google-site-verification: google0d91bc93cfc88895.html ​ການ​ປູກ​ຫມາກ​ລີ້ນ​ໄມ້ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, February 27, 2015

​ການ​ປູກ​ຫມາກ​ລີ້ນ​ໄມ້

ໝາກ​ລີ້ນ­ໄມ້ ສາ­ມາດ​ໃຫ້​ຄຸນ​ປະ­ໂຫຍດ​ໄດ້​ຫຼາຍ​ຢ່າງ​ເປັນ­ຕົ້ນ​ແມ່ນ​ໃຊ້​ເປັນ​ອາ­ຫານ​ໄດ້​ທັງ​ຍອດ​ອ່ອນ ແລະ ໝາກ​ອ່ອນ ເຊິ່ງ​ຈະ​ມີ​ລົດ​ຊາດ​ຂົມ, ນິ­ຍົມ​ເຜົາ ຫຼື ລວກ​ສຸກ ຈະ​ເຮັດ​ໃຫ້​ຄວາມ​ຂົມ​ຫຼຸດ​ລົງ, ເຜົາ​ແລ້ວ​ຂູດ​ເອົາ​ສ່ວນ​ເປືອກ​ອອກ​ໃຫ້​ໝົດ ກິນ​ກັບ​ແຈ່ວ​ຕ່າງໆ​ໄດ້, ສ່ວນ​ແກ່ນ​ໝາກ​ລີ້ນ­ໄມ້ ເປັນ​ສ່ວນ​ປະ­ກອບ​ໃນ​ນ້ຳ​ຈັບ​ລ້ຽງ​ທີ່​ຄົນ​ຈີນ​ນິ­ຍົມ​ດື່ມ​ກັນ, ແຕ່​ຂໍ້​ລະ­ວັງ ຖ້າ​ກິນ​ຫຼາຍ​ອາດ​ຈະ​ເຮັດ​ໃຫ້​ເປັນ​ຕໍ້​ເນື້ອ­ທີ່​ດວງ​ຕາ​ໄດ້, ນອກ­ຈາກ​ນັ້ນ­ແລ້ວ ໝາກ​ລີ້ນ­ໄມ້ ຍັງ​ມີ​ວິ­ຕາ­ມິນ​ເອ​ສູງ ຊ່ວຍ​ບຳ­ລຸງ​ສາຍ­ຕາ ເໝາະ​ກັບ​ຄົນ​ທີ່​ຂາດ​ວິ­ຕາ­ມິນ​ເອ ແລະ ມີ​ເສັ້ນ​ໃຍ​ອາ­ຫານ​ຫຼາຍ, ຊ່ວຍ​ລະ­ບົບ​ຂັບ​ຖ່າຍ​ເປັນ​ປົກ­ກະ­ຕິ ທັງ​ເສັ້ນ​ໃຍ​ຍັງ​ຊ່ວຍ​ຫຼຸດ​ການ​ດູດ​ຊຶມ​ໄຂ­ມັນ ແລະ ນ້ຳ​ຕານ­ເຂົ້າ​ສູ່​ກະ­ແສ​ເລືອດ, ແກ່ນ ໃຊ້​ເປັນ​ຢາ​ລະ­ບາຍ​ແກ້​ໄອ ຂັບ​ຂີ້​ກະ​ເທີ ໂດຍ​ການ​ຕົ້ມ​ແກ່ນ​ໜຶ່ງ​ກຳ­ມື​ກັບ​ນ້ຳ 300 ຊີ​ຊີ ຈົນ​ຮ້ອນ​ໃຫ້​ເນື້ອ​ຢາ​ອອກ​ມາ ຈາກ​ນັ້ນ​ນຳ­ໄປ​ດື່ມ​ວັນ​ລະ 3 ຄັ້ງ​ຕໍ່​ເນື່ອງ​ປະ­ມານ 5-7 ວັນ, ສ່ວນ​ໝາກ​ອ່ອນ​ຊ່ວຍ​ຂັບ​ລົມ​ໃນ​ທ້ອງ, ຂັບ​ຂີ້­ກະ­ເທິ ແລະ ບຳ­ລຸງ​ຮ່າງ­ກາຍ, ເປືອກ ແລະ ຕົ້ນ ສາ­ມາດ​ເປັນ​ຢາ​ແກ້​ເຈັບ­ທ້ອງ, ຮ້ອນ​ໃນ ເຮັດ​ໃຫ້​ອາ­ການ​ເປັນ​ບາດ­ແຜ​ຫຼຸດ​ການ​ອັກ­ເສບ, ຫຼຸດ​ອາ­ການ​ແພ້, ບຳ­ລຸງ​ເລືອດ, ແລະ ຍັງ​ເປັນ​ສ່ວນ​ປະ­ສົມ​ຂອງ​ຢາ​ສະ​ໝຸນ​ໄພ​ແກ້​ເບົາ­ຫວານ ແລະ ແກ້​ລິດ​ສີ​ດວງ​ທະ­ວານ.

ການ​ຂະ​ຫຍາຍ​ພັນ​ຫມາກ​ລີ່ນ​ໄມ້

ໝາກ​ລີ້ນ­ໄມ້​ແລ້ວ ສາ­ມາດ​ຂະ­ຫຍາຍ​ພັນ​ໄດ້​ດ້ວຍ​ການ​ຊຳ​ຮາກ ຫຼື ຊຳ​ຕົ້ນ, ຖ້າ​ຫາກ​ຊຳ​ຕົ້ນ ຫຼື ຊຳ​ຮາກ ເຮົາ​ຈະ​ເລືອກ​ຕັດ​ແຕ່​ສະ­ເພາະ​ກິ່ງ​ພັນ​ຂອງ​ຕົ້ນ​ທີ່​ສົມ­ບູນ, ກິ່ງ​ທີ່​ບໍ່​ອ່ອນ ຫຼື ບໍ່​ແກ່​ຈົນ​ເກີນ​ໄປ, ເລືອກ​ຕົ້ນ​ທີ່​ມີ​ຂະ­ໜາດ​ເສັ້ນ​ຜ່າ​ສູນ​ກາງ​ເທົ່າ​ກັບ​ປາກ­ກາ​ຂຶ້ນ​ໄປ​ມາ​ເຮັດ​ການ​ເພາະ​ຂະ­ຫຍາຍ​ພັນ​ຈະ​ດີ​ທີ່​ສຸດ, ຕົ້ນ​ລີ້ນ­ໄມ້​ຈະ­ເລີນ​ເຕີບ​ໂຕ​ດີ ໂດຍ​ຕັດ​ກິ່ງ​ຊຳ​ໃຫ້​ມີ​ຂະ­ໜາດ​ປະ­ມານ 2,5-Œ5 ຊັງ​ຕີ​ແມັດ ແລ້ວ​ນຳ​ມາ​ສຽບ​ລົງ​ຖັງ​ເພາະ​ຊຳ ຈາກ​ນັ້ນ​ໃຊ້​ໜ້າ­ດິນ 1 ສ່ວນ+ແກບ​ດຳ 1 ສ່ວນ ປະ­ສົມ​ແລ້ວ​ຄົນ​ໃຫ້​ເຂົ້າ­ກັນ ຈຶ່ງ​ນຳ​ລົງ​ໄປ​ບັນ­ຈຸ​ໃນ​ຖົງ​ດຳ​ເຄິ່ງ​ຖົງ​ທີ່​ກຽມ​ໄວ້​ເປັນ​ຖົງ​ສຳ­ລັບ​ເພາະ​ຂະ­ຫຍາຍ​ພັນ,

ການ​ຂະ​ຫຍາຍ​ພັນ​ໂດຍ​ໃຊ້ແກ່ນ​ພັນ

ການ​ໃຊ້​ແກ່ນ​ເພາະ​ພັນ ແມ່ນ​ເຮົາ​ສາ­ມາດ​ນຳ​ເອົາ​ແກ່ນ​ມາ​ເພາະ ໃນ​ຖົງ​ເພາະ​ປະ­ມານ 2 ແກ່ນ​ຕໍ່​ຖົງ, ໃຫ້​ເລິກ​ປະ­ມານ 1 ຂໍ້­ມື, ໃນ​ຖົງ​ເພາະ​ນັ້ນ ຈະ​ໃຊ້ ດິນ 1 ສ່ວນ+ແກບ​ດຳ 1 ສ່ວນ ແລະ ຝຸ່ນ​ຄອກ1ສ່ວນ​ຄົນ​ໃຫ້​ເຂົ້າ­ກັນ ຈາກ​ນັ້ນ​ຖອກ​ລົງ​ໃນ​ຖົງ​ເພາະ ແລະ ໃຫ້​ໝັ່ນ​ຫົດ​ນ້ຳ​ທຸກ​ວັນໆ​ລະ1ຄັ້ງ ຈົນ​ອາ­ຍຸ​ໄດ້​ປະ­ມານ 2 ເດືອນ ສາ­ມາດ​ຍ້າຍ​ລົງ​ຂຸມ​ປູກ​ໄດ້.

ໂຮງ​ເຮືອນ​ເພາະ​ຊຳ

ສ່ວນ​ໂຮງ​ເຮືອນ​ສຳ­ລັບ​ເພາະ​ຊຳ​ນັ້ນ ຕ້ອງ​ເປັນ​ບ່ອນ​ທີ່​ຮົ່ມ ຫຼື ມີ​ແສງ​ແດດ​ສ່ອງ​ໜ້ອຍ​ໜຶ່ງ ແລະ ບໍ່​ຄວນ​ເປັນ​ບ່ອນ​ທີ່​ໂລ່ງ​ແຈ້ງ ຫຼື ແດດ​ກ້າ​ຈົນ​ເກີນ​ໄປ, ຫົດ​ນ້ຳ​ຖົງ​ເພາະ​ທຸກ​ວັນໆ​ລະ 1 ຄັ້ງ ຈົນ​ອາ­ຍຸ​ໄດ້​ປະ­ມານ 2 ເດືອນ ສາ­ມາດ​ຍ້າຍ​ລົງ​ປູກ​ໄດ້, ການ​ຂະ­ຫຍາຍ​ພັນ​ຕົ້ນ​ລີ້ນ­ໄມ້​ທຸກ​ວິ­ທີ​ໃຊ້​ເວ­ລາ​ປະ­ມານ 1,5-2 ເດືອນ ຈິ່ງ​ສາ­ມາດ​ຍ້າຍ​ຂຸມ​ປູກ​ໄດ້.

ການ​ປູກ​ຫມາກ​ລີ່ນ​ໄມ້

ສ່ວນ​ການ​ປູກ​ນັ້ນ ຄວນ​ໃຊ້​ໄລ­ຍະ​ປູກ  4x4 ແມັດ, ຂຸດ​ຂຸມ​ເລິກ 50x50 ຊັງ​ຕີ​ແມັດ, ຮອງ​ກົ້ນ​ຂຸມ​ດ້ວຍ​ຝຸ່ນ​ຄອກ 1 ປີບ​ຕໍ່​ຂຸມ​ຕໍ່​ຕົ້ນ ໂດຍ​ຄົນ​ໃຫ້​ເຂົ້າ​ກັບ​ດິນ​ປະ­ສົມ​ດ້ວຍ​ເສດ​ເຟືອງ ຫຼື ເສດ​ໃບ​ໄມ້​ນຳ​ກໍ​ໄດ້ ຖ້າ​ມີ​ໃບ​ສຳ​ສາ​ຈະ​ດີ​ເຮັດ​ໃຫ້​ຕົ້ນ​ລີ້ນ­ໄມ້​ໃຫຍ່​ໄວ​ຂຶ້ນ.
ຫຼັງ​ຈາກ​ນັ້ນ​ນຳ​ຕົ້ນ​ພັນ​ທີ່​ຜ່ານ​ການ​ເພາະ​ແລ້ວ​ອາ­ຍຸ​ປະ­ມານ 2 ເດືອນ​ລົງ​ຂຸມ​ປູກ ຈາກ​ນັ້ນ​ຖົມ​ດ້ວຍ​ດິນ ແລະ ຫົດ​ນ້ຳ ແຕ່​ບໍ່​ຄວນ​ໃຫ້​ປຽກ​ເກີນ​ໄປ ເພາະ​ຕົ້ນ​ລີ້ນ­ໄມ້​ບໍ່​ມັກ​ນ້ຳ, ດັ່ງ­ນັ້ນ ຫຼັງ​ປູກ​ໄດ້ 15 ວັນ​ຄວນ​ໃສ່​ປຸ໋ຍ​ສູດ15-15-15 ປະ­ມານ 2-3 ກຳ­ມື​ຕໍ່​ຕົ້ນ ໂຮຍ​ອ້ອມ​ຮອບ​ບໍ­ລິ­ເວນ​ພຸ່ມ, ເມື່ອ​ຮອດ 30 ວັນ​ໃຫ້​ໃສ່​ປຸ໋ຍ​ສະ​ນິດ​ດຽວ​ກັນ​ອີກ​ເທື່ອ​ໜຶ່ງ ໃນ​ປະ­ລິ­ມານ​ເທົ່າ​ເກົ່າ ຈາກ​ນັ້ນ​ໃຫ້​ຫົດ​ນ້ຳ​ຕາມ​ປົກ­ກະ­ຕິ.
ຖ້າ​ປູກ​ແບບ​ຕົ້ນ​ທີ່​ເພາະ​ຈາກ​ກິ່ງ​ຊຳ ປະ­ມານ 4-5 ເດືອນ ຈະ​ເລີ່ມ​ອອກ­ດອກ ແຕ່​ຖ້າ​ປູກ​ແບບ​ຕົ້ນ​ທີ່​ເພາະ​ດ້ວຍ​ແກ່ນ​ຈະ​ໃຊ້​ເວ­ລາ​ປະ­ມານ 1 ປີ​ຈິ່ງ​ຈະ​ເລີ່ມ​ອອກ­ດອກ ຫຼັງ​ຈາກ​ທີ່​ລີ້ນ­ໄມ້​ອອກ­ດອກ​ປະ­ມານ 20-30 ວັນ​ກໍ​ຈະ​ເລີ່ມ​ຕິດ​ຝັກ ໃນ​ໄລ­ຍະ 1 ປີ ເຮົາ​ສາ­ມາດ​ເກັບ​ຝັກ​ໄດ້​ປະ­ມານ 2-3 ຮຸ່ນ ແລ້ວ­ແຕ່​ຄວາມ​ສົມ­ບູນ​ຂອງ​ຕົ້ນ (ການ​ປູກ​ໝາກ​ລີ້ນ­ໄມ້ ໃນ​ໄລ­ຍະ​ປີ​ທຳ​ອິດ​ການ​ອອກ­ດອກ​ຈະ​ບໍ່​ຕິດ​ໝາກ​ຫຼາຍ​ປານ­ໃດ ຊຶ່ງ​ເປັນ​ເລື່ອງ​ປົກ­ກະ­ຕິ ແຕ່​ວ່າ​ຈະ​ຕິດ​ໝາກ​ຫຼາຍ​ໃນ​ໄລ­ຍະ​ປີ​ທີ 2 ຂຶ້ນ​ໄປ).
 

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ