google-site-verification: google0d91bc93cfc88895.html ການ​ປູ​ກ​ຜັກ​​ໄສ່ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, February 26, 2015

ການ​ປູ​ກ​ຜັກ​​ໄສ່

ຜັກ​ໃຊ່​ເປັນ​ພືດ​ລົ້ມ​ລຸກ ມີ​ຊື່​ທາງວິ­ທະ­ຍາ­ສາດ​ວ່າ: Monordic chaŒ rantia L. ເປັນ​ເຄືອ​ທີ​ມີ​ກິ່ງ​ກ້ານ​ສາ­ຂາ​ຫຼາຍ ມີ​ຄວາມ​ຍາວ​ເຖິງ 2 ແມັດ ເຄືອ​ຂອງ​ມັນ​ຍາວ ແລະ ມີ​ຂົນ​ພ້ອມ​ດ້ວຍ​ມື​ກ້ຽວ, ຍາວ​ປະ­ມານ 20 ຊັງ​ຕີ​ແມັດ ໃຍ​ຂອງ​ມັນ​ແພ່​ກວ້າງ​ເປັນ​ຮູບ​ໄຂ່​ແຍກ​ເປັນ 5 ຊີກ ໃບ​ກໍ​ເປັນ​ຮູບ​ໄຂ່ ແລະ ເປັນ​ແຂ້ວ​ທີ່​ຂອບ ສ່ວນ​ກ້ານ​ໃບ​ຍາວ 3Œ6 ຊັງ​ຕີ​ແມັດ ດອກ​ເປັນ​ສີ­ຂາວ ຫຼື ເຫຼືອງ ຂະ­ໜາດ​ເສັ້ນ​ຜ່າ​ກາງ 2 ຊັງ​ຕີ​ແມັດ.


ໝາກ​ເປັນ​ລັກ­ສະ­ນະ​ຍາວ​ຮູບ​ໄຂ່: 
ມີ​ລັກ­ສະ­ນະ​ສ້ວຍ​ແຫຼມ​ທັງ​ສອງ​ສົ້ນ​ຂະ­ໜາດ​ຄວາມ​ຍາວ​ຂອງ​ໝາກ 10-Œ15 ຊັງ​ຕີ​ແມັດ ແລະ ມີ​ເສັ້ນ​ຜ່າ​ກາງ​ແຕ່ 3,8-Œ6,4 ຊັງ​ຕີ​ແມັດ ທັງ​ນີ້ ແມ່ນ​ຂຶ້ນ​ກັບ​ແຕ່​ລະ​ຊະ­ນິດ​ຕາມ​ຜິວ​ຂອງ​ໝາກ​ຍັງ​ມີ​ຫຼ່ຽມ​ເປັນ​ເສັ້ນ​ຍາວ ເມື່ອ​ສຸກ​ເຕັມ­ທີ່​ຈະ​ເປັນ​ສີ­ໝາກ­ກ້ຽງ​ອົມ​ແດງ ເຄືອ​ໜຶ່ງ​ຈະ​ໃຫ້​ຜົນ​ຜະ­ລິດ​ສູງ​ເຖິງ 10Œ-12 ໜ່ວຍ ຜັກ​ໃຊ່​ສ່ວນ​ຫຼາຍ​ແມ່ນ​ຈະ​ມັກ​ພົບ​ເຫັນ​ຢູ່​ຕາມ​ແຄມ​ທາງ ແຄມ​ຮົ້ວ ໃນ​ປະ­ເທດ​ເຂດ​ຮ້ອນ​ຂອງ​ອາ­ເມ­ລິ­ກາ​ໃຕ້ ອາ​ຟຣິ​ກາ ແລະ ເອ​ເຊຍ ຊຶ່ງ​ມີ​ທັງ​ການ​ປູກ ແລະ ເກີດ​ຂຶ້ນ​ເອງ​ໂດຍ​ທຳ​ມະ​ຊາດ​ໃນ​ພື້ນ​ທີ່​ກາງ​ແດດ ຫຼື ຮົ່ມ​ບາງໆ​ຕາມ​ບ່ອນ​ທີ່​ມີ​ດິນ​ອຸ­ດົມ­ສົມ­ບູນ ແລະ ມີ​ຄວາມ​ຊຸ່ມ​ຊື່ນ​ດີ.
ວິ­ທີ​ການ​ປູກ​ບົວ­ລະ­ບັດ​ຮັກ­ສາ: 
ໃຊ້​ແກ່ນ 3-Œ4 ແກ່ນ​ຕໍ່​ຂຸມ ຄວາມ​ເລິກ​ຂອງ​ຂຸມ​ປະ­ມານ 2,5Œ-3,5 ຊັງ​ຕີ​ແມັດ ຫຼັງ​ຈາກ​ນັ້ນ​ຫວ່ານ​ຝຸ່ນ​ຄອກ ຫົດ​ນ້ຳ​ໃຫ້​ຊຸ່ມ​ປົກ​ຂຸມ​ດ້ວຍ​ເຟືອງ ຫຼື ຫຍ້າ​ແຫ້ງ ເມື່ອ​ຕົ້ນ​ກ້າ​ມີ​ໃບ ໃຫ້​ຫຼົກ​ເອົາ​ໃບ​ທີ່​ບໍ່​ສົມ­ບູນ​ອອກ​ໃຫ້​ເຫຼືອ​ໄວ້ 2 ຕົ້ນ​ຕໍ່​ຂຸມ ເມື່ອ​ຕົ້ນ​ຜັກ​ໃຊ່​ເລີ່ມ​ອອກ​ເຄືອ ຫຼື ຕົ້ນ​ມີ​ອາ­ຍຸ​ປະ­ມານ 15 ວັນ ຄວນ​ເຮັດ​ຄ້າງ​ເພື່ອ​ໃຫ້​ຕົ້ນ​ເກາະ​ຂຶ້ນ​ໄປ.
ວິ­ທີ​ເຮັດ​ຄ້າງ: 
ປັກ​ໄມ້​ຄ້າງ​ຍາວ​ປະ­ມານ 2Œ2,5 ແມັດ ທຸກໆ​ຂຸມ​ແລ້ວ​ເອນ​ປາຍ​ເຂົ້າ​ຫາ​ກັນ​ຜູກ​ມັດ​ປາຍ​ໄວ້​ໃຊ້​ໄມ້​ຄ້າງ​ພາດ​ຂວາງ​ປະ­ມານ 2-Œ3 ຊ້ວງ.
ການ​ຫົດ​ນ້ຳ: 
ໃຫ້​ຫົດ​ທຸກໆ​ເຊົ້າŒແລ້ງ ໃຫ້​ສະ​ໝ່ຳ​ສະ­ເໝີ​ແຕ່​ບໍ່​ເຖິງ​ປຽກ​ເກີນ​ໄປ​ບໍ່​ຄວນ​ໃຫ້​ຂາດ​ນ້ຳ​ສະ­ເພາະ​ແມ່ນ​ໄລ­ຍະ​ກຳ­ລັງ​ອອກ­ດອກ.
ການ​ພວນ​ດິນ​ກຳ­ຈັດ​ວັດ​ສະ​ພືດ: 
ແມ່ນ​ໃຫ້​ເຮັດ​ໃນ​ໄລ­ຍະ​ຕົ້ນ​ຍັງ​ອ່ອນ ແຕ່​ຄວນ​ລະ­ວັງ​ບໍ່​ໃຫ້​ມັນ​ກະ­ທົບ­ກະ­ເທືອນ​ເຖິງ​ລະ­ບົບ​ຮາກ ເມື່ອ​ຕົ້ນ​ໄດ້​ອາ­ຍຸ 15 ວັນ ຄວນ​ໃສ່​ປຸ໋ຍ​ຢູ​ເຣຍ ຫຼື ແອມ​ໂມ​ເນຍ​ຊັນ​ເຟດ ປະ­ມານ 5 ບ່ວງ​ແກ່ງ​ຕໍ່​ຂຸມ ປະ­ລິ­ມານ​ຂອງ​ຝຸ່ນ​ທີ່​ໃຊ້​ແມ່ນ​ຂຶ້ນ​ກັບ​ຄວາມ​ອຸ­ດົມ​ຂອງ​ດິນ.
ຄຸນ​ປະ­ໂຫຍດ​ຂອງ​ຜັກ​ໃຊ່:
 ທຸກໆ​ພາກ­ສ່ວນ​ຂອງ​ຜັກ​ໃຊ່​ແມ່ນ​ມີ​ລົດ​ຊາດ​ຂົມ ຍ້ອນ​ມັນ​ມີ​ສານ​ອາ­ຫານ ອັລ​ກາ​ລອຍ (alkakoid), ໂມ​ໂຣ​ດີ​ຊິນ (moroŒ dicne) ຊຶ່ງ​ສາ­ມາດ​ຢຸດ​ຢັ້ງ​ການ​ຂະ ຫຍາຍ​ຕົວ​ຂອງ​ໄວ​ຣັສ HIV (ໂລກ​ເອດ) ໝາກ​ສົດ ແລະ ແກ່ນ​ແມ່ນ​ມີ​ປະ­ໂຫຍດ​ຫຼາຍ​ກວ່າ​ໃບ ສ່ວນ​ໝາກ​ສຸກ​ນັ້ນ​ມີ​ລົດ​ຊາດ​ຂົມ​ຫຼາຍ ແລະ ຈະ​ເປັນ​ທາດ​ເບື່ອ​ຕໍ່​ຄົນ ແລະ ສັດ​ໄດ້ ສຳ­ລັບ​ຕົ້ນ​ຂອງ​ຜັກ​ໃຊ່​ນັ້ນ​ບັນ­ຈຸ​ທາດ ໂປ​ເຕ​ຊຽມ​ຫຼາຍ​ກວ່າ​ທີ່​ມີ​ຢູ່​ໃນ​ໝາກ­ກ້ວຍ 3 ເທື່ອ ແລະ ຍັງ​ອຸ­ດົມ​ໄປ​ດ້ວຍ​ວິ­ຕາ­ມິນ A ແລະ C ນອກ­ຈາກ​ນັ້ນ ມັນ​ຍັງ​ເປັນ​ເຄື່ອງ​ດື່ມ​ທີ່​ມີ​ຄຸນ­ຄ່າ ທາງ​ດ້ານ​ການ​ຢາ​ເຊັ່ນ: ໃຊ້​ປິ່ນ­ປົວ​ໂລກ ເບົາ­ຫວານ, ປົວ​ໂລກ​ຜິວ­ໜັງ, ປົວ​ອາ­ການ​ໄຂ່​ບວມ ແລະ ອາ­ການ​ຕິດ­ເຊື້ອ​ເຊັ່ນ: ໂລກ​ເອດ, ໂລກ​ຜິວ­ໜັງ, ໂລກ​ຕັບ​ອັກ­ເສບ, ໄຂ້­ຫວັດ­ໃຫຍ່ ແລະ ໂລກ​ອ່ອນ​ຕຸ່ມ, ໂລກ​ກະ­ເພາະ ແລະ ໂລກ​ລຳ​ໄສ້​ອັກ­ເສບ ສຳ­ລັບ​ແມ່​ມານ​ແມ່ນ​ບໍ່​ຄວນ​ກິນ​ຜັກ​ນີ້ ເພາະ​ຈະ​ເປັນ​ຜົນ​ກະ­ທົບ​ຕໍ່​ລູກ​ໃນ​ທ້ອງ.
ວິ­ທີ ແລະ ປະ­ລິ­ມານ​ທີ່​ນຳ​ໃຊ້​ໃນ​ການ​ປິ່ນ­ປົວ: 
ແກ້​ເຈັບ​ຝີ ໃຊ້​ໃບ​ແຫ້ງ​ບົດ​ເປັນ​ຜົງ​ປະ­ສົມ​ກັບ​ນ້ຳ​ເຫຼົ້າ​ແລ້ວ​ດື່ມ ຫຼື ໃຊ້​ໃບ​ສົດ​ຕຳ​ແລ້ວ​ຄັ້ນ​ເອົາ​ນ້ຳ​ທາ​ບໍ­ລິ­ເວນ​ທີ​ເປັນ​ຝີ​ເພື່ອ​ແກ້​ອາ­ການ​ບວມ ແລະ ການ​ອັກ­ເສບ.
ແກ້​ອາ­ການ​ເຈັບ​ແຂ້ວ: ໃຊ້​ຮາກ​ສົດ​ນຳ​ມາ​ຕຳ​ແລ້ວ­ໄປ​ພອກ​ໃສ່​ບາດ​ແຂ້ວ.
ປົວ​ແຜ​ໝາ​ກັດ: ໃຊ້​ໃບ​ສົດ​ເອົາ​ມາ​ຕຳ​ແລ້ວ​ນຳ­ໄປ​ພອກ​ໃສ່​ບາດ­ແຜ​ທີ່​ຖືກ​ໝາ​ກັດ.
ຂ້າ​ພະ­ຍາດ​ໂຕ​ກົມ: ໃຊ້​ໃບ​ສົດ 120 ກຣາມ ຕຳ​ແລ້ວ​ຄັ້ນ​ເອົາ​ມາ​ດື່ມ.
ແກ້​ຄັນ ຫຼື ໂລກ​ຜິວ­ໜັງ​ຕ່າງໆ: ໃສ່​ໝາກ​ແຫ້ງ​ບົດ​ເປັນ​ຜົງ​ແລ້ວ​ໂຮ່ຍ​ໃສ່​ຕາມ​ບາດ­ແຜ.

 

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ