google-site-verification: google0d91bc93cfc88895.html ເພີ່ມ​ປະ​ສິດ​ທິ​ພາບ​ໃຫ້​ນາ​ເຂົ້າ 4 ໂຕ່ນ/ເຮັກ​ຕາ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, February 26, 2015

ເພີ່ມ​ປະ​ສິດ​ທິ​ພາບ​ໃຫ້​ນາ​ເຂົ້າ 4 ໂຕ່ນ/ເຮັກ​ຕາ


ເພີ່ມ​ປະ​ສິດ​ທິ​ພາບ​ໃຫ້​ນາ​ເຂົ້າ 4 ໂຕ່ນ/ເຮັກ​ຕາຂະ­ແໜງ​ກະ­ສິ­ກຳ​ຂອງ​ລາວ ບຸກ​ບືນ​ໃຫ້​ມີ​ບາດ­ກ້າວ​ໃໝ່​ດ້ານ​ຜົນ​ເກັບ​ກ່ຽວ​ການ​ຜະ­ລິດ, ຕາມ​ຂໍ້​ມູນ​ຮູ້​ວ່າ:

ຂະ­ແໜງ​ກະ­ສິ­ກຳ​ຂອງ​ລາວ ບຸກ​ບືນ​ໃຫ້​ມີ​ບາດ­ກ້າວ​ໃໝ່​ດ້ານ​ຜົນ​ເກັບ​ກ່ຽວ​ການ​ຜະ­ລິດ, ຕາມ​ຂໍ້​ມູນ​ຮູ້​ວ່າ: ໃນ​ປະ­ຈຸ​ບັນ​ບ້ານ​ເຮົາ​ສາ­ມາດ​ຄົ້ນ­ຄວ້າ ແລະ ມີ​ເຕັກ­ນິກ​ວິ­ຊາ​ການ ໃນ​ການ​ຍົກ​ສະ­ມັດ­ຖະ­ພາບ​ເຂົ້າ​ໃຫ້​ໄດ້​ຫຼາຍ​ຂຶ້ນ ໂດຍ​ການ​ນຳ​ໃຊ້​ຝຸ່ນ​ຈາກ​ທຳ​ມະ​ຊາດ ແລະ ຝຸ່ນ­ວິ­ທະ­ຍາ­ສາດ ເປັນ​ຕົວ​ຊ່ວຍ​ໃຫ້​ໄດ້​ຄາດໝາຍ 4 ໂຕນ​ຕໍ່​ເຮັກ­ຕາ.
   ຂໍ້​ມູນ​ຂອງ​ລັດ­ຖະ­ບານ​ທີ່​ທ່ານ ວິ­ໄລ​ວັນ ພົມ​ເຂ ລັດ­ຖະ­ມົນ­ຕີ​ວ່າ­ການ​ກະ­ຊວງ​ກະ­ສິ­ກຳ ແລະ ປ່າ­ໄມ້ ແຈ້ງ​ຕໍ່​ກອງ​ປະ­ຊຸມ​ສະ​ພາ­ໃຫ້​ຮູ້​ວ່າ: ນັບ​ແຕ່​ປີ 2000 ເປັນ­ຕົ້ນ​ມາ ສປປ ລາວ ສາ­ມາດ​ຜະ­ລິດ​ເຂົ້າ​ໄດ້​ກຸ້ມ​ກິນ​ມີ​ສ່ວນ​ແຮ​ໄວ້ ແລະ ຂາຍ​ອອກ​ຕາມ​ຊາຍ​ແດນ ຈຳ­ນວນ​ໜຶ່ງ​ແມ່ນ​ຍ້ອນ​ມີ​ປັດ​ໄຈ​ຕອບ​ສະ­ໜອງ​ທີ່​ດີ ໃນ​ເວ­ລາ​ດຽວ​ກັນ​ກໍ​ຍັງ​ມີ​ຫຼາຍ​ປັດ​ໄຈ​ທີ່​ຕ້ອງ​ເອົາ ໃຈ​ໃສ່​ເປັນ­ຕົ້ນ​ການ​ນຳ​ໃຊ້​ຝຸ່ນ​ຊະ­ນິດ​ຕ່າງໆ (ຝຸ່ນ​ທຳ​ມະ​ຊາດ ແລະ ຝຸ່ນ­ວິ­ທະ­ຍາ­ສາດ) ຍັງ​ບໍ່​ທັນ​ຖືກ​ເຕັກ­ນິກ, ສະ­ແດງ​ໃຫ້​ເຫັນ​ໃນ​ໄລ­ຍະ​ຜ່ານ​ມາ ການ​ນຳ​ໃຊ້ຝຸ່ນ­ວິ­ທະ­ຍາ­ສາດ​ບໍ່​ເຖິງ 10 ກິ​ໂລ​ຕໍ່​ເຮັກຕາ (ຕາມ​ຕົວ​ເລກ​ສະ­ຖິ­ຕິ​ສຳ​ຫຼວດ​ປີ 2012Œ-2013). ແນວ­ໃດ​ກໍ​ດີ ການ​ຈະ​ເຮັດ​ໃຫ້​ຜົນ​ຜະລິດ​ເຂົ້າ​ເພີ່ມ​ຂຶ້ນ ພວກ​ເຮົາ​ຕ້ອງ​ໄດ້​ຄົ້ນຄວ້າ​ຮອບ­ດ້ານ ໂດຍ​ສະ­ເພາະ​ມີ​ແນວ​ພັນ​ປັບ­ປຸງ, ປູກ​ໃນ​ເຂດ​ດິນ​ດີ, ມີ​ການ​ນຳ​ໃຊ້​ເຕັກ­ນິກ​ທົ່ວ​ໄປ ແລະ ເຕັກ­ນິກ​ສະ­ເພາະພ້ອມ​ດຽວ​ກັນ​ນີ້ ຕ້ອງ​ໄດ້​ເອົາ­ໃຈ­ໃສ່​ບົວລະ​ບັດ​ຮັກ­ສາ.
   ການ​ປັບ­ປຸງ​ຄຸນ​ນະ​ພາບ​ຂອງ​ດິນ​ໂດຍ​ວິ­ທີ​ການ​ນຳ​ໃຊ້​ຝຸ່ນ​ຄອກ, ຝຸ່ນ​ບົ່ມ ຫຼື ປຸ໋ຍ​ເຄ​ມີ ຕາມ​ອັດ­ຕາ​ທີ່​ເໝາະ​ສົມເຊັ່ນ: ຝຸ່ນ​ຄອກ​ປະ­ມານ 5 ໂຕນ​ຕໍ່​ເຮັກ­ຕາ ຫຼື ເທົ່າ​ທີ່​ເຮັດ​ໄດ້​ຕາມ​ເງື່ອນ­ໄຂ​ຕົວ​ຈິງ​ຂອງ​ທ້ອງ­ຖິ່ນ ຫຼື ໃສ່​ຝຸ່ນ­ວິ­ທະ­ຍາ­ສາດ​ປະ­ມານ 100 ກິ​ໂລ​ຕໍ່​ເຮັກ­ຕາ, ການ​ຮັບ­ປະ­ກັນ​ທາງ​ດ້ານ​ນ້ຳ ແລະ ການ​ຄວບ​ຄຸມ​ນ້ຳ​ໃນ​ເວ­ລາ​ທີ່​ເໝາະ​ສົມ, ນຳ​ໃຊ້​ແນວ​ພັນ ປັບ­ປຸງ​ທີ່​ເໝາະ​ສົມ​ກັບ​ພື້ນ​ທີ່ ແລະ ສະພາບ​ດິນ, ນຳ​ໃຊ້​ເຕັກ­ນິກ​ທີ່​ເໝາະ​ສົມ​ກັບ ແຕ່​ລະ​ສະ­ພາບ​ພື້ນ​ທີ່ ແລະ ເງື່ອນ­ໄຂ​ຕົວ​ຈິງເປັນ­ຕົ້ນ​ການ​ນຳ​ໃຊ້​ເຕັກ­ນິກ ​ນາຫວ່ານ, ນາ​ຢອດ, ເຕັກ­ນິກ​ກ້າ​ກີບ​ດຽວ, ນາ​ດຳໂດຍ​ການ​ນຳ​ໃຊ້​ເຄື່ອງ­ມື,ກົນ​ຈັກ​ທີ່​ທັນ​ສະ­ໄໝ​ແທນ​ແຮງ​ງານ​ຄົນ, ຄວາມ​ດຸ­ໝັ່ນ ແລະ ເອົາ­ໃຈ­ໃສ່​ບົວ­ລະ­ບັດ​ຮັກ­ສາ​ ໃຫ້​ຖືກ­ຕ້ອງ​ຕາມ​ເຕັກ­ນິກ​ວິ­ຊາ​ການ ການ​ຍົກ​ສະ­ມັດ­ຖະ­ພາບ, ການ​ເຮັດ​ກະ­ເສດ​ສຸມ​ໃສ່​ກັບ​ນະ­ໂຍ­ບາຍ​ສົ່ງ­ເສີມ​ທີ່​ເໝາະ​ສົມ, ການ​ຮັບ­ປະ­ກັນ​ທາງ​ດ້ານ​ລາ­ຄາ ແລະ ການ​ຕະ­ຫຼາດ​ ລວມ​ທັງ​ການ​ສົ່ງ­ເສີມ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ປະ­ກອບ​ການ​ຮອບ­ດ້ານ​ເພື່ອ​ເປັນ​ແຮງ​ຈູງ​ໃຈ​ໃນ​ການ​ຜະ­ລິດ. ແຕ່​ການ​ຍົກ​ຜະ­ລິດ​ຕະ​ພາບ​ຍັງ​ເຮັດ​ໄດ້​ພຽງ​ບາງ​ໃນ​ເຂດ​ຈຸດ​ສຸມ ແລະ ບາງ​ທ້ອງ­ຖິ່ນ​ເທົ່າ​ນັ້ນ​ເຊັ່ນ:  ນະ­ຄອນ­ຫຼວງ​ວຽງ​ຈັນ​ຢູ່​ເຂດ​ທ່າ​ພະŒໜອງ​ພົງ ໄດ້​ປະມານ 5 ໂຕນ​ຕໍ່​ເຮັກ­ຕາ, ເຂດ​ນ້ຳ​ຫຸມ ແລະ ນ້ຳ​ຊ່ວງ​ໄດ້​ປະ­ມານ 4-Œ5 ໂຕນ​ຕໍ່​ເຮັກ­ຕາ, ເຂດ​ເມືອງ​ໜອງ​ບົກ ແລະ ມະ­ຫາ​ໄຊ ແຂວງ​ຄຳ​ມ່ວນ ໄດ້​ປະ­ມານ 5-Œ6 ໂຕນ​ຕໍ່​ເຮັກ­ຕາ ແລະ ເຂດ​ແຂວງ​ອື່ນໆ ແຕ່​ບາງ​ເຂດ, ບາງ​ທ້ອງ­ຖິ່ນ ຍັງ​ມີ​ຂອບ​ເຂດ​ຈຳ­ກັດ, ການ​ສົ່ງ­ເສີມ​ຍັງ​ບໍ່​ທັນ​ແຂງ­ແຮງ ແລະ ບໍ່​ທັນ​ກວ້າງ­ຂວາງ.


   ສະ­ນັ້ນ ເພື່ອ​ຢາກ​ເຮັດ​ໃຫ້​ມີ​ການ​ຍົກ ຜະ­ລິດ​ຕະ​ພາບ​ເຂົ້າ​ໃຫ້​ຂະ­ຫຍາຍ​ອອກ​ສູ່​ທາງ​ກວ້າງ​ລັດ​ຕ້ອງ​ຊອກ​ຫາ​ຕະ­ຫຼາດ​ເຂົ້າ​ໃຫ້​ແນ່­ນອນ ພ້ອມ​ທັງ​ຄ້ຳ­ປະ­ກັນ​ລາຄາ​ໃຫ້​ຜູ້​ຜະ­ລິດ​ມີ​ຜົນ​ກຳ­ໄລ, ຜະ­ລິດ​ຕາມ​ຄວາມ​ຕ້ອງ­ການ​ຕະ­ຫຼາດ, ຊ່ວຍ​ຫຼຸດ­ຜ່ອນ​ຕົ້ນ​ທຶນ​ການ​ຜະ­ລິດ ໂດຍ​ສົ່ງ­ເສີມ​ການ ນຳ​ໃຊ້​ກົນ​ຈັກ​ກະ­ສິ­ກຳ​ຫຼຸດ­ຜ່ອນ​ແຮງ​ງານ; ສ້າງ​ຂະ​ບວນ​ການ​ສົ່ງ­ເສີມ​ການ​ຜະ­ລິດ​ເຂົ້າ​ໃຫ້​ເປັນ​ສິນ­ຄ້າ​ຢ່າງ​ມີ​ຈຸດ​ສຸມ, ຫັນ​ໂຄງ­ການ​ຊົນ­ລະ­ປະ­ທານ​ໃຫ້​ເປັນ ໂຄງ­ການ​ຊົນ​ລະ​ກະ­ເສດ ເພື່ອ​ຜະ­ລິດ​ເຂົ້າເປັນ​ສິນ­ຄ້າ​ໝາຍ​ຄວາມ​ວ່າ​ຕ້ອງ​ລົງ­ທຶນ​ໃສ່​ວຽກ​ສົ່ງ­ເສີມ​ການ​ຜະ­ລິດ, ເອື້ອ​ອຳນວຍ​ການ​ຄ້າຕິດ​ພັນ​ກັບ​ການ​ກໍ່­ສ້າງ​ຊົນລະ​ປະ­ທານ, ເບື້ອງ​ຕົ້ນ​ທຶນ​ກຳ­ນົດ​ເອົາ​ເຂດ​ທີ່​ມີ​ທ່າ­ແຮງ, ດິນ​ມີ​ຄຸນ​ນະ​ພາບ​ດີ, ມີ​ເງື່ອນ­ໄຂ​ໃນ​ການ​ນຳ​ໃຊ້​ນ້ຳ​ສະ­ດວກ​ຂຶ້ນ.
   ການ​ສົ່ງ­ເສີມ​ຜູ້​ປະ­ກອບ​ການ, ຜູ້​ຜະລິດ, ກຸ່ມ​ຜູ້​ຜະ­ລິດ, ກຸ່ມ​ໂຮງ­ສີເຂົ້າ​ຮ່ວມໃນ​ແຕ່​ລະ​ເຂດ​ຈຸດ​ສຸມ, ນອກ​ນັ້ນ ຕ້ອງ​ໄດ້ສົ່ງ­ເສີມ​ຜູ້​ປະ­ກອບ​ການ​ຝຸ່ນ​ປຸ໋ຍ ແລະ ອຸປະ­ກອນເຄື່ອງ­ມື, ສົ່ງ­ເສີມ​ໃຫ້​ມີ​ການ ຜະ­ລິດ​ຝຸ່ນ​ຊີ­ວະ​ພາບ ແລະ ຝຸ່ນ​ວິ­ທະ­ຍາສາດ ຢູ່​ພາຍ​ໃນ​ປະ­ເທດ​ໃຫ້​ຫຼາຍ​ຂຶ້ນ ແຕ່ໃນ​ຄວາມ​ເປັນ​ຈິງ​ບັນ­ດາ​ກົນ​ຈັກ ແລະ ຝຸ່ນ­ວິ­ທະ­ຍາ­ສາດ​ແມ່ນ​ນຳ​ເຂົ້າ​ຈາກ​ຕ່າງປະ­ເທດ ຊຶ່ງ​ຖ້າ​ຄິດ­ໄລ່​ຄວາມ​ຕ້ອງ­ການ​ງົບ­ປະ­ມານ​ໃນ​ການ​ຊື້​ຝຸ່ນ​ປຸ໋ຍ ເພື່ອ​ນຳໃຊ້​ເຂົ້າ​ໃນ​ການ​ຜະ­ລິດໃນ​ແຕ່​ລະ​ປີ  ປະ ມານ 24 ຕື້​ກີບ ແຕ່​ນັ້ນ​ກໍ​ບໍ່​ພຽງ­ພໍ​ກັບ​ຄວາມ​ຕ້ອງ­ການ​ຕົວ​ຈິງ, ພ້ອມ​ດຽວ​ກັນ​ຕ້ອງ​ກຳ­ນົດ​ນະ­ໂຍ­ບາຍ​ເສດ­ຖະ­ກິດ​ຊຸກ­ຍູ້​ການ​ຜະ­ລິດ​ສິນ­ຄ້າ ເພ​ື່ຶອ​ເຮັດ​ໃຫ້​ເຂົ້າ­ຂອງ​ລາວ​ມີ​ຄວາມ​ສາ­ມາດ​ແຂ່ງ­ຂັນ​ໄດ້, ມີ​ຄຸນ​ນະ​ພາບ​ດີ, ມີ​ຕົ້ນ​ທຶນ​ການ​ຜະ­ລິດ​ຕ່ຳ ເປັນ­ຕົ້ນ​ແມ່ນ​ດອກ​ເບ້ຍ​ເງິນ​ກູ້​ທີ່​ເໝາະ​ສົມ​ລວມ​ເຖິງ​ການ​ກຳ­ນົດ​ລາ­ຄາ​ກະ­ແສ​ໄຟ­ຟ້າ​ຊົນ­ລະ­ປະ­ທານ​ນຳ.
   ບໍ່​ພຽງ​ເທົ່າ​ນັ້ນ ລັດ​ຍັງ​ຕ້ອງ​ສົ່ງ­ເສີມ​ໃຫ້​ມີ​ໂຮງ­ງານ​ຜະ­ລິດ​ຝຸ່ນ​ຊີ­ວະ​ພາບ, ຝຸ່ນວິ­ທະ­ຍາ­ສາດ, ໂຮງ­ງານ​ຜະ­ລິດ​ເຄື່ອງ­ມື​ອຸ­ປະ­ກອນ​ຮັບ​ໃຊ້​ການ​ຜະ­ລິດ​ພາຍ​ໃນ​ປະເທດ​ໃຫ້​ຫຼາຍ​ຂຶ້ນເພື່ອ​ຕອບ​ສະ­ໜອງ​ໃຫ້​ແກ່​ການ​ຜະ­ລິດ ແລະ ຫຼຸດ­ຜ່ອນ​ການ​ນຳ​ເຂົ້າ ລວມ​ທັງ​ຫຼຸດ​ຕົ້ນ​ທຶນ​ໃນ​ການ​ຜະ­ລິດ​ໃຫ້​ແກ່​ປະ­ຊາ­ຊົນ​ອີກ​ດ້ວຍ.



No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ