google-site-verification: google0d91bc93cfc88895.html ຄວາມໜາຍຄວາມສໍາຄັນຂອງດອກຈໍາປາຕໍ່ປະເທດລາວ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, February 26, 2015

ຄວາມໜາຍຄວາມສໍາຄັນຂອງດອກຈໍາປາຕໍ່ປະເທດລາວ

ຄວາມໜາຍຄວາມສໍາຄັນຂອງດອກຈໍາປາຕໍ່ປະເທດລາວ



Plumeria sp.
Scientific classificatione
Kingdom:Plantae
Clade:Angiosperms
Clade:Eudicots
Clade:Asterids
Order:Gentianales
Family:Apocynaceae
Subfamily:Rauvolfioideae
Tribe:Plumerieae
Genus:Plumeria
L.[1]

ຄວາມໜາຍຄວາມສໍາຄັນຂອງດອກຈໍາປາຕໍ່ປະເທດລາວ[ດັດແກ້]

ດອກໄມ້ຢູ່ໃນແຕ່ລະປະເທດມີຫຼາຍຊະນິດ ແຕ່ມີພຽງດອກໄມ້ຊະນິດໃດໜຶ່ງເທົ່ານັ້ນທີ່ບາງປະເທດຖືວ່າເປັນດອກໄມ້ປະຈຳຊາດຂອງຕົນ ຫຼື ເປັນສັນຍາລັກຂອງຊາດ. ປະເທດລາວກໍ່ຖືເອົາ ດອກຈຳປາເປັນສັນຍາລັກ ຫຼື ເປັນດອກໄມ້ປະຈຳຊາດ ດັ່ງທີ່ຊາວລາວເຄີຍໄດ້ຍິນ ແລະ ໄດ້ຮ້ອງເພັງ ດອກຈຳປາ ມາໄດ້ຫຼາຍທົດສະວັດແລ້ວ, ເນື້ອໃນບາງຕອນກໍ່ໄດ້ບົ່ງບອກສັນຍາລັກດັ່ງກ່າວມານີ້ແທ້:
ໂອດວງຈຳປາ
ງາມດັ່ງດວງດາວ
ເກີດຢູ່ພາຍໃນ
ບຸບຜາເມືອງລາວ
ຊາວລາວເພິ່ງໃຈ
ດິນແດນລ້ານຊ້າງ...


ຕົ້ນດອກຈຳປາ
ແຕ່ລະສ່ວນຂອງດອກຈໍາປາກໍ່ມີສັນຍາລັກກ່ຽວກັບປະເທດລາວເຊັ່ນວ່າ ພາກສ່ວນ ດອກທີ່ມີຫ້າກີບ ກໍ່ບົ່ງບອກໃຫ້ຄົນລາວຮູ້ວ່າປະເທດລາວມີຊາຍແດນຕິດຈອດກັບ 5 ປະເທດຄື ຫວຽດນາມ, ກໍາປູເຈຍ, ຈີນ, ມຽນມາ ແລະ ໄທ. ສ່ວນວ່າລໍາຕົ້ນທີ່ມີຫຼາຍກິ່ງຫຼາຍງ່າຕິດຕໍ່ກັນເປັນພຸ່ມໃຫຍ່ນັ້ນກໍ່ໄດ້ສື່ໃຫ້ເຫັນວ່າປະເທດລາວແມ່ນປະກອບມີຫຼາຍຊົນເຜົ່າ, ຫຼາຍເຜົ່າຊົນ ເຊິ່ງມີຄວາມສາມັກຄີປອງດອງກັນຕໍ່ສູ້ຕ້ານສັດຕູຜູ້ທີ່ຫວັງທໍາລາຍຊາດລາວຢ່າງພິລາອາດຫານ ແລະ ບໍ່ຍອມຈໍານົນຕໍ່ສັດຕູຜູ້ຮຸກຮານ. ດັ່ງທີ່ຄົນລາວເຄີຍໄດ້ຍິນ ແລະ ໄດ້ຮ້ອງເພັງ ດອກຈຳປາ ມາໄດ້ຫຼາຍທົດສະວັດແລ້ວທີ່ບົ້ງບອກເຖີງລັກສະນະຄວາມເປັນຊາດລາວ. ສ່ວນໃບນັ້ນເປັນພຸ່ມເຕົ້າໂຮມກັນເປັນກຸ່ມເປັນກ່ອນກໍ່ສື່ໃຫ້ຄົນລາວຮູ້ວ່າປະຊາຊົນລາວມີຄວາມສາມັກຄີ ປອງດອງກັນຮູ້ຮັກແພງຈັກຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ມີນໍ້າໃຈເອື້ອເຜື້ອເພື່ອແຜ ສາມາດຢູ່ຮ່ວມກັນເປັນກຸ່ມເປັນກ້ອນເຊັ່ງດັ່ງໃບຈໍາປາ ແລະ ຈາກລັກສະນະທີ່ຂຽວສົດງົດງາມກໍ່ສະແດງໃຫ້ຮູ້ວ່າປະເທດລາວມີຄວາມອຸດົມສົມບູນເຕັມໄປດ້ວຍຊັບໃນດິນສິນໃນນໍ້າປຽບດັ່ງບົດກອນໄດ້ກ່າວໄວ້ວ່າ ເມືອງລາວສວຍງາມ ແລະ ຮັ່ງມີ”. ສ່ວນວ່າພາກສ່ວນດອກຈໍາປານັ້ນກໍ່ມີຫຼາຍສີ ແລະ ແຕ່ລະສີກໍ່ມີຄວາມໝາຍໃນຕົວມັນເຊັ່ນວ່າ: ສີຂາວ ກໍ່ສື່ເຖິງຈິດໃຈຂາວສະອາດ ຊື່ສັດສຸດຈະລິດ ຂອງປະຊາຊົນລາວບັນດາເຜົ່າທີ່ມີຕໍ່ປະເທດຊາດ, ສ່ວນສີແດງ ກໍ່ໝາຍເຖິງນໍ້າອັນສູງສົ່ງຂອງນັກຮົບປະຕິວັດກໍ່ຄືປະຊາຊົນ ທີ່ມີນໍ້າໃຈຕໍ່ສູ້ ແລະ ເສຍສະລະເລືອດເນື້ອຕໍ່ສູ້ຕ້ານຈັກະພັດຜູ້ທີ່ມາຮຸກຮານຢ່າງບໍ່ຍອມຈໍານົນ. ເວົ້າລວມແລ້ວດອກຈໍາປາແມ່ນມີຄວາມໝາຍຄວາມສໍາຄັນຫຼາຍຕໍ່ກັບປະເທດຊາດຂອງລາວເພາະວ່າແຕ່ລະພາກສ່ວນມັນໄດ້ສື່ໃຫ້ຄົນລາວເຫັນເຖິງການດໍາລົງຊີວິດ ແລະ ຄວາມອຸດົມສົມບູນຂອງຊາດລາວ.
ຄວາມໜາຍຄວາມສໍາຄັນຂອງດອກຈໍາປາຕໍ່ປະເທດລາວ

ຄວາມໜາຍຄວາມສໍາຄັນຂອງດອກຈໍາປາຕໍ່ປະເທດລາວ

ຄວາມໜາຍຄວາມສໍາຄັນຂອງດອກຈໍາປາຕໍ່ປະເທດລາວ


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ