google-site-verification: google0d91bc93cfc88895.html ​ການ​ປູກ​ຫວາຍ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, February 27, 2015

​ການ​ປູກ​ຫວາຍ



ການປູກຫວາຍເພື່ອເກັບກູ້ເສັ້ນ.
          ເນື່ອງຈາ​ກວ່າ​ຫວາຍໜາມຫ່າງ​ເປັນ​ຫວາຍ​ທີ່​ເກີ​ດ​ເປັນ​ສຸມ​ເໝາະສົມ​ຕໍ່ການ​ປູກ​ເພື່ອ​ຕັດ​ເສັ້ນ ຫວາຍ​ຊະນິດ​ນີ້​ເປັນ​ຫວາຍ​ທີ່​ໃຫຍ່​ໄວ, ​ເສັ້ນຫວາຍ​ຈັດ​ຢູ່​ໃນ​ຫວາຍ​ເສັ້ນນ້ອຍ, 0,5-1,5 ຊັງ​ຕີ​ແມັດ ​ແລະ ​ເປັນ​ຫວາຍ​ທີ່​ໂຮງງານ​ປຸງ​ແຕ່ງ​ຫວາຍນິຍົມ​ນຳ​ມາ​ໃຊ້​ໃນ​ການ​ຈັກສານ ​ແລະ ຈັດ​ຢູ່​ໃນຫວາຍ​ເສັ້ນນ້ອຍ​ອັນ​ດັບ 3 ຮອງ​ຈາກ​ຫວາຍ​ຫອມ ​ແລະ ຫວາຍ​ທອກ.
ສະນັ້ນ, ການ​ປູກ​ຫວາຍ​ຊະນິດ​ນີ້ງ່າຍ​ຄື​ກັນ​ກັບ​ການ​ປູກ​ຫວາຍ​ທອກ ຈະ​ຕ່າງ​ແຕ່​ໄລຍະ​ຫ່າງ​ຂອງ​ການ​ປູກແມ່ນ​ຈະ​ຫ່າງ​ກວ່າ​ຫວາຍ​ທອກ, ຍ້ອນ​ວ່າ​ຫວາຍ​ຊະນິດ​ນີ້​ເກີດ​ເປັນ​ສຸມ ​ແລະ ຈະ​ຕ້ອງ​ໄດ້​ອາ​ໄສ​ຕົ້ນ​ໄມ້ເພື່ອ​ເປັນ​ບ່ອນ​ປີນ​ປ່າຍ​ຂອງ​ລຳ​ຫວາຍ, ຫວາຍໜາມຫ່າງ​ຈະ​ມັກ​ພົບ​ເຫັນ​ຢູ່​ໃນ​ປ່າ​ປະສົມ ປ່າ​ໂຄກ ​ທີ່​ມັກ​ມີ​ຫວາຍ​ທອກ​ເກີດ​ຢູ່​ນຳ​ກັນ. ແຕ່​ຜ່ານ​ການ​ນຳ​ມາ​ປູກ​ເພື່ອ​ລວມພັນ ຢູ່​ສູນ​ຄົ້ນຄວ້າ​ປ່າ​ໄມ້ ​ໃນ​ປີ 1999 ​ເຫັນ​ວ່າ​ມີ​ການຈະ​ເລີ​ນ​ເຕີບ​ໂຕ​ທາງ​ດ້ານຄວາມ​ຍາວ​ດີ ​ຊຶ່ງ​ໃນ​ເມື່ອກ່ອນນີ້ຍັງບໍ່ທັນມີໃຜນຳເອົາຫວາຍຊະນິດນີ້ມາປູກໃນ ສປປ ລາວ.
1. ປັດໄຈທີ່ຄວນເລືອກ.
- ພື້ນທີ່​ສວນ​ປູກ​ຈະ​ຕ້ອງ​ເປັນ​ປ່າ​ເຫຼົ່າ​ແກ່ ຫຼື ປ່າ​ປະສົມ​ທີ່​ມີ​ແສງ​ສະຫວ່າງ​ຜ່ານ​ລົງ​ປະມານ 50-70%.
- ລັກສະນະ​ຂອງ​ດິນ​ເປັນ​ດິນຊາຍ​ແກມ​ຫີນ​ແຮ່.
- ມີ​ຕົ້ນ​ໄມ້​ສຳລັບ​ປີນ​ປ່າຍ.
2. ເຕັກນິກການປູກ.
​ແນວ​ພັນ ​ແລະ ລະດູ​ການ:
- ກະກຽມ​ແນວ​ພັນ​ໃຫ້​ໄດ້ 9-12 ​ເດືອນ.
- ລະດູ​ການ​ທີ່​ເໝາະສົມ​ແມ່ນ​ເດືອນ 5 (ພຶດສະ​ພາ).
​ໄລຍະ​ຫ່າງ​ການ​ປູກ:
- ​ໄລຍະ​ຫ່າງ​ຂອງ​ຖັນ ​ແລະ ​ແຖວ ​ແມ່ນ 2x2 ​ແມັດ.
ການຂຸດຂຸມ ແລະ ປູກ:
- ຂຸມ​ປູກ​ແມ່ນ​ຂະໜາດ 30x30x30 ຊັງຕີແມັດ (ກວ້າງ, ຍາວ, ​ເລິກ).
3. ການ​ບົວລະບັດ​ຮັກສາ:
- ຫົດ​ນ້ຳຫຼັງຈາກ​ປູກ​ແລ້ວ 1-2 ຄັ້ງຕໍ່ອາທິດ (ຖ້າ​ຝົນ​ບໍ່ຕົກ).
- ພາຍຫຼັງປູກ​ແລ້ວ 3 ​ເດືອນ ​ໃຫ້​ເອົາ​ຝຸ່ນ​ຄອກ​ໃສ່​ໃນ​ອັດຕາ​ສ່ວນ 1 ກິ​ໂລຕໍ່ຕົ້ນ ຫຼື ຝຸ່ນ​ເຄມີ​ໃສ່​ອີກ 1 ຄັ້ງ ຫຼື 200 ກຣາມຕໍ່ຕົ້ນ (ສູດ 15-15-15 ຫຼື 18-64-00). ພ້ອມ​ທັງ​ອະນາ​ໄມ​ຫຍ້າ​ບ່ອນ​ທີ່ຢູ່​ໃກ້​ກັບຕົ້ນຫວາຍ​ນັ້ນອອກ ຫວາຍໜາມຫ່າງ​ເມື່ອ​ປູກ​ໄດ້ 6 ປີ ກໍ່ສາມາດ​ຕັດ​ເສັ້ນຫວາຍ​ມາ​ນຳ​ໃຊ້​ໄດ້.
4. ການເກັບກູ້ເສັ້ນຫວາຍ.
          ເສັ້ນຂອງ​ຫວາຍໜາມຫ່າງ​ຈະ​ແຂງ ​ແລະ ໝັ້ນໜຽວ  ​ໃນ​ເມື່ອ​ອາຍຸ​ໄດ້ 10 ປີ​ຂຶ້ນ​ໄປ, ການ​ວັດ​ແທກ​ທົດ​ລອງ​ເຫັນ​ວ່າ​ມີ​ຄວາມ​ຍາວ​ສະ​ເລ່ຍ 11-12 ​ແມັດ ຫຼື ອາດ​ຈະຫຼາຍກວ່າ​ນີ້ ຖ້າ​ພື້ນທີ່​ເໝາະສົມ​ກວ່າ ​ແລະ ​​ໄດ້​ຮັບ​ການດູ​ແລ​ຮັກສາ​ດີ.

ໝາຍເຫ:
ຖ້າ​ປູກ​ຫວາຍໜາມຫ່າງ: 1 ​ເຮັກຕາ = 2.500 ຕົ້ນ, 1 ​ເສັ້ນ = 1,5 ກິ​ໂລກຣາມ.
ຖ້າ​ຫາກ​ຂາຍ: 1 ກິ​ໂລ = 4.000 ກີບ (ສາມາດ​ສ້າງ​ລາຍ​ຮັບ​ໄດ້ 15 ລ້ານ​ກີບຕໍ່ເຮັກຕາ).

 

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ