google-site-verification: google0d91bc93cfc88895.html ຫຍ້າກີນີສີມ່ວງ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, February 27, 2015

ຫຍ້າກີນີສີມ່ວງ


ຫຍ້າ​ກີ​ນີ​ສີ­ມ່ວງ ເປັນ​ຫຍ້າ​ທີ່​ມີ​ອາ­ຍຸ​ຫລາຍປີ​ລັກ­ສະ­ນະ​ລຳ­ຕົ້ນ​ເປັນ​ກໍ​ຕັ້ງ​ຊື່​ແຕກ​ກໍ​ໃບ​ດົກ ທົນ​ຕໍ່​ສະ­ພາບ​ຮົ່ມ​ເງົາ​ໄດ້​ດີ​ຈະ­ເລີນ​ເຕີບ​ໂຕໃນ​ພື້ນ​ທີ່​ດິນ​ຫນຽວ ແລະ ດິນ­ຊາຍ ມີ​ການ​ຕອບສະ­ຫນອງ​ຕໍ່​ການ​ໃຫ້​ນ້ຳ ແລະ ຝຸ່ນ​ໄວ ສາ­ມາດປູກ​ຂະ­ຫຍາຍ​ພັນ​ດ້ວຍ​ເມັດ ແລະ ເຫງົ້າ ເຫມາະສຳ­ລັບ​ປູກ​ລ້ຽງ­ສັດ​ແບບ​ຕັດ​ໃຫ້​ກິນ.
ລະ­ດູ​ປູກ: 
ປູກ​ໃນ​ຕົ້ນ​ລະ­ດູ­ຝົນ ໄລ­ຍະ​ທີ່ເຫມາະ​ສົມ​ທີ່​ສຸດ​ຄື​ື: ເດືອນ​ພຶດ­ສະ­ພາ ຫາ ເດືອນ​ກໍ­ລະ­ກົດ ເປັນ​ໄລ­ຍະ​ທີ່​ດິນ​ຍັງ​ມີ​ຄວາມ​ອົບ​ອຸ່ນ​ເຫມາະ​ສົມ​ຕໍ່​ການ​ແຕກ​ງອກ​ຂອງ​ເມັດ ແລະ ການ​ຂະ­ຫຍາຍ­ຕົວ​ຂອງ​ຮາກ​ຫຍ້າ.
ການ​ກຽມ​ດິນ:
ເລີ່ມ​ໄຖ​ບຸກ­ເບີກ​ຫນ້າ­ດິນເມື່ອ​ມີ​ຝົນ­ຕົກ​ໃນ​ໄລ­ຍະ​ກາງ​ເດືອນ​ເມ­ສາເພື່ອປີ້ນ​ຫນ້າ­ດິນ​ກຳ­ຈັດ​ວັດ​ສະ​ພືດ​ທີ່​ປົກ​ຄຸມ​ດິນ ຕາກ​ໄວ້​ປະ­ມານ 3-4 ອາ­ທິດ. ຫລັງ​ຈາກ​ນັ້ນໄຖ​ພວນ​ດິນ​ເທື່ອ​ທີ 2-3 ເພື່ອ​ທຳ­ລາຍ​ວັດສະ​ພືດ​ທີ່​ຂຶ້ນ​ມາ​ໃຫມ່ ພ້ອມ​ທັງ​ປັບ​ສະ­ພາບ​ດິນໃຫ້​ຮາບ​ພຽງ ແລະ ເກັບ​ເສດ​ວັດ​ສະ​ພືດ​ອອກຈາກ​ພື້ນ​ທີ່​ກຽມ​ປູກ.
ວິ­ທີ​ປູກ​ຫຍ້າ​ກີ​ນີ​ເປັນ​ເມັດ​ຫຍ້າ​ກິ່ນ​ຫອມ ເຊິ່ງ​ເປັນ​ທີ່​ຕ້ອງ­ການ​ຂອງ​ມົດ ແລະ ແມງ­ໄມ້ຫລາຍ​ທີ່​ສຸດ ດັ່ງ­ນັ້ນ, ການ​ປູກ​ດ້ວຍ​ເມັດ​ໂດຍ​ກົງ​ອາດ​ຈະ​ບໍ່​ໄດ້​ຮັບ​ຜົນ. ເອ­ກະ­ສານ​ຂໍ​ແນະ­ນຳ​ການ​ປູກ​ໂດຍ​ໃຊ້​ຕົ້ນ​ກ້າ.
ການ​ກ້າ​ເມັດ: 
ໃຊ້​ເມັດ​ພັນ 0,5 ກິ​ໂລ ແຊ່​ໃນ​ນ້ຳ​ຢາ​ມ້ອມ​ມຸ້ງປະ​ໄວ້ 1 ຄືນ ແລ້ວ​ນຳ­ໄປ​ຫວ່ານ​ໃນ​ຫນານ​ກ້າ​ທີ່​ກຽມ​ໄວ້​ໃນ​ເນື້ອ­ທີ່ 100 ຕາ​ແມັດ ໃຫ້​ທົ່ວ​ຢ່າງ​ສະ​ຫມ່ຳ​ສະ­ເຫມີ ໂຮຍ​ທັບ​ດ້ວຍ​ຝຸ່ນ​ຄອກ (ດີ​ແທ້​ໃຫ້​ໃຊ້​ຝຸ່ນ​ຂີ້​ຫມູ )ປົກ​ປະ­ມານ 0,5 ຊັງ​ຕີ​ແມັດ. ພ້ອມ​ທັງ​ຫົດນ້ຳ​ຫນານ​ກ້າ​ໃຫ້​ມີ​ຄວາມ​ຊຸ່ມ​ຢູ່​ສະ­ເຫມີ​ເມື່ອຕົນ​ກ້າ​ມີ​ອາ­ຍຸ 1 ເດືອນ ກໍ່​ສາ­ມາດ​ຍ້າຍ​ໄປປູກ​ໄດ້​ໃນ​ເນື້ອ­ທີ່ 1 ໄຮ່.
ການ​ປູກ: 
ໄລ­ຍະ​ຫ່າງ 50x50 ຊັງ​ຕີ ແມັດ. ໃສ່​ຂຸມ​ລະ 3 ຕົ້ນ ແລະ ຄວນ​ປູກໃນ​ຄະ­ນະ​ທີ່​ດິນ​ມີ​ຄວາມ​ຊຸ່ມ​ເຫມາະ​ສົມ. ຫຍ້າກີ​ນີ​ຍັງ​ສາ­ມາດ​ປູກ​ປະ­ສົມ​ປະ­ສານ​ກັບ​ພືດ​ໄດ້ເຊັ່ນ: ປູກ​ໃນ​ສວນ​ຢາງ­ພາ­ລາ ແລະ ປູກໃນ​ສວນ​ໄມ້​ໃຫ້​ຫມາກ​ອື່ນໆ...
ການ​ໃສ່​ຝຸ່ນ: 
ກ່ອນ​ປູກ​ຄວນ​ໃສ່​ຝຸ່ນ​ຮອງພື້ນ​ສູດ 15-15-15 ອັດ­ຕາ 50 ກິ​ໂລ​ຕໍ່​ໄຮ່ ອາດ​ຈະ​ໃຫ້​ຝຸ່ນ​ຄອກ​ຕື່ມ​ອີກ ເພື່ອ​ເພີ່ມ​ອິນ​ຊີ​ວັດຖຸ​ໃນ​ດິນ ແລະ ໃສ່​ປຸ໋ຍ​ຢູ​ເຣຍ (ສູດ 46-0-0) ອັດ­ຕາ 10 ກິ​ໂລ​ຕໍ່​ໄຮ່ ຫລັງ​ຈາກຕັດ​ຫຍ້າ​ທຸກ​ເທື່ອ ໂດຍ​ໂຮຍ​ໃສ່​ຕາມ​ເຫງົ້າ​ຫຍ້າ​ທີ່​ຕັດ​ເທົ່າ​ນັ້ນ. ໃນ​ປີ​ຕໍ່ໆ​ໄປ​ໃຫ້​ໃສ່​ປຸ໋ຍ​ສູດ 15-15-15 ໃນ​ໄລ­ຍະ​ຕົ້ນ​ລະ­ດູ­ຝົນ.
ການ​ຈຳ­ກັດ​ວັດ​ສະ​ພືດ: 
ຄວນ​ກຳ­ຈັດ​ວັດສະ​ພືດ​ເທື່ອ​ທຳ​ອິດ​ຫລັງ​ຈາກ​ປູກ​ແລ້ວ 2-3 ອາ­ທິດ ແລະ ກຳ­ຈັດ​ວັດ​ສະ​ພືດ​ຕື່ມ​ອີກ​ໃນ​ເທື່ອຕໍ່ໆ​ໄປ​ເທົ່າ​ທີ່​ຈຳ­ເປັນ.
ການ​ໃຫ້​ນ້ຳ: 
ຫຍ້າ​ກີ​ນີ​ເປັນ​ທີ່​ຕອບ​ສະຫນອງ​ຕໍ່​ການ​ໃຫ້​ນ້ຳ ແລະ ປຸ໋ຍ​ໄດ້​ດີ ດັ່ງນັ້ນ​ໃນ​ໄລ­ຍະ​ລະ­ດູ­ແລ້ງ ຫລື ລະ­ດູ­ຝົນ​ທີ່​ຝົນຂາດ, ໄລ­ຍະ​ເປັນ​ເວ­ລາ​ດົນ​ນານ​ຄວນ​ມີ​ການໃຫ້​ນ້ຳ​ໂດຍ​ໃຊ້​ລະ­ບົບ​ຝົນ­ຝອຍ​ໃນ​ທຸກໆ 3-5 ມື້ ຫຍ້າ​ຈະ​ຂຽວ­ງາມ ແລະ ໃຫ້​ຜົນ​ຜະ­ລິດ​ຕະຫລອດ​ປີ.
ການ​ນຳ​ໃຊ້​ປະ­ໂຫຍດ: 
ເລີ່ມ​ຕັດ​ໃຫ້​ສັດກິນ​ເທື່ອ​ທຳ​ອິດ​ເມື່ອ​ຫຍ້າ​ມີ​ອາ­ຍຸ​ປະ­ມານ 40-45 ວັນ​ຫລັງ​ຈາກ​ປູກ ແລະ ຕັດ​ເທື່ອ​ຕໍ່​ໄປ​ທຸກໆ 30-35 ວັນ ໂດຍ​ຕັດ​ສູງ​ຈາກ​ຫນ້າ­ດິນ 10 ຊັງ​ຕີ​ແມັດ.  ຖ້າ​ປູກ​ໃນ​ພື້ນ​ທີ່​ທີ່​ອາ­ໄສ​ນ້ຳ​ຝົນຢ່າງ​ດຽວ​ຈະ​ໃຫ້​ຜົນ​ຜະ­ລິດ​ນ້ຳ­ຫນັກ​ຫຍ້າ​ສົດປະ­ມານ 8-10 ໂຕນ​ຕໍ່​ໄຮ່​ຕໍ່​ປີ ແລະ ຖ້າ​ປູກ​ໃນເຂດ​ຊົນ­ລະ­ປະ­ທານ​ທີ່​ສາ­ມາດ​ໃຫ້​ນ້ຳ​ໄດ້​ຕະຫລອດ​ປີຈະ​ໃຫ້​ຜົນ​ຜະ­ລິດ​ຫຍ້າ​ສົດ​ປະ­ມານ 12-14  ໂຕນ​ຕໍ່​ໄຮ່​ຕໍ່​ປີ.

 

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ