google-site-verification: google0d91bc93cfc88895.html ຫລວງ​ພະ​ບາງ​ເປັນ​ອັນ​ດັບ 2 ຂອງ​ເມືອງ​ທີ່​ດີ​ທີ່​ສຸດ​ໃນ​ອາ​ຊຽນ ແລະ ທີ່ 7 ຂອງ​ໂລກ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, February 20, 2015

ຫລວງ​ພະ​ບາງ​ເປັນ​ອັນ​ດັບ 2 ຂອງ​ເມືອງ​ທີ່​ດີ​ທີ່​ສຸດ​ໃນ​ອາ​ຊຽນ ແລະ ທີ່ 7 ຂອງ​ໂລກ





ເມືອງ​ມໍລະດົກ​ໂລກ ແຂວງ​ຫຼວງ​ພະ​ບາງ ຂອງ ​ສປປ ລາວ ໄດ້​ຮັບ​ການ​ຍົກຍ້ອງ ແລະ ໃຫ້​ຄະແນນ​ເປັນ​ເມືອງ​ທີ່​ດີ​ທີ່​ສຸດ ຈາກ​ການ​ໃຫ້​ຄະແນນ​ຂອງ​ນັກ​ທ່ອງ​ທ່ຽວ​ທົ່ວ​ໂລກ ໂດຍ​ຜ່ານ​ວາລະສານ ວັນ​ເດີ​ລາ​​ສ ປະຈຳ​ປີ 2015 (Wanderlust Travel Awards ໃນ​ປີ 2015) ອັນ​ດັບ​ທີ 2 ແມ່ນ​ເມືອງ​ບາ​ການ (Bagan) ປະເທດ​ມຽນ​ມາ ແລະ ອັນ​ດັບ​ທີ 3 ແມ່ນ​ນະຄອນ​ສະ​ຕອກ​ໂຮມ ປະເທດ​ສະ​ວິ​ເດັນ.
ອີງ​ຕາມ​ການ​ເປີດເຜີຍ​ໃນ​ບົດ​ລາຍ​ຂອງ​ວາລະສານ ວັນ​ເດີ​ລາ​​ສ ​ປະຈຳ​ປີ 2015 (Wanderlust Travel Awards ໃນ​ປີ 2015) ລະບຸ​ວ່າ: 97,14% ຂອງ​ຜູ້​ອ່ານ​ໃຫ້​ຄະແນນ ແຂວງ​ຫຼວງ​ພະ​ບາງ ເປັນ​ຈຸດໝາຍ​ປາຍທາງ​ຂອງ​ເຂົາເຈົ້າ ທີ່​ມີ​ຄວາມ​ໄຜ່​ຝັນ ຫຼື ຢາກ​ໄປ​ສຳຜັດ​ທີ່​ສຸດ 95% ແມ່ນ​ນະຄອນ​ບາ​ການ (Bagan) ແລະ 94,74% ແມ່ນ​ນະຄອນ​ສະ​ຕອກ​ໂຮມ (Stockholm).
ວາລະສານ ວັນ​ເດີ​ລາ​​ສ ເປັນ​ວາລະສານ​ຍອດ​ນິຍົມ​ອັນ​ດັບ​ແຖວ​ໜ້າ​ຂອງ​ປະເທດ​ອັງກິດ ຍັງ​ໄດ້​ໃຫ້​ຄະແນນ​ແຂວງ​ຫຼວງ​ພະ​ບາງ ເປັນ​ໜຶ່ງ​ໃນ​ສອງ​ຕົວ​ເມືອງ​ໃນ​ໂລກ ທີ່​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ທົ່ວ​ໂລກ​ມີ​ຄວາມ​ໄຜ່​ຝັນ ແລະ ຢາກ​ໄປ​ສຳຜັດ​ມົນ​ສະ​ເໜ່ ແຂວງ​ດັ່ງກ່າວ​ໃນ 2014.
ເຈົ້າ​ໜ້າທີ່​ຈາກ​ຫ້ອງ​ການທ່ອງທ່ຽວ ແຂວງ​ຫຼວງ​ພະ​ບາງ ໄດ້​ລາຍ​ງານ​ວ່າ: ປະຊາຊົນ ຫຼື ນັກ​ທ່ອງ​ທ່ຽວ​ຈຳນວນ​ຫຼວງຫຼາຍ ທີ່​ໄດ້​ໄປ​ຢ້ຽມຢາມ​ຕົວ​ເມືອງ​ເຫຼົ່ານັ້ນ ໂດຍ​ການ​ຜ່ານ​ການ​ຄະແນນ​ເປັນ​ສະຖານທີ່​ຈຸດໝາຍ​ປາຍທາງ ການທ່ອງທ່ຽວ​ຍອດ​ນິຍົມ​ທີ່​ສຸດ​ໃນ​ປີຜ່ານມາ.




ແນວໃດ​ກໍ່​ດີ ເຈົ້າ​ໜ້າທີ່​ຍັງ​ກ່າວ​ຕື່ມ​ອີ​ກວ່າ: ການ​ຈັດ​ອັນ​ດັບ​ຫຼ້າ​ສຸດ​ນີ້ ຈະ​ກະຕຸກ​ຊຸກຍູ້​ເຮັດ​ໃຫ້ການ​ຂະຫຍາຍຕົວ ອຸດສາຫະກຳ​ການທ່ອງທ່ຽວ​ໃນ​ແຂວງ​ຫຼວງ​ພະ​ບາງ ແລະ ພາຍ​ໃນ​ປະເທດ​ເຕີບ​ໃຫຍ່​ຢ່າງ​ວ່ອງໄວ ແລະ ຮັບ​ຄວາມ​ເຊື່ອ​ໝັ້ນ ນອກຈາກ​ນີ້ ຍັງ​ເປັນ​ການ​ເພີ່ມ​ທະວີ ເຮັດ​ໃຫ້ການ​ສະຫນອງ​ການ​ບໍລິການ ແລະ ສະຖານທີ່​ທ່ອງ​ທ່ຽວ​ໄດ້​ຮັບ​ການ​ປັບປຸງ​ດີ​ຂຶ້ນ​ກວ່າ​ເກົ່າ ສຳລັບ​ຕ້ອນຮັບ​ຜູ້​ມາ​ຢ້ຽມຢາມ​ພາຍ​ໃນ​ປະເທດ ແລະ ສາກົນ ແຂວງ​ຫຼວງ​ພະ​ບາງ ມີ​ປະຊາກອນ​ຫຼາຍ​ກວ່າ 400.000 ຄົນ ຂະນະ​ທີ່​ຈຳນວນ​ຂອງ​ຜູ້​ມາ​ຢ້ຽມຢາມ ຈາກ​ຕ່າງປະເທດ​ໃນ​ປີຜ່ານມາ​ນີ້ ແມ່ນ​ຫຼາຍ​ກວ່າ 340.000 ຄົນ.
ແຂວງ​ຫຼວງ​ພະ​ບາງ ແມ່ນ​ນະຄອນຫຼວງ​ແຫ່ງ​ໜຶ່ງ​ໃນ​ອະດີດ​ຂອງ​ອະ​ນາ​ຈັກ​ລ້ານ​ຊ້າງ ເຊິ່ງ​ໝາຍ​ຄວາມ​ວ່າ ເປັນ​ສະຖານທີ່​ດິນ​ຂອງ​ລ້ານ​ຊ້າງ ທັງ​ເປັນ​ສູນ​ກາງ​ວັດທະນະທຳ​ໃນ​ພາກ​ພື້ນ ທີ່​ມີ​ພຣະ​ວິຫານ​ຈຳນວນ​ຫຼາຍ ມີ​ເຮືອນ​ຊານ​ຮູບຊົງ​ດັ້ງເດີມ​ຍາວ​ນານ ວິຖີ​ຊີວິດ​ຂອງ​ປະຊາຊົນ​ພາຍ​ໃນ​ແຂວງ ແບບ​ບໍ່​ຄື​ປະເທດ​ໃດ​ໃນ​ໂລກ ມີ​ສະຖານ​ທ່ອງ​ທ່ຽວ ຕິດ​ພັນ​ກັບ​ທຳ​ມະ​ຊາດ​ຫຼາຍ​ແຫ່ງ UNESCO ປະກາດ​ວ່າ​ເປັນ​ຕົວ​ເມືອງ​ມໍລະດົກ​ໂລກ​ໃນ​ປີ 1995 ນັບ​ຕັ້ງແຕ່​ນັ້ນ​ມາ​ນັກ​ທ່ອງ​ທ່ຽວ ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ປີ 2013 ຈຳນວນ​ຂອງ​ຜູ້​ມາ​ຢ້ຽມຢາມ ບັນລຸ​ໄດ້ 343.000 ຄົນ ສ່ວນ​ແຂວງ​ດັ່ງກ່າວ ກໍ່​ໄດ້​ກຳນົດ​ເປົ້າ​ໝາຍ​ໄວ້​ວ່າ ຈະ​ສູ້​ຊົນ​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ມາ​ທ່ຽວ​ຊົມ​ປະມານ 500.000 ໃນ​ປີ​ນີ້.


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ