google-site-verification: google0d91bc93cfc88895.html ລາວ​ກຽມ​ຕົວ​ເປັນປະທານ​ອາ​ຊຽນ ໃນ​ປີ 2016 - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, February 20, 2015

ລາວ​ກຽມ​ຕົວ​ເປັນປະທານ​ອາ​ຊຽນ ໃນ​ປີ 2016

ລາວກຽມຄວາມພ້ອມ ການເປັນປະທານອາຊຽນ ປີ 2016
ວັນ​ທີ 16 ກຸມພາ 2015 ກະຊວງ​ການ​ຕ່າງປະເທດ​ ໃນ​ຖານະເປັນ​ກອງ​ເລຂາ​ອາ​ຊຽນ​ແຫ່ງຊາດ ໄດ້​ຈັດ​ກອງ​ປະຊຸມ​ປຶກສາຫາລື​ກ່ຽວ​ກັບ​ການຈັດຕັ້ງ​ປະຕິບັດ ​ວຽກ​ງານ​ອາ​ຊຽນ​ໃນ​ໄລຍະຜ່ານ​ມາ ແລະ ເພື່ອ​ກະກຽມຄວາມ​ພ້ອມ​ໃນ​ການ​ເປັນ​ເຈົ້າພາບ ແລະ ປະທານ​ອາ​ຊຽນ ໃນປີ 2016 ທີ່​ສູນ​ເຝິກອົບຮົມ ແລະ ຮ່ວມ​ມື​ສາກົນ (ICTC) ໂດຍ​ເປັນປະທານ​ຂອງ​ທ່ານ ອາ​ລຸນ​ແກ້ວ ກິດ​ຕິ​ຄຸນ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະເທດ ຫົວໜ້າ​ເຈົ້າ​ໜ້າທີ່​ອາວຸໂສ​ອາຊຽນ​ຂອງ ​ສປປ ລາວ ເຊິ່ງ​ມີ​ບັນດາ​ຜູ້​ຮັບຜິດຊອບ​ຈຸດ​ປະສານ​ງານອາ​ຊຽນ ​ຂອງ​ກະຊວງຂະແໜງການ​ຕ່າງໆ ແລະ ອົງການ​ທຽບເທົ່າ​ອ້ອມ​ຂ້າງ​ສູນ​ກາງ​ຈາກ​ສາມເສົາຄ້ຳ​ເຂົ້າ​ຮ່ວມ.
ຈຸດປະສົງ​ຂອງ​ກອງ​ປະຊຸມ​ຄັ້ງນີ້​ ແມ່ນ​ເພື່ອ​ທົບ​ທວນ​ການ​ເຄື່ອນໄຫວ​ວຽກ​ງານ​ອາ​ຊຽນ​ໃນ​ໄລຍະໜຶ່ງ​ປີຜ່ານມາ ເປັນຕົ້ນ​ແມ່ນ​ບັນດາ​ຜົນສຳເລັດ ຂໍ້ຄົງຄ້າງ ແລະ ສິ່ງ​ທ້າ​ທາຍ ໃນ​ການຈັດຕັ້ງ​ປະຕິບັດ​ບັນດາ​ກິດຈະກຳ ແລະ ມາດຕະການ​ຕ່າງໆ ພາຍ​ໃຕ້​ແຜນ​ແມ່ບົດ​ຂອງ 3 ເສົາຄ້ຳຄື: ປະຊາ​ຄົມການເມືອງ ແລະ ຄວາມ​ໝັ້ນຄົງປະຊາ​ຄົມ​ເສດຖະກິດ ແລະ ປະຊາ​ຄົມ​ວັດທະນະທຳ-ສັງຄົມ ອາຊຽນ ພ້ອມ​ກັນ​ນັ້ນ ຍັງ​ໄດ້​ປຶກສາຫາລື​ບັນຫາ​ຕ່າງໆ ​ເພື່ອ​ຈະ​ນຳເອົາ​ໄປ​ພິຈາລະນາ​ເປັນ​ຫົວຂໍ້​ບຸລິມະ​ສິດ​ໃນ​ໂອກາດ ​ສປປ ລາວ ເປັນ​ປະທານ​ອາ​ຊຽນ ໃນ​ປີ 2016 ແລະ ບັນດາ​ກອງ​ປະຊຸມ​ອາ​ຊຽນ ທີ່​ຈະ​ຈັດ​ຂຶ້ນ​ຢູ່ ​ສປປ ລາວ ເຊິ່ງ​ປີ 2016 ຈະ​ເປັນ​ປີ​ທຳ​ອິດ​ຂອງ​ການເປັນ​ປະຊາ​ຄົມ​ອາ​ຊຽນ ແລະ ການ​ເລີ່ມ​ຈັດ​ຕັ້ງ​ປະຕິບັດ​ວິໄສ​ທັດປະຊາ​ຄົມ​ອາ​ຊຽນ 2025 ແລະ ບັນດາ​ເອກະສານ​ທີ່​ກ່ຽວຂ້ອງ ​ທີ່ຈະ​ຖືກ​ຮັບຮອງ​ເອົາ​ໂດຍ​ຜູ້ນຳ​ອາຊຽນ​ໃນ​ທ້າຍ​ປີ 2015 ນີ້ ກອງປະຊຸມ​ຍັງ​ໄດ້​ມີ​ການ​ແລກປ່ຽນ ແລະ ຖອດ​ຖອນ​ບົດຮຽນ​ເຊິ່ງ​ກັນ ແລະ ກັນ ເພື່ອ​ປັບປຸງ​ຂອດ​ປະສານ​ງານ ການ​ສ້າງ​ບຸກ​ຄະລາກອນ ນິຕິ​ກຳ ໂຄງ​ລ່າງ​ພື້ນຖານ ແລະ ບັນຫາ​ອື່ນໆ​ທີ່​ກ່ຽວຂ້ອງ ເພື່ອ​ກຽມ​ຄວາມ​ພ້ອມ​ໃຫ້​ແກ່ການ​ເຂົ້າ​ຮ່ວມ​ປະຊາ​ຄົມ​ອາ​ຊຽນ ໃນ​ທ້າຍ​ປີ 2015 ກໍ່​ຄື​ການ​ສ້າງ​ວິໄສ​ທັດ​ປະຊາ​ຄົມ​ອາ​ຊຽນ​ຫຼັງ​ປີ 2015 ໃຫ້​ສຳເລັດ.
ຕະຫຼອດ​ໄລຍະ​ໜຶ່ງ​ປີຜ່ານມາ ​ສປປ ລາວ ໄດ້​ປະກອບສ່ວນ​ຢ່າງຫ້າວຫັນ ​ໃນ​ການຈັດຕັ້ງ​ປະຕິບັດພັນທະ​ຂອງ​ຕົນ​ຢ່າງ​ມີ​ຄວາມ​ຮັບຜິດ​ຊອບ​ສູງ ເປັນຕົ້ນ​ແມ່ນ​ໄດ້​ເປັນເຈົ້າພາບ​ຈັດ​ຫຼາຍ​ກອງ​ປະຊຸມສຳຄັນ​ດັ່ງນີ້: ກອງ​ປະຊຸມ​ລັດ​ຖະມົນຕີ​ສຶກ​ສາ​ອາ​ຊຽນ ຄັ້ງ​ທີ 8 ກອງ​ປະຊຸມ​ລັດ​ຖະ​ສະພາ​ອາ​ຊຽນ (AIPA) ຄັ້ງ​ທີ 35 ກອງ​ປະຊຸມບໍ່​ເປັນ​ທາງ​ການ​ລັດຖະມົນຕີ​ອາຊຽນ​ ວ່າ​ດ້ວຍ​ສິ່ງແວດລ້ອມ ຄັ້ງ​ທີ 15 ກອງ​ປະຊຸມ​ລັດຖະມົນຕີ​ພະລັງ​ງານ​ອາ​ຊຽນ ຄັ້ງ​ທີ 32 ແລະ ກອງ​ປະຊຸມ​ທີ່​ກ່ຽວ​ຂອງ​ອື່ນໆ.
ເພື່ອ​ຮັບປະກັນ​ໃນ​ການ​ກະກຽມ​ຄວາມ​ພ້ອມ ​ໃຫ້​ແກ່​ການເປັນ​ປະທານ​ອາ​ຊຽນ ໃນ​ປີ 2016 ລັດຖະບານ ​ໄດ້​ມີ​ການ​ດຳເນີນການ​ບາງ​ໜ້າ​ວຽກ​ທີ່​ຈຳເປັນ ​ເພື່ອເປັນ​ພື້ນຖານ​ໃຫ້​ແກ່​ການ​ກະກຽມດັ່ງກ່າວ ເຊັ່ນ: ສຳເລັດ​ການ​ວາງຄຳ​ຂວັນ​ການ​ເປັນ​ປະທານ​ອາຊຽນ​ຂອງ ​ສປປ ລາວ ແລະ ໃນປັດຈຸບັນ ກຳລັງ​ດຳເນີນ​ການ​ພິຈາລະ​ນາ ແລະ ຄັດ​ເລືອກ​ກາໝາຍ (Logo) ສຳລັບ​ການ​ເປັນປະທານ​ອາ​ຊຽນ ໃນ​ປີ 2016 ໄດ້ແຕ່ງຕັ້ງ​ຄະນະ​ກຳມະການ​ຮັບຜິດ​ຊອບ​ວຽກ​ຕ່າງໆ ແລະ ໄດ້ເລີ່ມ​ເຝິກອົບຮົມ​ເພື່ອ​ສ້າງ​ພະນັກງານ​ຮັບ​ໃຊ້​ກອງ​ປະຊຸມ ເປັນຕົ້ນແມ່ນ​ດ້ານ​ເນື້ອ​ໃນ​ພາສາ​ຕ່າງປະເທດ ແລະ ອື່ນໆ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ