google-site-verification: google0d91bc93cfc88895.html ​ການ​ຄັດ​ເລືອກ, ການ​ຂະ​ຫຍາຍ​ພັນ ແລະ ການ​ບົວ​ລະ​ບັດ​ຮັກ​ສາ​ປາ​ກັດ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, February 27, 2015

​ການ​ຄັດ​ເລືອກ, ການ​ຂະ​ຫຍາຍ​ພັນ ແລະ ການ​ບົວ​ລະ​ບັດ​ຮັກ​ສາ​ປາ​ກັດ



ປາກັດມຊື່​ສາມັນວ່າ Siamese  Fighting Fish ​ເປັນປາ​​ຊະນິດໜຶ່ງມີ​ສີສັນ​ສວຍ​ສົດ​ງົດ​ງາມ​ບໍ່​ແພ້​ກັນ​ກັບ​ປາ ຄຳ ປາ​ຊະນິດ​ນີ້​ເປັນ​ປາ​ຍອດ​ນັກ​ສູ້​ເກັ່ງມີ​ຄວາມ​ທົນ​ທານ​ຫຼາຍທີ່​ສຸດ ​ ຄົນ​ນິຍົມ​ລ້ຽງກັນ​ເກືອບ​ທົ່ວ​ໂລກ ປະ​ເທດ​ເຮົາ​ກໍ່​ເປັນ​ປະ​ເທດໜຶ່ງທີ່ນິຍົມ​ລ້ຽງ​ເຊັ່ນ​ດຽວ ກັນ ​ ປາຊະນິດ​ນີ້ ​ເປັນ​ປາ​ເພາະ​ພັນ​ງ່າຍ ​ເໝາະສົມ​ກັບ​ຜູ້​ທີ່​ຮັກ​ມັກ​ໃນ​ການ​ເພາະ​ພັນ​ປາ​ລ້ຽງຊະ​ນິດ​​ເປັນ​ໄຂ່ສາມາດເພາະພັນ​ໄດ້​ຕະຫຼອດປີ.


ການ​ພັດທະນາ​ສາຍ​ພັນ​ປາກັດປະຈຸ​ບັນ​​ແພ່​ພັນຫຼາຍ​ໃນກຸ່ມ​ຄົນ​ທີ່​ເພາະ​ລ້ຽງປາ​ເປັນ​ອາຊີບ ຈິ່ງ​ເຮັ​ດ​ໃຫ້ປາກັດ​ມີຫຼາກ ຫຼາຍສີສັນ​ ບາງ​ສີ ມີ​ລາຄາ​ແພງຫຼາຍ ຖ້າວ່າ​ຜູ້​ໃດ​ຈະ​ເພາະ​ພັນ​ປາກັດ ຂັ້ນທຳ​ອີດ​ຂໍ​ແນະນຳ​ໃຫ້​ລ້ຽງປາ​ລາຄາ​ຖືກ​ກ່ອນ ​ເພາະ​ເປັນ​ການ​ຝຶກ​ຝົນ​ການ​ເພາະ​ລ້ຽງ​ໄປ​ເລື້ອຍໆຈົນກວ່າ​ຈະໝັ້ນ​ໃຈ​ແລ້ວ​ຈິ່ງ​ລົງ​ທຶນສຸມ​ໃສ່​ປາກັດ​ທີ່​ມີ​ລາຄາ​ແພງ​ໄປ​ເທື່ອ​ລະ​ຂັ້ນຕໍ່​ໆໄປ ການ​ພົບ​ໄຂ່​ຂອງ​ປາ​ທົ່ວ​ໄປ​ນັ້ນ ​ເມື່ອປາ​ໂຕ​ແມ່​ແຂງ​ແຮງ​ສົມບູນ​ຮັງ​ໄຂ່​ກໍ່ຈະ​ສ້າງ​ໄຂ່ຂຶ້ນມາ​​​ເອງໂດຍ​ທຳ​ມະ​ຊາດ ການ​ປຽບທຽບປາ​ໂຕ​ຜູ້ ​ແລະ ​ໂຕ​ແມ່ຂອງ​ປາກັດ​ເປັນ​ການ​ເລັ່ງ​ໄຂ່​ໃຫ້​ແກ່​ໄວ ​ແລະ ກຽມຄວາມ​ພ້ອມ​ໃຫ້​ກັບປາ​ໂຕ​ແມ່​ໃນ​ການ​ອອກ​ໄຂ່ ປາ​ໂຕ​ແມ່​ຫາກ​ວ່າ​ໄຂ່​​ແກ່​​​ເຕັມທີ່ແລ້ວ ​ເຖິງ​ວ່າ​ບໍ່ມີ​ໂຕ​ຜູ້​ມາ​ປະສົມ​ພັນ​ກໍ່ຈະ​ປ່ອຍ​ໄຂ່​ອອກ​ມາ​ເອງ ຫຼື ບາງ​ໂຕກໍ່ຈະ​ໄຂ່​ຫວອດອອກ​​ເອງ ​ແລະ ນຳ​ໄຂ່​​ເຫຼົ່ານັ້ນ​ໄປ​ໄວ້ ​ ​ໃນ​ທີ່​ສຸດ​ມັນ​ກໍ່ກິນ​ໄຂ່​ຂອງ​ມັນ​ເອງ.

ການ​ປະສົມ​ພັນ​ປາກັດ:
ປາ​ໂຕ​ຜູ້ ​ແລະ ​ໂຕ​ແມ່ ຈະ​ຊ່ວຍ​ກັນ​ປະສົມ​ພັນ​ຈົນ​ສຳ​ເລັດ​ເຊັດ​ສິ້ນ ສຸດ​ທ້າຍ​ກໍ່ກັບ​ຄືນ​ສູ່​ປົກກະຕິ ປາ​ໂຕ​ຜູ້ກໍ່ຈະ​ໄລ່​ຕີ-​ກັດ​ໂຕ​ແມ່​ເກັ່ງ​ຂຶ້ນ ສະນັ້ນ ຕ້ອງ​​ແຍກ​ປາ​ໂຕ​ຜູ້ ​ແລະ ​ແມ່ອອກ​ຈາກ​ກັນ​ເມື່ອ​ສຳ​ເລັດ​ການ​ປະສົມ​ພັນ ​ເພື່ອ​ປ້ອງ​ກັນ​ການ​ສູນ​ເສຍ​ແມ່​ພັນ  ​ເວົ້າ​ເຖິງ​ການທຽບຄູ່​ຂອງ​ປາກັດ​ນັ້ນຈະ​ເຮັດ​ໃຫ້​ລູກ​ປາ​ທີ່​ອອກ​ມາ​ມີ​ລັກສະນະ​ສີສັນ​ຄື​ກັນ​ກັບ​ພໍ່​ແມ່​ພັນ, ພໍ່​ແມ່​ພັນ ຂອງ​ປາ​ເປັນ​ແບບ​ໃດ ຈະ​ຖ່າຍ​ທອດ​ຄວາມ​ຮູ້ສຶກ​ຂອງ​ພໍ່​ແມ່​ພັນ​ໄປ​ໃຫ້ລູກ​ປາອອກ​ມາ.
ການຄັດເລືອກພໍ່ແມ່ພັນປາກັດ:
ກ່ອນອື່ນເຮົາຕ້ອງຄິດຢູ່ສະເໝີວ່າ  ການ ເພາະພັນປາຊະນິດນີ້ບໍ່ຈຳເປັນມີພໍ່ແມ່ ພັນຫຼາຍໂຕ ພຽງແຕ່ມີປາກັດໂຕຜູ້ ແລະ ໂຕແມ່ທີ່ສົມບູນແຂງແຮງ ຢ່າງ ລະໜຶ່ງ ໂຕ ແຕ່ຕ້ອງການເພາະພັນເພື່ອຈຸດປະ ສົງອື່ນ ເຊັ່ນການບີບສີ ກໍຈຳເປັນຕ້ອງ​ຫາ​ພໍ່​ແມ່​ພັນ​ທີ່​ມີ​ສີສັນ​ຕາມ​ຄວາມ​ຕ້ອງ ການ​ທັງ​ໂຕ​ຜູ້ ​ແລະ ​ໂຕ​ແມ່ ​ເພື່ອ​ເປັນ​ການ​ດຶງ​ດູດ​ຜູ້​ເບິ່ງ ຈິ່ງ​ຈຳ​ເປັນຕ້ອງ​​ຄັດ ​ເລືອກ​ພໍ່​ແມ່​ພັນ​ໃຫ້​​ໄດ້ຕາມ​ຄວາມຕ້ອງ ການ ດັ່ງ​ນັ້ນ ການ​ເລືອກ​ພໍ່​ແມ່​ພັນ​ເປັນ​ສິ່ງ​ທີ່​ສຳຄັນ​ທີ່​ສຸດ ປາກັດ​​ທີ່​ນຳ​ມາ​ປະສົມ​ພັນ​ນັ້ນບາງ​ຄັ້ງບໍ່ສາມາດ​ເບິ່ງ​ເອງ​ໄດ້​ວ່າ​ປານັ້ນມີ​ຄວາມ​ແຂງ​ແຮງ​ສົມບູນ​ບໍ່ ​ເມື່ອ​ໄປ​ຫາ​ພໍ່​ແມ່​ພັນ​ມາ​ຈາກ​ໃສ​ກໍ່ຕາມ​ຕ້ອງ​ໃຫ້​ອາຫານ​ຢ່າງ​ອຸ​ດົມ​ສົມບູນ ລວມທັງ​ສະພາບ​ແວດ​ລ້ອມ​ເປັນຕົ້ນ​ແມ່ນ: ນ້ຳພາ​ຊະນະ​ໃສ່…..​ບໍລິ​ເວນ​ທີ່​ວາງ​ໃນ​ຂະນະ​ທີ່​ລ້ຽງກໍ່ຕ້ອງ​ໄດ້​ດູ​ແລ​ເບິ່ງ​ແຍງ​ເປັນ​ພິ​​ເສດ.
ການ​ປຽບທຽບຄູ່​ປາກັດ:
ປາກັດ​ເປັນ​ປາ​ຂ້ອນ​ຂ້າງ​ດຸ​ຮ້າຍ ການ​ເພາະ​ພັນ​ແຕ່ລະຄັ້ງປາ​ໂຕ​ຜູ້​ຕ້ອງ​ສະ​ແດງ​ລີລາ​ຮັກ​ຮຸນ​ແຮງ​ໄປ​ຈັກໜ້ອຍ ​ມັນ​ຄື​ວິຖີ​ຊີວິດ​ຂອງ​ປາ​ຊະນິດ​ນີ້ ການ​ເພາະ​ພັນ​ປາກັດບໍ່ມີ​ການປຽບທຽບ​ກໍ່ສາມາດ​ເພາະ​ພັນ​ໄດ້​ເຊັ່ນ​ກັນ ​ແຕ່​ອາດ​ເກີດ​ຄວາມ​ສ່ຽງ​ໃນ​ການ​ສູນ​ເສຍ​ໄດ້ ທັງ​ພໍ່ປາ ​ແລະ ​ແມ່ປາ ສະນັ້ນ ການ​ປຽບທຽບປາ​ຈິ່ງ​ເປັນ​ສິ່ງ​ສຳຄັນ​ໃນ​ການ​ເພາະ​ພັນ ເພື່ອ​ໃຫ້ປາທັງ​ຄູ່​ມີ​ຄວາມ​ຄຸ້ນ​ເຄີຍ​ກັນ ເພື່​ອ​ເປັນ​ການ​ຫຼຸດ​ຄວາມ​ຮຸນ​ແຮງ​ໜຶ່ງ ຊ່ວຍໃຫ້​ແມ່​ປາ​ສົມບູນ ​ແລ​ະ ມີ​ໄຂ່​ໃນ​ທ້ອງ​​ໄດ້​ຄຸນ​ນະພາ​ບ ຈາກ​ນັ້ນ ໃຫ້​ໂຕ​ຜູ້​ຮັດ​ໄຂ່ດ້ວຍ​ຄວາມ​ສະໝັກ​ໃຈການ​ປຽບ ທຽບປາບໍ່ມີ​ຄວາມ​ຫຍຸ້ງຍາກ​ພໍ​ປານ​ໃດ​ພຽງ​ແຕ່​ນຳພໍ່​ແມ່​ພັນ​ໃສ່​ໃນ​ແກ້ວ​ ​ແນວ​ລະ​ໂຕ ນຳ​ມາ​ວາງ​ຮຽງກັນ​ໂດຍ​ບໍ່ມີ​ຫຍັງ​ມາບັງ ຫຼື ຂັ້ນໄວ້ ​ໃຫ້​ປາ​ທັງ​ຄູ່​ໄດ້​ແນມ​ເຫັນ​ກັນ​ກໍ່ພໍ
ໃນ​ຂັ້ນ​ຕອນ​ການ​ປຽບ­ທຽບປາ​ນີ້ ນັກ​ເພາະ​ພັນ​ປາ­ກັດ​ຄວນສັງ­ເກດ​ເຖິງ​ຄວາມ​ພ້ອມ​ໃນ​ການປະ­ສົມ​ພັນ ໂດຍ​ສັງ­ເກດ​ເບິ່ງ​ພໍ່​ປາ ເມື່ອ​ເອົາ​ປາ​ທັງ​ຄູ່​ມາ​ວາງ​ຮຽງ​ໃສ່​ກັນ ປາ​ໂຕ​ຜູ້​ພໍ​ເຫັນ​ໂຕ​ແມ່​ຈະ​ສະ­ແດງ​ລີ­ລາ​ມັກ​ສາວ ໃນ​ບໍ່​ຊ້າ​ໂຕ​ຜູ້​ຈະ​ເລີ່ມ​ກໍ່​ຝອດ ສ່ວນ​ແມ່​ພັນ​ໃຫ້​ສັງ­ເກດ​ໄຂ່​ທີ່​ພື້ນ​ທ້ອງ​ວ່າ​ມີ​ລັກ­ສະ­ນະ​ໃຫຍ່​ຂຶ້ນ, ທ້ອງ​ເບັງ, ເມື່ອ​ເວ­ລາ​ພໍ່​ປາ​ສະ­ແດງ​ລີ­ລາ​ຄວາມ​ຮັກ​ເຂົ້າ​ຫາ​ແມ່​ປາ, ແມ່​ປາ​ຈະ​ອວ່າຍ​ຫົວ​ເຂົ້າ​ຫາ​ທັນ­ທີສະ­ແດງ​ໃຫ້​ເຫັນ​ຢ່າງ​ຊັດ​ເຈນ​ວ່າ​ທັງ​ສອງ​ຝ່າຍ​ໄດ້​ຕົກ­ລົງ​ປົງ­ໃຈ​ກັນ​ແລ້ວ ເຕັກ­ນິກ​ໃນ​ການ​ປຽບ­ທຽບ​ຄູ່​ເປັນ​ເຕັກ­ນິກ​ສະ­ເພາະ​ໃຜ­ລາວບໍ່​ມີ​ການ​ວາງ​ໄວ້​ຕາຍ​ຕົວ ແລະ ບາງ​ຄົນ​ຈະ​ປຽບ­ທຽບ​ປາໂດຍເອົາພໍ່​ແມ່​ປາ​ປ່ອຍ​ໄວ້​ໃນ​ອ່າງ​ໃສ​ແບບອິດ­ສະ­ຫຼະ​ໃຊ້​ປາ​ອີກ​ໂຕ​ໜຶ່ງ​ມາປຽບ­ທຽບເວ­ລາ​ຮັດ​ໄຂ່​ໃຊ້​ປາ​ໂຕຜູ້​ອີກ​ໂຕ​ໜຶ່ງ​ປ່ອຍ​ໃສ່​ປາ​ໂຕ​ແມ່ໃນ​ພາ­ຊະ­ນະ​ດຽວ​ກັນ ຕ້ອງ​ໃຫ້​ອາ­ຫານ​ພໍ່​ແມ່​ພັນ​ປາ​ຢ່າງ​ສົມ­ບູນ ລວມ​ທັງ​ປ່ຽນ​ນ້ຳ​ໃຫ້​ປາ​ຢ່າງໜ້ອຍ 7 ມື້ ສັງ­ເກດ​ເບິ່ງ​ວ່າ​ພ້ອມ​ປະ­ສົມ​ພັນ ຫຼື ບໍ່ ບາງ​ຄັ້ງ​ວັນ​ທີ່​ເຮົາ​ເອົາ​ປຽບ­ທຽບ​ກັນ​ນັ້ນ​ອາດ​ຈະ​ຫຼາຍŒໜ້ອຍ ເມື່ອ​ພໍ່​ແມ່​ພັນ​ປາ​ພ້ອມ​ຈະ​ປະ­ສົມ​ກັນ ສຳ­ລັບ​ນັກ​ເພາະ​ພັນ​ປາ­ກັດ​ຮຸ່ນ​ໃໝ່​ຂໍ​ແນະ­ນຳ​ໃຫ້​ໃຊ້​ພໍ່​ແມ່​ພັນ​ຂ້ອນ​ຂ້າງ​ມີ​ອາ­ຍຸ​ແກ່​ເລັກ​ໜ້ອຍ ໃຊ້​ເວ­ລາ​ທຽບ​ປາ​ຈົນ​ກວ່າ​ຈະ​ພ້ອມ​ເຕັມ­ທີ່ດ້ວຍ​ເຫດ­ຜົນ​ວ່າ​ລູກ​ປາ​ທີ່​ໄດ້ເມື່ອ​ຟັກ​ອອກ​ມາ​ຈະ​ມີ​ລັກ­ສະ­ນະ​ໂຕ​ໃຫຍ່​ແຂງ­ແຮງ ຖ້າ­ວ່າ​ແມ່​ປາ​ມີ​ອາ­ຍຸ​ນ້ອຍ​ເມື່ອ​ນຳ​ມາ​ເພາະ​ພັນ​ໄຂ່​ຍັງ​ບໍ່​ສຸກ​ເຕັມ­ທີ່​ລູກ​ປາ​ທີ່​ໄດ້​ນັ້ນ​ຈະ​ບໍ່​ຄ່ອຍ​ແຂງ­ແຮງ ແລະ ອາດ​ຕາຍ​ໄດ້.


Œການ​ກຽມ​ສະ­ຖານ­ທີ່​ເພາະ​ພັນ​ປາ­ກັດ:
ຂະ­ນະ​ທີ່​ເຮົາ​ເຮັດການ​ທຽບ​ຄູ່​ປາ­ກັດ​ຢູ່​ຕ້ອງ​ຄຳນວນ​ໄລ­ຍະ​ເວ­ລາ​ການ​ປຽບ­ທຽບໃຫ້​ໃກ້​ຄຽງ​ການ​ກຽມ​ພາ­ຊະ­ນະປາ​ບໍ່​ວ່າ​ຈະ​ເປັນ​ຊາມ, ອ່າ​ງ ສ່ວນ​ການ​ໃສ່​ນ້ຳ​ບໍ່​ຄວນ​ນຳ​ເອົາທີ່​ເກັບ​ມາ​ໄວ້​ດົນ​ຄວນ​ເປັນ​ນ້ຳໃໝ່​ທີ່​ບໍ່​ມີ​ສານ­ພິດ​ເຈືອ​ປົນ ໂດຍທົ່ວ​ໄປ​ໃຊ້​ນ້ຳ​ປະ­ປາ​ໃສ່​ພາ­ຊະ­ນະຂ້າມ​ຄືນ​ໄວ້ ມີ​ນັກ​ເພາະ​ພັນ​ປາ​ບາງທ່ານ​ບອກ​ວ່າ: ໃຫ້​ໃສ່​ໃບ​ຫູ­ກວາງລົງ​ໄປ​ຈັກ​ໜ້ອຍ​ໃນ​ອ່າງ​ພາ­ຊະ­ນະເພື່ອ​ປັບ​ຄ່າ​ກົດ​ດ່າງ​ໃຫ້​ປາ​ໂຕຜູ້​ຫຼາຍ​ກວ່າ​ໂຕ​ແມ່ຜົນ​ປາ­ກົດ​ວ່າປາ­ກັດ​ມັກ​ກໍ່​ຝອດ ແລະ ວາງ​ໄຂ່ໃນ​ນ້ຳ​ທີ່​ບໍ່​ເລິກ​ຫຼາຍ ການ​ຕື່ມ​ນ້ຳລົງ​ໃນ​ພາ­ຊະ­ນະ​ກໍ​ບໍ່​ຄວນ​ຕື່ມ​ນ້ຳລົງ​ໄປ​ຫຼາຍ​ ພຽງ 15 ຊັງ​ຕີ​ແມັດ ກໍ​ພໍ­ແລ້ວ, ການ​ກຽມ​ສະ­ພາບແວດ​ລ້ອມ​ກໍ​ມີ​ສ່ວນ​ຊ່ວຍ​ໃຫ້​ປາ​ຟັກ​ໄຂ່​ໄດ້​ດີ ປາ­ກັດ​ເປັນ​ປາ​ທີ່​ມີຄວາມ​ເປັນ​ທຳ​ມະ​ຊາດ​ສູງ ການກຽມ​ສະ­ພາບ​ແວດ​ລ້ອມ​ກັບ​ພາຊະ­ນະ​ເພາະ​ພັນ ແລະ ບໍ­ລິ­ເວນ​ທີ່​ໃຊ້​ເພາະ​ພັັນ​ກໍ​ຕ້ອງ​ຄຳ­ນຶງ​ເຖິງ​ຜົນ­ສຳ­ເລັດ​ໃນ​ການ​ເພາະ​ພັນ​ຄື​ພາ­ຊະ­ນະ​ທີ່​ນຳ​ມາ​ໃຊ້ ແລະ ນ້ຳ​ແລ້ວ​ຄວນ​ໃສ່​ໃຈ­ຄວາມ​ເປັນ​ທຳ​ມະ​ຊາດ​ນຳ​ອີກ​ເຊັ່ນ: ໃສ່​ສາ​ຫຼ່າຍ ແລະ ໃບ​ໄມ້​ຊະ­ນິດ​ລອຍ​ໃນ​ໜ້າ­ນ້ຳ​ບໍ່​ວ່າ​ຈະ​ເປັນ​ໃບ​ໝາກ­ຍົມ, ໃບ​ບອນ,ິ່..ເພື່ອ​ໃຫ້​ພໍ່​ປາ​ໄດ້​ກໍ່​ຝອດ​ນຳ­ພາ​ຊະນະ​ໄປ​ໄວ້​ໃນ​ທີ່​ສະ­ຫງົບ.
ການ​ເພາະ​ພັນ​ປາ­ກັດ: 
ເມື່ອ​ກະ­ກຽມ​ທຸກ​ຢ່າງ​ສຳ­ເລັດ​ເສັດ​ຊິ້ນ​ແລ້ວ ເປັນ­ຕົ້ນ​ແມ່ນ​ການ​ປຽບ­ທຽບ​ຄູ່, ການ​ກຽມ​ພາ­ຊະ­ນະ ແລະ ບັນ­ຍາ­ກາດ​ຕ່າງໆ​ໃນ​ການ​ເພາະ​ພັນ ມາ​ເຖິງ​ຂັ້ນ​ຕອນ​ການ​ປ່ອຍ​ພໍ່​ແມ່​ປາ​ລົງ​ໃສ່​ກັນ ເມື່ອ​ໝັ້ນ​ໃຈ​ວ່າ​ປາ​ທັງ​ຄູ່​ພ້ອມ​ທີ່​ຈະ​ປະ­ສົມ​ພັນ​ກັນ ໃຫ້​ນຳ​ເອົາ​ພໍ່​ປາ­ກັດ​ປ່ອຍ​ໃນ​ພາ­ຊະ­ນະ​ທີ່​ຈະ​ເພາະ​ພັນ​ກ່ອນ​ແລ້ວ​ປ່ອຍ​ໃຫ້​ສຳ​ຫຼວດ​ສະ­ຖານ­ທີ່​ໄປ​ຈົນ​ພໍ່​ປາ​ແນ່​ໃຈ ແລະ ຫາ​ທີ່​ກໍ່​ຝອດ​ສ້າງ​ຮັງ​ໄດ້​ໃນ​ພາ­ຊະ­ນະ ຫຼັງ​ຈາກ​ນັ້ນ​ໄລ­ຍະ​ເວ­ລາ​ໃກ້​ຄ່ຳ​ໃຫ້​ປ່ອຍ​ປາ​ໂຕ​ແມ່​ລົງ​ໄປ​ໃສ່​ກັນປາ​ພໍ່​ພັນ​ຈະ​ປອງ​ເຂົ້າ​ໃສ່​ແມ່​ປາ ແລະ ໄລ່​ກັດ​ເປັນ​ບາງ​ຄັ້ງ ບໍ່​ຕ້ອງ​ຕົກ­ໃຈ​ນັ້ນ​ເປັນ​ທຳ​ມະ​ຊາດ​ຂອງປາ­ກັດ ປາ​ແມ່​ພັນ​ທີ່​ພ້ອມ​ປະ­ສົມພັນ​ຈະ​ບໍ່​ແລ່ນ​ໜີ ແລະ ເຮັດ​ໜ້າຕາ​ໜ້າ​ຮັກ​ເປັນ​ເຊີງ​ບອກ​ວ່າ​ຍອມ​ຮັກ​ປາ​ໂຕ​ຜູ້​ແລ້ວ ຢ່າ​ລືມ​ປິດ​ພາ ຊະ­ນະ​ທີ່​ໃຊ້​ເພາະ​ພັນ​ປາ​ໃຫ້​ມິດ​ຊິດ ເພື່ອ​ບໍ່​ເປັນ​ການ​ລົບ​ກວນ​ຄູ່​ບ່າວ​ສາວ ເມື່ອ​ຕາ­ເວັນ­ຕົກ​ດິນ ພໍ່​ປາ​ກໍຈະ​ເລີ່ມ​ກໍ່​ຝອດ​ໃນ​ບໍ­ລິ­ເວນ​ທີ່​ສຳ​ຫຼວດ​ໄປ​ນັ້ນ ພໍ​ຮຸ່ງ​ເຊົ້າ​ປາ​ທັງ​ຄູ່​ກໍ​ຈະ​ພາ­ກັນ​ເຂົ້າ​ໃຕ້​ຝອດ​ແລ້ວ​ປະ­ສົມ​ພັນ​ກັນ ການ​ປະ­ສົມ​ພັນ​ຂອງ​ປາ­ກັດ​ໃຊ້​ໃນ​ລັກ­ສະ­ນະ​ໂຕ​ຜູ້​ງໍ​ບໍ­ລິ­ເວນ​ທ້ອງ​ຂອງ​ໂຕ​ແມ່​ເພື່ອ​ປ່ອຍ​ນ້ຳ​ເຊື້ອ ສ່ວນ​ໂຕ​ແມ່​ກໍ່​ປ່ອຍ​ໄຂ່​ອອກ​ມາ​ເພື່ອ​ທຳ​ການ​ປະ­ສົມ​ພັນ ຫຼື ເອີ້ນ​ວ່າ­ການ​ຮັດ​ໄຂ່​ປາ ເມື່ອ​ປ່ອຍ​ໄຂ່​ອອກ​ມາ ແລະ ປະ­ສົມ​ກັບ​ນ້ຳ​ເຊື້ອ​ແລ້ວ​ໄຂ່​ຈະ​ຈົມລົງ​ພຶ້ນ​ນ້ຳ ພໍ່​ປາ​ກໍ​ຈະ​ນຳ​ລົງ​ໄປ​ອົມ​ໄຂ່​ເຫຼົ້່າ​ນັ້ນ​ເອົາ​ໄວ້​ແລ້ວ­ໄປ​ພົ່ນ​ໄວ້​ໃນ​ຝອດ ຂັ້ນ​ຕອນ​ນີ້​ບາງ​ຄັ້ງ​ເຮົາ​ອາດ​ຈະ​ເຫັນ​ແມ່​ປາ​ເອົາ​ໄຂ່​ໄປ​ໄວ້​ໃນ​ຝອດ​ຊ່ວຍ​ກັນ ໃນ​ໄລ­ຍະ​ນີ້ ເອີ້ນ​ວ່າ​ໄລ­ຍະ​ແຫ່ງ​ຄວາມ​ຮັກຈະ​ບໍ່​ມີ​ການ​ທຳ­ຮ້າຍ​ໄຂ່ ຫຼື ໄລ່​ຕີ​ກັນ​ເປັນ­ອັນ­ຂາດ ປາ​ທັງ​ຄູ່​ຈະ​ທຳ​ການ​ປະ­ສົມ​ພັນ​ກັນ​ໄປ​ຈົນ​ສຳ­ເລັດ ແລະ ຈະ​ໃຊ້​ເວ­ລາ​ດົນ​ນານ​ປານ­ໃດ​ຂຶ້ນ​ກັບ​ຈຳ­ນວນ​ໄຂ່ ແລະ ນ້ຳ​ເຊື້ອ​ຂອງ​ພໍ່​ພັນ ອາດ​ໃຊ້​ເວ­ລາ 4 ຊົ່ວ­ໂມງ ເມື່ອ​ສຳ­ເລັດ​ຂັ້ນ​ຕອນ​ການ​ປະ­ສົມ​ພັນ​ແລ້ວ​ແມ່​ປາ​ທີ່​ຜ່ານ​ການ​ຮັດ​ໄຂ່​ຈະ​ຮູ້­ສຶກ​ຫິວ ແລະ ອ່ອນ­ເພຍ ໃນ​ຂະ­ນະ​ນັ້ນ​ກໍ​ມີ​ແຕ່​ພຽງ​ໄຂ່​ຂອງ​ຕົວ​ເອງ​ທີ່​ປ່ອຍ​ອອກ​ມາ​ເທົ່າ​ນັ້ນ ບໍ່​ຕ້ອງ​ເປັນ​ຫ່ວງ ປາ​ໂຕ​ຜູ້​ຈະ​ຄອຍ​ດູ​ແລ​ເບິ່ງ­ແຍງ​ໄຂ່​ຢ່າງ​ໃກ້­ຊິດ​ຈະ​ບໍ່​ໃຫ້​ໃຜ​ມາ​ທຳ­ຮ້າຍ​ໄຂ່​ໄດ້ ປາ​ໂຕ​ຜູ້​ຈະ​ໄລ່​ປາ​ໂຕ​ແມ່​ໃຫ້​ຫ່າງ​ອອກ​ໄກ​ຈາກ​ບໍ­ລິ­ເວນ​ນັ້ນ ເຮົາ​ສົມ­ຄວນ​ຍ້າຍ​ແມ່​ປາ​ອອກ​ໄປ​ໃສ່​ພາ­ຊະ­ນະ​ອື່ນ​ໄວ້​ກ່ອນ ໂດຍ​ສັງ­ເກດ​ງ່າຍໆ​ແມ່​ປາ​ຈະ​ຢູ່​ຫ່າງ​ຈາກ​ຝອດ​ຍ້ອນ​ຍ້ານ​ປາ​ໂຕ​ຜູ້​ໄລ່​ກັດ ຂັ້ນ​ຕອນ​ການ​ເພາະ​ພັນ​ປາ​ກໍ​ສຳ­ເລັດ​ລົງ​ແບບ​ງ່າຍ­ດາຍ ປ່ອຍ​ໃຫ້​ພໍ່​ປາ​ດູ​ແລ​ເບິ່ງ­ແຍງ​ໄຂ່​ໃນ​ພາ­ຊະ­ນະ​ຕໍ່​ໄປ​ຈົນ​ກວ່າ​ລູກ​ປາ​ຈະ​ສາ­ມາດ​ລອຍ­ນ້ຳ​ໄດ້​ແຂງ­ແຮງ ການ​ທີ່​ປ່ອຍ​ພໍ່​ແມ່​ດູ​ແລ​ເບິ່ງ­ແຍງ​ລູກ​ປາ​ນັ້ນ​ເພາະ​ລູກ​ປາ​ຟັກ​ອອກ​ຈາກ​ໄຂ່​ຍັງ​ບໍ່​ສາ­ມາດ​ລອບ​ນ້ຳ​ໄດ້ ອາດ​ຕົກ­ລົງ​ພຶ້ນ​ພາ­ຊະ­ນະ ຖ້າ​ຂາດ​ການ​ເອົາ­ໃຈ­ໃສ່ ໃນ​ທີ່​ສຸດ​ມັນ​ອາດ​ເສຍ​ຊີ­ວິດ​ໄດ້  ລູກ​ປາ​ຍັງ​ຕ້ອງ­ການ​ອາ­ໄສ​ອາ­ກາດ​ໃນ​ຝອດ​ເພື່ອ​ຫາຍ­ໃຈ ເວ­ລາ​ລູກ​ປາ​ຈົມ​ລົງ­ພື້ນ​ພາ­ຊະ­ນະ​ພໍ່​ປາ​ກໍ​ຈະ​ນຳ­ໄປ​ອົມ​ເອົາ​ກັບ​ມາ​ພົ່ນ​ໄວ້​ໃນ​ຝອດ​ຄື­ເກົ່າ ອີກ​ຢ່າງ​ຍັງ​ຕ້ອງ​ເຕີມ​ຝອດ​ຂະ­ຫຍາຍ​ໃຫ້​ໃຫຍ່​ຂຶ້ນ​ຕະ­ຫຼອດ​ເວ­ລາ​ດ້ວຍ​ເຫດ​ນີ້​ຈິ່ງ​ຈຳ­ເປັນ​ຕ້ອງ​ປ່ອຍ​ພໍ່​ປາ​ໄວ​ກັບ​ລູກ​ປາ​ໃນ​ໄລ­ຍະ​ໜຶ່ງ.
ຂໍ້​ຄວນ​ລະ­ວັງ: 
ສຳ­ລັບ​ທ່ານ​ໃດ​ທີ່​ເພາະ​ພັນ​ປາ​ໃໝ່ ຫ້າມ​ເອົາ​ຫຍັງ​ໄປ​ກວນ​ໄຂ່​ໃນ​ຝອດ​ເດັດ­ຂາດ ບໍ່​ວ່າ​ຈະ​ຕ້ອງ­ການ​ຮູ້​ພຽງ​ໃດ​ກໍ​ຕາມ ການ​ທີ່​ເຮັດ​ແບບ​ນີ້​ອາດ​ເຮັດ​ໃຫ້​ໄຂ່​ລົ່ນ​ລົງ​ໄປ​ໃນ​ພື້ນ​ນ້ຳ ຫຼື ວ່າ​ເມື່ອ​ຟັກ​ອອກ​ມາ​ແລ້ວ​ອາດ​ພິ­ການ.
 

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ