google-site-verification: google0d91bc93cfc88895.html ​ຮໍ​ໂມນ​ໄຂ່ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, February 26, 2015

​ຮໍ​ໂມນ​ໄຂ່

​ຮໍ​ໂມນ​ໄຂ່ ການ​ເຮັດ​ນ້ຳ​ໝັກ​ສູດ​ຮອກ ໂມນ​ໄຂ່​ແມ່ນ​ທາງ​ເລືອກ​ໜຶ່ງ​ຂອງພະ​ແນກ​ພັດ­ທະ­ນາ​ສັງ­ຄົມບໍ­ລິ­ສັດໄຟ­ຟ້າ​ຫົງ​ສາ​ທີ່​ໄດ້​ແນະ­ນຳ​ໃຫ້ ຊາວ​ຜູ້​ປູກ​ພືດ​ເຂດ​ບ້ານ​ນາ​ແກ່ນ ຄຳເມືອງ​ຫົງ​ສາ ຫັນ​ມາ​ນຳ​ໃຊ້ ເພື່ອ​ສ້າງ​ໃຫ້​ພືດ​ທີ່​ກຳ­ລັງ​ຢູ່​ໃນ​ໄລຍະ​ຂອງ​ການ​ຕິດ​ໝາກ​ເຮັດ​ໃຫ້ ໝາກ​ໄມ້​ມີ​ລົດ​ຊາດ​ຫວານ, ໄດ້ນ້ຳ­ໜັກ ແລະ ຜົນ​ຜະ­ລິດ​ດົກ​ດີ.   ອຸ­ປະ­ກອນ​ໃນ​ການ​ເຮັດ​ນ້ຳ ໝັກ​ປະ­ກອບ​ມີ: ໄຂ່​ໄກ່ 5 ກິ​ໂລ, ກາກ​ນ້ຳ­ຕານ 3 ກິ​ໂລ, ແປ້ງ­ເຫຼົ້າຫວານ 1 ກ້ອນ, ນົມ​ສົ້ມ (ໂຍ​ເກີດ) 10 ຂວດ ແລະ ຖັງ​ພລາ​ສ​ຕິກ​ມີ​ຝາ ປິດ 1 ຖັງ

​ຮໍ​ໂມນ​ໄຂ່

ການ​ເຮັດ​ນ້ຳ​ໝັກ​ສູດ​ຮອກ ໂມນ​ໄຂ່​ແມ່ນ​ທາງ​ເລືອກ​ໜຶ່ງ​ຂອງພະ​ແນກ​ພັດ­ທະ­ນາ​ສັງ­ຄົມບໍ­ລິ­ສັດໄຟ­ຟ້າ​ຫົງ​ສາ​ທີ່​ໄດ້​ແນະ­ນຳ​ໃຫ້ ຊາວ​ຜູ້​ປູກ​ພືດ​ເຂດ​ບ້ານ​ນາ​ແກ່ນ ຄຳເມືອງ​ຫົງ​ສາ ຫັນ​ມາ​ນຳ​ໃຊ້ ເພື່ອ​ສ້າງ​ໃຫ້​ພືດ​ທີ່​ກຳ­ລັງ​ຢູ່​ໃນ​ໄລຍະ​ຂອງ​ການ​ຕິດ​ໝາກ​ເຮັດ​ໃຫ້ ໝາກ​ໄມ້​ມີ​ລົດ​ຊາດ​ຫວານ, ໄດ້ນ້ຳ­ໜັກ ແລະ ຜົນ​ຜະ­ລິດ​ດົກ​ດີ.   ອຸ­ປະ­ກອນ​ໃນ​ການ​ເຮັດ​ນ້ຳ ໝັກ​ປະ­ກອບ​ມີ: ໄຂ່​ໄກ່ 5 ກິ​ໂລ, ກາກ​ນ້ຳ­ຕານ 3 ກິ​ໂລ, ແປ້ງ­ເຫຼົ້າຫວານ 1 ກ້ອນ, ນົມ​ສົ້ມ (ໂຍ​ເກີດ) 10 ຂວດ ແລະ ຖັງ​ພລາ​ສ​ຕິກ​ມີ​ຝາ ປິດ 1 ຖັງ ພ້ອມ​ທັງ​ໄມ້​ສຳ­ລັບ​ຄົນ.   ສ່ວນ​ຂັ້ນ​ຕອນ​ໃນ​ການ​ເຮັດ ແມ່ນ​ຕົ້ມ​ນ້ຳ​ໃຫ້​ຟົດ, ເອົາ​ໄຂ່​ໄກ່​ທີ່​ກຽມ​ໄວ້​ລົງ​ໄປ​ລວກ​ໃນ​ໝໍ້​ປະ­ມານ 5 ວິ­ນາ­ທີ ຈາກ​ນັ້ນ​ໃຫ້​ເທ​ນ້ຳ​ຖິ້ມ ເພື່ອ​ບໍ່​ໃຫ້​ໄຂ່​ມີ​ກິ່ນ​ຄາວ, ທັບ​ໄຂ່​ໄກ່ໃສ່​ໝໍ້​ທີ່​ກຽມ​ໄວ້ ແລະ ຕີ​ໃຫ້​ແຕກ, ເປືອກ​ໄຂ່​ໃຫ້​ເອົາ​ມາ​ຕຳ​ໃຫ້​ແຫຼກລະ­ອຽດ, ສ່ວນ​ແປ້ງ­ເຫຼົ້າ​ຫວານກໍ​ຄວນ​ຕຳ​ໃຫ້​ລະ­ອຽດ ຈາກ​ນັ້ນ ຄົນ​ແປ້ງ­ເຫຼົ້າ​ກັບ​ໄຂ່​ໄກ່​ທີ່​ກຽມໄວ້​ໃຫ້​ເຂົ້າ­ກັນ​ດີ​ແລ້ວ​ເທ​ນົມ​ສົ້ມລົງ​ປະ­ສົມ​ກັບ​ເປືອກ​ໄຂ່​ທີ່​ຕຳ​ແຫຼກ ປະ­ສົມ​ລົງ​ໄປ​ຕໍ່​ມາ​ໃຫ້​ເທ​ກາກ​ນ້ຳ­ຕານ​ລົງ​ໄປ​ແລ້ວ​ຄົນ​ສ່ວນ​ປະ­ສົມລົງ​ໄປ​ໃຫ້​ເຂົ້າ­ກັນ, ໝັກ​ໄວ້​ປະ­ມານ 15 ວັນ, ແຕ່​ໃນ​ໄລ­ຍະ​ໝັກ​ນັ້ນ​ໃຫ້ໝັ່ນ​ຄົນ​ທຸກໆ​ມື້​ມື້​ລະ 100 ຮອບ.   ຫຼັງ​ຈາກ​ນັ້ນ ເມື່ອ​ຄົບ­ຮອບ 15 ວັນ ແລ້ວ​ໃຫ້​ເອົາ​ຜ້າ​ຂາວ​ບາງຕອງ​ເອົາ​ແຕ່​ນ້ຳ​ໃສ່​ຂວດ​ບໍ່​ໃຫ້​ເຕັມປະ​ພື້ນ​ທີ່​ໃຫ້​ວ່າງ​ໄວ້ 3-5 ຊັງ​ຕີແມັດ, ປິດ​ຝາ​ໃຫ້​ແໜ້ນ​ເກັບ​ໄວ້​ບໍ່ ໃຫ້​ຖືກ​ແສງ​ແດດ. ນ້ຳ­ໜັກ​ດັ່ງ­ກ່າວ ສາ­ມາດ​ເກັບ​ໄວ້​ໄດ້ 6 ເດືອນ.   ປະ­ໂຫຍດ ແລະ ການ​ນຳ​ໃຊ້ນ້ຳ​ໝັກ​ຮອກ​ໂມນ​ໄຂ່ 1 ບ່ວງ ແກງ​ຕໍ່​ນ້ຳ 15-20 ລິດ ໃຊ້​ສີດ​ພົ່ນໃສ່​ພືດ​ທີ່​ກຳ­ລັງ​ຢູ່​ໃນ​ໄລ­ຍະ​ຂອງການ​ອອກ­ດອກ ຊຶ່ງ​ຈະ​ເຮັດ​ໃຫ້ການ​ຕິດ​ດອກ​ດີ ແລະ ມີ​ການ​ແຕກຕາ​ດອກ​ໄດ້​ຫຼາຍ​ຂຶ້ນ, ສ່ວນ​ນ້ຳ​ໝັກຮອກ​ໂມນ​ໄຂ່ 1 ບ່ວງ​ແກງ (10cc) ຕໍ່​ນ້ຳ 15-20 ລິດ​ສິດ ພົ່ນ​ໃສ່​ເຂົ້າ­ນາ​ໃນ​ໄລ­ຍະ​ເຂົ້າ­ກຳລັງ​ມານ​ເພາະ​ຈະ​ເຮັດ​ໃຫ້​ເຂົ້າອອກ​ຮວງ​ໄດ້​ດີ, ເມັດ​ເຂົ້າ​ເຕັມ, ມີ​ນ້ຳ­ໜັກ ແລະ ໄດ້​ຮັບ​ຜົນ​ຜະ­ລິດ ສູງ​ນຳ​ອີກ, ນອກ­ຈາກ​ນັ້ນ​ນ້ຳ​ໝັກ ຮອກ​ໂມນ​ໄຂ່ 1 ບ່ວງ​ແກງ (10cc) ຕໍ່​ນ້ຳ 15-20 ລິດ ຍັງສາ­ມາດ​ໃຊ້​ສິດ​ພົ່ນ​ໃຫ້​ໄມ້​ປະ­ເພດໃຫ້​ໝາກ​ທີ່​ກຳ­ລັງ​ຢູ່​ໃນ​ໄລ­ຍະ​ຂອງການ​ຕິດ​ໝາກ​ເຮັດ​ໃຫ້​ໝາກ​ໄມ້​ມີລົດ​ຊາດ​ຫວານ, ໄດ້​ນ້ຳ­ໜັກ ແລະ ຜົນ​ຜະ­ລິດ​ດົກ​ດີ./

​ຮໍ​ໂມນ​ໄຂ່ ການ​ເຮັດ​ນ້ຳ​ໝັກ​ສູດ​ຮອກ ໂມນ​ໄຂ່​ແມ່ນ​ທາງ​ເລືອກ​ໜຶ່ງ​ຂອງພະ​ແນກ​ພັດ­ທະ­ນາ​ສັງ­ຄົມບໍ­ລິ­ສັດໄຟ­ຟ້າ​ຫົງ​ສາ​ທີ່​ໄດ້​ແນະ­ນຳ​ໃຫ້ ຊາວ​ຜູ້​ປູກ​ພືດ​ເຂດ​ບ້ານ​ນາ​ແກ່ນ ຄຳເມືອງ​ຫົງ​ສາ ຫັນ​ມາ​ນຳ​ໃຊ້ ເພື່ອ​ສ້າງ​ໃຫ້​ພືດ​ທີ່​ກຳ­ລັງ​ຢູ່​ໃນ​ໄລຍະ​ຂອງ​ການ​ຕິດ​ໝາກ​ເຮັດ​ໃຫ້ ໝາກ​ໄມ້​ມີ​ລົດ​ຊາດ​ຫວານ, ໄດ້ນ້ຳ­ໜັກ ແລະ ຜົນ​ຜະ­ລິດ​ດົກ​ດີ.   ອຸ­ປະ­ກອນ​ໃນ​ການ​ເຮັດ​ນ້ຳ ໝັກ​ປະ­ກອບ​ມີ: ໄຂ່​ໄກ່ 5 ກິ​ໂລ, ກາກ​ນ້ຳ­ຕານ 3 ກິ​ໂລ, ແປ້ງ­ເຫຼົ້າຫວານ 1 ກ້ອນ, ນົມ​ສົ້ມ (ໂຍ​ເກີດ) 10 ຂວດ ແລະ ຖັງ​ພລາ​ສ​ຕິກ​ມີ​ຝາ ປິດ 1 ຖັງ

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ