google-site-verification: google0d91bc93cfc88895.html ​ອາ​ຫານ​ບຳ​ລຸງ​ສະ​ຫມອງ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, February 26, 2015

​ອາ​ຫານ​ບຳ​ລຸງ​ສະ​ຫມອງ

1. ປາ: ມີ​ກົດ​ໄຂ­ມັນ ແລະ ໂອ​ເມ​ກ້າ 3 ຊ່ວຍ​ສ້າງ ແລະ ເບິ່ງແຍງ​ໜັງ​ຫຸ້ມ​ເຊລ​ປະ­ສາດ​ໃນ​ສະໝອງ​ໃຫ້​ມີ​ຄວາມ​ແຂງ­ແຮງ ທັງເປັນ​ອາ­ຫານ​ທີ່​ກິນ​ງ່າຍ ແລະ ເໝາະ​ກັບ​ຄົນ​ທຸກ​ເພດ​ທຸກ​ໄວ.
2. ກະ­ທຽມ: ເມື່ອ​ເວົ້າ​ເຖິງກະ­ທຽມຫຼາຍ​ຄົນ​ອາດ​ຈະ​ບໍ່​ມັກ  ເພາະ​ມີ​ກິ່ນ​ທີ່​ຫຼາຍ​ຄົນ​ບໍ່​ປາ­ຖະໜາ​ແຕ່​ທ່ານ​ຮູ້ ຫຼື ບໍ່? ກະ­ທຽມມີ​ສັບ­ພະ​ຄຸນ ​ຫຼາຍ​ຢ່າງ​ທີ່​ເຮົາ​ຍັງ​ບໍ່​ຮູ້​ເປັນ­ຕົ້ນ​ແມ່ນເວ­ລາ​ກິນ​ກະ­ທຽມ​ເຂົ້າ​ໄປ​ແລ້ວ​ຈະ​ຊ່ວຍ​ໃຫ້​ອາ­ລົມ​ດີ​ຂຶ້ນ, ຫຼຸດ​ຄວາມ​ຫງຸດ​ຫງິດ ແລະ ຊ່ວຍ​ໃຫ້ການ​ຈື່​ຈຳ​ດີ​ຂຶ້ນ​.
3. ສາ​ຫຼ່າຍ​ທະ­ເລ: ບໍ່​ວ່າ​ຈະ​ເປັນ​ສາ​ຫຼ່າຍ​ສົດໆ ຫຼື ສາ​ຫຼ່າຍ​ແຫ້ງ ເມື່ອ​ນຳ​ມາ​ປຸງ​ແຕ່ງ​ເປັນ​ອາ­ຫານ​ກໍ​ຈະ​ມີ​ລົດ​ຊາດ​ທີ່​ແຕກ​ຕ່າງ​ກັນ​ໄປ, ແຕ່​ທີ່​ສຳ­ຄັນ​ທີ່​ສຸດຄື​ໃນ​ສາ​ຫຼ່າຍ​ແມ່ນ​ມີ​ ໂອ​ເມ​ກ້າ3 ທີ່​ສູງ​ທີ່​ສຸດ​ພ້ອມຊ່ວຍ​ໃຫ້​ເສັ້ນ​ຜົມ​ຂອງ​ຄົນ​ເຮົາ​ດົກ​ດຳ​ດີ​ອີກ​ດ້ວຍ.


4. ຖົ່ວ­ເຫຼືອງ: ເມື່ອ​ເວົ້າ​ເຖິງ​ຖົ່ວ­ເຫຼືອງ​ຫຼາຍ​ຄົນ​​ຄົງ​ຈະ​ຮູ້​ເຖິງ​ຄຸນ​ປະ­ໂຫຍດເພາະ​ໃນ​ຖົ່ວ­ເຫຼືອງ​ປະກອບ​ດ້ວຍ​ສານ ໄຟ​ໂຕ​ເລ​ສ​ໂຕຣ​ເຈນ ຊ່ວຍ​ໃຫ້ເຊລປະ­ສາດ​ຂອງ​ເຮົາ​ມີ​ຄວາມ​ແຂງ­ແຮງ.
5. ກ້ວຍ​ຫອມ: ກ້ວຍ​ຫອມ​ເປັນ​ໝາກ​ໄມ້​ທີ່​ຫຼາຍຄົນ​ມັກ​ຮັບ​ປະ­ທານ ແລະ ເມື່ອ​ກິນ​ເຂົ້າ​ໄປ​ແລ້ວ​ກ້ວຍຫອມ​ຈະ​ເຂົ້າ​ໄປ​ກະ​ຕຸ້ນ​ສານ ເຊ​ໂຣ​ທີນໃຫ້​ກັບສະ­ໝອງ ແລະ ຊ່ວຍ​ບຳ­ລຸງ​ຮ່າງ­ກາຍ​ໃຫ້​ມີ​ຄວາມແຂງ­ແຮງ.
6. ສ​ຕໍ​ເບິ​ຣີ​ສີ­ແດງ: ສ​ຕໍ​ເບິ​ຣີ​ສີ­ແດງ​ເປັນ​ໝາກ​ໄມ້​ທີ່​ມີ​ສານ​ແອນ​ໂທ​ໄຊ​ອະ​ນິນຊ່ວຍ​ບຳ­ລຸງ ແລະ ຮັກ­ສາ​ເຊລ​ສະ­ໝອງ​ໄດ້​ດີ​ທີ່​ສຸດ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ