫ້ດິນແຫ້ງໄວ້ຂຶ້ນ, ຄວບຄຸມການໃຫ້ນ້ຳໂດຍໃຫ້ໃນປະລິມານພຽງເລັກນ້ອຍ
ແຕ່ຕ້ອງລະວັງຢ່າຫົດນ້ຳຈົນໃບມັງຄຸດແຫ້ງຫ່ຽວ ແລະ ເມື່ອຕົ້ນມັງຄຸດຜ່ານວະແຫ້ງແລ້ງມາໄດ້ໄລຍະໜຶ່ງ, ມັງຄຸດຈະເລີ່ມທະຍອຍອອກດອກ
ແລະ ຕິດໝາກຕ້ອງດູແລໃຫ້ນ້ຳຢ່າງສະໝ່ຳສະເໝີອາດຈະໃຫ້ວັນເວັ້ນວັນ ຫຼື
ເວັ້ນ 2
ວັນເພື່ອໃຫ້ມັງຄຸດຈະເລີນເຕີບໂຕຢ່າງໄວວາ.
ໝາກມັງຄຸດທີ່ຍັງບໍ່ໃຫ້ໝາກຄວນໃຫ້ປຸ໋ຍສູດບຳລຸງຕົ້ນເມື່ອມັງຄຸດອາຍຸໄດ້
1-2 ປີ ໃຫ້ໃສ່ປຸ໋ຍປະມານ 0,5-1 ກິໂລກຣາມຕໍ່ຕົ້ນ
ແລະ ເພີ່ມຂຶ້ນປະມານ 0,5 ກິໂລຕໍ່ຕົ້ນຕໍ່ປີ ໂດຍແບ່ງໃສ່
2
ຄັ້ງ ໃນຕອນຕົ້ນ ແລະ ປາຍລະດູຝົນ ຫຼັງຈາກຕັດແຕ່ງກິ່ງ ແລະ
ກຳຈັດວັດສະພືດ (ຫຍ້າ) ແລ້ວ, ພ້ອມທັງໃສ່ຮ່ວມກັບປຸ໋ຍອິນຊີ
(ຝຸ່ນຄອກ).
ຫຼັງເກັບກ່ຽວຈະຕ້ອງຟ້າວຕັດແຕ່ງກິ່ງ
ແລະ ກຳຈັດວັດສະພືດໂດຍໄວ ແລະ ໃສ່ປຸ໋ຍບຳລຸງດິນຕົ້ນລະ 2-3
ກິໂລກຣາມ ແລະ ຝຸ່ນຄອກເຊັ່ນ: ຂີ້ສັດຕົ້ນລະ 2-3
ປີບ, ການໃສ່ປຸ໋ຍຄັ້ງນີ້ຈະຕ້ອງກົງກັບໄລຍະລະດູຝົນເພື່ອປ້ອງກັນນ້ຳຝົນຊຸ່ມພາໃຫ້ຝຸ່ນສູນເສຍ, ຄວນໃສ່ປຸ໋ຍເປັນຂຸມໆ
ໂດຍໃຊ້ຈົກຂຸດດິນເປັນຂຸມແລ້ວຢອດປຸ໋ຍ ຈາກນັ້ນກວດດິນປິດປາກຂຸມເຮັດເປັນໄລຍະໆອ້ອມຮອບພຸ່ມ
ຫຼັງຈາກນັ້ນແລ້ວມັງຄຸດຈະເລີ່ມແຕກໃບອ່ອນ ເຊິ່ງລັກສະນະການແຕກໃບອ່ອນໃນສະພາບທຳມະຊາດນັ້ນ
ມັງຄຸດຈະທະຍອຍແຕກໃບອ່ອນ ຈະບໍ່ແຕກພ້ອມກັນໃນເທື່ອດຽວ, ສະນັ້ນ
ຊາວສວນຈະຕ້ອງຄອຍລະມັດລະວັງເບິ່ງ ແລະ ທຳລາຍໂລກແມງ, ພ້ອມທັງຫາວິທີການປ້ອງກັນ, ກຳຈັດຢ່າງເໝາະສົມ
ເພື່ອໃຫ້ໃບອ່ອນຂອງມັງຄຸດໄດ້ພັດທະນາໄປເປັນໃບແກ່ທີ່ສົມບູນ ຕາມປົກກະຕິມັງຄຸດຈະແຕກໃບອ່ອນ
1-2 ຄັ້ງກ່ອນທີ່ຈະເຂົ້າສູ່ໄລຍະພັກຕົວເພື່ອອອກດອກໃນຮອບຕໍ່ໄປ.
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ