google-site-verification: google0d91bc93cfc88895.html ​ການ​ປູກ​ຫມາກ​ເຂືອ​ເປາະ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, February 26, 2015

​ການ​ປູກ​ຫມາກ​ເຂືອ​ເປາະ



​ໝາກ​ເຂືອ​ເປັນ​ພຶດຜັກ​ພື້ນ​ເມືອງ​ຂອງ​ອິນ​ເດຍ ​ໄດ້​ແພ່ລາມ​ອອກໄປ​ຫຼາຍ​ໆປະ​ເທດ​ທົ່ວ​ໂລກ​ ໜຶ່ງໃນ​ນັ້ນກໍ​ແມ່ນ​ປະ​ເທດ​ລາວ​ເຮົາ​ ໝາກ​ເຂືອທີ່ມີ​ຜູ້ຄົນ​ນິຍົມ​ບໍ​ລິ​ໂພ​ກ ​ແລະ ປູກກັນ​ຢ່າງຫຼວງ ຫຼາຍ​ ແມ່ນໝາກ​ເຂືອ​ເປາະ.
ໝາກ​ເຂືອ​​ທີ່​ປູກ​ທົ່ວ​ໄປ​ໃນ​ບ້ານ​ເຮົາ​ສ່ວນ​ໃຫຍ່​ແມ່ນ​ຈະ​ເປັນພັນພັນ​ເມືອງ​ທີ່​ປູກ​ຕໍ່ໆກັນ​ມາ​ໂດຍ​ການ​ເກັບ​ເມັດ​ພັນ​ເອົາ​ເອງ​ຕາມ​ທ້ອງ​ຖິ່ນ​ເຊັ່ນໝາກ​ເຂືອ​ຍາວຂາວງາ​ຊ້າງ, ໝາກ​ເຂືອ​ຍາວສີ​ມ້ວງງາ​ຊ້າງ, ໝາກ​ເຂືອ​ເປາະສ່ວນ​ໃຫຍ່​ຢູ່ໃນ​ປະ​ເທດ​ເຮົາ​ ​ຜູ້ຄົນມັກນິຍົມ​ກັນ​ປູກໝາກ​ເຂືອ​ເປາະຫຼາຍທີ່​ສຸດ ​​ເພາະ​ມີຄົນ​​ບໍລິ​ໂພ​ກພືດຊະນິດນີ້ຫຼາຍກວ່າໝູ່​ເທົ່າ​ທີ່​ເຫັນ​ຜ່ານ​ມາ ​ແລະ ອີກ​ຢ່າງໝາກ ເຂືອເປາະສາມາດປູກໃນດິນໄດ້ເກືອບທຸກຊະນິດທີ່ມີຄວາມຊຸ່ມສູງພໍສົມຄວນ ດິນບໍ່ແຫ້ງເກິນໄປ ກ່ອນ​ຈະ​ປູກ​ພວກ​ເຮົາຕ້ອງກຽມໜານເພາະກ້າ ແລະ ໜານປູກໃຫ້ເໝາະສົມ.
 ການກ້າ:
ຄວນ​ຂຸດ​ໄຖ​ດິນ​ໃຫ້​ເລິກ​ປະມານ 15 ຊັງ​ຕີ​ແມັດ ຕາກ​ດິນ​​ໄວ້ໃຫ້​ແຫ້ງ 7-10 ມື້ ​ແລ້ວ​ໃສ່​ຝຸ່ນ​ຄອກ ຫຼື ປຸ໋ຍໝັກລົງ​ໃສ່​ໃນ​ດິນ ​ ຄົນ​ປະສົມ​ກັບ​ດິນ​ໃຫ້​ລະອຽດ ​​ແປງໜານ​ໃຫ້​ໄດ້​ຕາມ​ຂະໜາດຂອງຄວາມ​ຕ້ອງການ ​ແລ້ວຫວ່ານ​ເມັດ​ພັນໝາກ​ເຂືອ​ກະຈາຍ​ໃຫ້​ທົ່ວໜານ ຫຼັງຈາກ​ນັ້ນ​ໃຫ້​ຫວ່າ​ນຝຸ່ນ ຫຼື ປຸ໋ຍໝັກ ທີ່ຄົນ​ກຽມ​ໄວ້​ນັ້ນ​ໂຮຍທັບ​ລົງ​ໄປ 0,6-12 ຊັງ​ຕີ​ແມັດ ຖ້າ​ຫາກ​ວ່າ​ຈະ​ກ້າ​ໂດຍໃຊ້​ວິທີ​ໂຮຍ​ເປັນ​ແ​ຖວ​ ໃຫ້​​ໄລຍະ​ຫ່າງລະ ຫວ່າງ​ແຖວ 15 ຊັງ​ຕີ​ແມັດ ​ເຮັດ​ໃຫ້​ເປັນ​ຮ່ອງ​ແລ້ວ​ໃຫ້​ໃຊ້ຝຸ່ນ​ຄອກຫຼື​ປຸ໋ຍໝັກປົກ​ຖົມ ຫົດ​ນ້ຳ​ໃຫ້​ປຽກຊຸ່ມ​ ເອົາ​ເຟືອງ ຫຼື ຫຍ້າ​ແຫ້ງ​ມາ​ປົກບາງໆ ​ເມື່ອ​ຕົ້ນກ້າ​ອອກ​ມາ​ມີ​ໃບ​​ໃຫ້​ສັງ​ເກດ ​ແລະ ຖອນ​ຕົ້ນທີ່ອ່ອນ​ອອກ ​ໂດຍ​ໃຫ້​ມີ​ໄລຍະ​ຫ່າງ 10​ ຊັງ​ຕີ​ແມັດ.
ການ​ປູກ:​
ຕ້ອງ​ຂຸດ​ໄຖ​ດິນ​ໃຫ້​ເລິກ​ປະມານ 20-25 ຊັງ​ຕີ​ແມັດ ຕາກ​ດິນ​ປະ​ໄວ້ 7-10 ມື້ ແລ້ວ​ໃສ່​ຝຸ່ນ​ຄອກ ຫຼື ປຸ໋ຍໝັກລົງ​ໃສ່​ໃນ​ດິນ ​ ຄົນ​ປະສົມ​ກັບ​ດິນໃຫ້​ລະອຽດ ​ເມື່ອ​ເບ້ຍ​ຕົ້ນໝາກ​ເຂືອ​ມີ​ອາຍຸ 30 ມື້ ຖອນ​ເບ້​ຍ​ໃຫ້​ມີ​ຂີ້ດິນ​ຕິດ​ຂຶ້ນມາ ຫຼາຍ​ເທົ່າ​​ໃດ​ຍິ່ງ​ດີ ຫຼັງຈາກ​ຫຼົກ​ເອົາ​ເບ້ຍ​ອອກ​ມາ​ແລ້ວ​ໃຫ້​ຫົດ​ນ້ຳ​ໃຫ້​ຊຸ່ມ ຖ້າ​ຈະ​ໃຫ້​ດີ​ແທ້​ຄວນ​ປົກ​ບໍ່​ໃຫ້​ແສງ​ແດດ​ຖືກ​ໃນ 2-3 ມື້ ​ເພື່ອ​ຊ່ວຍ​ໃຫ້​ມັນຕັ້ງ​ໂຕ​ໄດ້​ໄວ​ຂຶ້ນ ສຳລັບ​ການ​ປູກໝາກ​ເຂືອ​ຊະນິດ​ນີ້​ ໄລຍະ​ຫ່າງ​ລະຫວ່າງ​ຕົ້ນ 50 ຊັງ​ຕີ​ແມັດ, ​ແລະ ​​ໄລຍະ​ຫ່າງ​ລະຫວ່າງ​ແຖວ 80-100 ຊັງ​ຕິ​ແມັດ ​ໃນ​​ໄລຍະທຳ​ອິດ​ຂອງ​ການຈະ​ເລີ​ນ​ເຕີບ​ໃຫຍ່​ຄວນ​​ຫົດ​ນ້ຳ​ໃຫ້​ພຽງພໍຢ່າງ​ສະໝ່ຳສະ​ເໝີ ​ແລະ ບໍ່ຄວນ​ໃຫ້​ນ້ຳຫຼາຍ​ເກີນ​ໄປ ​ເພາະ​ຈະ​ເຮັດໃຫ້​ຕາຍ​ໄດ້ ​ໃຫ້ໃສ່​ຝຸ່ນ​ຄອກ ຫຼື ປຸ໋ຍ​ໄນ​ໂຕ​ເຈນ ຟໍຟໍລັດ ​ໂປ​ຕັດ​ຊຽມ ​ເຊັ່ນ​ປຸ໋ຍສູດ 13-13-21 ​ໃສ່​ອັດຕາ 50-100 ກິ​ໂລກຣາມຕໍ່ໄລ່  ​ໃສ່ 2 ​ເທື່ອ ​ເມື່ອ​ຕົ້ນໝາກ​ເຂືອ​ມີ​ອາຍຸ 7 ແລະ 15 ມື້ ຫຼັງຈາກ​ປູກ ເມື່ອ​ມັນ​ມີ​ອາຍຸ 60-85 ມື້ ຈະ​ສາມາດ​ເກັບ​ກ່ຽວ​ໄດ້​.

 

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ