google-site-verification: google0d91bc93cfc88895.html ​ກາກ​ມູນ​ລົ້ນ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, February 27, 2015

​ກາກ​ມູນ​ລົ້ນ

ກາກມູນລົ້ນແມ່ນຫຍັງ?

ກາກ​ມູນ​ລົ້ນ​ແມ່ນ​ຂີ້ສັດ (ຂີ້ໝູ, ງົວ, ຄວາຍ, ຂີ້​ໄກ່ ຢ່າງ​ໃດ​ຢ່າງໜຶ່ງ ຫຼື ປະສົມ​ກັນ) ທີ່​ລົ້ນ​ແລ້ວ​ໄຫຼອອກ​ມາ​ຈາກ​ບໍ່​ແກ໊ສຊີວະ​ພາບ ​ຊຶ່ງ​ໄດ້​ຜ່ານ​ການ​ບົ່ມ​ເພື່ອ​ຜະລິດ​ແກ໊ສຊີວະ​ພາບ​ແລ້ວ ​ແລະ ​ໄດ້​ຖືກ​ຍ່ອຍ​ສະຫຼາຍຢ່າງ​ລະອຽດ​.ກາກ​ມູນ​ລົ້ນຂອງ​ບໍ່​ແກ໊ສຊີວະ​ພາບ​ມີ​ຄຸນຄ່າ​ສູງ ​ເພາະ​ອຸດົມສົມບູນ​ໄປ​ດ້ວຍທາ ດ​ບຳລຸງ​ລ້ຽງຂອງ​ພືດ ​ແລະ ສັດ.
ຖ້າ​ການ​ນຳ​ໃຊ້​ບໍ່​ແກ໊ສຊີວະ​ພາບ ​ແລະ ກາກ​ມູນ​ລົ້ນມີ​ປະສິດທິ​ຜົນ ຈະ​ເຮັດ​ໃຫ້​ຄອບຄົວ​ສາມາດ ​ເພີ່ມ​ຜົນ​ຜະລິດ​ຂອງ​​ເຄື່ອງ​ປູກ​ຂອງ​ຝັງ, ໝູ ​ແລະ ປາ ​ແລະ ຊ່ວຍ​ເພີ່ມ​ລາຍ​ຮັບ​ໄດ້.

ກາກມູນລົ້ນໄດ້ມາຈາກໃສ?

ກາກ​ມູນ​ລົ້ນ​ໄດ້​ມາ​ຈາກ​ການ​ຕື່ມ​ຂີ້ສັດ​ໃສ່​ບໍ່​ແກ໋ດຊີວະ​ພາບ​ໃນ​ແຕ່​ລະມື້ ຫຼັງຈາກ​ທີ່​ໄດ້​ໃສ່​ຄັ້ງທຳ​ອິດ​ແລ້ວ ການ​ຕື່ມ​ຂີ້ສັດ​ໃສ່​ບໍ່​ແກ໋ດຊີວະ​ພາບ​ກໍ່​ເພື່ອ​ຜະລິດ​ອາຍ​ແກ໋ດຊີວະ​ພາບ ​ໃຊ້​ເປັນ​ແກ໋ດຫຸງ​ຕົ້ມ, ​ແຕ່ງກິນ, ໜຶ້ງ​ເຂົ້າ, ຫຸງ​ເຂົ້າ, ​ໃຕ້​ດອກ​ໄຟ ​ແລະ ອື່ນໆ ​ໃນ​​ແຕ່​ລະ​ວັນ, ນອກຈາກ​ນີ້ ພວກ​ເຮົາ​ຍັງ​ໄດ້​ກາກ​ມູນ​ລົ້ນ​ໃຊ້​​ເປັນ​ປຸຍ​ຊີວະ​ພາບ​ໄດ້​ຢ່າງ​ດີ​ອີກ​ດ້ວຍ ​ໃຊ້​ກັບ​ການ​ຜະລິດ​ກະສິກຳ.
​ພາກ​ທິດ​ສະ​ດີ​​ໄດ້​ລະບຸ​ໄວ້​ວ່າ: ຖ້າ​ພວກ​ເຮົາ​ຕື່ມ​ຂີ້ສັດ​ທຸກໆມື້ຈະ​ໄດ້​ກາກ​ມູນ​ລົ້ນດັ່ງນີ້:
  • ບໍ່​ແກ໊ສຊີວະ​ພາບ​ຂະໜາດ 4 ​ແມັດ​ກ້ອນ ຈະ​ໃຫ້​ກາກ​ມູນລົ້ນ 40-80 ກິ​ໂລ ຕໍ່ ມື້.
  • ບໍ່​ແກ໊ສຊີວະ​ພາບ​ຂະໜາດ 6 ​ແມັດ​ກ້ອນ ຈະ​ໃຫ້​ກາກ​ມູນລົ້ນ 80-120 ກິ​ໂລ ຕໍ່ ມື້.
  • ບໍ່​ແກ໊ສຊີວະ​ພາບ​ຂະໜາດ 8 ​ແມັດ​ກ້ອນ ຈະ​ໃຫ້​ກາກ​ມູນລົ້ນ 120-160 ກິ​ໂລ ຕໍ່ ມື້.
  • ບໍ່​ແກ໊ສຊີວະ​ພາບ​ຂະໜາດ 10 ​ແມັດ​ກ້ອນ ຈະ​ໃຫ້​ກາກ​ມູນລົ້ນ 160-200 ກິ​ໂລ ຕໍ່ ມື້.
​ແຕ່​ສຳລັບ​ພາກປະຕິບັດ​ຕົວ​ຈິງ​ຈະ​ໄດ້​ກາກ​ມູນ​ລົ້ນໜ້ອຍ ຫຼື ຫຼາຍກວ່າ​ນີ້ຂຶ້ນກັບຫຼາຍປັດ​ໃຈ​ເຊັ່ນ: ການ​ຕື່ມ​ຂີ້ສັດ​ສະໝໍ່າສະ​ເໝີ ຫຼື ບໍ່, ອຸນຫະພູມ, ຄຸນ​ນະພາ​ບນໍ້າ ​ແລະ ປັດ​ໃຈ​ອື່ນໆອີກຫຼາຍຢ່າງ.

ເປັນຫຍັງຈຶ່ງຕ້ອງໃຊ້ກາກມູນລົ້ນ?

ກາກ​ມູນ​ລົ້ນຂອງ​ບໍ່​ແກ໊ສຊີວະ​ພາບ ອຸດົມສົມບູນ​ໄປ​ດ້ວຍ​ວິຕາມິນ ​ແລະ ທາດ​ບຳລຸງ​ລ້ຽງຂອງ​ພືດ ​ແລະ ສັດ, ທາດ​ບຳລຸງ​ລ້ຽງດັ່ງກ່າວ​ສ້າງ​ຂຶ້ນ​ໂດຍສິ່ງ​ທີ່​ມີ​ຊີວິດ​ນ້ອຍໆຈຳນວນຫຼວງຫຼາຍຢູ່​ໃນ​ບໍ່​ແກ໋ດຊີວະ​ພາບ ​ຊຶ່ງພວກ​ເຮົາ​ບໍ່ສາມາດ​ເບິ່ງ​ເຫັນ​ດ້ວຍ​ຕາ​ເປົ່າ ບັນດາ​ວິຕາມິນ, ທາດ​ບຳລຸງ​ລ້ຽງ ​ແລະ ທາດ​ອິນ​ຊີ​ຕ່າງໆ​ເຫຼົ່ານີ້ ​ໄດ້​ລະລາຍ​ຢູ່​ໃນ​ນໍ້າ​ແລ້ວ ​ເມື່ອ​ພວກ​ເຮົາ​ເອົາ​ໄປ​ໃສ່​ເຄື່ອງ​ປູກ​ຂອງ​ຝັງ ຈະ​ເຮັດ​ໃຫ້ຮາກ​ພືດ​ດູດ​ຊຶມ​ເອົາ​ໄປ​ໃຊ້​ໄດ້​ດີ​ທີ່​ສຸດ.
ຢູ່​ໃນ​ຂອງ​ແຫຼວພາຍ​ໃນ​ບໍ່​ແກ໊ສຊີວະ​ພາບ​ ອຸດົມ​ໄປ​ດ້ວຍ​ວິຕາມິນ ​ເບ 1, ​ເບ 2, ​ເບ 12, ທາດ​ບຳລຸງ​ລ້ຽງຂອງ​  ພື​ດ ​ແລະ ສັດ​ເຊັ່ນ: ທາ​ດອາ​ຊົດ, ຟົດ​ສະ​ຟໍ, ທາດ​ກາລີ ​ແລະ ​ແຮ່​ທາດ​ອື່ນໆ ທີ່​ຈຳ​ເປັນຕໍ່ການຈະ​ເລີ​ນ​ເຕີບ​ໂຕ​ຂອງ​ພືດ ​ແລະ ສັດ.

ຕາຕະລາງສົມທຽບປະລິມານແຮ່ທາດອາຫານຕົ້ນຕໍຂອງພືດ ທີ່ມີຢູ່ໃນຝຸ່ນ 3 ຊະນິດ:

ທາດ​ບຳລຸງ​ລ້ຽງ
ຝຸ່ນ​ບົ່ມ​ຂີ້ສັດ
ຝຸ່ນ​ຄອກ
ກາກ​ມູນ​ລົ້ນ
ປະລິມານ%
ສະ​ເລ່ຍ %
ປະລິມານ%
ສະ​ເລ່ຍ %
ປະລິມານ%
ສະ​ເລ່ຍ %
ອາ​ຊົດ (N)
0,50-1,50
1
0,50-1,00
0,80
1,40-1.80
1,60
ຟົດ​ສະ​ຟໍ (P)
0,40-0,80
0,60
0,50-0,80
0,70
1,10-2
1,55
ກາລີ (K)
0,50-1,90
1,20
0,50-0.,80
0,70
0,80-1,20
1

ກາກມູນລົ້ນມີຄຸນລັກສະນະແນວໃດ?

​ເມື່ອຂືີ້ສັດ​ພາຍ​ໃນ​ບໍ່​ແກ໊ສຊີວະ​ພາບ ຖືກ​ຍ່ອຍ​ສະຫຼາຍ​ຈະ​ກາຍ​ເປັນ​ກາກ​ມູນ​ລົ້ນ ທີ່​ມີ​ຄຸນ​ລັກສະນະ​ດັ່ງນີ້:
  • ບໍ່ມີ​ກິ່ນ​ເໝັນ ​ແລະ ບໍ່ມີ​ແມງ​ວັນມາ​ຕອມ.
  • ​ເມື່ອ​ເອົາ​ໄປ​ໃສ່​​ເຄື່ອງ​ປູກ​ຂອງ​ຝັງ ຈະບໍ່​ເຮັດ​ໃຫ້​ເກີດ​ຫຍ້າ ​ເພາະວ່າ​ແກ່ນ​ຫຍ້າ​ໄດ້​ຖືກ​ທຳ ລາຍ​ເກືອບໝົດ.
  • ກາກ​ມູນ​ລົ້ນສາມາດ​ໃຊ້​ໄດ້​ທັງ​ແບບ​ເປັນ​ນໍ້າ ​ແລະ ​ເຮັດ​ຝຸ່ນ​ບົ່ມ ຈະ​ມີ​ຄຸນຄ່າ​ສູງ​ກວ່າ​ຝຸ່ນ​ຄອກ.
  • ກາກ​ມູນ​ລົ້ນຖື​ວ່າ​ເປັນ​ຝຸ່ນ​ເລັ່ງຊີວະ​ພາບ ​ເພາະວ່າ​ປະກອບ​ກ້ວຍ​ທາດ​ອາ​ຊົດ, ທາດ​ຟົດ​ສະ​ຟໍ ​ແລະ ທາດ​ກາລີ. ທາດ​ອາ​ຊົດ ​ແລະ ທາດ​ອິນ​ຊີ​ທີ່​ເປັນ​ກ້ອນ​ໃຫຍ່ ​​ໄດ້​ຖືກ​ຍ່ອຍ​ໃຫ້​ເປັນໜ່ວຍ ນ້ອຍໆ ​ແລະ ລະລາຍ​ຢູ່​ໃນ​ນໍ້າ​ແລ້ວ  ​ຊຶ່ງ​ເໝາະສົມ​ໃຫ້​ແກ່​ຮາກ​ພືດ​ດູດ​ໄປ​ນຳ​ໃຊ້​ໄດ້​ດີ​ທີ່​ສຸດ.
  • ກາກ​ມູນ​ລົ້ນ​ເປັນ​ຫົວ​ເຊື້ອ​ເລັ່ງ​ໃຫ້​ເກີດ​ເປັນ​ຝຸ່ນ​ບົ່ມ​ໄດ້​ດີ ​ເພາະ​ມັນ​ມີ​ສິ່ງ​ທີ່​ມີ​ຊີວິດ​ນ້ອຍໆ ຊ່ວຍ​ຍ່ອຍ​ສະຫຼາຍອິນ​ຊີ​ວັດຖຸ​ເຮັດ​ໃຫ້​ເຟືອງ, ​ແກບ ຫຼື ​ໃບ​ໄມ້​ໃບ​ຫຍ້າ​ເປື່ອຍ​ໄວ.

ການນຳໃຊ້ກາກມູນລົ້ນມີຜົນດີຕໍ່ດິນແນວໃດ?

  • ​ເຮ​ັດ​ໃຫ້​ດິນ​ຜຸ​ຜຸ່ຍ ​ເໝາະສົມ​ແກ່​ການ​ປູກຝັງ.
  • ​ເພີ່ມ​ຄວາມ​ອຸດົມສົມບູນ​ໃຫ້​ແກ່​ດິນ ຍ້ອນ​ວ່າ​ເພີ່ມ​ທາດ​ບຳລຸງ​ລ້ຽງ​ໃຫ້​ແກ່​ດິນ.
  • ​ເຮັດ​ໃຫ້​ດິນ​ອູ້ມ​ນໍ້າ​ໄດ້​ດີ ມີ​ຜົນ ​ເຮັດ​ໃຫ້​ດິນ​ຊຸ່ມ​ເຢັນ.
  • ​ເຮັດ​ໃຫ້​ດິນ​ມີ​ຊີວິດ​ຊີວາ ໝາຍຄວາມ​ວ່າ: ມີ​ການ​ເຮັດ​ວຽກຂອງ​ຈຸ​ລະ​ຊີບ​ໃນ​ດິນ​ຄື: ​ເຮັດ​ໃຫ້​ແຮ່​ທາດ​ໃນ​ດິນ​ຖືກ​ປົດ​ປ່ອຍ​ມາ​ໃຫ້​ພືດ​ໄດ້​ນຳ​ໃຊ້​ຢ່າງ​ສະໝໍ່າສະ​ເໝີ.
  • ​ເພີ່ມ​ຜົນ​ຜະລິດ​ຂອງ​ເຄື່ອງ​ປູກຂອງ​ຝັງ​ໄດ້ຫຼາຍກວ່າ​ຝຸ່ນ​ຄອກ​ເຖິງ 10-30%.
  • ​ເປັນ​ຜົນ​ດີ​ຕໍ່ດິນ​ໃນ​ໄລຍະ​ຍາວ​ນານ ​ແລະ ​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ.

ກາ​ມູນ​ລົ້ນນຳ​ໃຊ້​ເຮັດ​ຫຍັງ​ແດ່?

  • ​ໃສ່​ນາ​ເຂົ້າ, ​ໃສ່​ຕາກ້າ.
  • ​ໃສ່​ພືດ​ຜັກ, ​ໄມ້​ດອກ​ໄມ້​ປະດັບ, ພືດ​ໄຮ່, ​ໄມ້​ໃຫ້ໝາກ.
  • ຜະລິດ​ຝຸ່ນ​ບົ່ມ​ຊີວະ​ພາບ.
  • ນຳ​ໃຊ້​ລ້ຽງປາ.
  • ນຳ​ໃຊ້​ປະສົມ​ໃນ​ອາຫານໝູ.

ການ​ນຳ​ໃຊ້​ກາກ​ມູນລົ້ນ​ໃສ່​ນາ​ເຂົ້າ.

ການ​ນຳ​ໃຊ້​ກາກ​ມູນ​ລົ້ນ​ໃສ່​ນາ​ເຂົ້າປະກອບ​ດ້ວຍ 4 ​ໄລຍະ​ຄື: ​ໄລຍະ​ຮອງ​ພື້ນ, ​ໄລຍະ​ຕົນ​ເຂົ້າ​ແຕກ​ກໍ, ​ໄລຍະ​ເຂົ້າກ່ອນ​ມານ ​ແລະ 5 ວັນຫຼັງດອກ​ເຂົາບານ. ​ເຮົາ​ຈະ​ໃສ່​ກາກ​ມູນ​ລົນ​ເທົ່າ​ໃດ​ນັ້ນ ຂຶ້ນກັບຫຼາຍປັດ​ໃຈ​ເຊັ່ນ: ສະພາບ​ຄວາມ​ອຸດົມສົມບູນ​ຂອງ​ດິນ ​ເຊິ່ງ​ແຕ່​ລະ​ບ່ອນ​ແຕ່ລະ​ທ້ອງ​ຖິ່ນ​ຈະ​ບໍ່ຄື​ກັນ ​ແຕ່​ຢ່າງ​ໃດ​ກໍ່ຕາມ​​ໂດຍ​ທົ່ວ​ໄປ​ແລ້ວ ຂໍ​ແນະນຳ​ໃຊ້​ສູດ​ດັ່ງ​ນີ້:
ກ. ​ໄລຍະ​ຮອງ​ພຶື້ນ: ການ​ນຳ​ໃຊ້​ຝຸ່ນ​ບົ່ມ​ຊີວະ​ພາບ ປະມານ 900-1,300 ກິ​ໂລຕໍ່​ໄລ່ (1,600 ຕາ​ແມັດ) ​ໃສ່​ຕອນ​ໄຖ ຫຼື ຕອນ​ຄາດ.
ຂ. ​ໄລຍະ​ເຂົ້າ​ແຕກ​ກໍ: ​ໄລຍະ​ນີ້​ແມ່ນຫຼັງປັກ​ດຳ​ແລ້ວ ຈັກ​ມື້ຫຼັງປັກ​ດຳ​ແມ່ນ​ອີງ​ຕາມ​ແນວ​ເຂົ້າ​ແຕ່​ລະ​ຊະນິດ ​ໄລ​ຍະ​ນີ້ນຳ​ໃຊ້​ກາກ​ມູນ​ລົ້ນ 300-800 ລິດ/​ໄລ່ ​ແລະ ​ໃສ່​ປຸຍ​ເລັ່ງ (40-0-0) ຕື່ມ​ອີກ 5-7 ກິ​ໂລ.
ຄ. ​ໄລຍະ​ເຂົາກຽມມານ: ​ໄລຍະ​ນີ້ນຳ​​ໃຊ້​ກາກ​ມູນ​ລົ້ນ 500-1,100 ລິດ/​ໄລ່ ​ແລະ ປຸຍ​​ເລັ່ງ 7-11 ກິ​ໂລ ​ແລະ ປຸຍໝາກທີ່​ມີ​ທາດ​ກາລີ ຫຼື ​ໂປ​ແຕສຊຽມ 4-8 ກິ​ໂລ.
ງ. ມື້ທີ 5 ພາຍຫຼັງດອກ​ເຂົ້າມານ: ໃຊ້​ກາກ​ມູນ​ລົ້ນ​ແຕ່​ຢ່າງດຽວ ຈຳນວນ 200-500 ລິດຕໍ່​ໄລ່ ​ເພື່ອ​ເພີ່ມ​ການ​ສ້າງ​ເມັດ​ເຂົ້າ ​ແລະ ​ເຮັດ​ໃຫ້​ເມັດ​ເຂົາຕື່ງ​ເຕັມ​ເມັດ​ດີ ຢ່າງ​ສະໝໍ່າສະ​ເໝີທົ່ວ​ທັງ​ທົ່ງ​ນາ.

ການ​ນຳ​ໃຊ້​ກາກ​ມູນ​ລົ້ນກັບ​ພື​ດສວນ ​ແລະ ພືດ​ໄຮ່.

   ການ​ນຳ​ໃຊ້​ກາກ​ມູນ​ລົ້ນ​ໃສ່​ພືດ​ຜັກ, ​ໄມ້​ດອກ​ໄມ້​ປະດັບ ​ແລະ ພືດ​ໄຮ່ ​ແບ່ງ​ເປັນ 2 ຂັ້ນຕອນ​ຄື: ຂັ້ນຕອນ​ທຳ​ອິດ​ແມ່ນ​ການ​ໃສ່​ຮອງ​ພື້ນ ​ໂດຍ​ໃຊ້​ຝຸ່ນ​ບົ່ມ​ຊີວະ​ພາບ ​ແລະ ຂັ້ນຕອນ​ຕໍ່ມາ​ແມ່ນ​ການ​ປົກ​ເທິງ​ຮາກ ​ແລະ ການ​ຫົດ​ໂດຍ​ປະສົມ​ນ້ຳຄື: ກາກ​ມູນ​ລົ້ນ 1 ສ້ວນ ປະສົມ​ນ້ຳອີກ 4 ສ່ວນ.
ຕົວຢ່າງ: ​ໃຊ້​ກາກ​ມູນ​ລົ້ນ 1 ຄຸ ​ແລ້ວ​ປະສົມ​ນ້ຳອີກ 4 ຄຸ ຄົນ​ໃຫ້​ເຂົ້າກັນ ​ແລ້ວ​ເອົາ​ໄປ​ຫົດ​ຜັກ, ​ໄມ​້ດອກ-​ໄມ້​ປະດັບ ​ໄດ້​ທຸກໆມື້.

ການ​ນຳ​ໃຊ້​ກາກ​ມູນ​ລົ້ນ​ເຮັດ​ຝຸ່ນ​ບົ່​ມຊີວະ​ພາບ.

ກາກ​ມູນ​ລົ້ນ​ເປັນ​ຫົວ​ເຊື້ອ​ເລັ່ງ ​ໃຫ້​ວັດຖຸ​ທຳ​ມະ​ຊາດ​ຍ່ອຍ​ສະຫຼາຍ​ໄດ້​ດີ ການ​ຜະລິດ​ຝຸ່ນ​ບົ່ມ​ຊີວະ​ພາບ​ຈາກ​ກາກ​ມູນ​ລົ້ນ ​ແມ່ນ​ເຮົາໝູນ​ໃຊ້​ສິ່ງ​ເສດ​ເຫຼືອຈາກ​ໄຮ່ນາ, ສວນ​ຕ່າງໆ​ເຊັ່ນ: ​ແກບ, ​ເຟືອງ, ຕົນສາລີ, ​ໃບ​ໄມ້ ຫຼື ພື​ດຕ່າງໆ. ​ເພື່ອ​ມາ​ບົ່ມ​ກັບ​ກາກ​ມູນ​ລົ້ນຢູ່​ໃນ​ຕູບ​ບົ່ມ ​ເພື່ອ​ເຮັດ​ໃຫ້​ເກີດ​ການ​ຍ່ອຍ​ສະຫຼາຍ  ​ແລະ ການ​ເປັນ​ຝຸ່ນ​ບົ່ມ​ຊີວະ​ພາບ.
ຂັ້ນຕອນ​ການ​ຜະລິດ​ຝຸ່ນ​ບົ່ມ​ຊີວະ​ພາບ​ຈາກ​ກາກ​ມູນ​ລົ້ນ.
1). ສ້າງ​ຕູບ​ບົ່ມ ​ໃກ້ໆກັບ​ຂຸມ​ເກັບ​ກາກ​ມູນ​ລົ້ນຂອງ​ບໍ່​ແກ໋ດຊີວະ​ພາບ.
2). ​ເອົາ​ແກບ, ​ເຟືອງ, ​ໃບ​ໄມ້ ຫຼື ພືດ​ອື່ນໆ (​ເອົາ​ລວມກັນ​ກໍ່​ໄດ້) ດີ​ແທ້​ມີ​ພືດ​ຕະກຸນ​ຖົ່ວ​ຢູ່​ນຳ ນຳ​ມາກ​ອງຢາຍໆລົງ​ໃນ​ຕູບ​ບົ່ມ.
3). ຕັກ​ເອົາ​ກາກ​ມູນ​ລົ້ນມາ​ຖອກ​ໃສ່ວັດຖຸ​ທຳ​ມະ​ຊາດ​ທີ່​ເຮົາ​ກອງ​ຢາຍ​ໄວ້​ໃນ​ຕູບ​ບົ່ມນັ້ນ​ໃຫ້​ທົ່ວ ​ໃຫ້​ກາກ​ມູນ​ລົ້ນຫຼາຍກວ່າ​ວັດຖຸ​ທຳ​ມະ​ຊາດ ປະມານ 3 ​ເທົ່າ (ຖ້າ​ມີ​ວັດຖຸ​ທຳ​ມະ​ຊາດຫຼາຍ​ໃຫ້​ເຮັດ​ເປັນ​ຊັ້ນໆ). ຕົວຢ່າງ: ​ເອົາ​ເຟືອງ​ໃສ້​ແ້ວ​ຖອກ​ກາກ​ກາກ​ມູນ​ລົ້ນ​ໃສ່ ​ແລ້ວ​ເອົາ​ເຟືອງ​ໃສ່​ອີກ​ຊັ້ນໜຶ່ງ​ແລ້ວ​ກໍ່ຖອກ​ກາກ​ມູນ​ລົ້ນ​ໃສ່ ​ເພື່ອ​ເຮັດ​ໃຫ້​ເຟືອງ​ເປື່ອຍ​ໄວ.
4). ປະ​ໄວ້​ຈົນ​ກວ່າ​ວັດຖຸ​ທຳ​ມະ​ຊາດ​ຈະ​ຍ່ອຍ​ສະຫຼາຍ​​ເຊິ່ງຂຶ້ນກັບ​ພືດ ​ໂດ​ຍທົ່ວ​ໄປ​ຈະ​ປະມນ 4-6 ​ເດືອນ.
6.4 ການ​ນຳ​ໃຊ້​ກາກ​ມູນ​ລົ້ນຜະລິດ​ນ້ຳສະໝຸນ​ໄພ​ປ້ອງ​ກັນ​ແມງ​ໄມ້​ສັດຕູ​ພືດ.
ກາກ​ມູນ​ລົ້ນຂອງບໍ່​ແກ໊ສຊີວະ​ພາບ​ເປັນ​ປຸຍ​ຊີວະ​ພາບ ​ແລະ ປ້ອງ​ກັນ​ແມງ​ໄມ້​ໄດ້.

ສູດ​ປ້ອງ​ກັນ​ແມ​ໄມ້​ທົ່ວ​ໄປ

ວັດຖຸ​ດິບ:
  1. ​ໃບ ຫຼື ​ແກ່ນ​ຂົມ​ກະ​ເດົາ 1 ກິ​ໂລ
  2. ຫົວ​ຂ່າ             1 ກິ​ໂລ
  3. ສີ​ໃຄ               1 ກິ​ໂລ
ວິທີ​ເຮັດ: ຟັກ​ເປັນ​ຕ່ອນ​ຂະໜາດ 2 ນີ້ວມື ຫຼື ຕຳ​ໃຫ້​ແຫຼກ ​ແລ້ວ​ເອົາ​ໄປ​ແຊ່​ໃນ​ກາກ​ມູນ​ລົ້ນ 20 ລິດ ປະ​ໄວ້ 3 ຄືນ ​ແລ້ວ​ຕອງ​​ເອົາ​ນ້ຳ​ໄວ້​ໃຊ້.
ວິທີ​ໃຊ້: ນ້ຳສະໝຸນ​ໄພ 1 ລິດ ປະສົມ​ນ້ຳ 20 ລິດ ສີດ​ພົ່ນ​ສວນສັດ, ໝາກ​ໄມ້.

ສູດປ້ອງ​ກັນ​ເພ້ຍ ​ແລະ ບົ້ງ.

ວັດຖຸ​ດິບ: ໃບ ​ແລະ ດອກ​ດາວ​ເຮືອງ 1 ກິ​ໂລ.
ວິທີ​ເຮັດ: ຕຳ​ໃຫ້​ມຸ່ນ​ແລ້ວ​ປະສົມ​ກາກ​ມູນ​ລົ້ນ 6 ລິດ ​ແຊ່​ໄວ້ 1 ຄືນ ​ແລ້ວ​ຕອງ​ເອົາ​ແຕ່​ນ້ຳ​ໄວ້​ໃຊ້.
ວິທີ​ໃຊ້: ນໍ້າສະໝຸນ​ໄພ 5 ບ່ວງ​ແກງ ປະສົມ​ນ້ຳ 5 ລິດ ​ໃສ່​ນ້ຳສ​ບູ່ ຫຼື ຢາສະຜົມ 1 ບ່ວງ ​ແລ້ວ​ສີດ​ພົ່ນ​ນາ​ເຂົ້າ, ສວນ​ຜັກ, ​ໃມ້​ໃຫ້ໝາກ ​ເປັນຕົ້ນ.

ສູດ​ປ້ອງ​ກັນ​ແມງ​ໄມ້​ແບບ​ງ່າຍດາຍ.

ກາກ​ມູນ​ລົ້ນປະສົມ​ນ້ຳ​ເຄິ່ງຕໍ່​ເຄິ່ງ​ແລ້ວ​ສີດ​ພົ່ນ ກໍ່ປ້ອງ​ກັນ ​ແລະ ​ໄລ່​ແມງ​ໄມ້​ຄື​ກັນ ນອກຈາກ​ນັ້ນ​ເຄື່ອງ​ປູກ​ຂອງຝັງ​ຍັງ​ໄດ້​ຮັບ​ທາດ​ບຳລຸງ​ລ້ຽງທາງ​ໃບ​ອີກ​ດ້ວຍ.

ການ​ນຳ​ໃຊ້​ກາກ​ມູນ​ລົ້ນ​ເກືອ​ປາ.

ກາກ​ມູນ​ລົ້ນສາມາດ​ລ້ຍປາ​ໄດ້​ໂດຍ​ກົງ ປບາງ​ຊະນິດ​ເຊັ່ນ: ປາ​ນິນ, ປາ​ໄນ ​ແລະ ປາດຸກ ຈະ​ກິນ​ກາກ​ມູນ​ລົ້ນ​ເປັນ​ອາຫານ​ໄດ້​ດີ ປາ​ຊະນິດ​ອື່ນ​ບໍ່ສາມາດ​ກິນ​ໄດ​ໂດຍ​ກົງ ​ແຕ່​ມັນ​ຈະ​ຮັບ​ຄຸນ​ປະ​ໂຫຍ​ດທາງ​ອ້ອມ​ຈາກ​ກາກ​ມູນ​ລົ້ນຄື: ອາຫານ​ທຳ​ມະ​ຊາດ​ໃນໜອງປາ​ຈະ​ເພີ່ມ​ຂຶ້ນຢ່າງ​ໄວວາ​ເຊັ່ນ:  ​ໄຮ​ນ້ຳ​ພືດ, ​ໄຮ​ນ້ຳ​ສັດ (ຖ້າ​ມີ​ໄຮ​ນ້ຳ​ພືດຫຼາຍນ້ຳ​ຈະ​ເປັນ​ສີຂຽວ, ຖ້າວ່າໜອງປາ​ມີ​ອາຫ​ນຳ​ມະ​ຊາດ​ອຸດົມສົມບູນ​ດີ) ວິທີ​ນຳ​ໃຊ້​ກກ​ມູນ​ລົ້ນ​ເປັນ​ອາຫານ​ປາ ສາມາດ​ຕັກ​ກາກ​ມູນ​ລົ້ນ​ແລ້ວ​ໄປ​ຖກ​ໃຫ້​ປາ​ກິນ ຫຼື ປ່ອຍ​ເຂົາໜອງປາ​ເລີຍ​ກໍ່​ໄດ້ ຈະ​ບໍ່​ເຮັດ​ໃຫ້​ນ້ຳ​ເນົ່າ​ເສຍ (​ແຕ່​ຖ້າ​ຂີ້ສັດ​ສົດ​ເຮັດ​ໃຫ້​ນ້ຳ​ເນົ່າ​ເສຍ​ໄດ້). ກາກ​ມູນ​ລົ້ນສາມາດ​ນຳ​ໄປ​ປ່ອຍ​ໃສ່​ບໍ່ອະນຸບານ​ປາ​ໄດ້ ຈະ​ເຮັດ​ໃຫ້​ລູກ​ປາ​ແຂງ​ແຮງ, ​ໃຫຍ່​ໄວ, ຕ້ານທານ​ຕໍ່ພະຍາດ​ ​ແລະ ກາ​ຝາກ​ຕ່າງໆ.

ການ​ນຳ​ໃຊ້​ກາກ​ມູນ​ລົ້ນປະສົມ​ກັບ​ອາຫານໝູ.

ດັ່ງ​ທີ່​ໄດ້​ກ່າວ​ມາ​ແລ້ວ​ວ່າ​ກາກ​ມູນ​ລົ້ນອຸດົມ​ໄປ​ດ້ວຍ ວິຕາມິນ ​ເບ 1, ​ເບ 2 ​ແລະ ​ເບ 12, ທາດ​ອະມິ​ໂນ​ຊະນິດ​ຕ່າງໆ ທີ່​ຈຳ​ເປັນຕໍ່ການ​ຂະ​ຫາຍ​ຕົວ​ຂອງ​ຮ່າງກາຍ ກາກ​ມູນ​ລົ້ນຍັງ​ອຸດົມ​ໄປ​ດ້ວຍ​ແຮ່​ທາດ​ຕ່າງໆ​ເຊິ່ງ​ເປັນ​ອາຫານ​ສັດ​ໄດ້ ນອກຈາກ​ນັ້ນ​ໃນ​ກາກ​ມູນ​ລົ້ນຍັງ​ມີ​ທາດ​ກະ​ຕຸ້ນ​ຄວາມ​ຢາກກິນ​ອາຫານ​ຂອງໝູ ​ເອີ້ນວ່າ ​ເອັນ​ຊາຍ. ຈາກ​ກການຄົ້ນຄວ້າ​ທົດ​ລອງ​ໃນ​ຕ່າງປະ​ເທດ​ພົບ​ວ່າ: ການ​ນຳ​ໃຊ້​ກາກ​ມູນ​ລົ້ນປະສົມ​ລົງ​ໃນ​ອາຫານໝູ ​ໂດຍ​ໃຊ້​ອັດຕາ​ສ່ວນຄື: ກາກ​ມນ​ລົ້ນ 1-2 ລິດ/ອາຫານໝູ 1 ກິ​ໂລ ​ເຮັດ​ໃຫ້ໝູກິນ​ອາຫານ​ດີ, ​ໃຫຍ່​ໄວ, ​ໃຫ້​ນ້ຳໜັກດີ, ມີ​ຊີ້ນຫຼາຍ ​ແລະ ບໍ່ີ​ຜົນ​ກະທົບ​ທາງ​ລົບ​ຕໍ່ລົດ​ຊາດ​ຂງຊີ້ນໝູນັ້ນ.
      ກາກ​ມູນ​ລົ້ນຂອງ​ບໍ່​ແກ໊​ສຊີວະ​ພາບ ອຸດົມ​ໄປ​ດ້ວຍ​ວິຕາມິນ, ​ແຮ່​ທາດ ​ແລະ ທາດ​ອະມິ​ໂນ ​ເຊິ່ງ​ເປັນ​ທາດບຳລຸງ​ລ້ຽງທີ່​ຈຳ​ເປັນຕໍ່ການ​ເຕີບ​ໃຫຍ່ຂະຫຍາຍຕົວ​ຂອງ​ພືດ ​ແລະ ສັດ ສຳຄັນ​ທີ່​ສຸດ​ແມ່ນ​ບັນດາ​ທາດ​ບຳລຸງ​ລ້ຽງ​ເຫຼົ່ານັ້ນ​ໄດ້​ລະລາຍ​ຍຢູ່​ໃນ​ນ້ຳຮຽບຮ້ອຍ​ແລ້ວ ​ເມື່ອ​ເອົາ​ໄປ​ໃສ່​ເຄື່ອງ​ປູກ​ຂອງ​ຝັງ ຫຼື ລ້ຽງສັດ ຈະ​ເຮັດ​ໃຫ້​ພືດ ຫຼື ສັດ​ດູດ​ຊຶມ​ໄປ​ໃຊ້​ໄດ້​ດີ ນອກຈາກ​ນັ້ນຍັງ​ເປັນ​ການໝູນ​ໃຊ້​ສິ່ງ​ເສດ​ເຫຼືອ​ໃຫ້​ເກີດ​ຄຸນຄ່າ ​ແລະ ​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ