google-site-verification: google0d91bc93cfc88895.html ​ນົກ​ກະ​ທາ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, February 27, 2015

​ນົກ​ກະ​ທາ

ປະ​ຫວັດ​ຄວາມ​ເປັນ​ມາ​ຂອງ​ນົກ​ກະ​ທາ

ນົກ​ກະ­ທາ​ມີ​ລ້ຽງ​ຢູ່​ໃນ​ອາຊີ, ອາ​ເມ​ລີ​ກາ ແລະ ເອີ​ຣົບ ແຕ່​ບໍ່​ມີ​ຫຼັກ​ຖານ​ຊັດ​ເຈນ​ໄດ້​ແທ້​ວ່າ ປະ­ເທດ​ໃດ​ເລີ່ມ​ລ້ຽງ​ນົກ​ກະ­ທາ​ເປັນ​ແຫ່ງ​ທຳ​ອິດ ແຕ່​ສຳ­ລັບ​ໃນ​ແຖບ​ອາ­ຊີ​ແລ້ວ​ແມ່ນ​ປະ­ເທດ​ຍີ່­ປຸ່ນ ທີ່​ນຳ​ນົກ​ກະ­ທາ​ມາ​ລ້ຽງ​ກ່ອນ­ໝູ່​ເປົ້າ​ໝາຍ​ແມ່ນ​ເພື່ອ​ຟັງ­ສຽງ​ຮ້ອງ​ຂອງ​ນົກ ສະ­ນັ້ນ ຕໍ່​ມາ​ຈິ່ງ​ໄດ້​ມີ​ການ​ປັບ­ປຸງ ແລະ ພັດ­ທະ­ນາ​ຈົນ​ໄດ້​ນົກ​ກະ­ທາ​ທີ່​ໃຫ້​ໄຂ່​ໄດ້.


ວິ​ທີ​ການ​ລ້ຽງ

ຂັ້ນ​ຕອນ​ການ​ລ້ຽງ​ນົກ​ກະ ທາ​ແມ່ນ​ຊື້​ເອົາ​ລູກ​ນົກ​ກະ­ທາ​ທີ່​ເພິ່ນ​ເພາະ​ລູກ​ຂາຍ​ຈາກ​ຟາມ​ທີ່​ມີ​ອາ­ຍຸ 18 ມື້​ມາ​ລ້ຽງ ຫຼື ວ່າ​ຈະ​ນຳ​ມາ​ເອົາ​ໄຂ່​ນົກ​ກະ­ທາ​ທີ່​ມີ​ເຊື້ອ​ມາ​ຝັກ​ເອງ ແຕ່​ສ່ວນ​ຫຼາຍ​ແລ້ວ​ວິ­ທີ​ນີ້​ບໍ່​ຄ່ອຍ​ມີ​ໃຜ​ນຳ​ມາ​ປະ­ຕິ­ບັດ​ພໍ​ປານ­ໃດ, ການ​ລ້ຽງ​ນົກ​ກະ­ທາ​ສາ­ມາດ​ລ້ຽງ​ໄດ້​ໂດຍ​ການໃຊ້​ພື້ນ​ທີ່​ປູ​ດ້ວຍ​ແກບ ຫຼື ວ່າ​ເປືອກ​ເຂົ້າ ແລະ ອາດ​ຈະ​ໃຊ້​ເປົ໋າ​ປ່ານ​ປູ​ຮອງ​ພື້ນ​ເພື່ອ​ຊ່ວຍ​ບໍ່​ໃຫ້​ຂາ​ນົກ​ລອດ​ກົງ ຂະ­ໜາດ​ຂອງ​ກົງ​ຂຶ້ນ​ຢູ່​ກັບ​ຂະ­ໜາດ​ຂອງ​ລູກ​ນົກ ໂດຍ​ທົ່ວ​ໄປ​ຈະ​ໃຊ້​ຂະ­ໜາດ​ກວ້າງ 1 ເເມັດ ຄວາມ​ຍາວ 0,5 ແມັດ ສຳ­ລັບ​ລູກ​ນົກ​ທີ່​ມີ​ອາ­ຍຸ 1-20 ວັນ ໄດ້​ປະ­ມານ 250-300 ໂຕ, ສຳ­ລັບ​ລູກ​ນົກ​ທີ່​ຫາ​ແຕ່​ອອກ​ຈາກ​ໄຂ່​ໃໝ່ໆ ຕ້ອງ­ການ​ຄວາມ​ອົບ​ອຸ່ນ​ເຊັ່ນ​ດຽວ​ກັນ​ກັບ​ລູກ​ເປັດ, ລູກ​ໄກ່ ຈິ່ງ​ຈຳ­ເປັນ​ຕ້ອງ​ໃຫ້​ຄວາມ​ອົບ​ອຸ່ນ​ໂດຍ​ໃຊ້​ຫຼອດ​ໄຟ­ຟ້າ 1 ຫຼອດ​ສຳ­ລັບ​ລູກ​ນົກ 60-100 ໂຕ ອຸນ­ຫະ­ພູມ​ທີ່​ໃຊ້​ໃນ​ກົງ​ໃນ​ທິດ​ທຳ​ອິດ​ໃຫ້​ອຸ່ນ​ພໍ­ປະ­ມານ.

​ການ​ໃຫ້​ອາ​ຫານ

ໃນ​ການ​ໃຫ້​ນ້ຳ ແລະ ອາ­ຫານ ຈະ​ຕ້ອງ​ຈັດ​ໃຫ້​ພຽງ­ພໍ​ກັບ​ຈຳ­ນວນ​ລູກ​ນົກ​ທີ່​ລ້ຽງ​ບໍ່​ໃຫ້​ໄດ້​ຍາດ​ກັນ, ພາ­ຊະ­ນະ​ໃນ​ການ​ໃຫ້​ອາ­ຫານ​ສຳ­ລັບ​ລູກ​ນົກ​ຄວນ​ໃຊ້​ຖາດ​ແບນໆທີ່​ມີ​ຂອບ​ສູງ​ບໍ່​ເກີນ 1-2 ຊັງ​ຕີ​ແມັດ ຖ້າ​ຫາກ​ຂອບ​ສູງ​ເກີນ​ໄປ​ລູກ​ນົກ​ຈະ​ບໍ່​ສາ­ມາດ​ກິນ​ອາ­ຫານ​ໄດ້ ໂດຍ​ສະ­ເພາະ​ແມ່ນ​ໃນ​ໄລ­ຍະ 3 ວັນ​ຂຶ້ນ​ໄປ ຫຼັງ​ຈາກ​ນັ້ນ​ອາດ​ໃຊ້​ຮາງ​ອາ­ຫານ​ແບບ​ໄກ່​ກໍ​ໄດ້.

ການ​ບົວ​ລະ​ບັດ​ຮັກ​ສາ

ເມື່ອ​ລູກ​ນົກ​ມີ​ອາ­ຍຸ 30 ວັນ​ຂຶ້ນ​ໄປ​ກ່ອນ​ຈະ​ແຍກ​ໄປ​ລ້ຽງ​ໃນ​ກົງ​ໃຫຍ່​ຄວນ​ຈະ​ຕັດ​ປາກ​ເສຍ​ກ່ອນ ເພື່ອ​ເປັນ​ການ​ປ້ອງ​ກັນ​ບໍ່​ໃຫ້​ນົກ​ຈິກ​ກັນ  ວິ­ທີ​ການ​ຕັດ​ປາກ​ນົກ​ກະ­ທາ​ນັ້ນ​ເຮັດ​ແບບ​ດຽວ​ກັນ​ກັບ​ຕັດ​ປາກ­ໄກ່ ໃນ​ການ​ຄັດ​ເລືອກ​ປະ­ເພດ​ຂອງ​ນົກ​ກະ­ທາ​ສາ­ມາດ​ສັງ­ເກດ​ໄດ້​ໃນ​ເມື່ອ​ນົກ​ມີ​ອາ­ຍຸ 3 ເດືອນ ເຮົາ​ຈະ​ໃຊ້​ວິ­ທີ​ສັງ­ເກດ​ຈາກ ລັກ­ສະ­ນະ​ພາຍ​ນອກ​ຂອງ​ນົກ ນັ້ນ​ກໍ​ຄື​ສີ​ຂົນ ນົກ​ໂຕ​ຜູ້​ຈະ​ມີ​ຂົນ ໜ້າ​ເອິກ ແລະ ບໍ­ລິ­ເວນ​ລຳ​ຄໍ​ເປັນ​ສີ­ເຫຼືອງ​ນ້ຳ­ຕານ​ປົນ​ຂາວ ຫຼື ສີ­ນ້ຳຕານ​ປົນ​ແດງ ແລະ ຂົນ​ບໍ­ລິ­ເວນ​ແກ້ມ​ກໍ​ມີ​ສີ­ນ້ຳ­ຕານ​ແກມ​ແດງ​ເຊັ່ນ​ກັນ, ສ່ວນ​ນົກ​ກະ­ທາ​ໂຕ​ແມ່​ມີ​ສີ​ຂົນ​ບໍ­ລິ­ເວນ​ຄໍ​ບໍ່​ຄ່ອຍ​ເຂັ້ມ​ປານ­ໃດ ຫຼື ອາດ​ມີ​ສີ­ນ້ຳ­ຕານ​ປົນ​ເທົາ ແລະ ມີ​ສີ​ລາຍ​ດຳ​ປົນ​ຂາວ​ເມື່ອ​ຄັດ​ແຍກ​ເພດ​ໄດ້​ຮຽບ​ຮ້ອຍ​ແລ້ວ ນົກ​ກະ­ທາ​ໂຕ​ຜູ້​ກໍ​ນຳ­ໄປ​ລ້ຽງ​ເປັນ​ນົກ​ຊີ້ນ​ຂາຍ ສ່ວນ­ວ່າ​ນົກ​ໂຕ​ແມ່​ກໍ​ນຳ­ໄປ​ຕັດ​ປາກ ແລະ ລ້ຽງ​ເປັນ​ນົກ​ກະ­ທາ​ໄຂ່​ຂາຍ​ຕໍ່​ໄປ.
 

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ