ລັກສະນະທົ່ວໄປ
ແລະ ຄວາມສຳຄັນ.
ຝ້າຍຈັດເຂົ້າໃນຈຳພວກພືດອຸດສາຫະກຳ
ເຊິ່ງມີຄຸນປະໂຫຍດຫລາຍສິ່ງຫລາຍຢ່າງໃນການນຳໃຊ້ຢູ່ສັງຄົມເຊັ່ນ: ແຜ່ນແພ, ໂສ້ງ, ເສື້ອ, ຜ້າຫົ່ມ, ມຸ້ງຫມອນ, ເຄື່ອງຮັບໃຊ້ໃນຫ້ອງຮັບແຂກ
ແລະ ເຄື່ອງຮັບໃຊ້ໃນຫ້ອງເຄມີ ນອກຈາກນັ້ນ ຝ້າຍຍັງນຳໃຊ້ເຂົ້າໃນວຽກງານການແພດອີກດ້ວຍ, ນວນຂອງແກ່ນຝ້າຍໄດ້ບັນຈຸທາດໄຂມັນ
20-27% ເຊິ່ງສາມາດກັ່ນກອງມາປະກອບເປັນສະບູໄດ້.
ພູມພາກທີ່ເຫມາະສົມແກ່ການປູກຝ້າຍຢູ່ໃນປະເທດເຮົາແມ່ນສາມາດປູກໄດ້ຫມົດທຸກພາກ
ແຕ່ບາງເທື່ອຝ້າຍອາດປູກໄດ້ໃນ ທຸກແຫ່ງແຕ່ຄວນຄຳນຶງເຖິງຝົນເປັນຈຸດຫນັກຄື:
ເມື່ອຫາກຝ້າຍເລີ່ມແກ່ແລ້ວຄວນຈະຫມົດຝົນ ເພື່ອຄວາມສະດວກໃນການເກັບກ່ຽວຝ້າຍ.
1. ດິນຟ້າອາກາດ ແລະ ລະ ດູການ.
ກ.
ດິນປູກທີ່ເຫມາະສົມ.
ດິນທີ່ເຫມາະສົມທີ່ສຸດສຳລັບການປູກຝ້າຍຄື:
ດິນຜົງ, ດິນທີ່ມີພືດວັດຖຸປົນຢູ່ຢ່າງຫລວງຫລາຍ
ດິນຊະນິດນີ້ ຖ້າຝົນຕົກຫນັກເວລາເຮົາສັບຫມາກຈົກລົງດິນຄ່ອຍໆກໍ່ຈະເຂົ້າເລິກ, ດິນກໍ່ຈະບໍ່ຕິດຫມາກຈົກ, ບໍ່ຫນຽວ, ບໍ່ມີນ້ຳຂັງ, ດິນຜົງ
ແລະ ຍົງດີ.
ດິນປະເພດຮອງລົງມາແມ່ນດິນຜົງປົນຊາຍແດ່ເລັກນ້ອຍ
ລວມຄວາມວ່າຝ້າຍສາມາດປູກໄດ້ໃນດິນເກືອບທຸກຊະນິດພຽງແຕ່ວ່າຕ້ອງໃຫ້ມີການບຳລຸງຮັກສາເອົາໃຈໃສ່ເປັນພິເສດໃນການກະກຽມດິນລະອຽດກໍ່ພໍແລ້ວ
ຝ້າຍສາມາດປູກໄດ້ດີໃນດິນທີ່ມີຄ່າ pH 5,2-8 ແຕ່ຂະຫຍາຍຕົວໄດ້ດີທີ່ສຸດໃນດິນທີ່ມີ
pH 7-8
ດິນທີ່ເຫມາະສົມທີ່ສຸດແມ່ນດິນແດງພູພຽງບໍລະເວນ ແລະ ດິນແຄມນ້ຳ.
ຂ.
ລະດູທີ່ເຫມາະສົມ.
ແມ່ນລະດູຝົນຕ້ອງເລືອກເດືອນປູກໃຫ້ຖືກຕ້ອງ
ຖ້າວ່າເຮົາປູກແຕ່ຫົວປີຫລາຍຕົ້ນຝ້າຍຈະມີໃບຫລາຍ, ຫມາກຝ້າຍຈະບໍ່ເປັນ
ດົກ, ພະຍາດ
ແລະ ແມງໄມ້ລົບ ກວນຢ່າງຫລວງຫລາຍ ແຕ່ຖ້າ ເຮົາປູກຫລ້າຊ້າຄວາມຊຸ່ມຊື່ນບໍ່
ພຽງພໍຜົນຜະລິດຈະຕົກຕ່ຳ ດັ່ງນັ້ນ ທາງທີ່ດີຄວນເລີ່ມລົງມືປູກ ຝ້າຍລະຫວ່າງຕົ້ນເດືອນ
ຫລື ກາງເດືອນກໍລະກົດ ແລະ ບໍ່ໃຫ້ຫລ້າຊ້າເກີນກາງເດືອນສິງຫາ ເພາະ
ວ່າຝ້າຍຕ້ອງການນ້ຳຝົນຢ່າງ ພຽງພໍໃນເວລາຕົ້ນຝ້າຍເລີ່ມຕົ້ນ
ເປັນດອກໄປຫາການເລີ່ມແກ່ ຖ້າເວລາເກີດດອກຫາກແຫ້ງແລ້ງຈະເຮັດໃຫ້ດອກຝ້າຍນັ້ນຫລົ່ນລົງຢ່າງຫລວງຫລາຍ
ແລະ ບໍ່ຕ້ອງການຝົນໃນເວລາຫມາກຝ້າຍເລີ່ມແກ່ໄປຫາເກັບກ່ຽວ.
ຕາມຄວາມເຫມາະສົມແລ້ວໃນໄລຍະຊີວິດຂອງຝ້າຍມີຄວາມຕ້ອງການນ້ຳລະຫວ່າງ
600-800 ມິລີລິດ ພາຍໃນເດືອນກໍລະກົດຈະມີປະລິມານນ້ຳຝົນເປັນຢ່າງຫນ້ອຍ
150 ມິລີລິດ, ສຳລັບເດືອນສິງຫາຄວນຈະມີປະລິມານນ້ຳຝົນ
150-200 ມິລີລິດ ເພາະວ່າອາຍຸຝ້າຍເລີ່ມແຕ່ມື້ປູກໄປຫາມື້ເກັບກ່ຽວມີອາຍຸປະມານ
5-8 ເດືອນ ຖ້າວ່າເຮົາປູກຝ້າຍເລີ່ມແຕ່ເດືອນກໍລະກົດກໍ່ຈະໄປເກັບກ່ຽວໃນເດືອນກຸມພາ ດັ່ງນັ້ນ ການປູກຝ້າຍຄວນປູກໃນຕົ້ນລະດູຝົນຝ້າຍມີຄວາມຕ້ອງການແສງສະຫວ່າງ
ຫລື ແສງ ແດດຢ່າງພຽງພໍໃນເວລາຝ້າຍເລີ່ມອອກດອກໄປຫາໄລຍະເລີ່ມແກ່ກໍ່ຍັງຕ້ອງການເຊັ່ນດຽວກັນ.
2. ໄລຍະປູກ.
ການປູກຫ່າງ
ຫລື ຖີ່ ຂຶ້ນກັບຫລາຍເງື່ອນໄຂເຊັ່ນ: ຂຶ້ນກັບສະພາບດິນຟ້າອາກາດ, ດິນເນື້ອຫນັກ, ເນື້ອເບົາ, ດິນງາມ
ຫລື ບໍ່ງາມ, ແສງສະຫວ່າງ ແລະ ຂຶ້ນ ກັບແນວພັນ ດັ່ງນັ້ນ
ແຕ່ລະໄລຍະ, ແຕ່ລະດິນ ແລະ ແຕ່ລະແນວພັນແມ່ນປູກໃນໄລຍະແຕກຕ່າງກັນ.
ຖ້າເຮົາປູກຕັ້ງແຕ່ເດືອນມີຖຸນາໄປຫາຕົ້ນເດືອນກໍລະກົດໃຊ້ໄລຍະປູກ
100 ຫາ 150x50 ຫາ 60
ຊັງຕີແມັດ.
ຖ້າພວກເຮົາປູກຕັ້ງແຕ່ກາງເດືອນກໍລະກົດໄປຫາທ້າຍເດືອນກໍລະກົດ
ໃຊ້ໄລຍະປູກ 100 ຫາ 200 x 60
ຫາ 70
ຊັງຕີແມັດ.
ຫມາຍຄວາມວ່າ:
ຍິ່ງປູກຫລ້າຊ້າເທົ່າໃດກໍ່ຍິ່ງປູກໄລຍະຖີ່ເຂົ້າເທົ່ານັ້ນ, ສ່ວນຄວາມເລິກຂອງການປູກແມ່ນຢູ່ລະຫວ່າງ
3-6 ຊັງຕີແມັດ ຖ້າເປັນດິນເນື້ອຫນັກ ແລະ
ຄວາມຊຸ່ມຊື່ນດີແມ່ນໃຊ້ຄວາມເລິກ 3-4 ຊັງຕີແມັດ, ຖ້າ
ເປັນດິນເນື້ອເບົາ ແລະ ຄວາມຊຸ່ມຊື່ນມີຫນ້ອຍແມ່ນປູກດ້ວຍຄວາມເລິກ 5-6
ຊັງຕີແມັດ.
3. ພັນຝ້າຍທີ່ໃຊ້ປູກ.
ເລື່ອງແນວພັນຝ້າຍເປັນເລື່ອງທີ່ສຳຄັນຫລາຍ
ເພາະວ່າເຮົາໃຊ້ພັນຝ້າຍທີ່ດີໄປປູກກໍ່ຈະໄດ້ຜົນຜະລິດສູງ ສະນັ້ນ
ໃນເມືອງລາວຂອງພວກເຮົາປະຈຸບັນນີ້ໄດ້ເອົາໃຈໃສ່ຄົ້ນຄວ້າແນວພັນຝ້າຍທີ່ດີ
ເຊິ່ງເຫມາະສົມກັບສະພາບແວດລ້ອມ ແລະ ດິນຟ້າອາກາດຂອງແຕ່ລະທ້ອງຖິ່ນ
ແຕ່ປະຈຸບັນນີ້ພວກເຮົານິຍົມໃຊ້ປູກມີຢູ່ 4
ພັນຄື:
1. ຝ້າຍພັນພື້ນເມືອງ
2. ຝ້າຍພັນ ລີບາເລ 50
3. ຝ້າຍພັນ ສະໂຕນວິນ 2
4. ຝ້າຍພັນ ອາກາລາ
4. ການກຽມດິນ.
ການກຽມດິນປູກຝ້າຍກໍ່ເປັນສິ່ງສຳຄັນ
ແລະ ຈຳເປັນຄືກັນກັບພືດອື່ນໆ
ແຕ່ວ່າຖ້າເປັນດິນຜົງເຮົາຄວນໄຖຄາດສອງເທື່ອກໍ່ສາມາດປູກໄດ້ໂລດ, ຖ້າເປັນດິນຫນຽວເຮົາຄວນໄຖຄາດປະມານ
2-4 ເທື່ອ ທັງນີ້ ຂຶ້ນຢູ່ກັບຊະນິດດິນ
ແຕ່ສ່ວນຫລາຍຊາວໄຮ່ນາລາວເຮົາເພິ່ນເຄີຍໄຖຄາດພຽງເທື່ອດຽວ ຫລື
ສອງເທື່ອເທົ່ານັ້ນກໍ່ປູກໂລດ
ເຊິ່ງຈະເປັນການເພີ່ມຕື່ມວຽກງານໃນການເສຍຫຍ້າພວນດິນຕາມຫລັງ.
5. ວິທີການປູກ.
ພາຍຫລັງການກຽມດິນລະອຽດດີແລ້ວກໍ່ທຳການປູກຄື:
ປູກແບບວິທີຢອດເມັດຕາມຂຸມໃຫ້ເລິກປະມານ 2-3
ຊັງຕີແມັດ, ຂຸມຫນຶ່ງຢອດ 4-6
ເມັດ ເພື່ອຈະຊ່ວຍໃຫ້ຝ້າຍງອກຢ່າງສະຫມ່ຳສະເຫມີດີ, ເມັດພັນທີ່ໃຊ້ປູກຄວນຈະມີຄວາມງອກແຕ່
8090% ໃຫ້ປູກເປັນຖັນເປັນແຖວ ຖ້າວ່າເປັນບ່ອນຕາມຈ້າຍພູ
ຫລື ເຂດພູດອຍເຮົາຄວນພະຍາ ຍາມຈັດຖັນປູກໃຫ້ລົງໄປຕາມຄວາມເຈີ້ຍຂອງພູ
ເພື່ອປ້ອງກັນການພັງທະລາຍຂອງດິນ ແລະ
ການກັດເຊາະທີ່ຈະເກີດຂຶ້ນໂດຍນ້ຳຝົນເຊາະລ້າງ, ລະຫວ່າງແຖວ
90-100 ຊັງຕີແມັດ ແລະ ລະຫວ່າງຕົ້ນ 40-50
ຊັງຕີແມັດ.
6. ການໃສ່ຝຸ່ນ.
ຄວາມຕ້ອງການຝຸ່ນແຕ່ລະຊະນິດແມ່ນແຕກຕ່າງກັນ
ເຊິ່ງຂຶ້ນກັບຄວາມອຸດົມສົມບູນຂອງດິນ ແລະ ພູມອາກາດ
ຝຸ່ນແຕ່ລະປະເພດແມ່ນໃຊ້ແຕກຕ່າງກັັນເຊັ່ນ:
ຝຸ່ນຄອກ: ແມ່ນນຳໃຊ້ເປັນຝຸ່ນພື້ນຖານຮອງພື້ນກ່ອນກຽມດິນໃສ່ໃນອັດຕາສ່ວນ
10-20 ໂຕນຕໍ່ເຮັກຕາ.
ຝຸ່ນເຄມີ: ຝຸ່ນອາຊິດໃສ່ຮອງພື້ນກ່ອນຄາດເທື່ອສຸດທ້າຍໃສ່ປະມານ
1/3, ສ່ວນເຫລືອ 2/3
ໃສ່ໃນເວລາຝ້າຍມີໃບ 3-4 ໃບ ຫລື ຈະໃສ່ໃນໄລຍະຝ້າຍເລີ່ມຕົ້ນປົ່ງຍອດ
ຫລື ຈະໃສ່ໃນໄລຍະຂອງການປົ່ງດອກກໍ່ໄດ້.
ຝຸ່ນຟົສຟໍ: ໃສ່ເປັນຝຸ່ນຮອງ
ພື້ນກ່ອນຄາດເທື່ອສຸດທ້າຍປະມານ 30-40% ສ່ວນເຫລືອ 60-70%
ແມ່ນໃສ່ໃນໄລຍະຝ້າຍເລີ່ມປົ່ງດອກ.
ຝຸ່ນກາລີ: ໃສ່ຮອງພື້ນກ່ອນຄາດເທື່ອສຸດທ້າຍປະມານ
1/4 ສ່ວນເຫລືອ 3/4
ແມ່ນໃສ່ໃນໄລຍະຝ້າຍເລີ່ມປົ່ງດອກ.
ຝ້າຍແມ່ນມີຄວາມຕ້ອງການທາດອາຊິດ
90-100 ກິໂລຕໍ່ເຮັກຕາ, ທາດຟົສຟໍປະມານ
30-40 ກິໂລຕໍ່ເຮັກຕາ, ສ່ວນທາດກາລີປະມານ
90-100 ກິໂລຕໍ່ໍ່ເຮັກຕາ ໃນໄລຍະເລີ່ມຕົ້ນຂອງການປົ່ງດອກໄປຫາໄລຍະສຸກແກ່ມັນຕ້ອງການຝຸ່ນອາຊິດ
ແລະ ຟົສຟໍ 65-70%, ສ່ວນທາດກາລີຕ້ອງການ 75-80%.
7. ການບົວລະບັດຮັກສາ.
ກ.
ການຖອນແຍກ.
ໃນລະດູການທີ່ມີຄວາມຊຸ່ມຊື່ນພຽງພໍ
ແລະ ເຫມາະສົມດີເມັດຝ້າຍຈະເລີ່ມງອກພາຍໃນ 3-6
ມື້ ນັບແຕ່ມື້ປູກ, ຫລັງຈາກມື້ງອກຫນຶ່ງອາທິດຕົ້ນຝ້າຍຈະໃຫຍ່ສູງປະມານ
7-15 ຊັງຕີແມັດ ແລະ ເລີ່ມມີໃບແທ້ໃນໄລຍະດັ່ງກ່າວແມ່ນເປັນເວລາທີ່ເຫມາະສົມທີ່ສຸດໃນການເລີ່ມລົງມືຖອນແຍກເຮົາຄວນຄັດເລືອກເອົາແຕ່ຕົ້ນທີ່ອຸດົມສົມບູນແຂງແຮງດີປັດສະຈາກພະຍາດ
ແລະ ແມງໄມ້ລົບກວນປະໄວ້ 1 ຕົ້ນຕໍ່ຂຸມ.
ຂ.
ການເສຍຫຍ້າ ແລະ ພວນ ດິນ.
ຝ້າຍກໍ່ເຊັ່ນດຽວກັບພືດອື່ນໆ
ຖ້າຫາກເຮົາຕ້ອງການຜົນຜະລິດສູງກໍ່ຈຳເປັນມີການບົວລະບັດຮັກສາໃຫ້ພຽງພໍເປັນຕົ້ນແມ່ນ:
ການເສຍຫຍ້າ ແລະ ການພວນດິນ, ຫລັງຈາກປູກແລ້ວ 3-5
ອາທິດ ຄວນເສຍຫຍ້າ ແລະ ພວນດິນເທື່ອທຳອິດ ແລະ ຕໍ່ໄປທຸກໆເດືອນຈົນກວ່າຕົ້ນຝ້າຍຈະໃຫຍ່ຢ່າງເຕັມທີ່
ຫລື ວ່າຕົ້ນຝ້າຍມີອາຍຸປະມານ 3 ເດືອນປາຍ ຈິ່ງຢຸດເຊົາການເສຍຫຍ້າ ແລະ
ພວນດິນ ເພາະຈະເປັນການລົບກວນຕົ້ນຝ້າຍທີ່ກຳລັງອອກດອກ ແລະ ເປັນຫມາກ.
ຄ.
ການຫົດນ້ຳ.
ຫລັງຈາກຝ້າຍເກີດແລ້ວໃຫ້ຫົດທຸກໆ
10-15 ວັນ ຖ້າຝົນບໍ່ຕົກ ເພື່ອເຮັດໃຫ້ຜົນຜະລິດເພີ່ມຂຶ້ນຕ້ອງໄດ້ຫົດນ້ຳໃນເວລາຝ້າຍປົ່ງຍອດ
ແລະ ປົ່ງດອກ ເພາະໃນໄລຍະດັ່ງກ່າວມັນມີຄວາມຕ້ອງການນ້ຳຫລາຍໃນຊົ່ວຊີວິດຝ້າຍ
ແມ່ນໃຫ້ຫົດຢູ່ 7-10 ເທື່ອ (ຈຳນວນນ້ຳ 600-800
ແມັດກ້ອນຕໍ່ເຮັກຕາ).
ງ.
ການເດັດຍອດຝ້າຍ.
ການເດັດຍອດຝ້າຍເປັນການສະກັດກັ້ນການເຕີບໂຕຂອງຕົ້ນຝ້າຍເຮັດໃຫ້ທາດບຳລຸງໄປປະກອບຢູ່ໃນຫມາກຝ້າຍ
ແລະ ທັງຊຸກດັນໃຫ້ການສຸກແກ່ໄດ້ໄວທັງໄດ້ຮັບຫມາກຝ້າຍຫນ່ວຍໃຫຍ່, ຜົນຜະລິດກໍ່ສູງ
ແລະ ຄຸນນະພາບກໍ່ດີ.
ການເດັດຍອດຝ້າຍແມ່ນຄວນປະຕິບັດດັ່ງນີ້:
1. ຖ້າແມ່ນເປັນພັນດໍ:
ໃຫ້ເລີ່ມຕົ້ນເດັດໃນເມື່ອຝ້າຍເປັນຫມາກຫລາຍກວ່າ 12
ຫມາກ.
2. ຖ້າແມ່ນເປັນພັນກາງ:
ໃຫ້ເລີ່ມຕົ້ນເດັດເມື່ອຝ້າຍເປັນຫມາກ ຫລາຍກວ່າ 15
ຫມາກ.
3. ຖ້າແມ່ນເປັນພັນງັນ:
ໃຫ້ເລີ່ມຕົ້ນເດັດໃນເມື່ອຝ້າຍປະ ກອບເປັນຫມາກຫລາຍກວ່າ 18
ຫມາກ.
8. ພະຍາດ ແລະ ແມງໄມ້ ຝ້າຍ.
1. ແມງໄມ້.
ເວົ້າເຖິງບົ້ງ
ແລະ ແມງໄມ້ ສັດຕູຝ້າຍກໍ່ມີຫລາຍຊະນິດແຕ່ເຮົາຈະເວົ້າເຈາະຈົງສະເພາະບົ້ງ
ແລະ ແມງໄມ້ທີ່ສຳຄັນເຄີຍພົບເຫັນຢູ່ເລື້ອຍໆຄື:
- ບົ້ງກັດໃບ ແລະ ບົ້ງເຈາະດອກ: ເປັນສັດຕູທີ່ສຳຄັນ
ແລະ ຮ້າຍແຮງຊະນິດຫນຶ່ງເປັນບົ້ງທີ່ເຂົ້າທຳລາຍດອກອ່ອນ ແລະ ເຈາະຫມາກຝ້າຍ
ລັກສະນະຕົວບົ້ງມີສີຂຽວອ່ອນ ແຕ່ບາງຊະນິດມີສີອ່າວຂາວ ເຫລືອງແດ່
ສິ່ງສຳຄັນທີ່ສຸດມີເສັ້ນດຳຢູ່ເທິງທັງສອງເສັ້ນ,ການກຳຈັດບົ້ງຊະນິດນີ້ແມ່ນຄວນສີດຢາແອນດຣີນ, ເຊວິນ
85% ຫລື ອາໂຊນຣິນ 65%
ໃນອັດຕາ 2 ບ່ວງແກງຕໍ່ນ້ຳ 20
ລິດ ສີດທຸກໆ 10-15 ວັນ.
- ດ້ວງເຈາະຫມາກຝ້າຍສີ ຊົມພູ: ເປັນສັດຕູຝ້າຍທີ່ສຳຄັນໃນປະເທດເຮົາ
ແມ່ຂອງໂຕບົ້ງນີ້ແມ່ນແມງກະເບື້ອກາງຄືນສີນ້ຳຕານຂະຫນາດນ້ອຍ ໂຕບົ້ງສີຊົມພູຈະເຈາະຫມາກຝ້າຍແກ່
ຫລື ຫມາກຝ້າຍແຫ້ງແລ້ວເຂົ້າໄປກິນ
ເມັດຝ້າຍພາຍໃນຫມາກຝ້າຍເຮັດໃຫ້ຫນ່ວຍຝ້າຍ ຫລື ໃນຝ້າຍມີສີຜິດປົກກະຕິ
ແລະ ສາມາດເຮັດໃຫ້ການປູກຝ້າຍເສຍຫາຍຫນັກຫນ່ວງຖ້າຫາກວ່າມີບົ້ງຊະນິດນີ້ເກີດຂຶ້ນ.
ບົ້ງຊະນິດນີ້ໂຕແມ່ຈະສ້າງໄຂ່ໄວ້ເທິງຕົ້ນຝ້າຍໂຕອ່ອນ ຂອງບົ້ງຊະນິດນີ້ຈະອາໄສກິນຍອດຝ້າຍອ່ອນເປັນການຊົ່ວຄາວແຕ່ເມື່ອບົ້ງໃຫຍ່ຂຶ້ນຈະຫາທາງເຈາະເຂົ້າໄປຫາຫມາກຝ້າຍແລ້ວອາໄສຢູ່ຂ້າງໃນ
ດັ່ງນັ້ນ ຝ້າຍທີ່ເກັບໄວ້ລໍຖ້າການອິ້ວບົ້ງກໍ່ຈະທຳລາຍໂດຍອາໄສກິນເມັດໃນຝ້າຍນັ້ນ, ໄລຍະຟັກໄຂ່ຂອງບົ້ງມີຢູ່ປະມານ
4
ມື້ ຢູ່ໃນໄລຍະເປັນບົ້ງ 20 ມື້ ແລະ ເປັນດັກແດ້ປະມານ 7
ມື້.
ການກຳຈັດ: ຈຳເປັນຕ້ອງພົ່ນ
ຫລື ສີດຢາທຸກໆອາທິດ ຢາທີ່ໃຊ້ໄດ້ແກ່ຢາອາໂຊດຣິນ 65%, ເຊວິນ
85% ແລະ ອື່ນໆ. ສີດໃນອັດຕາ 1-2
ບ່ວງແກງຕໍ່ນ້ຳ 15-20 ລິດ
ສີດໄປເລື້ອຍໆຈົນກວ່າບົ້ງເຫລົ່ານີ້ຈະຖືກທຳ ລາຍໃຫ້ຫມົດໄປ ສຳລັບນວນຝ້າຍ
ຫລື ເສັ້ນຝ້າຍທີ່ເກັບໄວ້ລໍຖ້າອິ້ວນັ້ນຄວນຮົມ ຫລື
ອົບດ້ວຍຢາເອຕີແລນອອກໄຊ ຫລື ເອຕີແລນຄະລໍໄຣ ແລະ
ເມັດພັນຝ້າຍທີ່ຈະເກັບໄວ້ເຮັດຄືແນວນັ້ນກໍ່ຄວນຮົມ ຫລື
ອົບດ້ວຍຢານີ້ເຫມືອນກັນ.
- ບົ້ງຫນາມເຈາະຫມາກຝ້າຍ ແລະ ຍອດອ່ອນ: ບົ້ງຊະນິດນີ້ສາມາດທຳລາຍ
ແລະ ໃຫ້ຜົນເສຍຫາຍແກ່ການປູກຝ້າຍຢ່າງຫນັກຫນ່ວງເຊັ່ນດຽວກັນການກຳຈັດກໍ່ຕ້ອງສີດດ້ວຍຢາເຊວິນ
85%, ມາລາຊົງ, ໃບດຣິນ
ແລະ ເອສໄທອອນ ໃນອັດຕາ 2-3 ບ່ວງຕັກແກງຕໍ່ນ້ຳ 20
ລິດ.
2. ພະຍາດຂອງຕົ້ນຝ້າຍ.
1. ພະຍາດລຳຕົ້ນເນົ່າ.
ລັກສະນະອາການຕົ້ນຝ້າຍຍັງອ່ອນນ້ອຍໃບຝ້າຍຈະເລີ່ມມີຮອຍບາດແຜລຸກລາມໄປເລື້ອຍໆສຸດທ້າຍຈະເຮັດໃຫ້ລຳຕົ້ນເນົ່າເປື່ອຍ
ຖ້າວ່າພະຍາດນີ້ເປັນກັບຝ້າຍຈະມີຈຸດດຳຫນຶ່ງ ຫາ ສອງຈຸດ ບາງເທື່ອກໍ່ຈະມີຂອບແດງ, ຈຸດດຳຂະຫຍາຍຕົວຂຶ້ນເລື້ອຍໆຕໍ່ມາຈະມີສະປໍເກີດຂຶ້ນຢູ່ບ່ອນເຄິ່ງກາງຈຸດຈະເຮັດໃຫ້ເນື້ອຫມາກຝ້າຍແຫ້ງ
ແລະ ແຂງ ແລະ ຈະເຮັດໃຫ້ຫມາກຝ້າຍແຕກເປັນຮອຍຢູ່ບ່ອນທີ່ເປັນພະຍາດນັ້ນ.
ການປ້ອງກັນ ແລະ ກຳຈັດພະຍາດທີ່ອາໄສຢູ່ນັ້ນ
ໃຊ້ຢາອາຊິດຊຸນເຟຣິກເຂັ້ມຂຸ້ນທຳລາຍເສັ້ນໃຍທີ່ຕິດເມັດຝ້າຍກ່ອນປູກຈະສາມາດແກ້ໄຂໄດ້ຖ້າວ່າພະຍາດນີ້ຕິດຢູ່ຂ້າງນອກເມັດຝ້າຍ.
2. ພະຍາດກໍເນົ່າ.
ລັກສະນະຂອງພະຍາດນີ້ເລີ່ມຈາກສ່ວນລຸ່ມຂອງລຳຕົ້ນຕິດດິນເກີດເປັນບາດແຜເຮັດໃຫ້ສ່ວນລຳຕົ້ນເນົ່າເປື່ອຍ
ແລະ ຢຸດການຈະເລີນເຕີບໂຕ ຖ້າວ່າພະຍາດນີ້ລະບາດຕອນຫມາກຝ້າຍແກ່ແລ້ວຈະເຮັດໃຫ້ຫມາກຝ້າຍເນົ່າ, ນວນຝ້າຍ
ແລະ ໃບຝ້າຍຈະມີສີຜິດປົກກະຕິສາເຫດຂອງພະຍາດນີ້ເກີດຈາກເຊື້ອພະຍາດຝຸຍສະລິອອມໂມລິນິຟອມ
ເຊິ່ງເຊື້ອພະຍາດນີ້ຕິດຢູ່ໃນດິນ,ໃນເມັດຝ້າຍ. ດັ່ງນັ້ນ ວິທີແກ້ໄຂພະຍາດນີ້ກໍ່ຄືການປູກພືດຫມູນວຽນ, ຊອກ
ແລະ ຄັດເລືອກພັນ ທີ່ຕ້ານທານກັບພະຍາດນີ້ມາປູກ.
3. ພະຍາດຮາກ ແລະ ລຳ ຕົ້ນເນົ່າ.
ລັກສະນະອາການເກີດຈາກຮາກ
ແລະ ລຳຕົ້ນເນົ່າໃນສ່ວນທີ່ໃກ້ດິນ ຫລື ຕ່ຳກວ່ານັ້ນເຮັດໃຫ້ເປືອກລຳຕົ້ນຂອງຝ້າຍເປັນສີນ້ຳ
ຕານແດງ, ເປັນຮອຍໄຫມ້ເນົ່າ
ແລະ ເປື່ອຍໄປເລື້ອຍໆ. ສາເຫດຂອງພະຍາດແມ່ນເກີດມາຈາກເຊື້ອເຫັດລາມັນສາມາດເປັນກັບພືດອື່ນໆໄດ້ເຊັ່ນ:
ຫມາກເຂືອ, ຜັດກາດ, ມັນຝຣັ່ງ, ຖົ່ວຂຽວ, ຖົ່ວດິນ, ຖົ່ວເຫລືອງ
ແລະ ອື່ນໆ. ການກຳຈັດບໍ່ຄວນປູກຝ້າຍໃນ ເນື້ອທີ່ທີ່ຝ້າຍເກີດເປັນພະຍາດນີ້
ແລະ ຈົ່ງທຳລາຍຕົ້ນຝ້າຍທີ່ເປັນ ພະຍາດນີ້ໃຫ້ຫມົດ.
4. ພະຍາດໃບໄຫມ້ຈຸດສີນ້ຳ ຕານ.
ເປັນພະຍາດທີ່ທຳລາຍໃບຝ້າຍເປັນຈຸດໆໄປເສັ້ນຂອງໃຍຝ້າຍຈະກາຍເປັນສີດຳ, ໃບມີອາການງໍໆ
ພະຍາດນີ້ສາມາດເປັນໄດ້ ໃນຫມາກຝ້າຍ, ກິ່ງກ້ານຂອງຕົ້ນຝ້າຍ
ພະຍາດນີ້ຈະລະບາດຂຶ້ນໃນລະດູການທີ່ມີຄວາມຊຸ່ມຊື່ນສູງ.
ຕົ້ນຝ້າຍເນົ່າຫລົ່ນລົງໄປສາເຫດເກີດຈາກເຊື້ອຊັນໂຕມັສການກຳຈັດໃຊ້ພັນຝ້າຍທີ່ຕ້ານທານຕໍ່ພະຍາດນີ້
ແລະ ໃຊ້ເມັດພັນຝ້າຍທີ່ຜ່ານການຂ້າເຊື້ອພະຍາດ ແລ້ວນຳມາປູກເທົ່ານັ້ນ.
9. ການເກັບກ່ຽວ.
ຄຸນນະພາບ
ແລະ ປະເພດຂອງຝ້າຍຈະດີກໍ່ຂຶ້ນຢູ່ກັບວິທີເກັບຫມາກຝ້າຍແກ່ບໍ່ພ້ອມກັນຂອບເຂດຂອງການແກ່ຈະຍືດເວລາເຖິງ
2-3 ເດືອນ ເພື່ອເຮັດໃຫ້ຝ້າຍແກ່ໄວຄວນໃຊ້ທາດ MgCl2
ໃນອັດຕາ 8-10 ກິໂລຕໍ່ເຮັກຕາ
ສີດໃຫ້ທົ່ວເຖິງ ດັ່ງນັ້ນ ການເກັບກ່ຽວຝ້າຍຄວນຈະເກັບກ່ຽວໃນເວລາຕອນເຊົ້າ
ຫລື ໃນເວລາຕອນບ່າຍ ເພາະກີບສຳຮອງຂອງຫມາກຝ້າຍ ແລະ
ໃບຝ້າຍແທ້ໆບໍ່ຫັກງ່າຍຖ້າເກັບນວນຝ້າຍ ຫລື ເສັ້ນໃຍຝ້າຍປົນກັນກັບໃບແຫ້ງ
ແລະ ກີບສຳຮອງຫມາກຝ້າຍຈະເຮັດໃຫ້ເສຍເວລາ ເລືອກຕາມພາຍຫລັງ
ຖ້າເຮົາບໍ່ເກັບອອກແລ້ວຄຸນນະພາບຂອງຝ້າຍຈະບໍ່ດີ, ສີບໍ່ງາມ
ແລະ ບໍ່ສະອາດ. ຢ່າງໃດກໍ່ດີວິທີທີ່ດີທີ່ສຸດໃນການເກັບກ່ຽວຝ້າຍມີຄື:
ເລືອກເກັບເອົາຫມາກຝ້າຍທີ່ແຕກເຕັມທີ່, ນວນຝ້າຍຟູຂຶ້ນ ແລະ ແຫ້ງດີ
ຢາກເກັບຝ້າຍໄດ້ດີຄວນປະຕິບັດດັ່ງນີ້ຄື:
1. ຢ່າເກັບຫມາກຝ້າຍທີ່ປຽກ ຫລື ຊຸ່ມ.
ປະນວນຝ້າຍໃຫ້ແຫ້ງຄາຕົ້ນແລ້ວຈິ່ງລົງມືເກັບກ່ຽວໄດ້
ຫລື ຖ້າວ່າຈຳເປັນກໍ່ຕ້ອງເກັບຫມາກນ້ອຍ ຫລື ນວນຝ້າຍທີ່ມີຄວາມ
ຊຸ່ມຊື່ນສູງຢູ່ຕ້ອງເອົາອອກຕາກແດດໄວ້ຈັກ 2-3
ແດດກ່ອນຈົນກວ່າຝ້າຍແຫ້ງດີແລ້ວຈິ່ງເກັບໃສ່ໄຖ່ ຫລື ກະສອບມ້ຽນໄວ້.
2. ຢ່າເກັບຝ້າຍຈາກຫມາກຝ້າຍທີ່ແຕກບໍ່ປົກກະຕິ
ຫລື ບໍ່ສະຫມ່ຳສະເຫມີດີ ເພາະວ່ານວນຝ້າຍຈະເປັນກ້ອນບໍ່ສົມບູນ ແລະ
ສີບໍ່ປົກກະຕິ.
3. ຕ້ອງເກັບຝ້າຍເມື່ອຝ້າຍແກ່ເຕັມທີ່ເປັນສ່ວນຫລວງຫລາຍ, ເກັບໃຫ້ຫມົດ
ເພາະວ່າຖ້າເກັບບໍ່ຫມົດຈະເຮັດໃຫ້ຫນ່ວຍຝ້າຍທີ່ເຫລືອເສື່ອມຄຸນນະພາບລົງ.
ນອກຈາກນັ້ນ ຈະເຮັດໃຫ້ນວນຝ້າຍປ່ຽນສີ ແລະ ເສຍຄວາມສົດໃສສາເຫດເກີດມາຈາກຄວາມຊຸ່ມ
ຊື່ນຂອງນ້ຳຫມອກບາງເທື່ອກໍ່ຖືກນ້ຳຝົນ. ໃນທ້ອງຖິ່ນທີ່ແຫ້ງແລ້ງ, ຮ້ອນ
ແລະ ລົມແຮງ ຈະຊ່ວຍໃຫ້ຫມາກຝ້າຍແຕກໄວກວ່າປົກກະຕິ
ຖ້າປະໄວ້ດົນຈະເຮັດໃຫ້ລົມພັດນວນຝ້າຍຕົກຈາກກີບຂອງຫມາກລົງສູ່ພື້ນດິນ
ໃນກໍລະນີນີ້ການເກັບຝ້າຍຫລາຍເທື່ອຫ່າງກັນ 10-14
ມື້ ຈະໄດ້ຝ້າຍທີ່ມີຄຸນນະພາບດີ.
4. ຫມາກຝ້າຍທີ່ແຕກແລ້ວແຕ່ຍັງມີສີຂຽວຢູ່ເຮົາບໍ່ຄວນເກັບ
ເພາະນວນຝ້າຍ ແລະ ເສັ້ນໃຍ ຈະບອບບາງ ແລະ ຂາດງ່າຍ, ບໍ່ທົນທານ
ແລະ ສີບໍ່ສົດໃສ,
5. ຫມາກຝ້າຍທີ່ແຕກທາງ ຂ້າງ, ເປື້ອນ, ສີບໍ່ງາມ
ຫລື ຝ້າຍ ທີ່ຕົກລົງດິນຄວນຈະເກັບແຍກໃສ່ຖົງໄວ້ຕ່າງຫາກບໍ່ຄວນເອົາໄວ້ປົນກັບຝ້າຍທີ່ດີ
ເພາະຄຸນນະພາບຂອງຝ້າຍທັງຫມົດຈະປ່ຽນໄປໃນທາງເສຍເຮັດໃຫ້ນວນຝ້າຍ
ທີ່ເກັບໄວ້ນັ້ນມີຄວາມແຕກຕ່າງກັນໃນເລື່ອງສີຄວາມທົນທານເສັ້ນໃຍບໍ່ສະຫມ່ຳສະເຫມີ.
6. ນວນຝ້າຍຈະຕ້ອງແຍກໄວ້ ໂດຍອາໄສແຕ່ລະຊັ້ນຂອງຕົ້ນຝ້າຍທີ່ເກັບໄວ້
ຫມາຍຄວາມວ່າ: ຕາມປົກກະຕິການເກັບຝ້າຍເທຶ່ອທຳອິດ ແລະ ເທື່ອທີສອງຈະໄດ້
ນວນຝ້າຍຈາກຫມາກຝ້າຍທີ່ຢູ່ພາກສ່ວນໃກ້ດິນຄື: ສ່ວນຕ່ຳຂອງ ຕົ້ນຝ້າຍ. ດັ່ງນັ້ນ
ຈິ່ງຄວນແຍກໄວ້ພວກຫນຶ່ງຕ່າງຫາກ.
ການເກັບເທື່ອທີສາມ
ແລະ ເທື່ອທີສີ່ຈະໄດ້ນວນຝ້າຍຈາກ ສ່ວນກາງຂອງລຳຕົ້ນການເກັບ
ຄັ້ງຕໍ່ໆໄປຈະໄດ້ນວນຝ້າຍຈາກສ່ວນຍອດຂອງຕົ້ນຝ້າຍ.
ຝ້າຍທີ່ໄດ້ຈາກຫມາກຝ້າຍສ່ວນລຸ່ມ ແລະ ສ່ວນຍອດຈະເປັນຝ້າຍທີ່ບໍ່ແກ່ ເຕັມທີ່, ມີຄວາມຊຸ່ມຊື່ນຫລາຍກວ່າຝ້າຍທີ່ເກັບຈາກສ່ວນກາງຂອງລຳຕົ້ນ.
7. ຖ້າຫມາກຝ້າຍທີ່ແຕກດີ ແລ້ວຖືກຝົນຕົກຫນັກຄວນປະໄວ້ໃຫ້ແຫ້ງດີໃນຕົ້ນ
2-3 ມື້ ຈິ່ງເກັບກ່ຽວ ຖ້າຝົນຕົກຕິດຕໍ່ກັນຫລາຍມື້ຄວນຈະລົງມືເກັບກ່ຽວຝ້າຍທັນທີ
ແລະ ເຮັດໃຫ້ແຫ້ງ ດ້ວຍວິທີອື່ນຖ້າບໍ່ຮີບເກັບກ່ຽວຝ້າຍກໍ່ຈະເນົ່າຢູ່ໃນຕົ້ນເຮັດໃຫ້ຝ້າຍເສື່ອມຄຸນນະພາບ
ແລະ ປ່ຽນສີ. ການເກັບກ່ຽວເທື່ອທຳອິດຕາມປົກກະຕິນັ້ນເພິ່ນເລີ່ມເກັບແຕ່
ຝ້າຍອາຍຸປະມານ 45 ເດືອນ ຫລັງຈາກມື້ປູກ
ເຊິ່ງຈະຕົກໃນລະຫວ່າງເດືອນທັນວາເປັນຢ່າງຊ້າເມື່ອຫມາກຝ້າຍແກ່, ແຕກ, ແຫ້ງດີແລ້ວ, ຄຸນນະພາບ
ຫລື ຄຸນຄ່າຂອງຝ້າຍກໍ່ດີເສັ້ນໃຍກໍ່ມີຄວາມສະຫມ່ຳສະເຫມີດີມີຄວາມຫນຽວ
ແລະ ຮັບປະກັນໃຫ້ແກ່ລັກສະນະຂອງເສັ້ນຝ້າຍອີກດ້ວຍ.
10. ການອິ້ວຝ້າຍ.
ເມື່ອຝ້າຍແຫ້ງດີແລ້ວຕ້ອງພະຍາຍາມແຍກເສດກີບຂອງຫມາກ
ແລະ ໃບຝ້າຍແຫ້ງທີ່ຫັກຕິດມາກັບນວນຝ້າຍອອກໃຫ້ຫມົດ, ບໍ່ດັ່ງນັ້ນເສດຂອງສິ່ງເຫລົ່າ
ນີ້ຈະປະສົມຢູ່ໃນນວນຝ້າຍຈະເຮັດໃຫ້ການອິ້ວຝ້າຍພົບຄວາມຫຍຸ້ງຍາກ
ທາງທີ່ດີທີ່ຈະເຮັດໃຫ້ ການອິ້ວຝ້າຍສະດວກ ແລະ ໄດ້ຮັບຜົນດີ
ເຮົາຄວນເອົາຝ້າຍໄປຕາກແດດໃຫ້ແຫ້ງຈັກເຄິ່ງມື້ກ່ອນຈິ່ງສົ່ງເຂົ້າໂຮງອິ້ວ
ຫລື ອິ້ວດ້ວຍມື ເພື່ອແຍກນວນຝ້າຍອອກຈາກເມັດຝ້າຍ ຖ້າເປັນໄປໄດ້ຄວນອິ້ວສະເພາະມື້ທີ່ຮ້ອນ
ແລະ ແຫ້ງ ບໍ່ຄວນອິ້ວຝ້າຍໃນມື້ທີ່ຝົນຕົກ ຫລື ມີຄວາມຊຸ່ມຊື່ນສູງ.
ຝ້າຍທີ່ອິ້ວໃນ 100 ກິໂລ ຈະໄດ້ຮັບນວນຝ້າຍ
3340% ສ່ວນທີ່ເຫລືອ 50-67%
ແມ່ນເປັນແກ່ນຝ້າຍ.
11. ຜົນຜະລິດຝ້າຍ.
ຖ້າເຮົາເອົາໃຈໃສ່ບົວລະບັດໄດ້ດີສົມທົບກັບການນຳໃຊ້ເຕັກນິກວິຊາການເຂົ້າໃນການປູກ
ແລ້ວຜົນຜະລິດກໍ່ຈະໄດ້ຮັບສູງ 3.0004.000 ກິໂລຕໍ່ເຮັກຕາ. ສຳລັບຜົນຜະລິດຢູ່ລາວພວກເຮົາ
ພວກເຮົາສາມາດຜະລິດໄດ້ປະມານ 1.3002.000 ກິໂລຕໍ່ ເຮັກຕາ.
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ