google-site-verification: google0d91bc93cfc88895.html ​ການ​ປູກ​ພືດ​ແບບ​ປະ​ສົມ​ປະ​ສານ​ກັນ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here

Thursday, February 26, 2015

​ການ​ປູກ​ພືດ​ແບບ​ປະ​ສົມ​ປະ​ສານ​ກັນ

ການ​ປູກ​ພືດ​ແບບ​ປະ­ສົມປະ­ສານ (ໄມ້​ໃຫ້​ໝາກ) ໃນ​ພື້ນທີ່​ດິນ​ຄ້ອຍ​ຊັນ ໂດຍ​ການ​ປູກ​ພືດໄລ­ຍະ​ສັ້ນ​ຕາມ​ຫວ່າງ​ແລ້ວ​ຕ້ານເຈື່ອນ​ຈະ​ຊ່ວຍ​ໃນ​ການ​ອະ­ນຸ​ຮັກດິນ ແລະ ນ້ຳ. ພືດ​ໄລ­ຍະ​ສັ້ນ​ທີ່​ສາມາດ​ປູກ​ຕາມ​ຫວ່າງ​ແລ້ວ​ຕ້ານເຈື່ອນ​ເຊັ່ນ: ໝາກ­ເດືອຍ, ສາ­ລີ, ເຂົາ​ບົກ, ພືດ​ຕະ­ກຸນ​ຖົ່ວ ແລະ ພືດ ຜັກ​ສາ­ມາດ​ປູກ​ໄດ້ 1-4 ປີ, ພ້ອມ ກັນ​ນັ້ນ​ການ​ປູກ​ແບບ​ປະ­ສົມ​ປະສານ​ຈະ​ເປັນ​ການ​ສ້າງ​ລາຍ​ຮັບ ເພີ່ມ​ໃຫ້​ແກ່​ຄອບ­ຄົວ ແລະ ສາ­ມາດ​ນຳ​ໃຊ້​ພື້ນ​ທີ່​ດັ່ງ­ກ່າວ​ໄດ້​ຍາວ​ນານໄມ້​ໃຫ້​ໝາກ​ສາ­ມາດ​ໃຫ້​ຜົນ​ຜະ­ລິດເລີ່ມ​ແຕ່​ປີ​ທີ 4 ຂຶ້ນ​ໄປ (ອີງ​ຕາມ ແຕ່​ລະ​ຊະ­ນິດ​ຂອງ​ພືດ).

   ກ່ອນ​ຈະ​ປູກ​ພືດ​ຕ້ອງ​ເຮັດ​ແລວກັນ​ເຈື່ອນ ໂດຍ​ການ​ວັດ­ແທກ​ເສັ້ນແລວ​ລະ­ດັບ​ຕັດ​ຕາມ​ຄວາມ​ຄ້ອຍຊັນ​ກ່ອນ​ດ້ວຍ​ການ​ນຳ​ໃຊ້​ໄມ້​ໂຕ A ໂດຍ​ການ​ສັງ­ເກດ ເບິ່ງ​ເຊືອກລູກ​ດິ່ງ​ຜ່ານ​ຈຸດ​ໃຈ­ກາງ​ທີ່​ໝາຍແລ້ວ​ໃຊ້​ໄມ້​ຫຼັກ​ປັກ​ໝາຍ​ໄວ້ ​ເພື່ອກຳ­ນົດ​ເສັ້ນ​ແລວ​ລະ­ດັບ, ຫຼັງ​ຈາກນັ້ນ​ກໍ​ເຮັດ​ແບບ​ນີ້​ຕໍ່​ໄປ​ເລື້ອຍໆ ແລ້ວ​ຈະ​ໄດ້​ເສັ້ນ​ລະ­ດັບ​ຕາມ​ທີ່ຕ້ອງ­ການ​ລະ­ດູ​ການ​ປູກ​ທີ່​ເໝາະສົມ​ແມ່ນ​ຕົ້ນ​ລະ­ດູ­ຝົນ​ຄື: ຕົ້ນ​ເດືອນມິ­ຖຸ­ນາ.

ໄລ­ຍະ​ປູກ:

   - ໄມ້​ໃຫ້​ໝາກ​ທີ່​ມີ​ຊົງ​ພຸ່ມ​ໃຫຍ່ໃຫ້​ປູກ 8 ແມັດ x 8 ແມັດ ເຊັ່ນ: ລຳ­ໄຍ ແລະ ລີ້ນ­ຈີ່.
   - ໄມ້​ໃຫ້​ໝາກ​ທີ່​ມີ​ຊົງ​ພຸ່ມ​ນ້ອຍໃຫ້​ປູກ 4 ແມັດ x 4 ແມັດ ເຊັ່ນ: ໝາກ­ກ້ຽງ, ໝາກ​ນາວ, ໝາກ­ພຸກ ແລະ ໝາກ­ໝັ້ນ.

ຂະ­ໜາດ​ຂອງ​ຂຸມ​ປູກ:

   - ຖ້າ​ເປັນ​ດິນ​ທີ່​ບໍ່​ມີ​ໃຫ້​ຂຸດ: ກວ້າງ 1 ແມັດ, ຍາວ 1 ແມັດ ແລະ ເລິກ 1 ແມັດ.
   - ຖ້າ​ເປັນ​ດິນ​ທີ່​ດີ​ຄວາມ​ອຸ­ດົມ­ສົມ­ບູນ​ໃຫ້​ຂຸດ: ກວ້າງ 0,5 ແມັດ, ຍາວ 0,5 ແມັດ ແລະ ເລິກ 0,5 ແມັດ.

ວິ­ທີ​ຂຸດ​ຂຸມ: 

ຂຸດ​ເອົາ​ດິນ​ຊັນໜ້າ ແລະ ຊັ້ນ​ລຸ່ມ​ມາ​ກອງ​ໄວ້​ນຳກັນ, ຕາກ­ແດດ​ໄວ້​ປະ­ມານ 1 ອາທິດ, ເອົາ​ດິນ​ທີ່​ກອງ​ໄວ້​ປະ­ສົມ​ກັບຝຸ່ນ​ຄອກ 1 ຕໍ່ 1 ແລ້ວ​ເອົາ​ລົງ​ຂຸມ ປູກ, ຖົມ​ໃຫ້​ເຕັມ​ຂຸມ​ປະ​ໄວ້ 1-2 ອາ­ທິດ​ກ່ອນ​ປູກ.

ວິ­ທີ​ການ​ປູກ: 

ຄວນ​ຂຸດ​ຂຸມ​ໃຫ້ໄດ້​ຂະ­ໜາດ​ພໍ­ດີ​ກັບ​ເບົ້າ​ເບ້ຍ​ໄມ້ ຫຼື ຖົງ​ຢາງ, ກ່ອນ​ປູກ​ໃຫ້​ຈີກ​ຖົງ​ຢາງອອກ​ດ້ວຍ​ຄວາມ​ລະ­ມັດ­ລະ­ວັງ (ບໍ່​ໃຫ້​ເບົ້າ​ແຕກ) ເອົາ​ເບ້ຍ​ໄມ້​ລົງຂຸມ, ຖົມ​ດິນ​ໃຫ້​ແໜ້ນ, ໃຊ້​ຫຼັກ​ປັກຂ້າງ​ເບ້ຍ​ໄມ້​ແລ້ວ​ມັດ​ຕິດ​ກັບ​ຫຼັກ ເພື່ອ​ບໍ່​ໃຫ້​ເບ້ຍ​ໄມ້​ລົ້ມ ຫຼັງ​ຈາກ​ປູກແລ້ວ​ໃຫ້​ເອົາ​ເຟືອງ ຫຼື ຫຍ້າ​ແຫ້ງປົກ​ໃສ່​ອ້ອມ​ຕົນ​ໄມ້​ແລ້ວ​ຫົດ​ນ້ຳໃຫ້​ຊຸ່ມ​ພໍ­ດີ ຫຼັງ​ຈາກ​ປູກ​ໄດ້ 1 ປີ ຄວນ​ເສຍ​ຫຍ້າ ແລະ ພວນ​ດິນອ້ອມ​ຕົ້ນ​ໃນ​ວົງ​ກວ້າງ 1 ແມັດ, ຄວນ​ໃຫ້​ນ້ຳ 2-3 ເທື່ອ​ຕໍ່​ອາ­ທິດອາດ​ຈະ​ໃຫ້​ໂດຍ​ວິ­ທີ​ນຳ​ໃຊ້​ບັ້ງ​ນ້ຳແລ້ວ​ເຈາະ​ຮູເພື່ອ​ໃຫ້​ນ້ຳ​ຊຶມ​ອອກ.

ການ​ໃສ່​ຝຸ່ນ: 

ຫຼັງ​ຈາກ​ປູກ​ໄດ້ 1 ປີ ຄວນ​ສັງ­ເກດ​ເບິ່ງ ຖ້າ​ເຫັນ​ຕົ້ນໄມ້​ທີ່​ປູກ​ບໍ່​ງາມ​ຕ້ອງ​ໃສ່​ຝຸ່ນ​ຄອກ ຫຼື ຝຸ່ນ​ບົ່ມ 5-10 ກິ​ໂລ​ຕໍ່​ຕົ້ນ ໂດຍການ​ໃສ່​ອ້ອມ​ຕົ້ນ​ຕາມ​ຊົງ​ຟຸ່ມ​ຂອງ​ຕົ້ນ­ໄມ້.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ