google-site-verification: google0d91bc93cfc88895.html ຜັກຂະ, ຜັກເນົ່າ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, February 27, 2015

ຜັກຂະ, ຜັກເນົ່າ



ຊື່​ທ້ອງ​ຖີ່ນ: ຜັກ​ຂະຜັກເນົ່າ, ຜັກເຫມັນ
ຊື່​ວິ­ທະ­ຍາ­ສາດ:  Acacia pennata (L.) Willd. Ssp
Insuavis (Lace) I.C. Nielsen
ຄຸນ​ລັກ­ສະ­ນະ
   ຜັກ​ເນົ່າ ຫລື ຜັກ​ຂະ ແມ່ນ​ພືດ​ທີ່​ເປັນ​ພຸ່ມຂະ­ຫນາດ​ຄວາມ​ສູງ​ປະ­ມານ 5 ແມັດ, ມີ​ລຳ­ຕົ້ນ​ເປັນ​ຫນາມ ກິ່ງ​ອ່ອນ​ຫຸ້ມ​ດ້ວຍ​ຫນາມ​ທີ່​ອ່ອນ ຢູ່​ເຄິ່ງ​ກາງ­ຂອງ​ກ້ານ​ໃບ​ດ້ານ​ເທິງ​ມີ​ຕຸ່ມ​ຂະ­ຫນາດ 5 ມິ​ລິ​ແມັດ, ໃບ​ເປັນ​ໃບ​ປະ­ສົມມີ​ຂະ­ຫນາດ​ຄວາມ​ຍາວ 9-29 ຊັງ​ຕີ​ແມັດ ພ້ອມ​ດ້ວຍ​ໃບ​ນ້ອຍ​ຈຳ­ນວນ 8-18 ຄູ່ ແລະ ມີ​ຂຸນ​ອ່ອນໆ​ຕາມ​ຂອບ ດອກ​ຂອງ​ມັນ​ເປັນ​ກ້ອນ​ມົນມີ​ສີ­ເຫລືອງ​ຈືດ, ຂະ­ຫນາດ​ຄວາມ​ຍາວ​ປະ­ມານ 3 ມິ​ລິ​ແມັດ ຫມາກ​ຂອງ​ມັນ​ເປັນ​ຝັກ​ບາງໆ ແລະ ແປ ຂະ​ນາດ 21 x 2.9 ຊັງ​ຕີ​ແມັດ.
ການ​ນຳ​ໃຊ້
   ເຖິງ​ແມ່ນ​ວ່າ​ຜັກ​ຂະ​ມີ​ກິ່ນ​ເຫມັນ ແຕ່​ວ່າ​ໃບ​ອ່ອນ ແລະ ຍອດ​ຂອງ​ມັນ​ກໍ່​ກິນ​ດິບ ຫລື ລວກ​ກັບ​ແຈ່ວ​ໄດ້​ດີ ແມ່­ຍິງ​ທີ່​ເກີດ​ລູກໃຫມ່​່ ຖ້າ​ກິນ ຫລື ຕ້ອງ​ກິ່ນ​ເຫມັນ​ຂອງ​ມັນອາດ​ຜິດ​ກຳ​ໄດ້ ແຕ່​ໃບ​ຜັກ​ຂະ​ສາ­ມາດ​ໃຊ້​ເປັນ​ຢາເພື່ອ​ປິ່ນ­ປົວ​ອາ­ການ​ເປັນ­ໄຂ້, ບັນ ຫາ​ກ່ຽວ​ກັບ​ພົກ­ຍ່ຽວ ແລະ ຫ້າມ​ເລືອດ​ໃຫ້​ຢຸດ ຢູ່​ປະ­ເທດ​ອິນ​ເດຍເພິ່ນ​ຈະ​ນຳ​ເອົາ​ນ້ຳ​ທີ່​ຄັ້ນ​ຈາກ​ໃບ​ຜັກ​ເນົ່າ​ໄປ​ປະ­ສົມ​ກັບ​ນ້ຳ​ນົມ ເພື່ອ​ໃຊ້​ໃນ​ການ​ຊ່ວຍ​ຍ່ອຍ​ອາ­ຫານ ບາງ​ຄົນ​ກໍ່​ນຳ​ໃຊ້​ໃບ​ມາ​ຕົ້ມເພື່ອ​ປິ່ນ­ປົວ​ທ້ອງ­ຂີ້­ຮາກ, ປົວ​ລະ­ບົບ​ລະ­ລາຍ­ອາ­ຫານ, ອາ­ການ​ປວດ​ຫົວ, ປວດ​ຕາມ​ຕົນ​ຕົວ ແລະ ປົວ​ງູ​ກັດ ສ່ວນ​ຮາກ​ສາ­ມາດ​ໃຊ້​ຫລຸດ​ກົດ​ໃນ​ລຳ​ໃສ້ ແລະ ປິ່ນ­ປົວ​ອາ­ການ​ເຈັບ­ກະ­ເພາະ ສຳ­ລັບ​ເປືອກ​ແມ່ນ ນຳ​ໃຊ້​ເຂົ້າ​ໃນ​ການ​ປິ່ນ­ປົວ​ຫລອດລົມ, ລະ­ບົບ​ຫາຍ­ໃຈ ແລະ ຖອກທ້ອງ.

 

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ