google-site-verification: google0d91bc93cfc88895.html ​ການ​ປູກ​ຜັກ​ຕຳ​ນິນ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, February 27, 2015

​ການ​ປູກ​ຜັກ​ຕຳ​ນິນ



ຜັກຕຳນິນ​ເປັນ​ພືດ​ພັນພື້ນ​ບ້ານ​ທີ່​ຄົນ​ທົ່ວ​ໄປ​ທີ່ຮູ້ຈັກ​ກັນ​ມາ​ດົນ​ນານ​ ເປັນພືດ​ຜັກ​ທີ່​ມີ​ຄຸນຄ່າ​ທາງ​ໂພຊະນາ​ການຫຼາຍສາມາດ​ເອົາ​ໄປ​ປຸງ​ແຕ່ງ​ເປັນ​ອາຫານ​ໄດ້ຫຼາຍຊະນິດ​ເຊັ່ນ: ​ແກງ​ຈືດ, ​ລວກ​ກັບ​ແຈ່ວ ຫຼື ລວກກັບ​ປົນ​ປາກໍ​ແຊບ​ ແລະ ​ສາມາດນຳ​​ໄປປຸງ​ອາຫານ​ຫຼາຍໆຢ່າງ ​ໃນ​ອະດີດພວກ​ເຮົາບໍ່ຈຳ​ເປັນ​ຕ້ອງ​ປູກ​ຜັກ​ຕຳນິນ​ເອົາ​ໄວ້​ກິນ​ເອງ ​ເນື່ອງ​ຈາກ​ວ່າ​ຕຳນິນ​ມັກ​ພົບ​ເຫັນທົ່ວ​ໄປ​ຕາມ​ປ່າ ​ຕາມຟຸ່ມ​ໄມ້​ເຕ້ຍ ຫຼື ວ່າ​ຟຸ່ມ​ໄມ້​ແຫ້ງ​ຕາຍ ​ລວມທັງ​ຂຶ້ນຕາມ​ຮົ້ວ.
          ໃນ​ປະ​ຈຸ​ບັນ​ເຮົາ​ບໍ່​ຄອຍ​ເຫັນ​ຜັກຕຳນິນ​ຕາມ​ຮົ້ວ​ອີກ​ແລ້ວ ຈະ​ເຫັນ​ກໍສະ​ເພາະ​ໃນ​ທີ່​ຫົກ​ເຮື່ອ, ດິນ​ເປົ້າວ່າງ ຫຼື ເຫັນ​ຕາມ​ສວນ​ປູກ​ຜັກ​ຕຳນິນ​ທີ່ໄວ້​ເພື່ອ​ຄ້າ​ຂາຍ​ເທົ່າ​ນັ້ນ ສະ​ນັ້ນ ຖ້າ​ຢາກ​ມີ​ຜັກ​ຕຳນິນ​ໄວ້​ກິນ​ເອງ ຫຼື ຂາຍ​ເປັນ​ສິນຄ້າ​ຈະ​ຮຽນ​ຮູ້​ວິທີ​ປູກ​ໄວ້​ກໍ​ດີ.
ວິ​ທີ​ການ​ປູກ ແລະ ບົວ​ລະ​ບັດ​ຮັກ​ສາ
ການ​ປູກ​ຕຳນິນ​ນັ້ນມີ​ສອງ​ວິທີຄື  ວິ​ທີປູກ​ໂດຍການ​​ເພາະ​ເມັດຕຳນິນນັ້ນ​ເປັນ​ວິທີ​ງ່າຍໆ ພຽງ​ແຕ່ກຽມດິນ​ຄື​ກັບ​ປູກ​ຜັກ​ທົ່ວ​ໄປ​ກຽມຝຸ່ນຊີວະ​ພາບ ຫຼື ວ່າ​ຝຸ່ນກໍໄດ້ ​ຫຼັງຈາກ​ນັ້ນກໍນຳ​ເອົາໝາກຕຳນິນ​ທີ່​ແກ່​ສີ​ແດງ​​ແກະ​ເອົາ​ແຕ່​ແກ່ນ (​ເມັດ​ຕຳນິນ) ອອກ​ມາ​ຫວ່ານ​ລົງ​ດິນ​ທີ່​ກຽມ​ໄວ້​ແລ້ວ​ເອົາ​ດິນ​ໂຮຍ​ປົກ​ໄວ້ ຫຼື ​ໃຊ້​​ໃບ​ໄມ້​ແຫ້ງ​ປົກ​ໄວ້ບາງໆຫົດ​ນ້ຳ​ໃຫ້​ມີ​ຄວາມ​ຊຸ່ມ​​ເຊົ້າ​ແລ້ງ ເພາະ​ຕຳນິນ​ເປັນ​ພືດ​ທີ່​ມັກ​ດິນ​ທີ່​ມີຄວາມ​ຊຸ່ມ ​ແຕ່​ຢ່າ​ໃຫ້ຫົດຫຼາຍ​ເກີນ​​ເຫດ​ເພາະຈະ​ເຮັດ​​​ໃຫ້ເມັດ​ຕຳນິນ​ເນົ່າ.
​          ​ເວລາ​ຕົ້ນງອກ​ຂຶ້ນມາ​ປະມານ 5 ຊັງ​ຕີ​ແມັດ ຕຳນິນ​ກໍ​ເລີ່​ມມີ​ມື​​​ເກາະ​ ສະນັ້ນໃຫ້​ເຮັດ​ຮາວ​ໃຫ້​ເພື່ອ​ເປັນ​ບ່ອນ​ເກາະ​ກາຍ​ຂອງ​ຕຳນິນ ​ ການ​ທີ່​ເຮັດ​ຮາວ​ໃຫ້​ນັ້ນຕ້ອງ​ມີ​ຄວາມ​ສູງ​ລະດັບ 1 ຊັງຕີ​ແມັດ​ຂຶ້ນ​ໄປ ​ແຕ່​ບໍ່ຄວນ​ສູງ​ເກີນ 3 ​ແມັດ ​ເພາະ​ຈະ​ບໍ່ສະດວກ​ໃນ​ການ​ເກັບ​ຍອດ​ຕຳນິນ.
ຜັກຕຳນິນ​ຕ້ອງ​ໄດ້​ຮັບ​ແສ​ງແດດຕະຫຼອດທັງ​ວັນ ​ໃຫ້​ມີລົມພັດ​ຜ່ານ​ໄດ້ ​ເພາະຜັກຕຳ​ນິນ​ຈະ​ສັງ​ເຄາະ​ແສງ​ແດດ​ຄາຍ​ອາຍ​ນ້ຳ​ໄດ້​​ເຕັມທີ່ ຄວນ​ປ່ອຍ​ໃຫ້​ມົດ​ແດງ​ຂຶ້ນ ​ເພາະ​ຈະ​ຊ່ວຍ​ກິນ​ເພ້ຍ ​ແລະ​ ແມງ​ໄມ້​ທີ່​ຈະ​ກັດ​ກິນ​ຕຳນິນ.
​ວິທີທີ 2 ຄື ​ປູກ​ໂດຍ​ນຳ​ເອົາ​ຕົ້ນທີ່​ແກ່ພໍ​ສົມຄວນ​ມາ​ຕັດ​ໃຫ້​ຍາວ 15-20 ຊັງ​ຕີ​ແມັດ ມາ​ປັກ​ລົງ​ໃນ​ດິນ​ທີ່​ກຽມ​ໄວ້​​ແລ້ວ(ລັກສະນະຂັ້ນຕອນ​ການ​ປູກຄື​ກັນ​ກັບ​ການ​ປູກ​ທີ່​ນຳ​ເອົາ​ແກ່ນມາ​ປູກ) ພໍ​ຈະ​ເລີ​ນ​ເຕີບ​​ໂຕ​ເຕັມ​ທີ່ປະມານ 1 ​ເດືອນ​ ກໍສາມາດ​ເກັບ​ເອົາ​ຍອດ​ມາປຸງ​​ເປັນອາຫານ​ໄດ້.
ຢ່າງ​ໃດ​ກໍ​ຕາມ ເພື່ອ​ໃຫ້​ຜັກຕຳນິນ​ແຕກ​ຍອດ​ອອກ​ໃບ​ໄດ້​ຕະຫຼອດປີ ​​ເຮົາຕ້ອງໝັ່ນ​ເກັບ​ຍອດຢູ່​ສະ​ເໝີ ​ໃນ​ຂະນະ​ດຽວກັນນັ້ນ​ໃຫ້​​ໃສ່​ຝຸ່ນເພື່ອ​ຊ່ວຍ​​ເພີ່ມ​​ອາຫານ​ໃນ​ດິນປະມານ​ເດືອນ​ລະຄັ້ງ ​ແລະ ຕ້ອງໝັ່ນຫົດ​ນ້ຳສະໜ່ຳສະ​ເໝີ​ໃນ​​ໄລຍະໜ້າ​ແລ້ງ, ໜ້າໜາວ.

 

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ