google-site-verification: google0d91bc93cfc88895.html ຖົ່ວແປບ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, February 27, 2015

ຖົ່ວແປບ




ຖົ່ວ​ແປບ ເປັນ​ພືດ​ຜັກ​ຊະ­ນິດ​ໜຶ່ງ​ທີ່​ປະ­ຊາ­ຊົນ​ລາວ​ເຮົາ​ນິ­ຍົມ​ບໍ­ລິ­ໂພກ ແຕ່​ຈະ​ບໍ່​ແພ່​ຫຼາຍ​ປານ­ໃດ ແລະ ບໍ່​ມັກ​ມີ​ຈຳ­ໜ່າຍ​ຕາມ​ທ້ອງ​ຕະ­ຫຼາດ ຊຶ່ງ​ອາດ​ເປັນ​ເພາະ­ວ່າ ຖົ່ວ​ແປບ​ເປັນ​ພືດ​ທີ່​ປູກ​ຂ້ອນ​ຂ້າງ​ຍາກ ແລະ ຕ້ອງ­ການ​ເບິ່ງ­ແຍງ​ຮັກ­ສາ ແລະ ເອົາ­ໃຈ­ໃສ່​ຫຼາຍ.
ເນື່ອງ​ຈາ​ກວ່າ ຖົ່ວ​ແປບ ເປັນ​ພືດ​ຕະ­ກູນ​ຖົ່ວ​ທີ່​ມີ​ທາດ​ໂປຣ​ຕີນ​ຈາກ​ທຳ​ມະ​ຊາດ​ຫຼາຍ​ກວ່າ, ນອກ­ຈາກ​ໂປຣ​ຕີນ​ແລ້ວ ຍັງ​ມີ​ໃຍ​ອາ­ຫານ, ວິ­ຕາ­ມິນ​ຊີ, ແຄວ​ຊ່ຽມ ແລະ ຟົດ​ສ​ຟໍ​ຣັສ​ໃນ​ປະ­ລິ­ມານ​ສູງ, ແຕ່​ວ່າ​ວິ­ຕາ­ມິນ​ຊີ ມັກ​ຈະ​ຫາຍ​ຕົວ​ໄປ​ເມື່ອ​ຖືກ​ຄວາມ​ຮ້ອນ, ດັ່ງ­ນັ້ນ ຈິ່ງ​ຄວນ​ຂົ້ວ​ພໍ​ສຸກ​ກໍ່​ຮັບ​ປະ­ທານ​ໄດ້​ແລ້ວ ກາກ​ໃຍ​ອາ­ຫານ​ໃນ​ຖົ່ວ​ແປບ​ຊ່ວຍ​ໃນ​ລະ­ບົບ​ຍ່ອຍ​ອາ­ຫານ​ເປັນ​ໄປ​ຕາມ​ປົກ­ກະ­ຕິ ລວມ​ໄປ​ເຖິງ​ການ​ຂັບ​ຖ່າຍ​ທີ່​ສະ­ດວກ​ສະ­ບາຍ ແລະ ເປັນ​ເວ­ລາ.
ຖົ່ວ​ແປບ​ຈັດ​ເປັນ​ພືດ​ປະ­ເພດ​ປີ​ດຽວ, ລຳ­ຕົ້ນ​ຈະ​ເລື້ອ​ພັນ​ຄ້າງ​ຂຶ້ນ​ໄປ ໂດຍ​ໃຊ້​ມື​ຈັບ, ເປັນ​ພືດ​ຜັກ​ທີ່​ມັກ​ອາ­ກາດ​ເຢັນ ຈິ່ງ​ປູກ​ໄດ້​ດີ​ໃນ​ຊ່ວງ​ລະ­ດູ​ໜາວ ແຕ່​ຢ່າງ­ໃດ​ກໍ​ຕາມ ຖົ່ວ​ແປບ​ກໍ​ສາ­ມາດ​ຂຶ້ນ​ໄດ້​ໃນ​ດິນ​ເກືອບ​ທຸກ​ຊະ­ນິດ ໂດຍ​ສະ­ເພາະ​ດິນ​ໜຽວ ແລະ ຄວນ​ເປັນ​ດິນ​ທີ່​ມີ​ຄວາມ​ເປັນ​ກົດ​ເລັກ​ນ້ອຍ.
ຖົ່ວ​ແປບ ຊື່​ວິ­ທະ­ຍາ­ສາດ Pisum sativum ຈັດ​ຢູ່​ໃນ​ຕະ­ກູນ​ຖົ່ວ ມີ​ຖິ່ນ​ກຳ­ເນີດ​ແຖບ​ປະ­ເທດ ເອ​ທີ​ໂອ​ເປຍ ຕໍ່​ມາ​ແພ່​ກະ­ຈາຍ​ປູກ​ໃນ​ແຖບ​ເມ​ດິ​ເຕີ​ເລ​ເນຍ, ອາ­ຊີ ແລະ ເຂດ​ອົບ​ອຸ່ນ​ຕ່າງໆ​ຂອງ​ໂລກ ຖົ່ວ​ແປບ​ເປັນ​ພືດ​ລະ­ດູ​ດຽວ, ມີ​ໃບ​ແບ​ສະ​ລັບ, ປາຍ​ໃບ​ຄົມ​ເປັນ​ມື​ເກາະ, ການ​ຈະ­ເລີນ​ເຕີບ​ໂຕ​ແບບ​ພຸ່ມ ຫຼື ຂຶ້ນ​ຄ້າງ ລຳ­ຕົ້ນ​ນ້ອຍ​ເປັນ​ຫຼ່ຽມ, ຮາກ​ເປັນ​ລະ­ບົບ​ຮາກ­ແກ້ວ, ດອກ​ເປັນ​ແບບ​ດອກ​ສົມ­ບູນ​ເພດ ປະ­ສົມ​ພັນ​ກັນ​ເອງ, ສາ­ມາດ​ແບ່ງ​ປະ­ເພດ​ຂອງ​ຖົ່ວ​ແປບ​ເປັນ 2 ປະ­ເພດ​ເຊັ່ນ: ປະ­ເພດ​ຝັກ​ໜຽວ ແລະ ແຂງ, ແກ່ນ​ໃຫຍ່ ນິ­ຍົມ​ປູກ​ເພື່ອ​ຮັບ​ປະ­ທານ​ແກ່ນ, ສ່ວນ​ອີກ​ຊະ­ນິດ​ໜຶ່ງ​ປູກ​ເພື່ອ​ຮັບ​ປະ­ທານ​ຝັກ​ສົດ ໂດຍ​ຝັກ​ຈະ​ມີ​ຂະ ໜາດ​ໃຫຍ່​ມີ​ປີກ.
ສຳ­ລັບ​ການ​ປູກ​ຖົ່ວ​ແປບ ດິນ​ຄວນ​ມີ​ລັກ­ສະ­ນະ​ດິນ​ລ້ວນ, ລະ­ບາຍ​ນ້ຳ​ໄດ້​ດີ, ມີ​ຄວາມ​ອຸ­ດົມ­ສົມ­ບູນ​ສູງ, ໜ້າ­ດິນ​ເລິກ ແລະ ຄວນ​ມີ pH ຢູ່​ລະ­ຫວ່າງ 5,5-6,5, ອຸນ­ຫະ­ພູມ​ທີ່​ເໝາະ​ສົມ​ໃນ​ການ​ຈະ­ເລີນ​ເຕີບ​ໂຕ​ຢູ່​ລະ­ຫວ່າງ 13-18 ອົງ­ສາ​ເຊ ຫາກ​ອຸນ­ຫະ­ພູມ​ຕ່ຳ​ກວ່າ 4 ອົງ­ສາ​ເຊ ຫຼື ສູງ​ກວ່າ 29 ອົງ­ສາ ຈະ​ເຮັດ​ໃຫ້­ການ​ຈະ­ເລີນ​ເຕີບ​ໂຕ​ຊະ​ງັກ ແລະ ໃນ​ກໍ­ລະ­ນີ​ທີ່​ອຸນ­ຫະ­ພູມ​ສູງ​ກວ່າ 30 ອົງ­ສາ​ເຊ ດອກ, ຝັກ​ຈະ​ຫຼົ່ນ ແລະ ບໍ່​ຄວນ​ປູກ​ໃນ​ສະ­ພາບ​ອາ­ກາດ​ເຢັນ, ມີ​ນ້ຳ​ຄ້າງ​ແຂງ ໂດຍ​ສະ­ເພາະໃນ​ໄລ­ຍະ​ທີ່​ດອກ​ບານ ແລະ ເລີ່ມ​ຕິດ​ຝັກ.

 

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ