google-site-verification: google0d91bc93cfc88895.html ​ການ​ລ້ຽງ​ມົດ​ສົ້ມ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, February 26, 2015

​ການ​ລ້ຽງ​ມົດ​ສົ້ມ

​ມົດ​ສົ້ມ ການ​ລ້ຽງ​ມົດ​ສົ້ມ ໄຂ່​ມົດ ສົ້ມ ວິ​ທີ​ການ​ລ້ຽງ​ມົດ​ສົ້ມ ຂັ້ນ​ຕອນ​ການ​ລ້ຽງ​ມົດ​ສົ້ມ ເພື່ອ​ເກັບ​ໄຂ່​ມົດ​ສົ້ມ


ມົດ­ສົ້ມ ເປັນ​ມົດ​ທີ່​ຮູ້­ຈັກ​ກັນ​ດີ, ພົບ​ໄດ້​ຕະຫຼອດ​ປີ ແລະ ມີ​ວິ­ຖີ​ຊີ­ວິດ​ທີ່​ໜ້າ​ສົນ­ໃຈ​ມົດ­ສົ້ມເປັນ​ຕົວ­ຢ່າງ​ທີ່​ດີ​ຂອງ​ຄວາມ​ດຸ­ໝັ່ນ​ໃນ​ການ​ຫາອາ­ຫານ, ຄວາມ​ສາ­ມັກ­ຄີ, ຄວາມ​ຮັກ​ໃນ​ເຜົ່າພັນ ແລະ ສະ­ລະ​ຊີບ​ເພື່ອ​ຕໍ່­ສູ້​ກັບ​ສັດ­ຕູມົດ­ສົ້ມ ທີ່​ພົບ​ເຫັນ​ທົ່ວ​ໄປ​ຈະ​ຢູ່​ເປັນ​ກຸ່ມ ແລະ ແຕ່​ລະ​ກຸ່ມອາດ​ຄວບ​ຄຸມ​ເນື້ອ­ທີ່​ຫຼາຍ​ກວ່າ 1 ໄລ່ ແລະ ປະກອບ​ດ້ວຍ​ມົດ​ກຳ­ມະ­ກອນ, ແຕ່​ລະ​ກຸ່ມ​ມີ​ຈຳນວນ​ຮັງ​ແຕ່ 25-150 ຮັງ, ໃນ​ນີ້ ຈະ​ມີ​ຮັງຂອງ​ລາ­ຊາ​ນີ ແຕ່​ລະ​ກຸ່ມ​ມັກ​ມີ​ລາ­ຊາ​ນີ​ຫຼາຍ​ໂຕ ຊຶ່ງ​ສ້າງ​ຢູ່​ເທິງ​ປາຍ​ຕົ້ນ­ໄມ້​ໃກ້​ຍອດ​ມົດ­ສົ້ມ​ຈະໃຫ້​ຄຸນ​ປະ­ໂຫຍດ​ຫຼາຍ​ຢ່າງ​ຕົ້ນ­ຕໍ​ແມ່ນ​ນຳ​ມາປຸງ​ແຕ່ງ­ອາ­ຫານ​ເຊັ່ນ: ລາບ, ກ້ອຍ, ຍຳ, ແກງຜັກ­ຫວານ​ໃສ່​ໄຂ່​ມົດ­ສົ້ມ, ພ້ອມ​ທັງ​ຊ່ວຍ​ປ້ອງກັນ​ການ​ກຳ­ຈັດ​ສັດ­ຕູ​ພືດ​ເຊັ່ນ: ບົ້ງ, ໂຕ​ເພັ້ຍຕ່າງໆ, ທັງ​ເປັນ​ໂຕ​ກວດ​ສອບ​ລະ­ບົບ​ນິ­ເວດຂອງ​ປ່າ­ໄມ້​ມົດ­ສົ້ມ​ມັກ​ອາ­ໄສ​ຢູ່​ຕາມ​ບ່ອນ​ທີ່​ຖືກທຳ­ລາຍ ແລະ ແນວ​ລະ­ດັບ​ທີ່​ມີ​ຄວາມ​ສົມ­ບູນຕ່ຳ, ດັ່ງ­ນັ້ນ ຖ້າ​ບໍ­ລິ­ເວນ​ຂອງ​ປ່າ​ມີ​ຮັງ​ມົດ­ສົ້ມເຮັດ​ໃຫ້​ຮູ້​ວ່າ​ລະ­ບົບ​ນິ­ເວດ​ທີ່​ມີ​ຄວາມ​ເຊື່ອມໂຊມ​ລົງ.

​ມົດ​ສົ້ມ ການ​ລ້ຽງ​ມົດ​ສົ້ມ ໄຂ່​ມົດ ສົ້ມ ວິ​ທີ​ການ​ລ້ຽງ​ມົດ​ສົ້ມ ຂັ້ນ​ຕອນ​ການ​ລ້ຽງ​ມົດ​ສົ້ມ ເພື່ອ​ເກັບ​ໄຂ່​ມົດ​ສົ້ມ

ວິ­ທີ​ການ​ລ້ຽງ​ມົດ­ສົ້ມ​ຈະ​ມີ 2 ແບບ​ຄື:

 ສ່ວນທີ່​ມີ​ຮັງ​ມົດ​ຢູ່​ແລ້ວ​ເຮົາ​ກໍ​ໃຫ້​ອາ­ຫານ​ທີ່​ເສດ​ເຫຼືອ ເພື່ອ​ໃຫ້​ມົດ​ເພີ່ມ​ຈຳ­ນວນ​ຮັງ​ໃຊ້​ເຄືອ ຫຼື ເຊືອກມັດ​ຕາມ​ຕົ້ນ­ໄມ້ ເພື່ອ​ເຮັດ​ໃຫ້​ມັນ​ສະ­ດວກ​ໃນການ​ໄປ​ຫາ​ອາ­ຫານ ແລະ ການ​ສື່­ສານ​ຂອງ​ມົດ, ສ່ວນ​ອີກ​ວິ­ທີ​ໜຶ່ງ​ແມ່ນ​ບ່ອນ​ທີ່​ຍັງ​ບໍ່​ທັນ​ມີ​ຮັງ​ມົດ ຫຼື ມີ​ຮັງ​ຊະ­ນິດ​ອື່ນ​ຕ້ອງ​ຕັດ​ແຕ່ງ​ງ່າ­ໄມ້​ໃຫ້​ໂລ່ງ​ແຈ້ງ ແລະ ຂ້າ​ມົດ​ທີ່​ມີ​ຢູ່​ແລ້ວ ໂດຍ​ໃຊ້​ເຫຍື່ອ​ພິດ ຄື ປາ­ກະ­ປ໋ອງ​ໜຶ່ງ​ປ໋ອງ​ຍ່ອງ​ໃຫ້​ຊີ້ນ​ປາ​ລະ­ອຽດປະ­ສົມ​ກັບ​ສານ ບໍ​ແຣດ 1 ບ່ວງ​ຊາ ວາງ​ໄວ້​ທີ່ເຫງົ້າ​ໄມ້, ຫຼັງ​ຈາກ​ມົດ​ຕາຍ​ໝົດ​ແລ້ວ​ກໍ​ເອົາ ເສດ​ອາ­ຫານ​ພິດ​ອອກ​ຈາກ​ເຫງົ້າ​ໄມ້ ຈາກ​ນັ້ນ ຈິ່ງ​ເອົາ​ມົດ­ສົ້ມ​ມາ​ປ່ອຍ.
   ການ​ສຳ​ຫຼວດ​ຫາ​ມົດ­ສົ້ມ​ທີ່​ເປັນ​ກຸ່ມ​ດຽວ​ກັນ ໂດຍ​ທົດ​ສອບ​ວ່າ​ຖ້າ​ມົດ­ສົ້ມ​ມາ​ຈາກ​ກຸ່ມ​ດຽວກັນ​ຈະ​ບໍ່​ກັດ​ກັນ, ຕັດ​ຮັງ​ມົດ­ສົ້ມ​ຢ່າງ​ລະ​ມັດ​ລະວັງ ແລະ ຕັດ​ທຸກໆ​ຮັງ ເພື່ອ​ໃຫ້​ລາ­ຊາ​ນີ​ຕິດ​ໄປ​ນຳ, ຈາກ​ນັ້ນ ກໍ​ເອົາ​ໃສ່​ໃນ​ຖົງມັດ​ປາກ​ຖົງ​ໃຫ້​ແໜ້ນ​ແລ້ວ​ເອົາ​ມາ​ແຂວນ​ໄວ້​ໃນ​ຕົ້ນ­ໄມ້ ຈາກ​ນັ້ນ​ເປີດປາກ​ຖົງ​ອອກ​ປະ​ໄວ້​ເພື່ອ​ໃຫ້​ມົດ­ສົ້ມ​ອອກ​ມາສ້າງ​ຮັງ​ໃໝ່ ແລ້ວ​ເລີ່ມ​ໃຫ້​ອາ­ຫານ ແລະ ນ້ຳ.

ຂັ້ນ​ຕອນ​ການ​​ລ້ຽງ​ມົດ​ສົ້ມ

ຂັ້ນ​ຕອນ​ການ​ລ້ຽງ​ມົດ­ສົ້ມ​ແມ່ນ​ມີ​ຄວາມ​ສຳ­ຄັນ​ຫຼາຍ ໂດຍ​ສະ­ເພາະ​ບ່ອນ​ໃສ່​ອາ­ຫານ ຊຶ່ງ​ຜູ້​ລ້ຽງ​ຈະ​ຕ້ອງ​ກຽມ​ແປ້ນ​ຂະ­ໜາດ 30 ຊັງ ຕີ​ແມັດ, ກວ້າງ 20 ຊັງ​ຕີ​ຕອກ​ເປັນ​ຮ້ານ​ໃສ່ ກັບ​ຕົ້ນ­ໄມ້​ໃຫ້​ສູງ​ຈາກ​ໜ້າ­ດິນ​ປະ­ມານ 1,5 ແມັດ, ແປ້ນ​ວາງ​ອາ­ຫານ​ຄວນ​ມີ​ຕາ​ໜ່າງ​ເຫຼັກ​ປົກ​ເພື່ອ​ກັນ​ນົກ ແລະ ແມວ, ສ່ວນ​ການ​ໃຫ້​ນ້ຳ ແລະ ອາ­ຫານ​ໄລ­ຍະ​ເລີ່ມ​ຕົ້ນ​ຄວນ​ໃຫ້​ອາ­ຫານ ເລື້ອຍໆ, ອາດ​ຈະ​ເປັນ​ອາ­ທິດ​ລະ 2 ເທື່ອ ຫຼັງ ຈາກ​ນັ້ນ ຈິ່ງ​ຄ່ອຍ​ຫຼຸດ​ລົງ​ຈະ​ເປັນ​ອາ­ທິດ​ລະ​ເທື່ອ ຫຼື 2 ອາ­ທິດ​ເທື່ອ​ໜຶ່ງ.
   ມົດ­ສົ້ມ​ມັກ​ເຮັດ​ຮັງ​ໃສ່​ກັບ​ຕົ້ນ­ໄມ້​ທີ່​ມີ​ໃບ​ດົກ ແລະ ບໍ່​ມັກ​ປ່ຽນ​ໃບ​ເຊັ່ນ: ຕົ້ນ​ມ່ວງ, ກະ­ເດົາ, ກະ­ຖິນ​ນະ​ລົງ, ແດງ, ຕົ້ນ​ຈິກ, ຕົ້ນ​ຮັງ, ຕົ້ນ​ຍໍ ບ້ານ, ຕົ້ນ​ດູ່, ຕົນ​ແກ, ຫູ­ກວາງ, ຕົ້ນ​ຄູນ, ຕົ້ນ​ໄຮ ແລະ ຕົ້ນ​ໂພ.
   ການ​ລ້ຽງ​ມົດ­ສົ້ມ ສຳ­ລັບບ່ອນ​ໃສ່​ນ້ຳ​ຄວນເປັນ​ຕຸກ​ນ້ຳ​ພາ​ສ​ຕິກ​ຕັດ​ກົ້ນ​ອອກ ຫຼື ບັ້ງ​ໄມ້­ໄຜ່, ຕອກ​ຕິດ​ກັບ​ຕົ້ນ­ໄມ້ ຢ່ອນ​ປາກ​ຕຸກ​ນ້ຳ​ລົງ​ເພື່ອ ສະ­ດວກ​ໃນ​ການ​ອະ­ນາ­ໄມ, ສ່ວນ​ທາງ​ໃນ​ຕຸກນ້ຳ​ຄວນ​ປ່ອນ​ໄມ້​ລົງ​ເພື່ອ​ໃຫ້​ມົດ​ໄດ້​ໄຕ່​ລົງ ແລະ ຂຶ້ນ, ສະ­ດວກ​ໃນ​ການ​ໄປ-ມາ, ການ​ສື່­ສານ, ການ​ຊອກ​ຫາ​ອາ­ຫານ ແລະ ບໍ່​ໃຫ້​ເສຍ​ເວ­ລາ, ແຮງ​ງານ​ຂອງ​ມົດ​ໃນ​ການ​ລົງ​ໄປ​ຊອກ​ຫາ​ອາ ຫານ.
ການ​ເກັບ​ກູ້​ໄຂ່​ມົດ­ສົ້ມ ແມ່ນ​ຈະ​ໃຊ້​ໄມ້​ຍາວປາຍ​ແຫຼມ​ແລ້ວ​ມັດ​ກະ­ຕ່າ ຫຼື ຄຸ ຕິດ​ກັບ​ປາຍ ໄມ້​ແທງ​ທີ່​ຮັງ​ຂອງ​ໂຕ​ມົດ​ກຳ­ມະ­ກອນ​ກັບ ໂຕ​ອ່ອນ​ຈະ​ຕົກ­ລົງ​ມາ​ໃນ​ກະ­ຕ່າ, ຈາກ​ນັ້ນ​ໂຮຍແປ້ງ​ລົງ​ກະ­ຕ່າ ຫຼື ຄຸ ເພື່ອ​ໄລ່​ມົດ​ກຳ­ມະ­ກອນອອກ​ຈາກ​ກະ­ຕ່າ, ຈາກ​ນັ້ນ ໃຫ້​ຖອກ​ໂຕ​ອ່ອນ​ລົງ ໃນ​ພາ​ຖາດ​ທີ່​ມີ​ແປ້ງ​ມັນ­ຕົ້ນ​ເພື່ອ​ໄລ່​ມົດ​ກຳ​ມະກອນ​ອອກ ແລະ ກໍ​ຈະ​ໄດ້​ແຕ່​ໄຂ່ ສຳ­ລັບ​ໄຂ່ຂອງ​ມົດ­ສົ້ມ​ຈະ​ມີ​ລາ­ຄາ​ແພງ​ລະ­ຫວ່າງ 60-70 ພັນ​ກີບ​ຕໍ່​ກິ​ໂລກ​ຣາມ ໃນ​ໄລ­ຍະ​ແຕ່​ເດືອນກຸມ­ພາ-ມີ­ນາ.

​ມົດ​ສົ້ມ ການ​ລ້ຽງ​ມົດ​ສົ້ມ ໄຂ່​ມົດ ສົ້ມ ວິ​ທີ​ການ​ລ້ຽງ​ມົດ​ສົ້ມ ຂັ້ນ​ຕອນ​ການ​ລ້ຽງ​ມົດ​ສົ້ມ ເພື່ອ​ເກັບ​ໄຂ່​ມົດ​ສົ້ມ

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ