google-site-verification: google0d91bc93cfc88895.html ​ການ​ປູກ​ຫມາກ​ແຕງ​ລາຍ (ແຕງ​ພື້ນ​ບ້ານ) - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, February 26, 2015

​ການ​ປູກ​ຫມາກ​ແຕງ​ລາຍ (ແຕງ​ພື້ນ​ບ້ານ)



ແຕງ​ຄາງ​ພັນ​ພື້ນ​ບ້ານ​ເປັນ​ພືດ​ລະ­ດູ​ດຽວ​ກັບ​ແຕງ​ໂມ, ໝາກ­ອຶ, ໝາກ­ບວບ ແລະ ໝາກ​ມະ­ລະ ຊຶ່ງ​ນິ­ຍົມ​ກັນ​ປູກ​ຢ່າງ​ຫຼວງ­ຫຼາຍ​ທົ່ວ​ທຸກ​ພາກ​ຂອງ​ປະ­ເທດ ມີ​ອາ­ຍຸ​ການ​ປູກ​ຮອດ​ການ​ເກັບ​ກ່ຽວ ໂດຍ​ໃຊ້​​ເວ­ລາ 30-45 ວັນ ຫຼັງ​ຈາກ​ການ​ປູກ​ເມື່ອ​ປຽບ­ທຽບ​ລາຍ​ໄດ້​ຈາກ​ການ​ປູກ​ແຕງ​ກັບ​ພືດ​ຊະ­ນິດ​ອື່ນ ແຕງ­ຄ້າງ​ເປັນ​ພືດ​ຊະ­ນິດ​ໜຶ່ງ​ທີ່​ສາ­ມາດ​ເກັບ​ລາຍ​ຮັບ​ໄດ້​ດີ​ພໍ​ສົມ­ຄວນ ແລະ ໃນ​ແງ່​ຂອງ​ຜູ້​ບໍ­ລິ­ໂພກ​ທີ່​ສາ­ມາດ​ນຳ­ໄປ​ປຸງ​ອາ­ຫານ​ໄດ້​ຫຼາຍ​ຊະ­ນິດ​ເຊັ່ນ: ນຳ­ໄປ​ຕຳ, ແກງ​ຈືດ, ຂົ້ວ ແລະ ອື່ນໆ.
ຖິນ​ກຳ​ເນີດ​ຂອງ​ຫມາກ​ແຕງ​ພື້ນ​ບ້ານ
ຖິ່ນ​ກຳ­ເນີດ​ຂອງ​ແຕງ­ຄ້າງ​ພັນ​ພື້ນ​ບ້ານ​ມາ​ຈາກ​ປະ­ເທດອິນ​ເດຍໄດ້​ມີ​ການ​ບັນ­ທຶກ​ປະ­ຫວັດ​ການ​ປູກ​ມາ​ກວ່າ 3,000 ປີ ແລະ ມີ​ການ​ປູກ​ໃນ​ປະ­ເທດ​ແຖບ​ທະ­ເລ​ເມ​ຄີ​ເຕີ​ເນຍ​ໃນ​ເມື່ອ​ກ່ອນ ໂດຍ​ນຳ​ມາ​ຈາກ​ອາ­ຊີ​ກາງ ແລະ ຕອນ​ເໜືອ​ຂອງ​ທະ­ວີບ​ອາຟຣິກ​ກາ ໃນ​ສະ­ຕະ­ວັດ​ທີ 6 ໄດ້​ນຳ­ໄປ​ປູກ​ໃນ​ປະ­ເທດ​ຈີນ 2 ທາງ​ຄື: ໂດຍ​ຜ່ານ​ປະ­ເທດ​ໃນ​ອາ­ຊີ​ຕາ­ເວັນ​ອອກ​ໄປ​ທາງ​ພາກ​ເໜືອ​ຂອງ​ປະ­ເທດ​ຈີນ ແລະ ຜ່ານ​ປະ­ເທດ​ໃນ​ອາ­ຊີ​ຕາເວັນ​ອອກ­ສຽງ​ໃຕ້ ໂດຍ​ຜ່ານ​ພະ­ມ້າ, ໄທ ແລະ ລາວ ໄປ​ສູ່​ທາງ​ພາກ​ໃຕ້​ຂອງ​ປະ­ເທດ​ຈີນ ໃນ​ສະ­ຕະ­ວັດ​ທີ 9-14 ແລະ ໄດ້​ນຳ­ໄປ​ປູກ​ໃນ​ທະ­ວີບ​ເອີ​ຣົບ ນອກ​ນີ້ ຍັງ​ໄດ້​ນຳ­ໄປ​ປູກ​ຢູ່​ທະ­ວີບ​ອາ­ເມ­ລິ­ກາ​ກາງ ແລະ ເໜືອ ປະ­ຈຸ​ບັນ​ແຕງ­ຄ້າງ​ເປັນ​ພືດ​ທີ່​ນິ­ຍົມ​ບໍ­ລິ­ໂພກທົ່ວ​ໂລກ​ທັງ​ໃນ​ການ​ບໍ­ລິ­ໂພກ​ແບບ​ດິບ ແລະ ແປ​ຮູບ.
ການ​ປູກ
ການ​ຕຽມ​ດິນ​ກ່ອນ ການ​ປູກ​ແຕງ­ຄ້າງ​ພັນ​ພື້ນ​ບ້ານ​ຕ້ອງ​ໄຖ​ພວນ​ດິນ​ຕາກ​ໄວ້​ປະ­ມານ 7-10 ວັນ ເພື່່ອ​ທຳ­ລາຍ​ສັດ­ຕູ​ພືດ​ທີ່­ຢູ່​ໃນ​ດິນ ຈາກ​ນັ້ນ ກໍ​ໄຖ​ພວນ​ອີກ​ເທື່ອ​ໜຶ່ງ​ເພື່ອ​ເກັບ​ເສດ ພືດ​ອອກ ແລ້ວ​ແປງ​ຂະ­ໜາດ​ຂອງ​ໜ້າ­ດິນ​ໃຫ້​ກວ້າງ​ປະ­ມານ 1-1,2 ແມັດ ຕາມ​ລັກ­ສະ­ນະ​ຄວາມ​ຍາວ​ຂອງ​ພື້ນ​ທີ່ ແລ້ວ​ຈິ່ງ​ໃສ່​ປຸ໋ຍ​ລົງ​ໄປ ແລະ ປັບ​ໂຄງ​ສ້າງ​ຂອງ​ດິນ​ໃຫ້​ເໝາະ​ສົມ​ກັບ​ການ​ຈະ­ເລີນ​ເຕີບ​ໂຕ​ແຕງ­ຄ້າງ​ເວ­ລາ​ການ​ຕຽມ​ຂຸມ​ປູກ​ນັ້ນ ຄວນ​ກຳ­ນົດ​ໄລ­ຍະ​ຫ່າງ​ປະ­ມານ 60-80 ຊັງ​ຕີ​ແມັດ ໄລ­ຍະ​ຫ່າງ​ຂອງ​ແຖວ​ປະ­ມານ 1 ແມັດ ຖ້າ​ຈະ​ໃສ່​ປຸ໋ຍ​ຮອງ​ພື້ນ ຄວນ​ຈະ​ໃຊ້​ສູດ 15-15-15 ໃນ​ປະ­ລິ­ມານ 30-50 ກິ​ໂລກ​ຣາມ​ຕໍ່​ໄລ່​ໃນ​ບາງ​ແຫ່ງ​ອາດ​ຈະ​ປູກ​ແຕກ​ຕ່າງ​ກັນ ໂດຍ​ໃຊ້​ຖົງ​ຢາງ​ພາ​ສ​ຕິກ​ຫຸ້ມ​ຫໍ່​ດິນ​ໄວ້​ເພື່ອ​ຮັກ­ສາ​ຄວາມ​ຊຸ່ມ​ຊື່ນ​ຂອງ​ດິນ.
ການ​ບົວ​ລະ​ບັດ​ຮັກ​ສາ
ວິ­ທີ​ຮັກ­ສາ​ໃນ​ການ​ປູກ​ແຕງ­ຄ້າງ ພາຍ­ຫຼັງ​ທີ່​ຢອດ​ແກ່ນ​ລົງ​ດິນ ແລ້ວ​ໃຫ້​ນ້ຳ​ທັນ­ທີ​ສິດ ຫຼື ພົ່ນ​ເປັນ​ຝອຍ​ລະ­ອຽດ​ທີ່​ສຸດ​ເທົ່າ​ທີ່​ຈະ​ເຮັດ​ໄດ້​ປະ­ລິ­ມານ​ນ້ຳ​ທີ່​ໃຫ້​ນັ້ນ​ບໍ່​ຄວນ​ໃຫ້​ຫຼາຍ​ເກີນ​ໄປ ສ່ວນ​ໃນ​ໄລ­ຍະ​ລະ­ດູ​ຮ້ອນ​ຕ້ອງ​ໃຫ້​ມື້​ລະ​ເທື່ອ ແລະ ໃຫ້​ກວດ­ເບິ່ງ​ຄວາມ​ຊຸ່ມ​ຂອງ​ດິນ​ກ່ອນ​ໃຫ້​ນ້ຳ​ທຸກ​ຄັ້ງ, ຫຼັງ​ຈາກ​ປູກ​ແລ້ວ​ຕ້ອງ​ໃຫ້​ນ້ຳ​ທັນ­ທີ​ລະ­ບົບ​ການ​ໃຫ້​ນ້ຳ​ນັ້ນ​ອາດ​ຈະ​ແຕກ​ຕ່າງ​ກັນ​ໄປ​ຂຶ້ນ​ຢູ່​ກັບສະ­ພາບ​ພື້ນ​ທີ່​ຂອງ​ແຕ່​ລະ​ເຂດ ແຕ່​ລະ­ບົບ​ທີ່​ເໝາະ​ສົມ​ກັບ​ແຕງຄ້າງ​ຄື​ການ​ໃຫ້​ນ້ຳ​ຕາມ​ຮ່ອງ ເພາະ­ວ່າ​ຈະ​ບໍ່​ທຳ­ລາຍ​ລຳ­ຕົ້ນ ແລະ ໃບ​ໄມ້ ໃນ​ການ​ລຸ­ກລາມ​ຂອງ​ສັດ­ຕູ​ພືດ​ໄລ­ຍະ​ເວ­ລາ​ໃຫ້ນ້ຳ​ໃນ​ເທື່ອ​ທຳ​ອິດ​ຄວນ​ໃຫ້ 2-3 ວັນ​ຕໍ່​ຄັ້ງ ແລະ ເມື່ອ​ຕົ້ນ​ແຕງເລີ່ມ​ຈະ­ເລີນ​ເຕີບ​ໂຕ​ຄວນ​ປັບ​ໄລ­ຍະ​ເວ­ລາ​ການ​ໃຫ້​ນ້ຳ​ດົນ​ຂຶ້ນ ເພື່ອ​ຄຳ­ນຶງ​ເຖິງ  ສຳ­ລັບ​ການ​ໃຫ້​ນ້ຳ​ຕ້ອງ​ກະ​ດິນ​ໃຫ້​ສະ​ໝ່ຳ​ສະເໝີ ແລະ ກວດ­ເບິ່ງ​ຄວາມ​ຊຸ່ມ​ຂອງ​ດິນເພາະ​ຈະ​ເຮັດ​ໃຫ​ຮາກເນົ່າ​ໄດ້.
ວິ­ທີ​ໃນ​ການ​ໃສ່​ປຸ໋ຍ​ໃຫ້​ແຕງ­ຄ້າງ​ນັ້ນ​ແບ່ງ​ເປັນ​ໄລ­ຍະຕ່າງໆ​ຄື: ການ​ຕຽມ​ດິນ​ໃສ່​ປຸ໋ຍ​ອິນ​ຊີ​ເຊັ່ນ: ປຸ໋ຍ​ຄອກ ຫຼື ໝັກ​ອັດ­ຕາ 1-2 ຕໍ່​ໄລ່ ແລ້ວ​ໃສ່​ປຸ໋ຍ​ສູດ 15-15-15 ຫຼື 12-24-12 ປະ­ມານ 20-30 ກິ​ໂລກ​ຣາມ​ຕໍ່​ໄລ່ ຫຼັງ ປູກ​ປະ­ມານ 7 ວັນ ຕ້ອງ​ໃສ່​ປຸ໋ຍ​ທີ່​ມີ​ໃນ​ໂຕຣ​ເຈນ​ຢູ​ເຣຍ ຫຼື ແອມ​ໂມ​ເນຍ​ໃນ​ອັດ­ຕາ​ປະ­ມານ 20 ກິ​ໂລກ​ຣາມ​ຕໍ່​ໄລ່ ແລະ ເປັນ​ໄລ­ຍະ​ແຕງ­ຄ້າງ​ອອກ­ດອກ ຊຶ່ງ​ເວ­ລາ​ປະ­ມານ 25 ວັນ​ຫຼັງ ຈາກ​ໃສ່​ປຸ໋ຍ 15-15-15 ແລະ 12-24-12 ຕາມ​ທີ່​ຕ້ອງ­ການ.
ການ​ເກັບ​ກ່ຽວ
ສຳ­ລັບ​ການ​ເກັບ​ກ່ຽວ​ຂອງ​ແຕງ­ຄ້າງ​ນັ້ນ​ນັບ​ຈາກ​ມື້​ປູກ ປະ­ມານ 30-40 ວັນ ແລ້ວ​ຖ້າ​ຢາກ​ບໍ­ລິ­ໂພກ​ແຕງ​ສົດ​ຄວນ​ເກັບ ແຕ່​ຍັງ​ອ່ອນ ສັງ­ເກດ​ໄດ້​ຈະ​ເປັນ­ໃຈ​ສີ­ຂາວ ແລະ ມີ​ໝາຍ​ຕິດຕາມ​ໜ່ວຍການ​ເກັບ​ນັ້ນ​ບໍ່​ຄວນ​ປ່ອຍ​ໃຫ້​ແກ່​ຄາ​ຕົ້ນ​ເພາະ​ຈະເຮັດໃຫ້​ຜົນ​ຜະ­ລິດ​ຫຼຸດ​ລົງ ໂດຍ​ຜົນ​ຜະ­ລິດ​ກໍ​ຈະ​ເກັບ​ກ່ຽວ​ປະ­ມານ 1 ເດືອນ. 

 

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ