google-site-verification: google0d91bc93cfc88895.html ການ​ປູກ​ຫອມ​ບົ່ວ​ແບ່ງ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, February 26, 2015

ການ​ປູກ​ຫອມ​ບົ່ວ​ແບ່ງ

ລັກ​ສະ​ນະ​ທາງ​ພຶດ​ສາດ
ຜັກບົ່ວ​ແບ່ງ​ເປັນ​ຜັກ​ທີ່​ເຮົາ​ໃຊ້​ບໍລິໂພກ​ພາກສ່ວນ​ຕົ້ນ ​ແລະ ​ໃບ​ມີ​ລັກສະ ນະ​ເກີດ​ຫົວ ແລະ ການ​ແຕກ​ກໍ​ຄ້າຍໆ​ຄື​ກັບ​ຜັກບົ່ວ​ແດງ ແຕ່​ຫົວ​ບໍ່​ຂະຫຍາຍ​ໃຫຍ່ເປັນ​ຫົວ​ໃໝ່​ຂຶ້ນ​ມາ​ ຈິ່ງ​ຂ້ອນ​ຂ້າງ​ຫົວ​ນ້ອຍ ແລະ ລີບ​ມີ​ສີຂາວໆ​ໜ້າ​ຮັບ​ປະທານ ບົ່ວ​ແບ່ງ​ເປັນ​ຜັກ​ມີ​ອາຍຸ 2 ປີ (Biennial) ແຕ່​ປູກ​ເປັນ​ຜັກ​ອາຍຸ​ປີ​ດຽວ (Annual) ມີ​ຖິ່ນ​ກຳເນີດ​ແຖບ​ອາຊີອາ ຍຸ​ຕັ້ງແຕ່​ປູກ ເຖິງ​ເກັບ​ກ່ຽວ​ປະມານ 40 -50 ວັນ​ສາມາດ​ເຕີບ​ໂຕ​ໃນ​ດິນ​ເກືອບ​ທຸກ​ຊະນິດແຕ່​ດິນ​ທີ່​ເໝາະ​ສົມ​ທີ່​ສຸດ​ແມ່ນ​ດິນຊາຍ​ແກມ​ຕົມ​ປະຕິກິລິຍາ​ຂອງ​ດິນ (pH) 5,8 ຫາ 6,5 ມີ​ຄວາມ​ຊຸ່ມ​ຊື່ນ​ໃນ​ດິນ​ສູງ​ສະ​ໝ່ຳ​ສະເໝີ​ມັກ​ອາກາດ​ຊຸ່ມ​ຊື່ນ​ຕ້ອງການ​ແສງ​ແດດ​ຕະຫຼອດ​ວັນ​ມັກ​ອາກາດ​ເຢັນ​ອຸ່ນ​ຫະ​ພູມ​ທີ່​ເໝາະ​ສົມ​ປະມານ 13 ຫາ 15 ອົງສາ C.

ການ​ປູກ ແລະ ບົວ​ລະ​ບັດ​ຮັກ​ສາ
ພັນ​ທີ່​ມັກ​ປູກ​ໃນ​ປະຈຸ​ບັນ​ ແມ່ນ​ພັນ​ພື້ນເມືອງ ເນື່ອງ​ຈາ​ກວ່າ ​ບົ່ວ​ແບ່ງເປັນ​ຜັກ​ທີ່​ມີ​ລະບົບ​ຮາກ​ຕົ້ນ​ເຊັ່ນ​ດຽວ​ກັບ​ຜັກ​ຊະນິດ​ອື່ນ​ຂຸດ ແລະ ໄຖ ດິນ​ເລິກ​ປະມານ 15 ຫາ 20 ຊັງ​ຕີ​ແມັດ ຕາກ​ດິນ​ໄວ້ 5 ຫາ 7 ວັນ​ໃສ່​ຝຸ່ນ​ຄອກ ຫຼື ຝຸ່ນ​ບົ່ມ​ໃຫ້​ຫຼາຍ​ພວນ ແລະ ຍ່ອຍໜ້າ​ດິນ​ເລັກ​ນ້ອຍ​ໃຊ້​ຫົວ​ແຍກ​ອອກ ໂດຍ​ຕັດ​ໃບ​ແທ້ໆ ຫຼື ຮາກ​ເກົ່າໆ​ຖິ້ມ, ​ແກະ​ຫົວ​ອອກ​ເປັນ​ກີບ​ດຽວ​ຢ່າ​ໃຫ້​ເປືອກ​ລອກ​ເປັນ​ບາດ​ເພາະ​ຈະ​ເປັນ​ທາງ​ເຂົ້າ​ໃຫ້​ເຊື່ອ​ພະຍາດ​ໄດ້.
 ເລືອກ​ກີບ​ທີ່​ສົມບູນ​ແລ້ວ​ເກັບ​ໄວ້​ບ່ອນ​ທີ່​ຊຸ່ມ​ໃຊ້ ຜ້າ​ປຽກ 4 ຄຸມ​ໄວ້​ປະມານ 24 ຊົ່ວໂມງ ຈິ່ງ​ນຳໄປ​ປູກ​ຕໍ່​ໄປ​ປະລິມານ 400 ກິ​ໂລຕໍ່​ເຮັກຕາ.
ພືດ​ດັ່ງກ່າວ​ນີ້​ ຕ້ອງການ​ຝຸ່ນ​ພໍ​ສົມ ຄວນ ດັ່ງນັ້ນ​ ການ​ກຳນົດ​ຝຸ່ນ​ເພື່ອ​ນຳ​ໃຊ້​ແມ່ນ​ມີ​ຄວາມ​ຈຳເປັນ​ໃຫ້​ຖືກຕ້ອງ​ແນໃສ່​ການ​ຫຼຸດ​ຕົ້ນ​ທຶນ​ການ​ຜະລິດ ແລະ ໃຫ້​ມີ​ປະສິດທິພາບ​ສູງ​ດ້ານ​ຜົນ​ຜະລິດ ໂດຍ​ສະເພາະ​ດ້ານ​ການ​ຈະເລີນ​ເຕີບ​ໂຕ​ທາງ​ໃບ ຫຼື  ລຳຕົ້ນ ດັ່ງນັ້ນ ຈິ່ງ​ແນະນຳ​ໃຫ້​ໃຊ້​ຝຸ່ນ​ເຄ​ມີ​ສູດ 20: 10: 10 ຫຼື 21: 8: 8 ຫຼື​ສູດ​ໃກ້​ຄຽງກັນ​ນີ້ ​ໃນ​ຈຳນວນ 300 ກິ​ໂລຕໍ່​ເຮັກຕາ ໂດຍ​ແບ່ງ​ໃສ່ 2 ເທື່ອ ເທື່ອ​ທີ 1 ໃສ່​ເຄິ່ງ​ໜຶ່ງ​ເປັນ​ຝຸ່ນ​ຮອງ​ພື້ນ​ຕອນ​ປູກ​ແລ້ວ​ພວນ​ດິນ​ປົກ.
ໃຫ້​ໃສ່​ເມື່ອ​ພືດ​ມີ​ອາຍຸ​ປະມານ 10 ຫາ 20 ວັນ​ຈຳນວນ​ທີ່​ເຫຼືອ​ຄັ້ງ​ທຳ​ອິດ​ພ້ອມ​ນີ້​ອາດ​ຈະ​ເພີ່ມ​ຝຸ່ນ​ຢູ​ເຣັຍ​ອີກ 60 ກິ​ໂລ​ຕໍ່​ເຮັກຕາ ​ເພຶ່ອ​ເລັ່ງ​ການ​ຈະເລີນ​ເຕີບ​ໂຕ​ຂອງ​ລຳຕົ້ນ​ ແລະ​ ໃບ.
ການ​ນຳ​ໃຊ້​ນ້ຳ​ຄວນ​ນຳ​ໃຊ້​ຢ່າງ ພຽງພໍ​ ແຕ່​ຢ່າ​ໃຫ້​ປຽກ​ເກີນ​ໄປ​ໂດຍ​ເບິ່ງ​ຄວາມ​ຊຸ່ມ​ຊື່ນ​ໃນ​ໜານ​ປູກ​ໃຫ້​ມີ​ຄວາມ​ຊຸ່ມ​ຊື່ນ​ຢູ່​ສະເໝີ ການ​ພວນ​ດິນ​ ແລະ​ ກຳ ຈັດ​ຫຍ້າ​ຄວນ​ເຮັດ​ໃນ​ໄລຍະ​ທຳ​ອິດ ເພື່ອ​ເຮັດ​ໃຫ້​ດິນ​ລຸ​ລ່ວງ​ຜຸ​ຜົງ​ລະບາຍ​ອາກາດ ແລະ ນ້ຳ​ໄດ້​ດີ​ພ້ອມ​ກັບ​ການ​ກຳຈັດ​ຫຍ້າ​ໄປ​ພ້ອມໆ​ກັນ ເມື່ອ​ຕົ້ນ​ພືດ​ມີ​ໃບ​ປົກ​ຄຸມ​ແລ້ວ​ບໍ່​ຈຳເປັນ​ເຮັດ​ອີກ.
ສຳລັບ​ບົ່ວ​ແບ່ງ​ຈຳເປັນ​ຕ້ອງ​ມີ​ການ​ຄູນ​ດິນ​ໃຫ້ ເພື່ອ​ຊ່ວຍ​ເກັບ​ຮັກສາ​ຄວາມ​ຊຸ່ມ​ຊື່ນ​ຂອງ​ດິນ​ຊ່ວຍ​ປະຢັດ​ການ​ໃຫ້​ນ້ຳ ແລະ​ ປ້ອງ​ກັນ​ການ​ເກີດ​ຂອງ​ຫຍ້າ.


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ