google-site-verification: google0d91bc93cfc88895.html ການ​ປູກ​ເຕີຍ​ຫອມ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, February 26, 2015

ການ​ປູກ​ເຕີຍ​ຫອມ

ໃບ​ເຕີຍ​ຫອມ​ເປັນ​ພືດ​ທີ່​ຫຼາຍຄົນ​​ເບິ່ງຂ້າມ ​ແຕ່​ແທ້​ຈິ່ງ​ແລ້ວ​ໃບ​ເຕີຍ​ນັ້ນມີ​ຄຸນ​ປະ​ໂຫຍ​ດຫຼາຍໆ ແລະ ມີ​ລາຄາ​ດີ ​ແຖມ​ຍັງ​ເປັນ​ທີ່​ຕ້ອງການ​ຂອງ​ຕະຫຼາດ ສ່ວນວີ​ທີ​ການປູ​ກ​​ເບິ່ງ​ແຍງ​ຮັກ ສາ​ນັ້ນກໍ​ແສນ​ຈະ​ສະບາຍ ​ແລະ ງ່າຍ.


ວິ​ທີການ​ປູກ
ການ​ປູກ​ໃບ​ເຕີ​ຍຫອມ​ນັ້ນ​​ແ​ມ່ນ​ເລີ່ມ ຈາກ​ການ​ໄຖ​ພື້ນ​ທີ່ດິນທີ່​ຕ້ອງການ​ປູກ​ນັ້ັ້ນ ​ແລ້ວ​ຂຸດ​ຂຸມ​ຂະໜາດ 5x5 ຊັງ​ຕີ​ແມັດ ​ເລີກ 6-7 ຊັງ​ຕີ​ແມັດ, ໄລຍະ​ຫ່າງຂອງ​ແຕ່ລະ​ຂຸມ​ປະມານ 8-10 ຊັງ​ຕີ​ແມັດ ​ເມື່ອ​ໄດ້​ຂະໜາດຂອງ​ແຕ່ລະ​ຂຸມ​ແລ້ວ​ໃຫ້​ໃສ່​ປຸ໋ຍສູດ 15-15-15 ​ແລະ ຕ້ອງ​ປູກ​ໃກ້​ນ້ຳທີ່ເຮັດ​ໃຫ້​ດິນ​ປຽກ ຊຸມມີນ້ຳໝຸນ​ວຽນຕະຫຼອດປີ ​ແລະ​ ຕ້ອງ​ມີຮົ່ມ​ເພື່ອ​ບໍ່​ໃຫ້​ໃບ​ເຕີຍ​ຖືກ​ແສງ​ແດດ​ໂດຍ​ກົງ ສ່ວນ​ການ​ປູກ​ໃນ​ພື້ນ​ທີ່​ນາ​ມີ​ການກຽມດິນ​ຄ້າ​ຍຄືກັບການ​ເຮັດ​ນາ​ ແຕ່​ເຮັດ​ພຽງຄັ້ງ​ດຽວກ່ອນ​ປູກ ສ່ວນ​ທາງ​ຍ່າງ​ເພື່ອ​ການ​ເກັບ​ກ່ຽວ​ໃບ​ເຕີຍ​ນັ້ນຂຶ້ນ​ຢູ່​​ກັບ​ຄວາມ​ສະດວກ​ສະບາຍ​ທີ່​ຜູ້​ປູກ​ຕ້ອງການ​ຈັດການ ​ແລະ ວາງ​​ແຜນ​ເອງ​ຕາມ​ຄວາມ​ເໜາະສົ​ມຂອງ​ພື້ນ​ທີ່​ປູກ ​ແລະ ຂະໜາດຂອງ​ພື້ນ​ທີ່.
ກ່ອນ​ປູກ​ຕ້ອງ​ເປີດ​ນ້ຳ​ເຂົ້າພື້ນ​ທີ່​ກ່ອນ​ປະມານ1 ຝາ​ມື ຫຼື 15 ຊັງ​ຕີ​ແມັດ ຈາກ​ນັ້ນ​ໃຫ້ນຳ​ເອົາຕົ້ນພັນ​​ເຕີຍ​ຫອມ​ທີ່​ແຂງ​ແຮງ​ມີ​ຮາກ​ປັກ​ລົງ​ໃນ​ດິນ ​​ໂດຍ​ເຮັດ​ຄື​ເຮົາ​ດຳນາ ​ຈາກ​ນັ້ນກໍ​​ໃຫ້​​ເບິ່ງ​ແຍງ​ລະບົບ​ຖ່າຍ​ເທ​ນ້ຳບໍ່​ໃຫ້​ຕົ້ນທີ່​ເຮົາ​ປັກ​ລົງ​ດິນ​ລອຍ​ຂຶ້ນ​ມາ​ ​ປູກ​​ປະ​ໄວ້​ 3 ​ເດືອນ​ຈິ່ງ​ເພີ່ມ​ປະລິມານ​ນ້ຳຂຶ້ນ​ຕື່ມ, ຫຼັງຈາກ​ປູກ​ໄດ້ 6 ​ເດືອນ ກໍ​ສາມາດ​ເກັບ​ກ່ຽວ​ໄດ້ ສຳລັບ​ວີ​ທີ​ເກັບ​ກ່ຽວ​ໃຫ້​ໃຊ້​ມີດຕັດ​ຍອດ​ບໍ່ຕ້ອງ​ເສຍດາຍ​ຍອດ ​ເພາະ​ການ​ຕັດ​ 1 ຍອດ ຈະ​​ເຮັດ​ໃຫ້​ເກີດ​ຍອດ​ຂຶ້ນມາ​ໃໝ່ປະມານ 3-5 ຍອດ.
ການ​ເບິ່ງ​ແຍງ​ຮັກ​ສາ
ສຳລັບ​ການ​​ເບິ່ງ​ແຍງ​ຮັກສາ​ໃບ​ເຕີຍ​ນັ້ນກໍ​ບໍ່​ໄດ້ຫ​ຍຸ້ງ​ຍາກ​ຫຍັງຫຼາຍ ພຽງ​ແຕ່​ໃຫ້​ເອົາ​ໃຈ​ໃສ່​​​ຢ່າງ​ສະໝ່ຳສະ​ເໝີ ​ແລະ ປັບ​ສະພາບ​ພື້ນ​ທີ່​ໃຫ້​ໂລ່ງ​ບໍ່​ໃຫ້​ມີ​ພືດ​ຂຶ້ນປົກ​ຂຸມ​ຕົ້ນ​ໃບ​ເຕີຍ​ເພາະ​ຈະ​ເຮັດ​ໃຫ້​ໃບ​ເຕີຍ​ຈະ​ເລີ​ນ​ເຕີບ​ໃຫຍ່​ຊ້າ ​ແລະ ​ບໍ່ງາມ ຄວນ​ໃສ່​ປຸ໋ຍໝັກ ຫຼື ປຸ໋ຍຝຸ່ນ ​ເພື່ອ​ບຳລຸງ​ຕົ້ນ ​ແລະ ​ໃບ ​ເຮັດ​ໃຫ້​ຕົ້ນ​ໃບ​ເຕີຍ​ມີ​ຄວາມ​ອຸດົມສົມບູນ ນອກ​ນີ້ ​ໃບ​ເຕີຍ​ທີ່​ສົ່ງ​ຂາຍ​ຕາມ​ທ້ອງ​ຕະຫຼາດກໍສາມາດ​ນຳ​ມາ​ປະກອບ​ອາຫານ​ໄດ້​ຕາມ​ຄວາມ​ຕ້ອງການ​ບໍ່ວ່າ​ຈະ​ເປັນ​ອາຫານຫວານ-ຄາວກໍ​ໄດ້ ​ແລະ ກໍຍັງນຳ​ໄປ​ປະກອບ​ກັບ​ດອກ​ໄມ້​ໃນ​ການ​​ໄຫວ້​ພະ ຊຶ່ງ​ໃນ​ຕະຫຼາດມີ​ຄວາມ​ຕ້ອງການ​ໃບ​ເຕີຍຫຼາຍພໍ​ສົມຄວນ.​


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ