google-site-verification: google0d91bc93cfc88895.html ​ການ​ປູກ​ພິກ​ໄທ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, February 26, 2015

​ການ​ປູກ​ພິກ​ໄທ


ພິກໄທ ເປັນພືດເສດ¬ຖະ¬ກິດຊະ¬ນິດໜຶ່ງທີ່ມີຕະຫຼາດກວ້າງ¬ຂວາງ ໂດຍສະ¬ເພາະຢູ່ໃນປະ¬ເທດເຮົາກໍນິ¬ຍົມກັນບໍ¬ລິ¬ໂພກຫຼາຍສົມ¬ຄວນ, ແຕ່ກົງກັນຂ້າມການປູກພັດຍັງບໍ່ຂະ¬ຫຍາຍພໍເທົ່າ¬ໃດ, ຖ້າມີການປູກກໍມີໜ້ອຍທີ່ສຸດ, ແຕ່ສຳ¬ລັບຢູ່ຕ່າງ¬ປະ¬ເທດແລ້ວແມ່ນນິ¬ຍົມກັນປູກຫຼາຍຈົນກາຍ¬ເປັນສິນ¬ຄ້າສົ່ງອອກເປັນ¬ຕົ້ນແມ່ນກຳ¬ປູ¬ເຈຍ, ຫວຽດ¬ນາມ, ອິນເດຍ, ອິນໂດເນເຊຍ, ບຣາຊິນ ແລະ ໄທ. ເມື່ອເວົ້າເຖິງການປູກພິກໄທດິນຟ້າອາ¬ກາດ ກໍເປັນສິ່ງສຳ¬ຄັນທີ່ຈະເຮັດໃຫ້ພິກໄທມີການຈະ¬ເລີນເຕີບໂຕໄວ. ພິກໄທເປັນພືດທີ່ມັກອາ¬ກາດຮ້ອນຊຸ່ມ, ອຸນ¬ຫະ¬ພູມສະ¬ເລ່ຍປະ¬ມານ 20-30 ອົງ¬ສາ, ລະ¬ດັບຄວາມສູງ 250-1.500 ແມັດ ຈາກລະ¬ດັບນ້ຳທະ¬ເລ, ປະ¬ລິ¬ມານນ້ຳຝົນ 600-2.500 ມິນລິແມັດຕໍ່ປີ ແລະ ໜ້ອຍທີ່ສຸດ ແມ່ນ 600-700 ມິນລິແມັດຕໍ່ປີໃນລະດູແລ້ງກ່ອນອອກ¬ດອກພິກໄທຈະມີຄວາມຕ້ອງ¬ການນ້ຳຫຼາຍພໍສົມ¬ຄວນ. ພິກໄທ ເປັນພືດທີ່ເກີດໄດ້ດີກັບດິນທີ່ອຸ¬ດົມ¬ສົມ¬ບູນດ້ວຍອິນຊີວັດ¬ຖຸ ແລະ ດິນ ຕ້ອງເປັນດິນທີ່ລະ¬ບາຍນ້ຳສະ¬ດວກ ຖ້າຫາກມີນ້ຳຂັງເຖິງວ່າຈະໄລ¬ຍະສັ້ນກໍຕາມພິກໄທກໍອາດຕາຍໄດ້, ດັ່ງ¬ນັ້ນ ຄວນເລືອກພື້ນທີ່ດິນທີ່ເໝາະສົມ ແລະ ຄ້ອຍງ່ຽງເລັກນ້ອຍ ເພື່ອໃຫ້ນ້ຳລະ¬ບາຍໄດ້ສະ¬ດວກພິກໄທເປັນພືດຊະ¬ນິດ ເປັນເຄືອທີ່ມີອາ¬ຍຸຫຼາຍປີ ແລະ ຕ້ອງໄດ້ອາ¬ໄສເກາະຫ້ອຍກັບຕົ້ນ¬ໄມ້ອື່ນ ຈິ່ງຈະທາວເຄືອໄປໄດ້, ດັ່ງ¬ນັ້ນ ກ່ອນຈະປູກພິກໄທ ຊິ່ງຈຳ¬ເປັນຕ້ອງໄດ້ຝັງຫຼັກ ຫຼື ປູກຕົ້ນ¬ໄມ້ກ່ອນໃນໄລ¬ຍະ 4x2 ແມັດ ຫຼື 3x3 ແມັດ, ແລ້ວປູກພິກໄທໃສ່ໃກ້ຕົ້ນ¬ໄມ້ນັ້ນ ແລະ ຕົ້ນ¬ໄມ້ທີ່ຈະປູກໃຫ້ພິກໄທເກາະຕ້ອງມີລັກ¬ສະ¬ນະດັ່ງ¬ນີ້: ໃຫຍ່ໄວ, ທົນທານຕໍ່ສະ¬ພາບດິນຟ້າອາ¬ກາດ, ຮາກເລິກ, ຕົ້ນໄມ້ຕ້ອງເປັນໄມ້ທີ່ມີເປືອກບໍ່ກ້ຽງໝາຍຄວາມວ່າເປືອກໄມ້ຕ້ອງເປັນປູດຊາເຊັ່ນ: ຈຳ¬ພວກຕົ້ນແປກດົງ ຫຼື ຖ້າຢູ່ໃກ້ເຮືອນອາດຈະໃຊ້ຕົ້ນພ້າວ ແລະ ຕົ້ນໝາກກໍໄດ້ອັນນີ້ຍິ່ງຕື່ມລາຍໄດ້ແກ່ພວກເຮົາອີກ. ການກຽມດິນ ການກຽມດິນແລ້ວການກຽມເບ້ຍພິກໄທ ກໍສຳ¬ຄັນເພາະພິກໄທ ໄດ້ມາຈາກການກ້າ¬ແກ່ນ ແລະ ປັກຊຳກິ່ງ, ແຕ່ຄົນສ່ວນຫຼາຍນິ¬ຍົມແມ່ນການປັກຊຳກິ່ງ ເນື່ອງຈາກຈະໃຫ້ຜົນຜະ¬ລິດໄວ ແລະ ບໍ່ເຊື່ອມແນວພັນງ່າຍກ່ອນຈະປັກຊຳກິ່ງ ຄວນເລືອກເຄືອພິກໄທ ສ່ວນທີ່ເລືອໄປຕາມດິນແລ້ວຕັດເປັນທ່ອນໃຫ້ມີ 2-3 ຂໍ້ ແລ້ວນຳເອົາມາປັກຊຳໃສ່ຖົງຢາງ ຊຶ່ງມີດິນປະ¬ສົມໃນອັດ¬ຕາດິນ 2 ສ່ວນ, ຊາຍ 1 ສ່ວນ ແລະ ຝຸ່ນຄອກ 1 ສ່ວນ ຫຼັງຈາກປັກຊຳແລ້ວເອົາໄວ້ບ່ອນທີ່ຮົ່ມ, ໃຫ້ຖືກແດດໜ້ອຍທີ່ສຸດ, ຫົດນ້ຳເປັນປະ¬ຈຳເຄືອພິກໄທຈະແຕກຍອດໃໝ່ພາຍໃນ 25-30 ມື້ ແລະ ຕໍ່ມາພາຍໃນ 3-4 ເດືອນ ກໍສາ¬ມາດນຳເອົາໄປປູກໄດ້. ວິທີການປູກ ຫຼັງຈາກ ປູກຕົ້ນ¬ໄມ້ ຫຼື ຝັງຫຼັກເສົາ ເພື່ອໃຫ້ພິກໄທທາວເຄືອຂຶ້ນແລ້ວ ຄວນຂຸດຂຸມກວ້າງຂະ¬ໜາດ 50x50x50 ຊັງ ຕີແມັດ, 3 ດ້ານແລ້ວໃສ່ຝຸ່ນຄອກຮອງພື້ນໃຫ້ໄດ້ຢ່າງໜ້ອຍ ເຄິ່ງຂຸມ ແລ້ວຈິ່ງປູກ, ສ່ວນລະ¬ດູການທີ່ເໝາະສົມໃນການປູກ ແມ່ນລະ¬ດູ¬ຝົນຄື: ປະ¬ມານເດືອນ 5 ຫາ 7 ຫຼັງຈາກປູກແລ້ວ ຖ້າຝົນບໍ່ຕົກແມ່ນຕ້ອງໄດ້ຫົດນ້ຳໃຫ້ຊຸ່ມແລ້ວມັດເຄືອພິກໄທໃຫ້ຕິດກັບຕົ້ນ¬ໄມ້ໄວ້ໃນສະ¬ພາບແວດລ້ອມທີ່ເໝາະສົມພິກໄທ ອາດຈະໃຫ້ຜົນຜະ-ລິດໃນປີທີ 2 ຫຼື ປີທີ 3 ຫຼັງຈາກປູກ. ການບົວລະບັດຮັກສາ ແຕ່ສິ່ງສຳ¬ຄັນ ພາຍ¬ຫຼັງປູກແລ້ວການບົວ¬ລະ¬ບັດຮັກ¬ສານັ້ນ ກໍຄືການໃສ່ຝຸ່ນແມ່ນມີຄວາມຈຳ¬ເປັນຫຼາຍ ເພາະຈະຕ້ອງ ໄດ້ເຮັດຢ່າງສະໝ່ຳສະ¬ເໝີທຸກໆປີຝຸ່ນຄອກຈະໃສ່ໃນອັດ¬ຕາ ສ່ວນ 5-10 ກິໂລຕໍ່ຕົ້ນ, ຖ້າມີປຸ໋ຍເຄມີຊະ¬ນິດ 16-20-00 ຫຼື 15-15-15 ແມ່ນໃຫ້ໃສ່ 100 ກຣາມຕໍ່ຕົ້ນ ຫຼື ປະ¬ມານເຄິ່ງກະປ໋ອງນ້ຳນົມຕໍ່ຕົ້ນ ສ່ວນຕອນທ້າຍລະ¬ດູ¬ຝົນຄວນໃສ່ປູນຂາວໃນອັດ¬ຕາສ່ວນ 500 ກຣາມຕໍ່ຕົ້ນພິກໄທ ທີ່ມີອາ¬ຍຸ 1-2 ປີ ໃຫ້ໃສ່ຝຸ່ນຫຼຸດຈາກອັດ¬ຕາດັ່ງ¬ກ່າວມານັ້ນໝາຍຄວາມວ່າໃສ່ປະ¬ມານ 1 ສ່ວນ 3 ຂອງອັດ¬ຕາດັ່ງ¬ກ່າວ. ການປ້ອງກັນພະຍາດ ແລະ ແມງໄມ້ ການປ້ອງກັນພະ¬ຍາດ ແລະ ແມງ¬ໄມ້ ກໍຕ້ອງໄດ້ເອົາ¬ໃຈ¬ໃສ່ເຊັ່ນກັນ ເພາະອາດມີຫຼາຍພະ¬ຍາດແຊກຊ້ອນເຊັ່ນ: ພະ-ຍາດຫ່ຽວພະ¬ຍາດນີ້ແມ່ນເກີດຈາກເຊື້ອລາ ເມື່ອພົບເຫັນຄວນທຳ¬ລາຍຖິ້ມເພື່ອບໍ່ໃຫ້ເຊື້ອພະ¬ຍາດລະ¬ບາດຕໍ່ກັນ, ໃນກໍ¬ລະ¬ນີບໍ່ຮ້າຍແຮງປານ¬ໃດກໍໃຫ້ໃຊ້ຢານຳບໍໂດ 1% ຫົດບໍ¬ລິ¬ເວນຮາກ, ແຕ່ຖ້າເປັນພະ¬ຍາດລຳ¬ຕົ້ນເໜົ່າແມ່ນໃຫ້ປະຕິບັດແບບດຽວກັນກັບພະ¬ຍາດຫ່ຽວ ແລະ ຫຼີກ¬ເວັ້ນການເອົາ ເສດຫຍ້າປົກຖົມຕົ້ນພິກໄທ ຊຶ່ງອາດຈະເປັນສາ¬ເຫດຂອງການແຜ່ເຊື້ອພະ¬ຍາດໄດ້ອີກ. ການເກັບກ່ຽວ ພິກໄທຈະເກັບກ່ຽວໄດ້ ເມື່ອມີອາ¬ຍຸປະ¬ມານ 180-200 ມື້ ຫຼັງຈາກອອກ¬ດອກ ໃນກໍ¬ລະ¬ນີປູກໃນເຂດທີ່ອາ¬ກາດເຢັນອາດຈະແກ່¬ຍາວຕື່ມອີກປະ¬ມານ 30-35 ມື້, ສ່ວນການເກັບກ່ຽວ ແມ່ນເລືອກເກັບພົ້ວທີ່ສຸກແດງສະ¬ເໝີກັນ ຫຼັງຈາກນັ້ນກໍນຳ ໄປຕາກ¬ແດດປະ¬ມານ 6-7 ແດດ ກໍຈະສາ¬ມາດນຳ¬ໄປຈຳໜ່າຍໄດ້.

​ການ​ປູກ​ພິກ​ໄທ

ພິກ​ໄທ ເປັນ​ພືດ​ເສດ­ຖະ­ກິດ​ຊະ­ນິດ​ໜຶ່ງ​ທີ່​ມີ​ຕະຫຼາດ​ກວ້າງ­ຂວາງ ໂດຍ​ສະ­ເພາະ​ຢູ່​ໃນປະ­ເທດ​ເຮົາ​ກໍ​ນິ­ຍົມ​ກັນ​ບໍ­ລິ­ໂພກ​ຫຼາຍ​ສົມ­ຄວນ, ແຕ່​ກົງ​ກັນຂ້າມ​ການ​ປູກ​ພັດ​ຍັງ​ບໍ່​ຂະ­ຫຍາຍ​ພໍ​ເທົ່າ­ໃດ, ຖ້າ​ມີ​ການ​ປູກ​ກໍ​ມີໜ້ອຍ​ທີ່​ສຸດ, ແຕ່​ສຳ­ລັບ​ຢູ່​ຕ່າງ­ປະ­ເທດ​ແລ້ວ​ແມ່ນ​ນິ­ຍົມ​ກັນ​ປູກຫຼາຍ​ຈົນ​ກາຍ­ເປັນ​ສິນ­ຄ້າ​ສົ່ງ​ອອກ​ເປັນ­ຕົ້ນ​ແມ່ນກຳ­ປູ­ເຈຍ, ຫວຽດ­ນາມ, ອິນ​ເດຍ, ອິນ​ໂດ​ເນ​ເຊຍ, ບຣາ​ຊິນ ແລະ ໄທ.
ເມື່ອ​ເວົ້າ​ເຖິງ​ການ​ປູກ​ພິກ​ໄທດິນ​ຟ້າ​ອາ­ກາດ ກໍ​ເປັນ​ສິ່ງສຳ­ຄັນ​ທີ່​ຈະ​ເຮັດ​ໃຫ້​ພິກ​ໄທ​ມີ​ການ​ຈະ­ເລີນ​ເຕີບ​ໂຕ​ໄວ. ພິກ​ໄທເປັນ​ພືດ​ທີ່​ມັກ​ອາ­ກາດ​ຮ້ອນ​ຊຸ່ມ, ອຸນ­ຫະ­ພູມ​ສະ­ເລ່ຍ​ປະ­ມານ 20-30 ອົງ­ສາ, ລະ­ດັບ​ຄວາມ​ສູງ 250-1.500 ແມັດ ຈາກລະ­ດັບ​ນ້ຳ​ທະ­ເລ, ປະ­ລິ­ມານ​ນ້ຳ​ຝົນ 600-2.500 ມິນ​ລິ​ແມັດຕໍ່​ປີ ແລະ ໜ້ອຍ​ທີ່​ສຸດ ແມ່ນ 600-700 ມິນ​ລິ​ແມັດ​ຕໍ່​ປີ​ໃນ​ລະດູ​ແລ້ງ​ກ່ອນ​ອອກ­ດອກ​ພິກ​ໄທ​ຈະ​ມີ​ຄວາມ​ຕ້ອງ­ການ​ນ້ຳ​ຫຼາຍພໍ​ສົມ­ຄວນ.
ພິກ​ໄທ ເປັນ​ພືດ​ທີ່​ເກີດ​ໄດ້​ດີ​ກັບ​ດິນ​ທີ່​ອຸ­ດົມ­ສົມ­ບູນ​ດ້ວຍ​ອິນຊີ​ວັດ­ຖຸ ແລະ ດິນ ຕ້ອງ​ເປັນ​ດິນ​ທີ່​ລະ­ບາຍ​ນ້ຳ​ສະ­ດວກ ຖ້າ​ຫາກມີ​ນ້ຳ​ຂັງ​ເຖິງ​ວ່າ​ຈະ​ໄລ­ຍະ​ສັ້ນ​ກໍ​ຕາມພິກ​ໄທ​ກໍ​ອາດ​ຕາຍ​ໄດ້, ດັ່ງ­ນັ້ນ ຄວນ​ເລືອກ​ພື້ນ​ທີ່​ດິນ​ທີ່​ເໝາະ​ສົມ ແລະ ຄ້ອຍ​ງ່ຽງ​ເລັກນ້ອຍ ເພື່ອ​ໃຫ້​ນ້ຳ​ລະ­ບາຍ​ໄດ້​ສະ­ດວກ​ພິກ​ໄທເປັນ​ພືດ​ຊະ­ນິດ ເປັນ​ເຄືອ​ທີ່​ມີ​ອາ­ຍຸ​ຫຼາຍ​ປີ ແລະ ຕ້ອງ​ໄດ້​ອາ­ໄສ​ເກາະ​ຫ້ອຍ​ກັບ​ຕົ້ນ­ໄມ້​ອື່ນ ຈິ່ງ​ຈະ​ທາວ​ເຄືອ​ໄປ​ໄດ້, ດັ່ງ­ນັ້ນ ກ່ອນ​ຈະ​ປູກ​ພິກໄທ ຊິ່ງ​ຈຳ­ເປັນ​ຕ້ອງ​ໄດ້​ຝັງ​ຫຼັກ ຫຼື ປູກ​ຕົ້ນ­ໄມ້​ກ່ອນ​ໃນ​ໄລ­ຍະ 4x2 ແມັດ ຫຼື 3x3 ແມັດ, ແລ້ວ​ປູກ​ພິກ​ໄທ​ໃສ່​ໃກ້​ຕົ້ນ­ໄມ້​ນັ້ນ ແລະ ຕົ້ນ­ໄມ້​ທີ່​ຈະ​ປູກ​ໃຫ້​ພິກ​ໄທ​ເກາະ​ຕ້ອງ​ມີ​ລັກ­ສະ­ນະ​ດັ່ງ­ນີ້: ໃຫຍ່​ໄວ, ທົນ​ທານ​ຕໍ່​ສະ­ພາບ​ດິນ​ຟ້າ​ອາ­ກາດ, ຮາກ​ເລິກ, ຕົ້ນໄມ້​ຕ້ອງ​ເປັນ​ໄມ້​ທີ່​ມີ​ເປືອກ​ບໍ່​ກ້ຽງ​ໝາຍ​ຄວາມ​ວ່າ​ເປືອກ​ໄມ້ຕ້ອງ​ເປັນ​ປູດ​ຊາ​ເຊັ່ນ: ຈຳ­ພວກ​ຕົ້ນ​ແປກ​ດົງ ຫຼື ຖ້າ​ຢູ່​ໃກ້​ເຮືອນອາດ​ຈະ​ໃຊ້​ຕົ້ນ​ພ້າວ ແລະ ຕົ້ນ​ໝາກ​ກໍໄດ້​ອັນ​ນີ້​ຍິ່ງ​ຕື່ມ​ລາຍ​ໄດ້ແກ່​ພວກ​ເຮົາ​ອີກ.

ການ​ກຽມ​ດິນ

ການ​ກຽມ​ດິນ​ແລ້ວ​ການ​ກຽມ​ເບ້ຍ​ພິກ​ໄທ ກໍ​ສຳ­ຄັນເພາະ​ພິກ​ໄທ ໄດ້​ມາ​ຈາກ​ການ​ກ້າ­ແກ່ນ ແລະ ປັກ​ຊຳກິ່ງ, ແຕ່​ຄົນ​ສ່ວນ​ຫຼາຍ​ນິ­ຍົມ​ແມ່ນ​ການ​ປັກ​ຊຳ​ກິ່ງ ເນື່ອງ​ຈາກຈະ​ໃຫ້​ຜົນ​ຜະ­ລິດ​ໄວ ແລະ ບໍ່​ເຊື່ອມ​ແນວ​ພັນ​ງ່າຍ​ກ່ອນ​ຈະ​ປັກຊຳ​ກິ່ງ ຄວນ​ເລືອກ​ເຄືອ​ພິກ​ໄທ ສ່ວນ​ທີ່​ເລືອ​ໄປ​ຕາມ​ດິນ​ແລ້ວຕັດ​ເປັນ​ທ່ອນ​ໃຫ້​ມີ 2-3 ຂໍ້ ແລ້ວ​ນຳ​ເອົາ​ມາ​ປັກ​ຊຳ​ໃສ່​ຖົງ​ຢາງ ຊຶ່ງ​ມີ​ດິນ​ປະ­ສົມ​ໃນ​ອັດ­ຕາ​ດິນ 2 ສ່ວນ, ຊາຍ 1 ສ່ວນ ແລະ ຝຸ່ນ​ຄອກ 1 ສ່ວນ ຫຼັງ​ຈາກ​ປັກ​ຊຳ​ແລ້ວ​ເອົາ​ໄວ້​ບ່ອນ​ທີ່​ຮົ່ມ, ໃຫ້ຖືກ​ແດດ​ໜ້ອຍ​ທີ່​ສຸດ, ຫົດ​ນ້ຳ​ເປັນ​ປະ­ຈຳ​ເຄືອ​ພິກ​ໄທຈະ​ແຕກຍອດ​ໃໝ່​ພາຍ​ໃນ 25-30 ມື້ ແລະ ຕໍ່​ມາພາຍ​ໃນ 3-4 ເດືອນ ກໍ​ສາ­ມາດ​ນຳ​ເອົາ​ໄປ​ປູກ​ໄດ້.

ວິ​ທີ​ການ​ປູກ

ຫຼັງ​ຈາກ ປູກ​ຕົ້ນ­ໄມ້ ຫຼື ຝັງ​ຫຼັກ​ເສົາ ເພື່ອ​ໃຫ້​ພິກ​ໄທ​ທາວເຄືອ​ຂຶ້ນ​ແລ້ວ ຄວນ​ຂຸດ​ຂຸມ​ກວ້າງ​ຂະ­ໜາດ 50x50x50 ຊັງ ຕີ​ແມັດ, 3 ດ້ານແລ້ວ​ໃສ່​ຝຸ່ນ​ຄອກ​ຮອງ​ພື້ນໃຫ້​ໄດ້​ຢ່າງ​ໜ້ອຍ ເຄິ່ງ​ຂຸມ ແລ້ວ​ຈິ່ງ​ປູກ, ສ່ວນ​ລະ­ດູ​ການ​ທີ່​ເໝາະ​ສົມ​ໃນ​ການ​ປູກ ແມ່ນ​ລະ­ດູ­ຝົນ​ຄື: ປະ­ມານ​ເດືອນ 5 ຫາ 7 ຫຼັງ​ຈາກ​ປູກ​ແລ້ວ ຖ້າ​ຝົນ​ບໍ່​ຕົກ​ແມ່ນ​ຕ້ອງ​ໄດ້​ຫົດ​ນ້ຳ​ໃຫ້​ຊຸ່ມ​ແລ້ວ​ມັດ​ເຄືອ​ພິກ​ໄທໃຫ້​ຕິດ​ກັບ​ຕົ້ນ­ໄມ້​ໄວ້​ໃນ​ສະ­ພາບ​ແວດ​ລ້ອມ​ທີ່​ເໝາະ​ສົມ​ພິກ​ໄທ ອາດ​ຈະ​ໃຫ້​ຜົນ​ຜະ­ລິດ​ໃນ​ປີ​ທີ 2 ຫຼື ປີ​ທີ 3 ຫຼັງ​ຈາກ​ປູກ.

ການ​ບົວ​ລະ​ບັດ​ຮັກ​ສາ

ແຕ່​ສິ່ງ​ສຳ­ຄັນ ພາຍ­ຫຼັງ​ປູກ​ແລ້ວ​ການ​ບົວ­ລະ­ບັດ​ຮັກ­ສານັ້ນ ກໍ​ຄື​ການ​ໃສ່​ຝຸ່ນ​ແມ່ນ​ມີ​ຄວາມ​ຈຳ­ເປັນ​ຫຼາຍ ເພາະ​ຈະ​ຕ້ອງ ໄດ້​ເຮັດ​ຢ່າງ​ສະ​ໝ່ຳ​ສະ­ເໝີ​ທຸກໆ​ປີ​ຝຸ່ນ​ຄອກ​ຈະ​ໃສ່​ໃນ​ອັດ­ຕາ ສ່ວນ 5-10 ກິ​ໂລ​ຕໍ່​ຕົ້ນ, ຖ້າ​ມີ​ປຸ໋ຍ​ເຄ​ມີ​ຊະ­ນິດ 16-20-00 ຫຼື 15-15-15 ແມ່ນ​ໃຫ້​ໃສ່ 100 ກຣາມ​ຕໍ່​ຕົ້ນ ຫຼື ປະ­ມານເຄິ່ງ​ກະ​ປ໋ອງ​ນ້ຳ​ນົມ​ຕໍ່​ຕົ້ນ ສ່ວນ​ຕອນ​ທ້າຍ​ລະ­ດູ­ຝົນ​ຄວນ​ໃສ່ປູນ​ຂາວ​ໃນ​ອັດ­ຕາ​ສ່ວນ 500 ກຣາມ​ຕໍ່​ຕົ້ນພິກ​ໄທ ທີ່​ມີ​ອາ­ຍຸ 1-2 ປີ ໃຫ້​ໃສ່​ຝຸ່ນ​ຫຼຸດ​ຈາກ​ອັດ­ຕາ​ດັ່ງ­ກ່າວ​ມາ​ນັ້ນ​ໝາຍ​ຄວາມວ່າ​ໃສ່​ປະ­ມານ 1 ສ່ວນ 3 ຂອງ​ອັດ­ຕາ​ດັ່ງ­ກ່າວ.

ການ​ປ້ອງ​ກັນ​ພະ​ຍາດ ແລະ ແມງ​ໄມ້

​ການ​ປ້ອງ​ກັນ​ພະ­ຍາດ ແລະ ແມງ­ໄມ້ ກໍ​ຕ້ອງ​ໄດ້​ເອົາ­ໃຈ­ໃສ່​ເຊັ່ນ​ກັນ ເພາະ​ອາດ​ມີ​ຫຼາຍ​ພະ­ຍາດ​ແຊກຊ້ອນ​ເຊັ່ນ: ພະ­ຍາດ​ຫ່ຽວ​ພະ­ຍາດ​ນີ້​ແມ່ນ​ເກີດ​ຈາກ​ເຊື້ອ​ລາ ເມື່ອ​ພົບ​ເຫັນ​ຄວນ​ທຳ­ລາຍ​ຖິ້ມເພື່ອ​ບໍ່​ໃຫ້​ເຊື້ອ​ພະ­ຍາດ​ລະ­ບາດຕໍ່​ກັນ, ໃນ​ກໍ­ລະ­ນີ​ບໍ່​ຮ້າຍ​ແຮງ​ປານ­ໃດກໍ​ໃຫ້​ໃຊ້​ຢາ​ນຳ​ບໍ​ໂດ 1% ຫົດ​ບໍ­ລິ­ເວນ​ຮາກ, ແຕ່​ຖ້າ​ເປັນ​ພະ­ຍາດ​ລຳ­ຕົ້ນ​ເໜົ່າ​ແມ່ນ​ໃຫ້​ປະຕິ​ບັດ​ແບບ​ດຽວ​ກັນ​ກັບ​ພະ­ຍາດ​ຫ່ຽວ ແລະ ຫຼີກ­ເວັ້ນ​ການ​ເອົາ ເສດ​ຫຍ້າ​ປົກ​ຖົມ​ຕົ້ນ​ພິກ​ໄທ ຊຶ່ງ​ອາດ​ຈະ​ເປັນ​ສາ­ເຫດ​ຂອງການ​ແຜ່​ເຊື້ອ​ພະ­ຍາດ​ໄດ້​ອີກ.

ການ​ເກັບ​ກ່ຽວ

ພິກ​ໄທ​ຈະ​ເກັບ​ກ່ຽວ​ໄດ້ ເມື່ອ​ມີ​ອາ­ຍຸ​ປະ­ມານ 180-200 ມື້ ຫຼັງ​ຈາກ​ອອກ­ດອກ ໃນ​ກໍ­ລະ­ນີ​ປູກ​ໃນ​ເຂດ​ທີ່​ອາ­ກາດ​ເຢັນ​ອາດຈະ​ແກ່­ຍາວ​ຕື່ມ​ອີກ​ປະ­ມານ 30-35 ມື້, ສ່ວນ​ການ​ເກັບ​ກ່ຽວ ແມ່ນ​ເລືອກ​ເກັບ​ພົ້ວ​ທີ່​ສຸກ​ແດງ​ສະ­ເໝີ​ກັນ ຫຼັງ​ຈາກ​ນັ້ນ​ກໍ​ນຳ ໄປ​ຕາກ­ແດດ​ປະ­ມານ 6-7 ແດດ ກໍ​ຈະ​ສາ­ມາດ​ນຳ­ໄປ​ຈຳໜ່າຍ​ໄດ້.
​ການ​ປູກ​ພິກ​ໄທ



No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ