google-site-verification: google0d91bc93cfc88895.html ການ​ເຮັດ​ນ້ຳ​ຫມັກ​ຈາກ​ເສດ​ພືດ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, February 26, 2015

ການ​ເຮັດ​ນ້ຳ​ຫມັກ​ຈາກ​ເສດ​ພືດ

ການ​ເຮັດ​ນ້ຳ​ຫມັກ​ຈາກ​ເສດ​ພືດ

ການ​ຜະ­ລິດ​ນ້ຳ​ກັດ​ຊີ­ວະ​ພາບການ​ເຮັດ​ນ້ຳ​ສະ­ກັດ​ຊີ­ວະ​ພາບ​ຈາກ​ພືດ​ຜັກ​ມີ​ສ່ວນ​ປະ­ກອບ​ທີ່​ສຳ­ຄັນ​ມີ ຄື: 
             
                 ພືດ​ຜັກ 3 ກິ​ໂລກ​ຣາມ 
                 ກາກ​ນ້ຳ­ຕານ 1 ລິດ

ອຸ­ປະ­ກອນ​ໃນ​ການ​ເກັບ​ຮັກ ສາ­ມີ ຖັງ 1 ໜ່ວຍ, ຜ້າ​ຢາງ​ໃສ 1 ແມັດ, ຢາງ­ໃນ­ລົດ 1 ເສັ້ນ, ຫີນ​ພູ​ໜັກ 2 ກິ​ໂລກ​ຣາມ.

ນ້ຳ​ຫມັກ​ຊີ​ວະ​ພາບ ການ​ເຮັດ​ອີ​ເອັມ EM BE ການ​ເຮັກ​ນ້ຳ​ສະ​ກັດ​ຊີ​ວະ​ພາບ ການ​ເຮັດ​ນ້ຳEM, ການ​ເຮັດ​ນ້ຳBE ການ​ເຮັດ​ນ້ຳ​ມັກ​ຈາກ​ພືດ

ຂັ້ນ​ຕອນ​ການ​ຜະ­ລິດ​ນ້ຳ​ກັດ​ຊີ­ວະ​ພາບ

ຊອຍ​ຜັກ​ຈຳ­ນວນ 3 ກິ​ໂລກ​ຣາມ ເປັນ​ຕ່ອນ​ນ້ອຍໆ​ພໍ­ປະ­ມານຕໍ່​ມາ​ເອົາຜັກ​ທີ່​ຊອຍ​ແລ້ວ​ລົງ​ໃສ່​ຖັງ​ແລ້ວ​ເທ​ກາກ​ນ້ຳ­ຕານ​ໃສ່​ເຕັງ​ດ້ວຍ​ຫີນ​ພູ​ແລ້ວ ໃຊ້​ຜ້າ​ຢາງ​ປິດ​ປາກ​ຖັງ​ຕໍ່​ມາ​ມັດ​ດ້ວຍ​ຢາງ­ໃນ­ລົດ​ໃຫ້​ແໜ້ນ​ບໍ່​ໃຫ້​ອາ­ກາດ ພາຍ​ນອກ​ເຂົ້າ​ປະ​ໄວ້​ປະ­ມານ 7 ວັນ​ແລ້ວ ຈິ່ງ​ໄຂ​ອອກ​ຈະ​ໄດ້​ຫົວ​ເຊື້ອ 1,5 ລິດ.
   ສຳ­ລັບ​ຂັ້ນ​ຕອນ​ການ​ຂະ­ຫຍາຍ​ນ້ຳ​ເຊື້ອແມ່ນ​ນຳ​ເອົາ​ກາກ​ນ້ຳ­ຕານ​ຈຳ­ນວນ 1 ລິດ ນຳ­ໄປ​ຖອກ​ໃສ່​ຖັງ​ປະສົມ​ກັບ​ນ້ຳ​ສະ­ອາດ 10 ລິດ ຖອກ​ໃສ່​ກັນ​ຄົນ​ໃຫ້​ລະ­ອຽດ​ຕໍ່​ມາ​ນຳ​ເອົາ​ຜ້າຢາງ​ມາ​ປົກ, ມັດ​ດ້ວຍ​ຢາງ­ໃນ­ລົດ​ໃຫ້​ແໜ້ນ​ນຳ­ໄປ​ໝັກ​ໄວ້​ປະ­ມານ 3 ວັນ ຈິ່ງ​ເອົາ​ອອກ​ກໍ​ຈະ​ໄດ້​ນ້ຳ​ສະ­ກັດ​ທີ່​ສົມ­ບູນ.

ສ່ວນ​ວິ­ທີ​ການ​ນຳ​ໃຊ້

ໃຊ້​ນ້ຳ​ສະ­ກັດ 3 ຫາ 4 ບ່ວງ​ແກງ​ແລ້ວ​ນຳ​ມາ​ປະ­ສົມ​ກັບ​ນ້ຳ 10 ລິດ ແລ້ວ​ນຳ​ມາ​ຄົນ​ໃຫ້​ເຂົ້າ­ກັນ​ແລ້ວ​ນຳ­ໄປ​ສີດ ຫຼື ຫົດ​ໃສ່​ຜັກ 2 ຫາ 3 ຄັ້ງ​ຕໍ່​ອາ ທິດ​ຖ້າ​ໃສ່​ລ້ຽງ­ສັດ​ແມ່ນ​ໃນ​ອັດ­ຕາ​ສ່ວນ 10 ຊີ​ຊີ ປະ­ສົມ​ກັບ​ນ້ຳ 10 ລິດ ແລ້ວ​ນຳ​ໃຊ້​ໃຫ້​ສັດ​ກິນ ຫຼື ໃຊ້​ລ້າງ​ດັບ​ກິ່ນ​ເໝັນ​ຈາກ​ຄອກ​ສັດ​ກໍ​ໄດ້​ນຳ​ອີກ.
   ການ​ເກັບ​ຮັກ­ສາ​ແມ່ນ​ບັນ­ຈຸ​ໃສ່​ແກ້ວ​ຕ່າງໆ​ທີ່​ສະ­ອາດ​ແລ້ວ​ປິດ​ປາກແກ້ວ​ດ້ວຍ​ຜ້າ​ຢາງ​ໃສ່ 2 ຊັ້ນ​ມັດ​ດ້ວຍ​ຢາງ­ບ້ວງ 2 ເສັ້ນ​ຮັດ​ໃຫ້​ແໜ້ນ 3 ຮອບ​ເກັບ​ມ້ຽນ​ໄວ້​ໃນ​ທີ່​ຮົ່ມ​ບໍ່​ໃຫ້​ແສງ​ແດດ​ຖືກ​ສາ­ມາດ​ເກັບ​ຮັກ­ສາ​ໄດ້ນານ​ເຖິງ 1 ປີ.

 ນ້ຳ​ຫມັກ​ຊີ​ວະ​ພາບ ການ​ເຮັດ​ອີ​ເອັມ EM BE ການ​ເຮັກ​ນ້ຳ​ສະ​ກັດ​ຊີ​ວະ​ພາບ ການ​ເຮັດ​ນ້ຳEM, ການ​ເຮັດ​ນ້ຳBE ການ​ເຮັດ​ນ້ຳ​ມັກ​ຈາກ​ພືດ

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ