google-site-verification: google0d91bc93cfc88895.html ອາ​ຫານ​ທີ່​ເຮັດ​ໃຫ້​ເຖົ້າ​ໄວ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, February 26, 2015

ອາ​ຫານ​ທີ່​ເຮັດ​ໃຫ້​ເຖົ້າ​ໄວ

 

ການ​ຫຼຸດ​ອາ­ຫານ​ບາງ​ຢ່າງ​ອາດ​ຊ່ວຍ​ໃຫ້ທ່ານ​ຫຼຸດ​ຄວາມ​ເຖົ້າ​ລົງ​ໄດ້ໂດຍ​ບໍ່​ຕ້ອງ​ເພິ່ງ​ ເຄື່ອງສຳ­ອາງ​ ໃນ​ການ​ຫຼຸດ​ຄວາມ​ເຖົ້າ​ເລີຍໄປ​ເບິ່ງ​ກັນ​ວ່າອາ­ຫານ 10 ຢ່າງ​ທີ່​ທ່ານ​ຄວນ​ປັດ​ສະ​ຈາກ​ຫາກ​ບໍ່ຢາກ​ເຖົ້າ​ກ່ອນ​ໄວ​ມີ​ຫຍັງ​ແນ່:
1.  ນ້ຳ­ຕານ: ເພາະ​ນ້ຳ­ຕານ​ຈະ​ໄປ​ຈັບ​ຕົວ​ກັບ ຄໍ​ລາ​ເຈນ​ ໃນ​ຮ່າງ­ກາຍເຮັດ​ໃຫ້​ຜິວ­ໜັງ​ຂອງ​ທ່ານ​ບໍ່ຫົດ​ຢືດ​ຈົນ​ເກີດ​ຮອຍ​ແຫ່ວ​ຍານແລະເຮັດ​ໃຫ້​ທ່ານ ເຖົ້າ​ຂຶ້ນ.
2. ໄຂ­ມັນ​ບໍ່​ອີ່ມ​ຕົວ: ໂດຍ​ສະ­ເພາະ​ແມ່ນ​ໄຂ­ມັນ​ທີ່ມີ ທຣານ​ໄອ​ໂຊ​ເມິ ທີ່​ສູງ​ເຊັ່ນ: ຊີ້ນ​ງົວເປັນ­ຕົ້ນ​ໄດ້​ສົ່ງ​ຜົນ​ໃຫ້​ເສັ້ນ­ເລືອດ​ຕີບ​ຕັນ ແລະ ຜິວ­ໜັງ ​ເບິ່ງ​ເຖົ້າ​ຂຶ້ນ.
3.  ເກືອ: ເກືອ​ຈະ​ໄປ​ດູດ​ຊຶມ​ນ້ຳ​ໃນ​ຮ່າງ­ກາຍ​ເຮັດ​ໃຫ້​ຮ່າງ­ກາຍ​ອ່ອນ­ເພຍ ນອກ­ຈາກ​ນີ້ ຍັງ​ເຮັດໃຫ້​ເກີດ​ຄວາມ​ສ່ຽງ​ໃນ​ການ​ເປັນ​ໂລກ​ໝາກ​ໄຂ່­ຫຼັງ, ຄວາມ­ດັນ­ເລືອດ­ສູງ ພ້ອມ​ນັ້ນ ເກືອ​ຍັງ​ຢຸດ​ການ​ດູດຊຶມ​ອາ­ຫານ​ເຂົ້າ​ສູ່​ກະ­ດູກ.
4.  ກາ­ເຟ ແລະ ນ້ຳ​ອັດ​ລົມ: ກາ­ເຟ​ຈະ​ດູດ​ຊຶມ ນ້ຳ​ໃນ​ຮ່າງ­ກາຍສ່ວນ​ການ​ດື່ມ­ນ້ຳ​ອັດ​ລົມ​ນັ້ນ​ຈະເຮັດ​ໃຫ້​ຮ່າງ­ກາຍ​ຂາດ​ນ້ຳ ແລະ ເຮັດ​ໃຫ້​ອ່ອນເພຍ​ອິດ­ເມື່ອຍ​ໄດ້.
5. ເຂົ້າ­ໜົມ​ອົມ: ນ້ຳ­ຕານ​ໃນ​ເຂົ້າ­ໜົມ​ອົມ​ຈະ​ສົ່ງຜົນ​ໃຫ້​ເກີດ​ການ​ລະ​ຄາຍ​ເຄືອງ​ໃນ​ຮ່າງ­ກາຍ ແລະ ເຮັດ​ໃຫ້​ເກີດ​ຮອຍ​ຮ່ຽວ​ຍານ.
6. ສານ​ໃຫ້​ຄວາມ​ຫວານ​ທຽມ​ເຊັ່ນ: ແອ​ສປາ​ແຕມ ສົ່ງ​ຜົນ​ໃຫ້​ເກີດ​ອາ­ການ​ເຈັບ​ຫົວ ແລະ ປວດ​ຂໍ້ ພ້ອມ​ຍັງ​ເຮັດ​ໃຫ້​ທ່ານ​ຍາກ​ກິນ​ຫວານຫຼາຍ​ຂຶ້ນ.
7. ເຫຼົ້າ ແລະ ເຄື່ອງ​ດື່ມ​ທີ່​ມີ​ທາດ​ມຶນ­ເມົາຈະ​ດູດ​ຊຶມ​ນ້ຳ​ໃນ​ຮ່າງ­ກາຍເຮັດ​ໃຫ້​ເກີດ​ ຮອຍຮ່ຽວ​ຍານ ຢຸດ​ຢັ້ງ​ການ​ຈັບ​ຕົວ​ຂອງ​ ຄໍ​ລາ​ເຈນ ໃຕ້​ຜິວ­ໜັງ ເຮັດ​ໃຫ້​ເກີດ​ຈຸດ​ແດງແລະອາ­ການໄຂ່​ບວມ.
8. ເຄື່ອງ​ດື່ມ​ຊູ​ກຳ­ລັງ: ເຄື່ອງ​ດື່ມ​ຊູ​ກຳ­ລັງ ຈະ​ເຂົ້າ​ໄປ​ທຳ­ຮ້າຍ​ສານ​ເຄືອບ​ແຂ້ວ​ຫຼາຍ​ກວ່າເຄື່ອງ​ດື່ມ​ທີ່​ເປັນ​ນ້ຳ​ອັດ​ລົມ​ເຖິງ 8 ເທົ່າເຮັດ​ໃຫ້ແຂ້ວ​ເຫຼືອງ ແລະ ບໍ່​ແຂງ­ແຮງ.
9.  ຄາ​ໂບ​ໄຮ​ເດຣ​ຕ: ຄາ​ໂບ​ໄຮ​ເດຣ​ຕ ຈຳ­ນວນ ຫຼາຍ​ເກິນ​ໄປ​ຈະ​ທຳ­ຮ້າຍ​ຄໍ​ລາ​ເຈນ​ໃຕ້​ຜິວ­ໜັງ ແລະ ເສັນໃຍ​ໃຕ້​ຜິວ­ໜັງ.
10. ອາ­ຫານ​ຈືນ: ການ​ບໍ­ລິ­ໂພກ​ອາ­ຫານ​ຈືນ​ຈະເຮັດ​ໃຫ້­ການ​ຈັບ​ຕົວ​ຂອງ​ຄໍ​ລາ​ເຈນ​ໃຕ້​ຜິວ­ໜັງ​ຊ້າ​ລົງສົ່ງ​ຜົນ​ໃຫ້​ຜິວ­ໜັງ​ຮ່ຽວ​ແຫ້ງ ແລະ ຍານ​ໄດ້.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ