google-site-verification: google0d91bc93cfc88895.html ​ການ​ປູກ ແລະ ຮັກ​ສາ​ກະ​ທັນ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here

Thursday, February 26, 2015

​ການ​ປູກ ແລະ ຮັກ​ສາ​ກະ​ທັນ

ໝາກ​ກະ­ທັນນັ້ນ​ຈັດ​ວ່າ​ເປັນ​ໝາກ​ໄມ້​ທີ່​ພວກ​ເຮົາ​ຮູ້​ກັນ​ດີ ແລະ ເປັນ​ທີ່​ນິ­ຍົມ​ກັນ​ກິນ ກົກ​ໝາກ​ກະ­ທັນ​ເປັນ​ກົກ​ຂະ­ໜາດ​ນ້ອຍ ເພາະ­ສະ­ນັ້ນຈິ່ງ​ຕ້ອງ­ການ​ເນື້ອ­ທີ່​ບໍ່​ຫຼາຍ​ປານ­ໃດ​ໃນ​ການ​ປູກ ວິ­ທີ​ປູກ​ໝາກ​ກະ­ທັນ​ນັ້ນ​ກໍ​ຈະ​ຄື​ກັບ​ການ​ປູກ​ໄມ້​ຜົນ​ຜະ­ລິດ​ຊະ­ນິດອື່ນໆ ໂດຍ​ປົກ­ກະ­ຕິ​ມັກ​ຈະ​ໃສ່​ປຸ໋ຍ​ເຄ​ມີ ແລະ ປຸ໋ຍ​ອິນ​ຊີ ເພື່ອ​ບຳ­ລຸງ​ໃຫ້​ຕົ້ນ​ຈະ­ເລີນ​ເຕີບ​ໃຫຍ່​ໃຫ້​ໝາກ​ໄດ້​ຢ່າງ​ເຕັມ­ທີ່ ແຕ່​ການ​ໃຫ້ ປຸ໋ຍ​ເຄ​ມີ​ ກໍ​ຕ້ອງ​ລະ­ວັງ​ກ່ຽວ​ກັບ​ປະ­ລິ­ມານ​ໄນ​ໂຕຣ​ເຈນ​ທີ່​ອາດ​ຈະເຮັດ​ໃຫ້​ເກີດ​ອາ­ການ​ໃບ​ຫຼາຍ​ກວ່າ​ໝາກຄວນ​ເພີ່ມ​ສັດ­ສ່ວນຂອງ​ໂປ​ແຕ​ສ​ຊຽມ​ໃນ​ໄລ­ຍະ​​ຕິດ​ໝາກ ຈະ​ເຮັດ​ໃຫ້​ຄຸນ​ນະ​ພາບ​ຂອງ​ໝາກ​ກະ­ທັນ​ດີ​ຂຶ້ນ.

   ສ່ວນ​ວິ­ທີ​ເບິ່ງ­ແຍງ​ຮັກ­ສາ​ໝາກ​ກະ­ທັນຄວນ​ຈະ​ມີ​ການ​ຕັດແຕ່ງ​ກິ່ງ​ໃຫ້​ເປັນ​ພິ­ເສດຖ້າ​ປ່ອຍ​ໃຫ້​ມີ​ກິ່ງ​ກ້ານ​ສາ­ຂາ​ຫຼາຍ​ເກີນໄປ​ຈະ​ເຮັດ​ໃຫ້​ໝາກ​ມີ​ຂະ­ໜາດ​ນ້ອຍ​ການ​ຕັດ​ກິ່ງ​ກ້ານ​ອາດ​ໃຊ້​ວິ­ທີ​ໄດ້​ດັ່ງ­ນີ້: ໝາກ​ກະ­ທັນ​ທີ່​ມີ​ອາ­ຍຸ​ບໍ່​ເກີນ 2 ປີທີ່​ປູກ​ໃໝ່​ໄລ­ຍະ​ທຳອິດ​ນັ້ນ​ບາງ​ຕົ້ນ​ຈະ​ມີ​ລັກ­ສະ­ນະ​ເປັນ​ກ້ານ​ດຽວ ຫຼື ສອງ​ກ້ານທີ່​ຍາວ ແລະ ກົ່ງ​ລົງ​ດິນ​ຄື​ຕົ້ນ­ໄມ້​ທີ່​ເປັນ​ເຄືອ​ໃຫ້​ຕັດ​ຍອດ​ປະ­ມານ 30-50 ຊັງ​ຕີ​ແມັດ ເພື່ອ​ໃຫ້​ແຕກ​ກິ່ງ​ກ້ານ​ໃໝ່​ທີ່​ຕັ້ງ​ຊື່ ແລະ ເປັນຟຸ່ມ​ຕ້ອງ​ຕັດ​ແຕ່ງ​ກິ່ງ​ກ້ານ​ຢູ່​ໃນ​ກ້ອງ​ຟຸ່ມ​ຂອງ​ຕົ້ນ ສຳ­ລັບ​ກ້ານ​ກິ່ງ​ທີ່​ແຕກ​ຈາກ​ກ້ານ​ໃຫຍ່​ນັ້ນ ເປັນ​ກ້ານ​ທີ່​ຕິດ​ດອກ​ອອກ​ໝາກແຕ່​ຈະ​ໃຫ້​ໝາກ​ຫຼາຍ​ພຽງ​ແຕ່​ໜຶ່ງ​ຄັ້ງ​ໃນ​ຮຸ່ນ​ທຳ​ອິດ ດັ່ງ­ນັ້ນເມື່ອເກັບ​ໝາກ​ແລ້ວ​ຄວນ​ຕັດ​ຖິ້ມ​ເລີຍໂດຍ​ຕັດ​ໃຫ້​ກ້ານ​ຕິດ​ກັບ​ກ້ານ​ໃຫຍ່​ເພື່ອ​ໃຫ້​ເກີດ​ກ້ານ​ຂຶ້ນ​ມາ​ແທນ​ກ້ານ​ເກົ່າ ແລະ ຄວນ​ເຮັດແບບ​ນີ້​ຈັກ  3-4  ເທື່ອ​ຕໍ່​ປີ.
   ສຳ­ລັບໝາກ​ກະ­ທັນ​ມີ​ອາ­ຍຸ​ເກີນ 3 ປີ​ຂຶ້ນ​ໄປ​ຈະ​ຕັດ​ກ້ານອີກ​ແບບ​ໜຶ່ງໂດຍ​ຕັດ​ຈົນ​ໝົດ​ຕົ້ນ​ເຫຼືອ​ແຕ່​ຕໍ​ສູງ​ປະ­ມານ 1 ແມັດຈາກ​ລະ­ດັບ​ພື້ນ​ດິນຫຼື ເຫຼືອ​ພຽງ​ກົກ​ໃຫຍ່ໆ​ແລ້ວ­ແຕ່​ລັກສະ​ນະ​ຕົ້ນເພື່ອ​ໃຫ້​ຕົ້ນ​ໄດ້​ແຕກ​ຕາ​ໃໝ່​ຂຶ້ນ​ມາ ແລະ ຄວນເຮັດ​ປີ​ລະ​ຄັ້ງ​ໃນ​ລະ­ດູ­ແລ້ງເພາະ​ເປັນ​ໄລ­ຍະ​ໝາກ​ກະ­ທັນ​ບໍ່ເປັນ​ໝາກ ຈາກ​ນັ້ນຈິ່ງ​ບຳ­ລຸງ​ຕົ້ນ​ໃຫ້​ດີເມື່ອ​ຕັດ​ແຕ່ງ​ແລ້ວ​ໝາກກະ­ທັນ​ຈະ​ແຕກ​ຕາ​ໃໝ່ ແລະ ອອກ​ຍອດ​ຢ່າງ​ຫຼວງ­ຫຼາຍ​ບໍ່​ເປັນ​ລະ­ບຽບໃຫ້​ລໍ­ຖ້າ​ແຕ່​ລະ​ຕາ​ແຕກ​ຍອດ​ຍາວ​ຈັກ 5 ນິ້ວແລ້ວ​ພິ­ຈາ­ລະ­ນາ​ເບິ່ງ​ວ່າ​ກ້ານ​ໃດ​ສົມ­ບູນ ແລະ ເບີ່ງ​ທິດ​ທາງຂອງ​ແໜງ​ທີ່​ຈະ​ເປັນ​ຟຸ່ມ ຈາກ​ນັ້ນຕັດ​ແໜງ​ອອກ​ໃຫ້​ເຫຼືອພຽງ​ແຕ່​ກ້ານ​ລະ 1-2 ແໜງ ເພື່ອ​ໃຫ້​ແໜງ​ເຫຼົ່າ​ນີ້​ແຕກ​ອອກ ແລະ ຕິດ​ໝາກ ເຮັດ​ແບບ​ນີ້​ໄປ​ຈົນຄົບ​ປີຈິ່ງ​ຕັດ​ໝົດ​ຕົ້ນ​ອີກ​ຄັ້ງ,ສ່ວນ­ວ່າ​ໝາກ​ກະ­ທັນ​ພັນ​ດີ​ຈະ​ໃຫ້​ໝາກ­ຜົນ​ພາຍ​ໃນ 1 ປີ ແຕ່ເນື່ອງ​ຈາກ​ໝາກ​ກະ­ທັນ​ເປັນ​ໝາກ​ທີ່​ຊ້ຳ​ໄວ​ຈິ່ງ​ຄວນ​ເກັບ​ຢ່າງລະ­ມັດ­ລະວັງ.

ໝາກ​ກະ­ທັນນັ້ນ​ຈັດ​ວ່າ​ເປັນ​ໝາກ​ໄມ້​ທີ່​ພວກ​ເຮົາ​ຮູ້​ກັນ​ດີ ແລະ ເປັນ​ທີ່​ນິ­ຍົມ​ກັນ​ກິນ ກົກ​ໝາກ​ກະ­ທັນ​ເປັນ​ກົກ​ຂະ­ໜາດ​ນ້ອຍ ເພາະ­ສະ­ນັ້ນຈິ່ງ​ຕ້ອງ­ການ​ເນື້ອ­ທີ່​ບໍ່​ຫຼາຍ​ປານ­ໃດ​ໃນ​ການ​ປູກ ວິ­ທີ​ປູກ​ໝາກ​ກະ­ທັນ​ນັ້ນ​ກໍ​ຈະ​ຄື​ກັບ​ການ​ປູກ​ໄມ້​ຜົນ​ຜະ­ລິດ​ຊະ­ນິດອື່ນໆ ໂດຍ​ປົກ­ກະ­ຕິ​ມັກ​ຈະ​ໃສ່​ປຸ໋ຍ​ເຄ​ມີ ແລະ ປຸ໋ຍ​ອິນ​ຊີ ເພື່ອ​ບຳ­ລຸງ​ໃຫ້​ຕົ້ນ​ຈະ­ເລີນ​ເຕີບ​ໃຫຍ່​ໃຫ້​ໝາກ​ໄດ້​ຢ່າງ​ເຕັມ­ທີ່ ແຕ່​ການ​ໃຫ້ ປຸ໋ຍ​ເຄ​ມີ​ ກໍ​ຕ້ອງ​ລະ­ວັງ​ກ່ຽວ​ກັບ​ປະ­ລິ­ມານ​ໄນ​ໂຕຣ​ເຈນ​ທີ່​ອາດ​ຈະເຮັດ​ໃຫ້​ເກີດ​ອາ­ການ​ໃບ​ຫຼາຍ​ກວ່າ​ໝາກຄວນ​ເພີ່ມ​ສັດ­ສ່ວນຂອງ​ໂປ​ແຕ​ສ​ຊຽມ​ໃນ​ໄລ­ຍະ​​ຕິດ​ໝາກ ຈະ​ເຮັດ​ໃຫ້​ຄຸນ​ນະ​ພາບ​ຂອງ​ໝາກ​ກະ­ທັນ​ດີ​ຂຶ້ນ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ