google-site-verification: google0d91bc93cfc88895.html ​ການ​ປູກ​ສາ­ລີ​ພັນ​ລູກປະ­ສົມ​ດ່ຽວ F1 LVN10 - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, February 26, 2015

​ການ​ປູກ​ສາ­ລີ​ພັນ​ລູກປະ­ສົມ​ດ່ຽວ F1 LVN10

ລັກ​ຊະ­ນະ​ຂອງ​ແນວ​ສາ­ລີ​ພັນ​ລູກປະ­ສົມ​ດ່ຽວ F1 LVN10 ເປັນ​ແນວ​ພັນ​ໃໝ່​ມີ​ປະ­ສິດ­ທິ­ພາບ​ສູງ​ທີ່​ສຸດ​ເຕີບ​ໂຕ​ໄວ, ຕົ້ນ​ແຂງ​ໄວ, ໃບ​ຊ້ອງ ແລະ ຫຸ້ມ​ປິດ​ດີ ມີ​ຄວາມ​ເໝາະ​ສົມ​ປູກ​ກັບ​ຫຼາຍ​ພື້ນ​ທີ່​ໃນ​ທຸກ​ລະ­ດູ​ການ ເມັດ​ຕື່ງ​ດີ, ເມັດ​ສີ­ເຫຼືອງ​ໝາກ​ເຂັ້ມ, ຂາຍ​ໄດ້​ລາ­ຄາ​ດີ ຜ່ານ​ການ​ທົດ​ລອງ​ສາ­ມາດ​ເກັບ​ກ່ຽວ​ໄດ້ 9-Œ11 ໂຕນ​ຕໍ່​ເຮັກ­ຕາ.

ການ​ປູກ ແລະ ບົວ​ລະ​ບັດ​ຮັກ​ສາ
ສຳ­ລັບ​ລະ­ດູ​ການ​ປູກ: ປີ​ໜຶ່ງ​ສາ­ມາດ​ປູກ​ໄດ້ 3 ລະ­ດູ ແລ້ວ­ແຕ່ ແຕ່​ລະ​ເຂດ​ທີ່​ຈະ​ປູກ​ຄື​ແນວ­ໃດ ເພື່ອ​ຫຼີກ­ເວັ້ນ​ບໍ່​ໃຫ້​ສາ­ລີ​ອອກ­ດອກ, ອອກ​ໜວດ, ອອກ​ຍອງ ແລະ ສຸກ ໃນ​ເວ­ລາ​ດິນ​ຟ້າ​ອາ­ກາດ​ຮ້ອນ, ໜາວ​ຈັດ, ດິນ​ແຫ້ງ­ແລ້ງ ແລະ ນ້ຳ​ຖ້ວມ​ຂັງ​ເກີນ​ໄປ.    
ຄວາມ​ໜາ​ແໜ້ນ​ໃນ​ການ​ປູກ: ແມ່ນ 57.000-Œ66000 ຕົ້ນ​ຕໍ່​ແຮັກ​ຕາ, ໄລ­ຍະ​ຫ່າງ 65x25 ຊັງ​ຕີ​ແມັດ ຫຼື 70x22  ຊັງ​ຕີ​ແມັດ, ຫວ່ານ 1 ເມັດ​ຕໍ່​ຂຸມ ຈາກ​ນັ້ນ​ຍັງ​ໄດ້​ກະ­ກຽມ​ຕື່ມ​ຈຳ­ນວນ​ຕົ້ນ​ປູກ​ໃສ່​ຖົງ​ຢາງ​ເພື່ອ​ປູກ​ແທນ ເມື່ອ​ມີ​ຕົ້ນ​ຕາຍ ຖືກ​ແມງ­ໄມ້ ຫຼື ໂຕ​ໜູ​ກັດ.
 ການ​ໃສ່​ຝຸ່ນ​ຄິດ­ໄລ່​ເປັນ​ແຮັກ​ຕາ ມີ 2 ວິ­ທີ​ຄື: ໃສ່​ຝຸ່ນ​ດ່ຽວ ໃຊ້​ຝຸ່ນ​ຄອກ 8-Œ10 ໂຕນ​ຕໍ່​ເຮັກ­ຕາ, ຊຸບ​ແປ​ຟົດ​ຟາດ 300-Œ500 ກິ​ໂລ, ຝຸ່ນ​ອາ​ສົດ 300-Œ500 ກິ​ໂລ ແລະ​ຝຸ່ນ KCL 100Œ-150 ກິ​ໂລ, ໃສ່​ຝຸ່ນ​ປະ­ສົມ: ຝຸ່ນ​ຄອກ 8Œ-10 ໂຕນ​ຕໍ່​ເຮັກ­ຕາ, NPK 5:10:3 (ໃສ່​ຮອງ), 650Œ-700 ກິ​ໂລ, NPK 12:5:10 (ໃສ່​ເລັ່ງ), 300Œ-350 ກິ​ໂລ,Ure 55Œ60 ກິ​ໂລ ແລະ KCL 55-Œ60 ກິ​ໂລ.
 ວິ­ທີ​ໃສ່​ຝຸ່ນ ແລະ ບົວ­ລະ­ບັດ: ໃສ່​ຮອງ​ທັງ​ໝົດ​ຝຸ່ນ​ຄອກ, ຊຸບ​ແປ​ຟົດ​ຟາດ​ຫຼື NPK 5: 10:3, ໃສ່​ເລັ່ງ​ເທື່ອ​ທີ 1: ຖ້າ​ໃສ່​ຝຸ່ນ​ດ່ຽວ​ແມ່ນ 1/2 ປະ­ລິ­ມານ​ຝຸ່ນ​ອາ​ສົດ ແລະ 1/2 ປະ­ລິ­ມານ KCL ເມື່ອ​ຕົ້ນ​ມີ 4Œ5 ໃບ ຖ້າ​ໃສ່​ຝຸ່ນ​ປະ­ສົມ​ແມ່ນ​ໃສ່ 1/2 ປະ­ລິ­ມານ NPK 12:5:10 ແລະ 1/2  ປະ­ລິ­ມານ​ຝຸ່ນ​ອາ​ສົດ KCL ໃສ່​ເລັ່ງ​ເທື່ອ​ທີ 2: ຖ້າ​ໃສ່​ຝຸ່ນ​ດ່ຽວ​ແມ່ນ​ໃສ່​ໝົດ​ປະ­ລິ­ມານ​ຂອງ​ຝຸ່ນ​ອາ​ສົດ ແລະ ປະ­ລິ­ມານ KCL ທີ່​ຍັງ​ເຫຼືອ (ເມື່ອ​ຕົ້ນ​ມີ 8-Œ10ໃບ) ແລະ ໃສ່​ຝຸ່ນ​ປະ​ສົມ­ຄວນ​ໃສ່​ໝົດ​ປະ­ລິ­ມານ NPK 12:5:10 ແລະ ປະ­ລິ­ມານ​ຝຸ່ນ​ອາ​ສົດ​ກັບ KCL ທີ່​ຍັງ​ເຫຼືອ ຄວນ​ຮັກ­ສາ​ໜ້າ­ດິນ​ໃຫ້​ມີ​ຄວາມ​ຊຸ່ມ​ຢູ່​ສະ­ເໝີ​ເພື່ອ​ໃຫ້​ສາ­ລີ​ຂະ­ຫຍາຍ­ຕົວ​ຢ່າງ​ປົກ­ກະ­ຕິ ຕ້ອງ​ລະ­ບາຍ​ນ້ຳ​ໂດຍ​ໄວ​ເມື່ອ​ໃນ​ເວ­ລາ​ມີ​ນ້ຳ​ຂັງ ແລະ ເສຍ​ຫຍ້າ​ພູນ​ຕົ້ນ​ສາ­ລີ​ເພື່ອ​ຮັກ­ສາ​ໃຫ້​ເຕີບ​ໂຕ​ໄວ.
  ວິ­ທີ​ການ​ປ້ອງ​ກັນ ແລະ ປາບ​ສັດ­ຕູ​ພືດ ໂດຍ​ໃຊ້ bahudin 10h ຫຼື Furadan 3H ຫວ່ານ​ໃສ່​ໜ້າ­ດິນ​ແລ້ວ​ຖົມ​ເມັດ​ສາ­ລີ​ລົງ​ດິນ​ເພື່ອ​ບໍ່​ໃຫ້​ແມງ​ໜົ່ນ​ກັດ ແລະ ຫວ່ານ​ໃສ່​ຍອດ​ບໍ່​ໃຫ້​ແມງ­ໄມ້​ກັດ​ລຳ­ຕົ້ນ ນອກ​ນັ້ນ​ຍັງ​ສີດ Padan,Regent ເພື່ອ​ກັນ ແລະ ປາບ​ບໍ່​ໃຫ້​ແມງ​ກິນ​ໃບ ແລະ ວິ­ທີ​ການ​ປາບ​ຫຍ້າ​ດ້ວຍ​ຢາ Maizine 8wp ໃນ​ໄລ­ຍະ​ກ່ອນ​ສາ­ລີ​ຈະ​ອອກ­ດອກ.


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ