google-site-verification: google0d91bc93cfc88895.html ​ການ​ປູກ​ພືດ​ແບບ​ປະ​ສົມ​ປະ​ສານ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, February 27, 2015

​ການ​ປູກ​ພືດ​ແບບ​ປະ​ສົມ​ປະ​ສານ



ການ​ປູກ​ພືດ​ແບບ​ປະ­ສົມ​ປະ­ສານ​ເປັນ​ເຕັກ­ນິກ​ອັນ​ໃໝ່ ສາ­ມາດ​ເພີ່ມ​ລາຍ​ຮັບ​ໃຫ້​ຊາວ​ກະ­ສິ­ກອນ ນອກ­ຈາກ​ນີ້ ຍັງ​ຊ່ວຍ​ໃນ​ການ​ປັບ­ປຸງ​ໂຄງ​ສ້າງ​ຂອງ​ດິນ​ໃຫ້​ມີ​ຄວາມ​ອຸ­ດົມ­ສົມ­ບູນ, ເປັນ​ການ​ນຳ​ໃຊ້​ທີ່​ດິນ​ຢ່າງ​ກຸ້ມ​ຄ່າ, ໄດ້­ຜົນ​ຜະ­ລິດ​ຫຼາຍ​ຢ່າງ​ໃນ​ລະ­ດູ​ດຽວ ເພາະ​ສາ­ລີ ແລະ ຖົ່ວ­ດິນ ເປັນ​ພືດ​ອາ­ຍຸ​ສັ້ນ​ສາ­ມາດ​ປູກ​ໄດ້​ໃນ​ລະ­ດູ­ແລ້ງ ແລະ ລະ­ດູ­ຝົນ ເມັດ​ສາ­ລີ ແລະ ຖົ່ວ­ດິນ ໃຊ້​ເປັນ​ອາ­ຫານ​ຄົນ ແລະ ສັດ​ເຊັ່ນ: ເຮັດ​ເຂົ້າ­ໜົມ, ອາ­ຫານ​ສັດ ແລະ ອື່ນໆ ນອກ­ຈາກ​ນັ້ນ ຍັງ​ປູກ​ເພື່ອ​ຂາຍ​ເປັນ​ສິນ­ຄ້າ​ສາ­ມາດ​ສ້າງ​ລາຍ​ຮັບ​ໃຫ້​ແກ່​ຄອບ­ຄົວ​ອີກ​ດ້ວຍ ທີ່​ສຳ­ຄັນ​ເສດ​ຂອງ​ຕົ້ນ​ຖົ່ວ­ດິນ​ສາ­ມາດ​ປັບ­ປຸງ​ດິນ ແລະ ເຮັດ​ຝຸ່ນ​ບົ່ມ​ໄດ້, ເສດ​ຂອງ​ຕົ້ນ​ສາ­ລີ​ແມ່ນ​ໃຊ້​ເປັນ​ອາ­ຫານ​ສັດ.
ການ​ປູກ:
ປີ​ໜຶ່ງ​ສາ­ມາດ​ປູກ​ໄດ້ 2 ຮອບ: ຮອບ​ທີ 1 ປູກ​ໃນ​ທ້າຍ​ເດືອນ​ມີ­ນາ ຫາ ເດືອນ​ເມ­ສາ ແລະ ຮອບ​ທີ 2 ປູກ​ເດືອນ​ສິງ­ຫາ ຫາ ເດືອນ​ກັນ­ຍາ ໂດຍ​ປູກ​ຖົ່ວ­ດິນ ແລະ ສາ­ລີ​ພ້ອມ​ກັນ ໃຊ້​ສຽມ ຫຼື ຈົກ​ຂຸດ​ເປັນ​ຂຸມ ແລ້ວ​ຢອດ​ເມັດ​ລົງ 2Œ-3 ເມັດ​ຕໍ່​ຂຸມ.
·         ການ​ປູກ​ສາ­ລີ: ໄລ­ຍະ​ຫ່າງ​ລະ­ຫວ່າງ​ແຖວ 2 ແມັດ ແລະ ລະ­ຫວ່າງ​ຕົ້ນ 50 ຊັງ​ຕີ​ແມັດ.
·         ການ​ປູກ​ຖົ່ວ­ດິນ: ໄລ­ຍະ​ຫ່າງ​ລະ ຫວ່າງ​ແຖວ 40 ຊັງ​ຕີ​ແມັດ ແລະ ລະ ຫວ່າງ​ຕົ້ນ 50 ຊັງ​ຕີ​ແມັດ.
ເມື່ອ​ປູກ​ສາ­ລີ ແລະ ຖົ່ວ­ດິນ​ໄດ້ 5-Œ7 ວັນ ໃຫ້​ປູກ​ຄືນ​ຕົ້ນ​ທີ່​ບໍ່​ອອກ ຫຼື ຫຼົກ​ຕົ້ນ​ໃນ​ຂຸມ​ທີ່​ມັນ​ອອກ​ຫຼາຍ​ໄປ​ປູກ​ໃສ່​ຂຸມ​ທີ່​ມັນ​ບໍ່​ອອກ ໃຫ້​ມີ 2 ຕົ້ນ​ຕໍ່​ຂຸມ​ຂຸມ.
ການ​ບົວ​ລະ​ບັດ​ຮັກ​ສາ
ເມື່ອ​ເຮົາ​ສັງ­ເກດ​ເຫັນ​ວ່າ​ຫຍ້າ​ຢູ່​ໃນ​ພື້ນ​ທີ່​ມີ​ຫຼາຍ​ກໍ​ຄວນ​ເສຍ​ອອກ ໂດຍ​ການ​ນຳ​ໃຊ້​ແວກ ຫຼື ຈົກ, ເສຍ​ຫຍ້າ 2-Œ3 ເທື່ອ​ຕໍ່​ລະ­ດູ​ການ ການ​ປູກ​ຖົ່ວ­ດິນ​ສັບ­ຫວ່າງ​ສາ­ລີ ເຫັນ​ວ່າ​ເປັນ​ການ​ຫຼຸດ­ຜ່ອນ​ແຮງ​ງານ​ໃນ​ການ​ເສຍ​ຫຍ້າ ຈາກ 3 ເທື່ອ ມາ​ເປັນ 2 ເທື່ອ​ຕໍ່​ລະ­ດູ​ການ.
ການ​ເກັບ​ກ່ຽວ:
 ເມື່ອ​ຖົ່ວ­ດິນ​ມີ​ອາ­ຍຸ​ໄດ້ 95Œ-110 ວັນ ແລະ ສາ­ລີ​ມີ​ອາ­ຍຸ​ໄດ້ 120Œ-125 ວັນ ກໍ​ສາ­ມາດ​ເກັບ​ກ່ຽວ​ໄດ້.
ຜົນ​ໄດ້​ຮັບ:
ການ​ປູກ​ພືດ​ແບບ​ປະ­ສົມ​ປະ­ສານ​ໃນ​ພື້ນ​ທີ່​ດຽວ​ກັນ ແມ່ນ​ໄດ້​ຮັບ​ຜົນ​ປະ­ໂຫຍດ 2 ຢ່າງ​ຄື:
Œ ຜົນ​ຜະ­ລິດ​ຈາກ​ຖົ່ວ­ດິນ​ສະ­ເລ່ຍ 500 ກິ​ໂລ​ຕໍ່​ເຮັກ­ຕາ, ລາ­ຄາ 1 ກິ​ໂລ ແມ່ນ 6.000 ກີບ (ປີ 2010).
 

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ