google-site-verification: google0d91bc93cfc88895.html ເພີ່ມ​ແຮງ​ງານ​ຂັ້ນ​ຕ່ຳ​ເປັນ 900,000 ກີບ ມີ​ຜົນ​ບັງ​ຄັບ​ໃຊ້ 1 ເມ​ສາ​ນີ້ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, February 20, 2015

ເພີ່ມ​ແຮງ​ງານ​ຂັ້ນ​ຕ່ຳ​ເປັນ 900,000 ກີບ ມີ​ຜົນ​ບັງ​ຄັບ​ໃຊ້ 1 ເມ​ສາ​ນີ້

Divider
ເພີ່ມຄ່າແຮງງານຂັ້ນຕ່ຳສຸດ ມາເປັນ 9 ແສນກີບໃນເດືອນເມສານີ້
ທ່ານ ພົງ​ໄຊ​ສັກ ອິນ​ຖາ​ລາດ ຫົວໜ້າ​ກົມ​ຄຸ້ມ​ຄອງ​ແຮ​ງານ ກະຊວງ​ແຮງ​ງານ ແລະ ສະຫວັດດີການ-ສັງຄົມ (​ຮສສ) ພ້ອມ​ດ້ວຍຕາງໜ້າສູນ​ກາງ​ສະຫະພັນ​ກຳມະ​ບານ​ລາວ ແລະ ສະພາ​ການຄ້າ ແລະ ອຸດສາຫະກຳ​ແຫ່ງຊາດ​ລາວ ໄດ້​ຖະແຫຼງ​ກ່ຽວ​ກັບການຈັດຕັ້ງ​ປະຕິບັດ ​ຕາມ​ແຈ້ງການ​ແນະນຳ​ຂອງ​ກະຊວງ ​ຮສສ ກ່ຽວ​ກັບ​ການ​ປັບປຸງ​ຄ່າ​ແຮງ​ງານຂັ້ນ​ຕ່ຳ​ຢູ່ ສປປ ລາວ ສະບັບ​ເລກທີ 808/​ຮສສ ລົງ​ວັນ​ທີ 9 ກຸມພາ 2015 ຕໍ່​ສື່​ມວນ​ຊົນ ໃນ​ວັນ​ທີ 18 ກຸມພາ 2015 ຢູ່​ກະຊວງ ​ຮສສ ວ່າ: ໂດຍ​ເຫັນ​ໄດ້​ຄວາມ​ຈຳເປັນ​ຂອງ​ຄ່າ​ຄອງ​ຊີບ ຫຼື ລາຄາສິນຄ້າ​ເພື່ອ​ການ​ອຸປະໂພກ ແລະ ບໍລິໂພກ​ຕ່າງໆ​ເພີ່ມ​ຂຶ້ນ ເຊິ່ງ​ໄດ້ສົ່ງ​ຜົນ​ກະທົບ​ໂດຍ​ກົງ ​ຕໍ່​ການ​ດຳລົງ​ຊີວິດ​ຂັ້ນ​ພື້ນຖານ​ຂອງ​ຊາວ​ຜູ້ອອກແຮງ​ງານ​ທີ່​ມີ​ລາຍ​ໄດ້​ຕ່ຳ ການ​ເຮັດ​ວຽກ​ໃຫ້​ຜູ້​ອື່ນ ພ້ອມ​ທັງເປັນ​ການ​ພັດທະນາ ແລະ ຍົກ​ລະດັບ​ທາງ​ດ້ານ​ປະສິດທິພາບ​ຂອງແຮງ​ງານ​ໃຫ້​ສູງ​ຂຶ້ນ ແກ້​ໄຂ​ບັນຫາ​ການ​ຂາດແຄນ​ແຮງ​ງານ​ໃນຂະແໜງການ​ຜະລິດ​ບາງ​ຂະແໜງ​ການ ແລະ ສ້າງ​ແຮງ​ຈູງໃຈ​ໃຫ້​ແກ່​ແຮງ​ງານ​ລາວ ​ເຂົ້າ​ສູ່ຕຳແໜ່ງ​ງານ​ທີ່​ຕະຫຼາດ​ແຮງງານ​ຕ້ອງການ ແລະ ດຶງ​ດູດ​ເອົາແຮງ​ງານ​ລາວ ​ທີ່​ໄປ​ອອກແຮງງານ​ຢູ່​ຕ່າງປະເທດ​ ທີ່​ບໍ່​ຖືກຕ້ອງຕາມ​ກົດໝາຍ ​ໃຫ້​ກັບ​ມາສູ່​ຕະຫຼາດ​ແຮງ​ງານ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ ສະນັ້ນ ອົງການ​ທັງ​ສາມ​ຝ່າຍຄື: ກະຊວງ ​ຮສສ ສູນ​ກາງ​ສະຫະພັນ​ກຳມະບານ​ລາວ ແລະ ສະພາ​ການ​ຄ້າ ແລະ ອຸດສາຫະກຳແຫ່ງ​ຊາດ​ລາວ ຈຶ່ງ​ໄດ້​ເຫັນ​ດີ​ເປັນເອກະ​ພາບ​ກັນ ​ດຳເນີນ​ຄົ້ນຄວ້າກ່ຽວ​ກັບ​ຄ່າ​ແຮງ​ງານ​ຢູ່ ​ສປປ ລາວ ເປັນ​ຄັ້ງ​ທີ 6 ເຊິ່ງ​ປະກອບມີ​ຫຼາຍ​ຂັ້ນ​ຕອນ ຈາກ​ນັ້ນ​ ກະຊວງແຮງ​ງານ​ ໃນ​ນາມ​ທີ່​ເປັນ​ຕາງໜ້າໃຫ້​ອົງການ​ສາມ​ຝ່າຍ ​ຈຶ່ງ​ນຳ​ສະເໜີ​ຜົນ​ຂອງ​ການ​ພິຈາລະນາ ແລະ ເຫັນ​ດີ​ຮ່ວມ​ກັນ​ມາ​ນຳ​ສະເໜີ​ຕໍ່​ລັດຖະບານ ຫຼັງ​ຈາກ​ນັ້ນ ລັດຖະບານ​ລາວ​ ກໍ່​ຮັບຮອງ​ເອົາການ​ປັບ​ລະດັບ​ຄ່າ​ແຮງ​ງານ​ຂັ້ນຕ່ຳ​ສຸດ​ຢູ່ ​ສປປ ລາວ ຈາກ 626.000 ກີບຕໍ່​ເດືອນ​ ມາ​ເປັນ 900.000 ກີບ​ຕໍ່​ເດືອນ ເຊິ່ງ​ມີຜົນ​ບັງຄັບ​ໃຊ້​ແຕ່ວັນ​ທີ 1 ເມສາ 2015 ເປັນຕົ້ນ​ໄປ.
ການ​ປັບປຸງ​ຄ່າ​ແຮງ​ງານ​ຄັ້ງ​ນີ້ ກໍ່​ເບິ່ງ​ຫຼາຍ​ປັດ​ໄຈ​ເທົ່າ​ທີ່​ຈະ​ມີ​ຂໍ້ມູນ​ສະໜອງ​ໃຫ້ ແຕ່​ປັດ​ໄຈ​ຕົ້ນຕໍທີ່​ໃຊ້​ໃນ​ການ​ຕັດສິນລະດັບ 900.000 ກີບນີ້​ ແມ່ນ​ມາ​ຈາກຄວາມ​ຈຳເປັນ​ທີ່ແທ້​ຈິງ ​ໃນ​ການດຳລົງ​ຊິວິດ​ຂອງ​ຜູ້​ອອກແຮງ​ງານ ລະດັບ​ຄ່າ​ແຮງ​ງານ​ໂດຍ​ສະເລ່ຍພາຍ​ໃນ​ປະເທດ ຄ່າ​ຄອງ​ຊີບ​ລະດັບ​ການ​ປ່ຽນແປງ​ດ້ານ​ລາຄາ ເພື່ອ​ເຮັດ​ໃຫ້ການ​ກຳນົດ​ຄ່າ​ແຮງງານ​ຢູ່​ປະເທດ​ເຮົາ​ມີ​ຄວາມ​ຖືກຕ້ອງ ສອດຄ່ອງ ແລະ ຍຸຕິ​ທຳ.
ຄ່າ​ແຮງ​ງານ​ຂັ້ນ​ຕ່ຳ​ສຸດ ມີເປົ້າ​ໝາຍນຳ​ໃຊ້​ສຳລັບ​ຜູ້​ອອກແຮງ​ງານ ທີ່​ເຮັດ​ວຽກ​ໃນ​ຫົວໜ່ວຍ​ການ​ຜະລິດ ທຸລະ​ກິດ ຫຼື ບໍລິການ​ຂອງ​ທຸກ​ພາກສ່ວນ​ເສດຖະ​ກິດ-ສັງຄົມ ຜູ້​ເຮັດ​ວຽກ​ນອກລະບົບ ແລະ ໃນ​ຄົວ​ເຮືອນ ທີ່​ຍັງບໍ່​ມີ​ສີມື ບໍ່​ທັນ​ມີ​ຄວາມ​ຊຳນານງານ ແລະ ບໍ່​ມີ​ວຸດ​ທິ​ທາງ​ວິຊາຊີບ​ໃດໆ ຍົກເວັ້ນ​ຜູ້​ອອກແຮງງານ​ທີ່​ເຮັດ​ວຽກ​ນຳ​ອົງການ​ຕ່າງປະເທດ ​ທີ່​ມີ​ລະບຽບ​ການ​ສະເພາະ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ