google-site-verification: google0d91bc93cfc88895.html ​ຄຸນ​ປະ​ໂຫຍດ​ຂອງ​ຫມາກ​ເຜັດ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, February 26, 2015

​ຄຸນ​ປະ​ໂຫຍດ​ຂອງ​ຫມາກ​ເຜັດ



ໝາກ​ເຜັດ​ເປັນ​ສະໝຸນ​​ໄພ​ທີ່​ໃຊ້​ປະ​ໂຫຍ​ດທາງ​ການ​ແພດ​ມາ​ດົນ ​ເພາະໜ່ວຍຂອງ ໝາກ​ເຜັດ​ມີ​ສັບພະ​ຄຸນ​ຊ່ວຍ​ຂັບ​ລົມ, ​ຂັບ​ປັດ​ສະວະ,​ ແກ້​ໄຂ້ຫວັດ, ບັນ​ເທົາ​ອາການ​ເຈັບ​ປວດ, ​ຂັບ​ເຫື່ອ ​ແລະ ຊ່ວຍ​ຈະ​ເລີ​ນອາຫານ, ຍອດ​ອ່່ອນ ​ແລະ ໝາກຂອງ​ມັນໃຊ້​ເປັນ​ຜັກ ​ແລະ ​ເຄື່ອງປຸງ​ແຕ່ງ​ລົດ​ຊາດຂອງ​ອາຫານ ​ໂດຍ​ທົ່ວ​ໄປ​ແລ້ວໝາກ​ເຜັດ​ຈະ​ອອກຫຼາຍ​ໃນ​ຍາມ​ຝົນ ​ແລະ ກ່​ອນ​ຕິດໝາກ , ​ເມື່ອ​ມີ​ໝາກ​ແລ້ວ​ຈະ​ມີ​ຍອດ ​​ແລະ ​ໃບ​ທີ່ໜ​້ອຍລົງ ສ່ວນໝາກ​ແມ່ນ​ຈະ​ເປັນ​ຕະຫຼອດ​ປີ ຍອດ​ຂອງໝາກ​ເຜັດ​ສາ ມາດ​ນຳ​ມາ​ຮັບ​ປະທານ​ເປັນ​ຜັກ​ແກ້ມ​ກັບ​ແຈ່ວ ຫຼື ປົ່ນ​ໄດ້ ລວມທັງນຳໄປ​ ປຸງ​ແຕ່ງ​ເປັນ​ເຄື່ອງ​ປະກອບ​ໃນ​ອາ ຫານ​ກໍ​ໄດ້ດີ​ເຊັ່ນ​ກັນ​.

    ສັບພະ​ຄຸນ​ ​ແລະ ປະ​ໂຫຍ​ດຂອງໝາກ​ເຜັດ: ຍອດໝາກ​ເຜັດ​ມີ​ລົດ​ຊາດ​ເຜັດ​ຮ້ອນ ສ່ວນໝາກ​ແມ່ນ​ມີ​ລົດ​ຊາດ​ທີ່​ເຜັດ​ແຮງ ຮັບ​ປະທານ​ເປັນ​ຜັກ​ຈະ​ຊ່ວຍ​ຈະ​ເລີ​ນອາຫານ ​ແລະ ຊ່ວຍ​ຂັບ​ລົມເຮັດ​ໃຫ້​ລະ​ບົບ​ຍ່ອຍ​ອາຫານ​ໄດ້​ດີ​ຂຶ້ນ,ໝາກຂອງ​ມັນ 100 ກຣາມ ​ໃຫ​້ພະລັງງານ​ຕໍ່​ຮ່າງກາຍ 55 ກິ​ໂລ​ແຄ​ລໍຣີ, ມີ​ເສັ້ນ​ໄຍ 5,2 ກຣາມ, ​ແຄ​ວຊຽມ 4 ມິນ​ລີກຣາມ, ຟອສຟໍຣັສ 14 ມິນ​ລີກຣາມ, ທາດ​ເຫຼັກ1,2 ມິນ​ລີກຣາມ, ວິຕາມິນ​ເອ, ວິຕາມິນ​ບີ,​ໄນ​ອາ​ຊີ​ນ ​ແລະ ວິຕາມິນ​ເຊ​​ຢ່າງຫຼວງຫຼາຍ.

ໝາກເຜັດເປັນສະໝຸນໄພທີ່ໃຊ້ປະໂຫຍດທາງການແພດມາດົນ ເພາະໜ່ວຍຂອງ ໝາກເຜັດມີສັບພະຄຸນຊ່ວຍຂັບລົມ, ຂັບປັດສະວະ, ແກ້ໄຂ້ຫວັດ, ບັນເທົາອາການເຈັບປວດ, ຂັບເຫື່ອ ແລະ ຊ່ວຍຈະເລີນອາຫານ, ຍອດອ່່ອນ ແລະ ໝາກຂອງມັນໃຊ້ເປັນຜັກ ແລະ ເຄື່ອງປຸງແຕ່ງລົດຊາດຂອງອາຫານ ໂດຍທົ່ວໄປແລ້ວໝາກເຜັດຈະອອກຫຼາຍໃນຍາມຝົນ ແລະ ກ່ອນຕິດໝາກ , ເມື່ອມີໝາກແລ້ວຈະມີຍອດ ແລະ ໃບທີ່ໜ້ອຍລົງ ສ່ວນໝາກແມ່ນຈະເປັນຕະຫຼອດປີ ຍອດຂອງໝາກເຜັດສາ ມາດນຳມາຮັບປະທານເປັນຜັກແກ້ມກັບແຈ່ວ ຫຼື ປົ່ນໄດ້ ລວມທັງນຳໄປ ປຸງແຕ່ງເປັນເຄື່ອງປະກອບໃນອາ ຫານກໍໄດ້ດີເຊັ່ນກັນ.     ສັບພະຄຸນ ແລະ ປະໂຫຍດຂອງໝາກເຜັດ: ຍອດໝາກເຜັດມີລົດຊາດເຜັດຮ້ອນ ສ່ວນໝາກແມ່ນມີລົດຊາດທີ່ເຜັດແຮງ ຮັບປະທານເປັນຜັກຈະຊ່ວຍຈະເລີນອາຫານ ແລະ ຊ່ວຍຂັບລົມເຮັດໃຫ້ລະບົບຍ່ອຍອາຫານໄດ້ດີຂຶ້ນ,ໝາກຂອງມັນ 100 ກຣາມ ໃຫ້ພະລັງງານຕໍ່ຮ່າງກາຍ 55 ກິໂລແຄລໍຣີ, ມີເສັ້ນໄຍ 5,2 ກຣາມ, ແຄວຊຽມ 4 ມິນລີກຣາມ, ຟອສຟໍຣັສ 14 ມິນລີກຣາມ, ທາດເຫຼັກ1,2 ມິນລີກຣາມ, ວິຕາມິນເອ, ວິຕາມິນບີ,ໄນອາຊີນ ແລະ ວິຕາມິນເຊຢ່າງຫຼວງຫຼາຍ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ