google-site-verification: google0d91bc93cfc88895.html ການ​ປູກ​ຜັກ​ກາດ​ຊອມ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, February 26, 2015

ການ​ປູກ​ຜັກ​ກາດ​ຊອມ

ວິ​ທີ​ການ​ປູກ
ການ​ກະ­ກຽມ​ດິນ​ປູກ: ຂຸດ ຫຼື ໄຖ ໃຫ້​ເລິກ​ປະ­ມານ 20Œ-25 ຊັງ​ຕີ​ແມັດ ຫຼັງ​ຈາກ​ນັ້ນ​ຕາກ­ແດດ​ປະ­ມານ 10 ວັນ ເພື່ອ​ທຳ­ລາຍ​ພະ­ຍາດ​ແມງ­ໄມ້​ສັດ­ຕູ​ພືດ ແລະ ຫຍ້າ​ທີ່­ຢູ່​ໃນ​ດິນ ຖ້າ​ດິນ​ເປັນ​ກົດ ແມ່ນ​ໃຫ້​ໃສ່​ປູນ​ຂາວ​ໃນ​ປະ­ລິ­ມານ 50 ກິ​ໂລກ​ຣາມ​ຕໍ່​ໄລ່ ເພື່ອ​ປັບ​ສະ­ພາບ​ຂອງ ດິນ ຫຼັງ​ຈາກ​ນັ້ນ​ກໍ​ທຳ​ການ​ໄຖ​ຄາດ​ໃຫ້ ລະ­ອຽດ​ເກັບ​ເສດ​ຫຍ້າ​ຕ່າງໆ​ອອກ, ຫວ່ານ​ຝຸ່ນ​ຄອກ ຫຼື ຝຸ່ນ​ບົ່ມ​ທີ່​ສະ­ຫຼາຍ ຕົວ​ດີ​ໃນ​ອັດ­ຕາ 2Œ-4 ໂຕນ​ຕໍ່​ໄລ່ ຈາກ​ນັ້ນ ກໍ​ຍົກ​ເປັນ​ໜານ​ປູກ​ໃຫ້​ກວ້າງ​ປະ­ມານ 1Œ1,5 ແມັດ ສ່ວນ​ຄວາມ​ຍາວ​ນັ້ນແມ່ນ​ຂຶ້ນ​ກັບ​ຄວາມ​ເໝາະ​ສົມ​ຂອງ​ພື້ນ​ທີ່​ດິນ, ແລ້ວ​ຍົກ​ໜານ​ໃຫ້​ສູງ​ປະ­ມານ 25-Œ30 ຊັງ​ຕີ​ແມັດ ຫຼື ອາດ​ສູງ​ເຖິງ 50 ຊັງ​ຕີ​ແມັດ ຖ້າ​ເປັນ​ພື້ນ​ທີ່ໆ​ລະ­ບາຍ​ນ້ຳຍາກ, ຈົ່ງ​ຮ່ອງ​ລະ­ບາຍ​ນ້ຳ​ລະ­ຫວ່າງ ໝານ​ຕໍ່​ໜານ​ໃຫ້​ກວ້າງ​ປະ­ມານ 50 ຊັງຕີ​ແມັດ ເພື່ອ​ໃຫ້​ສາ­ມາດ​ລະ­ບາຍ​ນ້ຳ​ໄດ້ສະ­ດວກ.
ຫຼັງ​ຈາກ​ກະ­ກຽມ​ພື້ນ​ທີ່​ປູກ​ສຳ­ເລັດ​ແລ້ວ​ກໍ​ນຳ​ເອົາ​ເມັດ​ພັນ​ມາ​ຫວ່ານ​ໃຫ້ທົ່ວ​ໜານ​ຢ່າງ​ສະ​ໝ່ຳ​ສະ­ເໝີ​ແລ້ວ​ກໍຫວ່ານ​ຝຸ່ນ​ຄອກ ຫຼື ຝຸ່ນ​ບົ່ມ​ໃສ່​ໜ້າ​ໜານໃຫ້​ໜາ​ປະ­ມານ 0,5Œ1 ຊັງ​ຕີ​ແມັດ ຈາກນັ້ນ ກໍ​ນຳ​ເອົາ​ເຟືອງ​ມາ​ປົກ​ບາງໆ​ເພື່ອຮັກ­ສາ​ຄວາມ​ຊຸ່ມ​ຊື່ນ​ໃນ​ດິນ​ສຳ­ເລັດ ແລ້ວ​ກໍ​ຫົດ​ນ້ຳ​ໃຫ້​ຊຸ່ມ ຫຼັງ​ຈາກ​ເມັດ​ງອກໄດ້​ປະ­ມານ 20 ວັນ ຄວນ​ທຳ​ການຖອດ​ແຍກ ແລະ ຈັດ​ໃຫ້​ມີ​ໄລ­ຍະ​ຫວ່າງ​ຕົ້ນ 20Œ-25 ຊັງ​ຕີ​ເເມັດ.

ການ​ບົວ­ລະ­ບັດ​ຮັກ­ສາ​ການ​ໃຫ້​ນ້ຳ:
ຊາວ​ກະ­ສິ­ກອນ​ຈະ​ຕ້ອງ​ໃຫ້​ນ້ຳ​ຢ່າງ​ສະ​ໝ່ຳ​ສະ­ເໝີຂຶ້ນ​ກັບ​ຄວາມ​ຊຸ່ມ​ຂອງ​ດິນ ແຕ່​ໃນ​ກໍ­ລະ­ນີ​ຫາກ​ມີ​ຝົນ­ຕົກ​ໜັກ​ທຸກ​ຄັ້ງ ທີ່​ຝົນ​ຢຸດ​ຕົກ​ຕ້ອງ​ມີ​ການ​ໃຫ້​ນ້ຳ ເພື່ອ​ເປັນການ​ລ້າງ ແລະ ປ້ອງ​ກັນ​ການ​ເກີດ​ພະຍາດ​ເໜົ່າ​ເປື່ອຍ.
ການ​ໃສ່​ຝຸ່ນ:  ການ​ໃສ່​ຝຸ່ນ​ຄວນ​ໃສ່​ຝຸ່ນ 46Œ-00-Œ00 ໃນ​ອັດ­ຕາ​ສ່ວນ 30 ກິ ໂລກ​ຣາມ​ຕໍ່​ໄລ່ ເພື່ອ​ເປັນ​ການ​ເລັ່ງ​ການ​ຈະ­ເລີນ​ເຕີບ​ໂຕ​ທາງ​ໃບ ຫຼື ສີດ​ພົ່ນ​ປຸຍ​ນ້ຳສະ­ກັດ​ຊີ­ວະ​ພາບ​ທຸກໆ 3Œ-4 ວັນ​ຕໍ່​ຄັ້ງ.
ການ​ເສຍ​ຫຍ້າ ແລະ ພວນ​ດິນ: ຈະຕ້ອງ​ໄດ້​ປະ­ຕິ­ບັດ​ເປັນ​ປະ­ຈຳ​ຫາກ​ເຫັນ​ວ່າ​ມີ​ຫຍ້າ​ຕ່າງໆເກີດ​ຂຶ້ນ​ໃນ​ໜານ​ປູກ​ເພາະ­ວ່າ​ການ​ເສຍ​ຫຍ້າ​ຈະ​ເປັນ​ການ​ພວນ​ດິນໄປ​ໃນ​ຕົວ​ເປັນ​ການ​ທຳ­ລາຍ​ບ່ອນ​ລີ້​ຊ້ອນ​ຂອງ​ແມງ­ໄມ້​ສັດ­ຕູ​ພືດ​ບາງ​ຊະ­ນິດ ແລະ ເປັນ​ການ​ຫຼຸດ­ຜ່ອນ​ການ​ຍາດ​ແຍງ​ສານອາ­ຫານ​ຂອງ​ຫຍ້າ​ກາ​ຝາກ​ປະ­ເພດຕ່າງໆ.
ການ​ເກັບ​ຜົນ​ຜະ­ລິດ:
ອາ­ຍຸ​ຂອງ​ການເກັບ​ກ່ຽວ​ແມ່ນ​ປະ­ມານ 35Œ-45 ວັນ ການ​ເກັບ​ກ່ຽວ​ແມ່ນ​ເລືອກ​ຕົ້ນ​ທີ່​ມີ​ຂະໜາດ​ໃຫຍ່​ຕາມ​ຄວາມ​ຕ້ອງ­ການ​ໂດຍ​ໃຊ້ມີດ​ຄົມໆ​ຕັດ​ທີ່​ລຳ­ຕົ້ນ​ແລ້ວ​ທຳ​ການ​ຕັດແຕ່ງ​ໃບ​ທີ່​ແກ່ ຫຼື ໃບ​ທີ່​ມີ​ພະ­ຍາດ​ແມງ­ໄມ້​ທຳ­ລາຍ​ອອກ​ແລ້ວ​ຈິ່ງ​ບັນ­ຈຸ​ໃສ່​ພາ­ຫະ­ນະ​ເພຶ່ອ​ກຽມ​ສົ່ງ​ຂາຍ​ໃນ​ຕະ­ຫຼາດ

 

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ