ຊື່ວິທະຍາສາດ:
Passiflora foetida L.
ຊື່ທ້ອງຖິ່ນ:
ຫໍ່ຫຳ, ຫຳຫມອຍ, ເຄືອຫຳຫໍ່, ຫໍ່ຂົນ, ເຄືອລີ້ນມັງກອນ.
ຄຸນລັກສະນະຂອງພືດ:
ຜັກບ້ວງ
ເປັນພືດເຄືອເລືອໄປຕາມດິນ ມີຂົນອ່ອນໆຕາມເຄືອ ພ້ອມທັງມີງວງ ຫລື
ມືປົ່ງອອກຈາກເຄືອ ເພື່ອໃຊ້ໃນການຈ່ອງ ຖ້າເອົາມືຍີໃບຈະມີກິ່ນຂິວ
ຄວາມຍາວຂອງເຄືອແມ່ນປະມານ 2-4 ແມັດ ມີໃບແກກເປັນ 3
ປ່ຽງຫຸ້ມດ້ວຍຂົນອ່ອນ, ຂະຫນາດໃບປະມານ 3,5-10
ຊັງຕີແມັດ ແລະ ກ້ານໃບຍາວປະມານ 2-6 ຊັງຕີແມັດ
ດອກເປັນສີໄຂ່ມຸກ ແລະ ຂາວມີຂະຫນາດກວ້າງ 3-5
ຊັງ ຕີແມັດ ຫມາກເປັນຫນ່ວຍມົນມີສີສົ້ມເວລາສຸກ ແຕ່ລະຫນ່ວຍບັນຈຸແກ່ນຈຳນວນຫລວງຫລາຍ.
ການນຳໃຊ້:
ຍອດຂອງຜັກບ້ວງສາມາດລວກກິນກັບແຈ່ວ, ລາບ, ປົ່ນ
ແລະ ເຮັດເອາະໄດ້ ທຸກພາກສ່ວນຂອງຜັກບ້ວງມີກິ່ນຂິວ ແຕ່ວ່າ
ຫມາກສຸກຂອງມັນມີລົດຫວານ ແລະ ກິນໄດ້, ແກ່ນມີນວນບາງໆຫຸ້ມ ສ່ວນຫມາກດິບນັ້ນ
ຈະບັນຈຸມີທາດເບື່ອ ຈິ່ງບໍ່ຄວນກິນງວງ ຫລື ມືຂອງຜັກບ້ວງມີສັບພະຄຸນໃນການປິ່ນປົວ
ຈຸກສຽບ ອອກຮ້ອນ, ປິ່ນປົວອາການຄັນ ແລະ
ເປັນຢາເຮັດໃຫ້ນອນຫລັບດີ ທຸກໆພາກສ່ວນຂອງຕົ້ນຜັກບ້ວງມີຄຸນສົມບັດໃນການລະງັບໃຊ້ໃນການປິ່ນປົວການເປັນປະສາດ, ປິ່ນປົວອາການນອນບໍ່ຫລັບ, ເຮັດໃຫ້ຫົວໃຈມີຄວາມແຂງແຮງຂຶ້ນ, ທັງຍັງເປັນຢາກຳຈັດແມ່ທ້ອງໃນລຳໃສ້ອີກດ້ວຍ
ມີບາງປະເທດກໍ່ນຳໃຊ້ຜັກບ້ວງເປັນພືດປົກຄຸມດິນ ເພື່ອຕ້ານການເຊາະຂອງດິນ
ແລະ ຄວບຄຸມການເກີດຂອງຫຍ້າຄາ.
ດີຫລາຍ
ReplyDeleteດີຫຼາຍຍອດອ່ອນຂົມໜ້ອຍໜຶ່ງສ່ວນໝາກສຸກແຊບແລະ ຫວານ
ReplyDelete