google-site-verification: google0d91bc93cfc88895.html ການ​ປູກ​ຫມາກ​ຫຸ່ງ (ຫມາກ​ຫຸ່ງ​ຮອນ​ແລນ) - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, February 26, 2015

ການ​ປູກ​ຫມາກ​ຫຸ່ງ (ຫມາກ​ຫຸ່ງ​ຮອນ​ແລນ)

ຫມາກ​ຫຸ່ງ ການ​ປູກ​ຫມາກ​ຫຸ່ງ ຫມາກ​ຫຸ່ງ​ສຸກ ລັກ​ສະ​ນະ​ຫມາກ​ຫຸ່ງ ວິ​ທີ​ການ​ປູກ​ຫມາກ​ຫຸ່ງ ລະ​ດູ​ເຫັບ​ກ່ຽວ​ຫມາກ​ຫຸ່ງ


ໝາກ­ຫຸ່ງ​ເປັນ​ໝາກ​ໄມ້​ຊະ­ນິດ​ໜຶ່ງ​ທີ່​ຊາວ​ກະ­ສິ­ກອນ​ນິ­ຍົມ​ກັນ​ປູກ​ຫຼາຍ ເພາະ​ເປັນ​ພືດ​ທີ່​ໃຫ້​ຜົນ​ຜະ­ລິດ​ໄວ​ຜູ້​ປູກ​ສາ­ມາດ​ປູກ​ແຊມ​ໃນ​ພືດ​ຫຼັກ​ກ່ອນ​ໃຫ້​ຜົນ​ຜະ­ລິດ ຫຼື ປູກ​ເປັນ​ພືດ​ຫຼັກ​ເພື່ອ​ຈຳ­ໜ່າຍ​ເປັນ​ສິນ­ຄ້າ​ໂດຍ​ກົງ​ໃນ​ແງ່​ຂອງ​ຜູ້​ບໍ­ລິ­ໂພກ​ແລ້ວ​ໝາກ­ຫຸ່ງ​ເປັນ​ໝາກ​ໄມ້​ທີ່​ໃຫ້​ຄວາມ​ນິ­ຍົມ​ກັນ​ບໍ­ລິ­ໂພກ​ຫຼາຍ​ເຊັ່ນ​ວ່າ: ຕຳ​ໝາກ­ຫຸ່ງ ຫຼື ເອົາ​ໄວ້​ກິນ​ສຸກ ເພາະ​ກິນ​ແລ້ວ​ບໍ່​ຕຸ້ຍ​ແຖມ​ຍັງ​ຊ່ວຍ​ລະ­ບົບ​ຂັບ​ຖ່າຍໄດ້​ດີ​ນຳ​ອີກ.
ຫມາກ​ຫຸ່ງ ການ​ປູກ​ຫມາກ​ຫຸ່ງ ຫມາກ​ຫຸ່ງ​ສຸກ ລັກ​ສະ​ນະ​ຫມາກ​ຫຸ່ງ ວິ​ທີ​ການ​ປູກ​ຫມາກ​ຫຸ່ງ ລະ​ດູ​ເຫັບ​ກ່ຽວ​ຫມາກ​ຫຸ່ງ

ລັກ­ສະ­ນະ​ທົ່ວ​ໄປ​ຂອງ​ຫມາກ​ຫຸ່ງ

 ໝາກ­ຫຸ່ງ​ຊະ­ນິດ​ນີ້​ລຳ­ຕົ້ນ​ໃຫ່​ຍ, ໃບມີ 11 ແຊກ​ໃຫຍ່, ກາງ​ໃບ​ມີ​ໂຄງ​ໃບ 1 ໃບ, ກ້ານ​ໃບ​ສີ­ຂຽວ​ຕັ້ງ​ຂຶ້ນ, ດອກອອກ​ເປັນ​ຊໍ່, ມີ​ໝາກ​ດົກ, ອາ­ຍຸ​ການເກັບ​ກ່ຽວ 8 ເດືອນ, ນ້ຳ­ໜັກ​ປະ­ມານ 8 ຂີດ ເຖິງ 2 ກິ​ໂລ​ຕໍ່​ໜ່ວຍ, ຊີ້ນ​ເປັນ ສີ­ແດງ​ອົມ​ສົ້ມ​ບໍ່​ເລະ, ຊີ້ນ​ໜາ 2,5-3 ຊັງ​ຕີ​ແມັດ ແລະ ມີ​ລົດ​ຊາດ​ຫວານ, ຜົນ​ຜະ­ລິດ​ຕໍ່​ຕົ້ນ 60-80 ກິ​ໂລ. ຈຸດເດັ່ນ​ທີ່​ສັງ­ເກດ​ໄດ້​ງ່າຍ​ໝາກ­ຫຸ່ງ​ຊະ­ນິດນີ້ ​ຢູ່​ປາຍ​ຂອງ​ມັນ​ຈະ​ກ້ຽງ​ລຽບ​ມົນ​ບໍ່ເປັນ​ກະ​ຕູດ​ກະ​ຕີດ ຫຼັງ​ຈາກ​ປູກ​ໄດ້ 3 ເດືອນ ໝາກ­ຫຸ່ງ​ກໍ​ຈະ​ອອກ­ດອກ, ຈະ​ມີ​ທັງ​ດອກ​ແມ່ ແລະ ດອກ​ກະ­ເທີຍ, ກ່ອນ​ດອກ​ບານ​ຈະຕ້ອງ​ໄດ້​ຫໍ່​ດອກ​ກະ­ເທີຍ​ດ້ວຍ​ມຸ້ງ ຫຼື ຜ້າ​ຂາວ​ບາງໆ ເພື່ອ​ໃຫ້​ມີ​ການ​ປະ­ສົມ​ເກ­ສອນ​ຕົວ​ເອງ ແລະ ບໍ່​ປະ­ສົມ​ຂ້າມ​ພັນ​ກັບ​ຕົວ​ອື່ນໆ    ເມື່ອ​ໝາກ­ຫຸ່ງ​ສຸກ​ແກ່​ກໍ​ນຳ​ເອົາ​ແກ່ນ​ໄປ​ກ້າ​ໃຫ້​ໄດ້​ຕົ້ນ​ໃໝ່ ຊຶ່ງ​ຈະ​ໄດ້­ຜົນ​ກະ­ເທີນ (ບໍ່​ເຕັມ 100% ຈະ​ໄດ້​ປະ­ມານ 70-80%).

ວິ­ທີ​ການ​ປູກ ແລະ ບົວ­ລະ­ບັດ ຮັກ​ສາ​ຫມາກ​ຫຸ່ງ

ສາ­ມາດ​ປູກ​ໄດ້​ທຸກ​ສະ­ພາບ​ພື້ນ​ທີ່​ຍົກ­ເວັ້ນ​ພື້ນ​ທີ່ໆມີນ້ຳ​ຂັງ​ດິນ​ທີ່​ເໝາະ​ສົມ​ມີ​ຄວາມ​ເປັນ​ກົດ​ເປັນ​ດ່າງ 5,0-5,5. ໄລ­ຍະ​ປູກ 2,5x3 ແມັດ, ໄລ່​ໜຶ່ງ​ສາ­ມາດ​ປູກ​ໄດ້ 224 ຕົ້ນ, ຫຼັງ​ປູກ​ແລ້ວ​ຕ້ອງ​ໃຫ້​ນ້ຳ​ສະ​ໝ່ຳ​ສະ­ເໝີ, ໝາກ­ຫຸ່ງ​ຈະ​ໃຫ້​ຜົນ​ຜະ­ລິດ​ດີ, ປຸ່ຍ​ທີ່​ໃສ່ໃຫ້​ເລີ່ມ​ຕົ້ນ​ດ້ວຍ​ປຸ່ຍ​ໝັກ ແລະ ຝຸ່ນ​ຄອກ ສຳ­ລັບ​ປຸ່ຍ​ວິ­ທະ­ຍາ­ສາດ​ໃຫ້​ໃຊ້​ສູດ 15-15-15 ໃນ​ໄລ­ຍະ​ທີ່​ຕິດ​ໝາກ​ອ່ອນ, ກ່ອນ​ການ ເກັບ​ກ່ຽວ​ໃຫ້​ໃຊ້​ສູດ 13-13-21 ໃສ່​ອ້ອມໆ​ຕົ້ນ​ຈຳ­ນວນ 1 ບ່ວງ​ໃຫຍ່/ຕົ້ນ.

ລະ­ດູ​ເກັບ​ກ່ຽວ ຫມາກ​ຫຸ່ງ

ເມື່ອ​ປູກ​ໄດ້ 7-8 ເດືອນ ໝາກ­ຫຸ່ງ​ຈະ​ສຸກ​ແກ່​ເລີ່ມ​ເກັບ​ຜົນ​ຜະ­ລິດ​ໄດ້ ຖ້າ​ບົວ­ລະ­ບັດ​ຮັກ­ສາ​ປານ​ກາງ​ຈະ​ໄດ້­ຜົນ​ຜະ­ລິດ​ປະ­ມານ 5-8 ໂຕນ​ຕໍ່​ໄລ່, ວິ­ທີ​ການ​ເກັບ​ກ່ຽວ​ນັ້ນ​ເລືອກ​ເກັບ​ສະ­ເພາະ​ໝາກ​ທີ່​ສຸກ 5-10% ຄື​ຜິວ​ນອກ​ມີ​ແກ້ມ​ສີ­ເຫຼືອງ​ເລັກ​ນ້ອຍ​ແມ່ນ​ສາມາດ​ເກັບ​ກ່ຽວ​ໄດ້.
ຫມາກ​ຫຸ່ງ ການ​ປູກ​ຫມາກ​ຫຸ່ງ ຫມາກ​ຫຸ່ງ​ສຸກ ລັກ​ສະ​ນະ​ຫມາກ​ຫຸ່ງ ວິ​ທີ​ການ​ປູກ​ຫມາກ​ຫຸ່ງ ລະ​ດູ​ເຫັບ​ກ່ຽວ​ຫມາກ​ຫຸ່ງ

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ