google-site-verification: google0d91bc93cfc88895.html ​ການ​ລ້ຽງ​ຫອຍ​ຈູບ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, February 27, 2015

​ການ​ລ້ຽງ​ຫອຍ​ຈູບ


ຢູ່​ບ້ານ​ເຮົາ​ນິຍົມ​ກັນ​ປູກຝັງ ແລະ ລ້ຽງສັດຢ່າງແພ່​ຫຼາຍ​ບໍ່ວ​່າຢູ່ໃນຕົວ ເມືອງ ຫຼື ຊົນນະບົດ ​ແຕ່​ບໍ່ຄ່ອຍເຫັນຄົນ​ລ້ຽງຫອຍຈູບທັງ​ທີ່​ວ່າ​ ​ຫອຍຈູບກໍເປັນ ເປັນອາຫານ​ອີກຊະນິດ​ໜຶ່ງຂອງ​ບ້ານ​ເຮົາທີ່​ຄົນ​ນິຍົມ​ບໍລິ​ໂພ​ກ ມີ​ລົດ​ຊາດ​ແຊບຫອຍ​ຊະ​ນິດນີ້ລ້ຽງງ່າຍ ແລະ ມີ​ຄວາມ​ຕ້ານທານ​ພະຍາດ ແລະ ດິນ​ຟ້າ​ອາກາດ​ໄດ້​ດີ ສາມາດ​ສະໜອງ​ອາຫານ​ໃຫ້​ແກ່​ຄອບຄົວ ແລະ ຂາຍ​ໄດ້ການ​ລ້ຽງຫອຍຈູບ​ມີ​ສາມ​ວິທີຄື:
ລ້ຽງ​ໃນ​ກະຊັງ:
​ໂດຍ​ໃຊ້ກະຊັງຊະນິດ​ຕາ​ຖີ່ ​ເປັນ​ຮູບ​ກະຊັງ​ຂະໜາດ​ໃດ​ກະ​ໄດ້​ຕາມ​ຄວາມ​ຕ້ອງການ ລວງສູງບໍ່​ໃຫ້​ເກີນ 120 ຊັງ​ຕີ​ແມັດ ນຳ​​ເອົາໄປ​ມັດ​ໄວ້​ໃນ​ແຫຼ່ງນ້ຳ​​ໃຫ້​ທັງ​ສີ່​ດ້ານຕິດກັບ ​ເສົາ​ໃຫ້​ແໜ້ນ ຫຼື​ ເພີ່ມ​ຄວາມ​ຍາວ​ກະ ຊັງ​ອີກ​ເບື້ອງລະໜ້ອຍກໍ​ໄດ້ ​ດ້ານ​ເທິງຂອງ​ກະຊັງ​ຕ້ອງ​ລື່ນໜ້ານ້ຳປະມານ 20-80 ຊັງ​ຕີ​ແມັດ ຫ້າມ​ບໍ່​ໃຫ້ພື້ນກະຊັງ​ຕິດພື້ນດິນ ​ເພາະ​ເຮັ​ດ​ໃຫ້​​ຕິດຂີ້ຕົມ ຫຼັງຈາກ​ມັດ​ກະຊັງ​ເປັນ​ທີ່​ຮຽບຮ້ອຍແລ້ວ ​ຕັດເອົາ​ກ່າ​ງໝາກພ້າວ​ຂະໜາດຍາວ 1 ​ແມັດ ວາງ​ລົງ​ໄປ​ໃສ່​ຕາມ​ຄວາມເໝາະ ສົມຢ່າໃຫ້​ກ່າງ​ພ້າວທັບກະຊັງ ​ເພາະຈະ​ເຮັດ​ກະຊັງ​ຈີກ​ຂາດ ຈາກ​ນັ້ນ ນຳ​ຫອຍ ຈູບ​ຂະໜາດ​ໃຫຍ່ກິນ​ໄດ້ ປະມານ ກິ​ໂລ ມາປ່ອຍລົງ​​ໃນກະຊັງທີ່​ກຽມ​ໄວ້ ​​​ຫອຍ​ຈູບທີ່​ນຳ​ມາ​ປ່ອຍ​ນັ້ນ ຕ້ອງ​ເລືອກເອົາ ຫອຍ​ຍັງ​ບໍ່ທັນຕາ​ຍ ​ໂດຍ​ສັງ​ເກດ​ໄດ້​ດ້ວຍການ​ນຳ​ຫອຍ​ໄປ​ຂັງ​ແຊ່​ນ້ຳ​ໄວ້ ຖ້າວ່າ​ຫອຍ​ໄຕ່​ຕິດ​ກັບ​ພາຊະນະ​ສະ​ແດງ​ວ່າ​ຫອຍ​ຍັງ​ມີ​ຊີວິດ​ຢູ່ ສາມາດນຳ​ມາ​ປ່ອຍ​​ໄດ້ ຫຼັງຈາກ​ປ່ອຍ​ຫອຍ​ໄປ​ໄດ້​ສອງ​ມື້ລອງ​ຍົກ​ກ່າງ​ພ້າວ​ຂຶ້ນ​ເບິ່ງ​ຈະ​ພົບ​ເຫັນ​ຫອຍ​ຕິດ​ຢູ່​ກ່າງພ້າວ, ກ່າງ​ພ້າ​ວທີ່​ແຊ່ຢູ່​ນ້ຳຫຼາຍມື້ກໍຈະ​ເນົ່າ​ເປື່ອຍ ຄວນ​ປ່ຽນ ກ່າງ​ພ້າວ​ເດືອນ​ລະ​ 2 ເທື່ອ ຫອຍຈູບທີ່​ ລ້ຽງ​ໃນ​ກະຊັງ ຈະ​ເກາະ​ກິນ​ໄຄ​ນ້ຳ​ ແລະ ຊາກ​ເນົ່າ​ເປື່ອຍ​ຢູ່​ຕາມ​ກ່າງ​ພ້າວ ຕະຫຼອດຮອດ​ບໍລິ​ເວນ​ດ້ານ​ຂ້າງ ​ແລະ ພື້ນ ກະຊັງ​ໂດຍ​ບໍ່ຕ້ອງ​ໃຫ້​ອາຫານ​ແຕ່​ຢ່າງ​ໃດ ຫຼັງຈາກ​ລ້ຽງ​ໄດ້ 2 ​ເດືອນ ຈິ່ງ​ທະ​ຍອຍ​ຄັດ​ເລືອກ​ເອົາຫອຍ​ໂຕ​ໃຫຍ່​ມາ​ກິນ ຫຼື ນຳ​ໄປ​ຈຳໜ່າຍ ​ເພື່ອ​ບໍ່​ໃຫ້​ຫອຍຄັບຄາໜາ​ແໜ້ນຫຼາຍ​ເກີນ​ໄປ ​​ຈະ​ເຮັດໃຫ້​ຫອຍ​ເຕີບ​ໃຫຍ່ຂະຫຍາ​ຍຊ້າ ການ​ລ້ຽງຫອຍຈູບ​ໃນ​ກະຊັງ​ມີ​ສອງ​ແບບ​ຄື:
ແບບ​ທີ 1:
          ໃຊ້​ກະຊັງ​ທີ່​ເຮັດ​ດ້ວຍ​ມຸ້ງ ຂະໜາດກະຊັງ​ຂຶ້ນຢູ່​ກັບ​ຄວາມເໝາະສົມ ຖ້າ​ກະຊັງ​ຂະໜາດ 10 ​ແມັດ ນຳ​ກະຊັງ​ໄປກາງ​ໃນ​ບໍ່ດິນ​ໃຫ້​ຂອບກະຊັງ​ຢູ່​ເໜືອລະດັບ​ນ້ຳ 10-80 ຊັງ​ຕີ​ແມັດ ໃສ່​ກ່າງໝາກພ້າວ​ປະມານ 2-8 ກ່າງ​ເພື່ອ​ໃຫ້​ຫອຍ​ໄດ້​ເກາະ​ອາ​ໄສ ຈາກ​ນັ້ນ ນຳ​ຫອຍຈູບຂະໜາດ​ໃຫຍ່ 2​ ກິ​ໂລກຣາມ​ ປ່ອຍ​ລົງ​ໄປ ​ແລະ ໃຫ້​ອາຫານ​ສຳ​ເລັດ​ຮູບ​ສຳລັບ​ຫອຍ ຈາກ​ນັ້ນ 2 ເດືອນ ​ກໍ​ເລີ່​ມເກັບ​ຫ​ອຍ​ໂຕ​ໃຫຍ່​ໄປ​ຂາຍ​ເລື້ອຍໆ.
ແບບ​ທີ 2:
ໃຊ້​ກະຊັງ​ທີ່​ເຮັດ​ດ້ວຍ​ມຸ້ງ ຂະໜາດກະຊັງ​ຂຶ້ນຢູ່​ກັບ​ຄວາມ​ເໝາະສົມ ຖ້າ​ກະຊັງ​ຂະໜາດ 10 ​ແມັດ ນຳ​ກະຊັງ​ກາງ​ໃນ​ບໍ່ດິນ​ໃຫ້​ຂອບ​ກະຊັງ​ຢູ່​ເໜືອລະດັບ​ນ້ຳ 10-80 ຊັງ​ຕີ​ແມັດ​ ໃສ່​ກ່າງໝາກພ້າວ​ປະມານ 2-8 ກ່າງ​ເພື່ອ​ໃຫ້​ຫອຍ​ໄດ້​ເກາະ​ອາ​ໄສ ຈາກ​ນັ້ນ ນຳ​ຫອຍຈູບມີ​ອາຍຸ 15 ມື້ ນຳມາ​ລ້ຽງ​ໂດຍ​​ໃຊ້​ອັດຕາ​ການ​ປ່ອຍ 300-500 ​ໂຕຕໍ່ກະຊັງ ​​ໃຫ້ອາຫານ​ສຳ​ເລັດ​ຮູບ​ສຳລັບ​ຫອຍ ຈາກ​ນັ້ນ ​ໄດ້ 2 ​ເດືອນ​ກວ່າ ກໍ​ເລີ່​ມ​ເກັບ​ຫ​ອຍ​ໂຕ​ໃຫຍ່​ໄປ​ຂາຍ​ເລື້ອຍໆ. ​
ລ້ຽງ​ໃນຮ່ອງ:
ປ່ອຍ​ຫອຍຈູບ​ປະມານ 2 ກິ​ໂລກຣາມ ຕັດ​ກ່າງ​ພ້າວ​ຂະໜາດ 1-2 ​ແມັດ ​ໃສ່​ລົງ​ໄປ​ເປັນ​ຈຸດໆໃຫ້​ທົ່ວ​ຮ່ອງ ​ເມື່ອ​ກ່າງໝາກພ້າວ​ເນົ່າ​ເປື່ອຍ ຫຼື ມີ​ໄຄ​ຈັບ ຫອຍກໍຈະ​ມາ​ຈັບ ​ແລະ ​ເກາະ​ກິນ​ເປັນ​ອາຫານ ​ໂດຍ​ບໍ່ຕ້ອງ​ໃຫ້​ອາຫານ​ໃດໆ​ໃຊ້​ໄລຍະ​ເວລາ​ພຽງ 2​ເດືອນ​ຈະ​ໄດ້ຜົນ​ຜະລິດ​ທັງໝົດ​ປະມານ 100 ກິ​ໂລກຣາມ ການ​ລ້ຽງ​ໃນ​ຄອງ​ນີ້ ຫອຍຈູບ​ສາມາດ​ຢູ່​ນ້ຳ​ໃນ​ລະດັບ 10 ຊັງ​ຕີ​ແມັດ ​​ຫາ 2 ​ແມັດ  ​ແລະ ມັກ​ອາ​ໄສ​ໃນ​ນ້ຳນິ້ງ ຫຼື ນ້ຳ​ໄຫຼບໍ່​ແຮງ.
ລ້ຽງໃນ​ໜອງສະ:
ສາມາດ​ລ້ຽງຮ່ວມ​ກັນກັບ​ປາ​ຊະນິດ​ອື່ນ​​ໄດ້ ​ໂດຍ​ນຳ​ຫອຍ​ຂະໜາດທີ່​ເໝາະສົມ​ປ່ອຍ​ລົງ​ໄປ​ໃນໜອງສະ​ແລ້ວ​ຖິ້ມກ່າງ​​ໄມ້, ​ກ່າງ​ພ້າວ ​ແລະ ກ່າງໄຜ່ວາງ​ເປັນ​ຈຸດ​ຕາມ​ຄວາມ​ເໝາະສົມ ຈາກ​ນັ້ນກໍ​ໃຫ້​ອາຫານ​ຕາມ​ປົກກະຕິເສດ​ອາຫານ ​ແລະ ຂີ້ປາ​ຈະ​ເປັນ​ອາຫານ​ຫອຍ ຫຼັງຈາກ​ນັ້ນທຸກໆ 2 ​ເດືອນ ກໍສາມາດ​ເກັບ​ຫອຍ​ນຳ​ໄປ​ຈຳໜ່າຍ​ໄດ້.
ຫອຍຈູບ​ສາມາດ​ເກັບ​ໄດ້​ງ່າຍ ​ໂດຍ​ຍົກ​ກ່າງ​ພ້າວ ​ແລະ ກ່າງ​ໄມ້​ ຫຼື ຍົກ​ກະ​ຊັງ​ຂຶ້ນມາ​ຈະ​ເຫັນ​ຫອຍ​ຈັບ​ຢູ່​ໃນ​ບໍລິ​ເວນ​ດັ່ງກ່າວ ​ແລະ ສາມາດ​ເລືອກ​ເກັບ​ເອົາ​ຫອຍ​ໄດ້​ຕາມ​ຂະໜາດ ​ແລະ ຈຳນວນທີ່​ຕ້ອງການ ສ່ວນ​ວີ​ທີ​ການ​ລ້ຽງ​ໃນ​ຄອງ​ຕ້ອງ​ໃຊ້ເຂິງ ຫຼື ວິ​ງ, ຕາຫ່າງ​ເກັບ​ເອົາ ​ແລະ ​ເຄັດ​ລັບ​ວິທີ​ເກັບ​ເອົາຫ​ອຍ​ແບບ​ງ່າຍໆນັ້ນ ​​ແມ່ນໃຫ້​ເອົາ​ຢາງ​ຕີນລົດ​ຈັກ ຖິ້ມ​ລົງ​ໄປ​ໃນ​ບ່ອນລ້ຽງຫອຍ ​ແລ້ວ​ຫອຍ​ຈະ​ມາ​ຈັບ​ຈົນ​ເຕັມຢາງ​ລົດຈະ​ຊ່ວຍ​​ເຮັດ​ໃຫ້​ເຮົາ​ປະຢັດ​ເວລາ ​ແລະ ສະດວກ​​ໃນ​ການ​ເກັບນຳ​ອີກ.

 

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ