google-site-verification: google0d91bc93cfc88895.html ຖ້ຳ​ຫລວງ ສະ​ຖານ​ທີ່​ທ່ອງ​ທ່ຽວ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, February 26, 2015

ຖ້ຳ​ຫລວງ ສະ​ຖານ​ທີ່​ທ່ອງ​ທ່ຽວ

ນອກ­ຈາກ​ຈະ​ໄດ້​ທ່ຽວ ເບິ່ງ​ທຳ​ມະ​ຊາດ​ພູ​ຫີນ​ປູນ​ປ່າ​ສະຫງວນ​ແຫ່ງ​ຊາດ​ຂອງ​ແຂວງຄຳ​ມ່ວນ ຢ່າງ​ເຕັມ​ອີ່ມ​ແລ້ວ​ຖັດ ຈາກ​ນັ້ນ​ ກໍ່​ແມ່ນ​ຖ້ຳ​ຫລວງ​ທີ່​ເປັນຈຸດ​ເຊື່ອມ​ຕໍ່​ກັບ​ໂລກ​ພາຍ​ນອກ ລະ­ຫວ່າງ​ປ່າ​ເລິກ​ກັບ​ເສັ້ນ­ທາງດິນ​ແດງ​ແລ້ວ​ຢາກ​ຂໍ​ແນະ­ນຳ​ໃຫ້​ຂີ່​ເຮືອ​ລອດ​ກ້ອງ​ເບິ່ງ​ສິ່ງ​ມະ­ຫັດ­ສະ­ຈັນ​ພາຍ​ໃນ​ຖ້ຳ ແລ້ວ­ໄປ​ແວ່​ກິນ​ເຂົ້າ​ປ່າ​ຢູ່​ແຄມ​ຝັ່ງ​ນ້ຳ​ປະ­ກັນຢູ່​ເບື້ອງ​ໃຕ້​ຂອງ​ຖ້ຳ​ຫລວງ.
ຖ້ຳ​ຫລວງ ກໍ່​ແມ່ນ​ຫນຶ່ງ​ໃນເຂດ​ປ່າ​ສະ­ຫງວນ​ແຫ່ງ​ຊາດ​ທີ່​ມີນ້ຳ​ປະ­ກັນ​ໄຫລ​ຜ່ານ​ລອດ​ກ້ອງກ່ອນ​ນ້ຳ​ຈະ​ເຂົ້າ​ລອດ​ຕີນ​ພູ​ແມ່ນຈະ​ໄຫລ​ຜ່ານ​ນ້ຳ​ປະ­ກັນ​ອ້ອມ​ຮອບຮ່ອມ​ພູ​ນ້ອຍໆ ໂດຍ​ສະ­ ເພາະ​ໃນຍາມ​ແລ້ງ​ໃນ​ທາງ​ຮ່ອມ​ບ່ອນ ຫລັງ​ພູທ່ານ​ສາ­ມາດ​ຍ່າງ​ໄປ​ໄດ້ ທີ່­ຢູ່​ໃນ​ເຂດ​ຂອງ​ບ້ານ​ບູມ​ລູ ເຊິ່ງຫ່າງ​ຈາກ​ຖ້ຳ​ໄປ​ປະ­ມານ 7 ກິໂລ​ແມັດ, ຖ້ຳ​ຫລວງ​ມີ​ຄວາມຍາວ​ລອດ​ພື້ນ​ພູ​ປະ­ມານ​ກິ​ໂລແມັດ​ກວ່າໆ, ຖ້າ​ຫາກ​ທ່ານ​ໄດ້​ຂີ່ເຮືອ­ພາຍ​ລອດ​ຖ້ຳ​ນີ້​ໃນ​ລະ­ດູ­ຝົນ ທ່ານ​ຈະ​ສັງ­ເກດ​ເຫັນ​ແມ່­ນ້ຳ​ເປັນສີ­ຂຽວ​ປະ­ສານ​ກັບ​ແສງ​ແດດ ເປັນ​ບາງ​ບ່ອນ​ເຮັດ​ໃຫ້​ແນມ​ເຫັນຮອດ​ໂຕ​ປາ​ໃນ​ເຂດ​ນ້ຳ​ຕື້ນ, ອັນ​ທີ່ສັງ­ເກດ​ເຫັນ​ໄດ້​ຊັດ​ເຈນ​ກໍ່​ແມ່ນ​ຜາ​ຖ້ຳ​ຢູ່​ທາງ​ເບື້ອງ​ເທິງ​ເປັນ​ລັກສະ​ນະ​ຫີນ​ໂຢດ​ລົງ​ມາ​ເປັນ​ຊັ້ນໆ​ບາງ​ບ່ອນ​ຍາວ, ບາງ​ບ່ອນ​ກໍ່​ສັ້ນ ແຕ່​ມີ​ລັກ­ສະ­ນະ​ລວ­ດລາຍ​ແຕກຕ່າງ​ກັນ​ໄປ​ເປັນ​ຮ່ອງ​ລົງ​ມາ, ແຕ່ຈຳ­ພວກ​ຫີນ​ເຫລົ່າ­ນັ້ນ​ປະ­ກອບດ້ວຍ​ຫລາກ​ຫລາຍ​ສີ​ໄດ້​ເບິ່ງ​ຈົນເລືອກ​ບໍ່​ຖືກ​ອັນ​ນີ້​ບໍ່​ແມ່ນ​ຄົນ​ສ້າງໄວ້​ແຕ່​ມັນ​ແມ່ນ​ທຳ​ມະ​ຊາດ​ສ້າງຂຶ້ນ​ເອງ, ແສງ​ແດດ​ສ່ອງ​ຕາມປ່ອງ​ຜາ​ຫີນ​ເຮັດ​ໃຫ້​ມີ​ບາງ​ບ່ອນແຈ້ງ, ບາງ​ບ່ອນ​ມືດ​ຈົນ​ໄດ້​ໄຕ້ໄຟ. ພາຍ​ໃນ​ຖ້ຳ​ຫລວງ​ເຮົາ​ຈະໄດ້​ຍິນ​ສຽງ​ຂອງ​ນົກ ແລະ ຝູງເຈຍ ເປັນ​ບາງ​ຄັ້ງ​ຄາວ​ທີ່​ແຕກ​ຕື່ນບິນ​ພັດ​ຜ່ານ​ເມື່ອ​ມັນ​ພໍ້​ຄົນ​ອອກຈາກ​ບ່ອນ​ຖ້ຳແລ້ວ​ກໍ່​ມີ​ວັງ​ນ້ຳ ທຳ​ມະ​ຊາດ​ທີ່​ນ້ຳ​ປະ­ກັນ (ຢູ່ເບື້ອງ​ໃຕ້​ຂອງ​ຖ້ຳ​ຫລວງ) ເປັນສະ­ຖານ­ທີ່​ເຫມາະ​ສົມ​ເພື່ອ​ກິນເຂົ້າ​ປ່າ ແລະ ລົງ​ລອຍ­ນ້ຳ.
ຈາກ ພູ​ຫີນ​ປູນ ໄປ​ຫາ​ຖ້ຳ ຫລວງ​ກໍ່​ບໍ່​ໄກ​ປານ­ໃດ ແຕ່​ຈະ​ກັບຄືນ​ມາ​ທາງ​ເລກ​ທີ 13 ໃຕ້​ກໍ່​ໃຊ້ເວ­ລາ​ພຽງ​ນ້ອຍ​ດຽວ, ຖ້າ​ຫາກຂີ່​ລົດ​ກໍ່​ສາ­ມາດ​ພົບ​ເຫັນ​ສະ­ຖານທີ່​ທ່ອງ​ທ່ຽວ​ທີ່​ຫນ້າ​ສົນ­ໃຈ​ມີ ປ້າຍ​ບອກ​ລຽນ​ກັນ​ຢູ່​ແຄມ​ທາງທ່ານ​ຈະ​ມີ​ໂອ­ກາດ​ໄດ້​ພົບ​ກັບຊາວ­ບ້ານ​ທີ່​ຕ້ອນ­ຮັບ​ດ້ວຍ​ຮອຍຍິ້ມ​ທີ່​ເປັນ​ກັນ​ເອງ​ສະ­ຖານ­ທີ່ທ່ອງ​ທ່ຽວ​ທີ່​ແນະ­ນຳ​ນີ້​ທ່ານ​ຈະເດີນ­ທາງ​ແບບ​ເອ­ກະ­ລາດ ກໍ່​ສາມາດ​ເຂົ້າ​ໄປ​ໄດ້ ແຕ່​ຫາ​ກວ່າ​ທ່ານຕ້ອງ­ການ​ໄປ​ບ່ອນ​ສອກ­ຫລີກ ຫລື ຈະ​ເປັນ​ບ່ອນ​ຜະ­ຈົນ​ໄພ​ນັ້ນ ທ່ານ​ຄວນ​ຈະ​ມີ​ຜູ້­ນຳ​ພາ​ທ່ຽວ​ໃນ​ທ້ອງ­ຖິ່ນ​ນັ້ນ​ໄປ​ນຳ ຫລື ຈະ​ໃຊ້​ບໍ­ລິ­ການ​ຂອງ​ບັນ­ດາ​ບໍ­ລິ­ສັດ​ທ່ອງ​ທ່ຽວ​ພາຍ​ໃນ​ແຂວງ​ນັ້ນ​ກໍ່​ໄດ້.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ