ທີ່ມາຂອງຫມາກເຍົາໃນລາວ
ຫມາກເຍົາເປັນພືດທີ່ນຳເຂົ້າມາຈາກປະເທດໄທປາຍກຸງສີອາຍຸດທະຍາ
ໂດຍຊາວປັອກຕຸຍການ ເພື່ອຜະລິດເມັດນຳໄປອັດບີບນ້ຳມັນເຮັດສະບູ ແລະ
ໃຊ້ຈູດໄຟໃຫ້ມີແສງສະຫວ່າງໃນເວລາກາງຄືນ, ຫມາກເຍົາເປັນພືຢືນຕົ້ນຕະກູນຢາງພາລາອາຍຸຍືນປະມານ
50
ປີ, ຄວາມສູງປະມານ
2-7 ແມັດ ທົນທານຕໍ່ຄວາມແຫ້ງແລ້ງໄດ້ດີ ແລະ
ຈະເລີນເຕີບໂຕໄດ້ດີກັບທຸກສະພາບແວດລ້ອມ ຍົກເວັ້ນໃນບໍລິເວນທີ່ມີນ້ຳຂັງ
ຫມາກເຍົາມີຊື່ແຕກຕ່າງກັນໄປຕາມແຕ່ລະທ້ອງຖິ່ນເຊັ່ນ:
ພາກເຫນືອຂອງໄທເອີ້ນວ່າ ຫມາກຮຸ່ງຮົວ, ພາກກາງເອີ້ນວ່າ ສະບູດຳ, ພາກຕາເວັນອອກສຽງເຫນືອເອີ້ນວ່າຫມາກເຍົາ
ແລະ ພາກໃຕ້ເອີ້ນວ່າຫມາກຮຸ່ງເທດ. ເປັນພືດທີ່ມີສານພິດ hydrocyanic ຢູ່ໃນຕົວ
ແລະ ໃບ ສ່ວນໃຫຍ່ຈິ່ງມັກປູກເປັນຮົ້ວກັນສັດລ້ຽງ ນ້ຳມັນຫມາກເຍົາສາມາດໃຊ້ເປັນນ້ຳມັນກາຊວນ
ເຊິ່ງເປັນພະລັງງານທົດແທນທີ່ຮັກສາສະພາບແວດລ້ອມໄດ້ເປັນຢ່າງດີ.
ການປູກ
ແລະ ການຮັກສາ.
ພື້ນທີ່ປູກຄວນເປັນພື້ນທີ່ໆລະບາຍນ້ຳໄດ້ດີ
ເປັນພື້ນທີ່ສະຫວ່າງແຈ້ງມີແສງແດດ.
ແນວພັນ.
ໃນເວລາທີ່ຍັງເປັນພັນພື້ນເມືອງແມ່ນເອີ້ນຊື່ຕາມແຫລ່ງປູກເຊັ່ນ:
ພັນໂດລາສ, ພັນສະຕູ ຍັງບໍ່ທັນມີພັນທີ່ໄດ້ຮັບຮອງເປັນທາງ
ການເວລານັ້ນຍັງຢູ່ໃນໄລຍະວິໄຈ ແລະ ພັດທະນາເພື່ອຫາສາຍພັນທີ່ດີເຫມາະສົມສຳລັບທ້ອງຖິ່ນຕ່າງໆ.
ການຂະຫຍາຍພັນ.
ຫມາກເຍົາປະຈຸບັນນີ້
ນິຍົມຂະຫຍາຍພັນ 2 ລັກສະນະຄື: ໃຊ້ເມັດ ແລະ
ການໃຊ້ທ່ອນພັນ (ໃຊ້ລຳຕົ້ນ).
1. ການໃຊ້ເມັດ (ບໍ່ມີໄລ ຍະພັກຕົວ):
ຄວນເກັບຝັກທີ່ແກ່ມີສີເຫລືອງແກມສີນ້ຳຕານໃນຖົງຢາງ ຫລື ຫນານກ້າເບ້ຍອາຍຸໄດ້
2
ເດືອນຈິ່ງນຳໄປປູກ.
2. ການໃຊ້ທ່ອນພັນ:
ເຮົາຄວນໃຊ້ທ່ອນພັນທີ່ມີສີນ້ຳຕານປົນຂຽວຍາວປະມານ 45-50
ຊັງຕີແມັດ ປັກລົງໃນຖັງປັກຊຳ ອາຍຸປະມານ 1
ເດືອນ ກໍ່ສາມາດນຳໄປປູກໄດ້.
ໄລຍະປູກ.
ໄລຍະປູກທີ່ນິຍົມກັນໃນປະຈຸບັນຄື:
ປູກໃນລະຫວ່າງແຖວ 2-2,5 ແມັດ, ລະຫວ່າງຕົ້ນ
2-2,5 ແມັດ ຂຶ້ນກັບຄວາມອຸດົມ ສົມບູນຂອງດິນ.
ການໃສ່ຝຸ່ນ.
ຄວນໃສ່ຝຸ່ນບົ່ມ
ຫລື ຝຸ່ນຄອກເປັນຕົ້ນ ໂດຍໃສ່ປະມານ 500 ກິໂລຕໍ່ໄລ່
ເນື່ອງຈາກໄລຍະນີ້ຫມາກເຍົາຍັງມີຜົນຜະລິດຕໍ່ໄລ່ຂ້ອນຂ້າງຕ່ຳ ຫລື
ອາດຈະໃຊ້ຝຸ່ນເຄມີ 15-15-15 ອັດຕາ 10
ກິໂລຕໍ່ໄລ່ ຮອງພື້ນກ່ອນປູກ ແລະ ຫລັງເກັບກ່ຽວ.
ພະຍາດ
ແລະ ແມງໄມ້.
ພະຍາດທີ່ພົບໄດ້ແກ່ພະຍາດໃບຈຸດ, ພະຍາດຫມາກເນົ່າ
ແລະ ແມງທີ່ພົບເຫັນໄດ້ແກ່ໄຮຂາວ, ເພ້ຍແປ້ງ ແລະ ໄຮແດງ ເນື່ອງຈາກເປັນໄລຍະເລີ່ມຕົ້ນຂອງການປູກຫມາກເຍົາຈິ່ງບໍ່ພົບການລະບາດທຳລາຍຢ່າງຮຸນແຮງ.
ການເກັບກ່ຽວ.
ເນື່ອງຈາກຫມາກເຍົາສຸກແກ່ບໍ່ພ້ອມກັນໃນພວງຫມາກ.
ສະນັ້ນ, ຈິ່ງຕ້ອງເກັບກ່ຽວ
ໂດຍໃຊ້ແຮງງານຄົນເລີ່ມເກັບກ່ຽວໄດ້ຕັ້ງແຕ່ຫມາກສີເຫລືອງຈົນຫມາກສີດຳ.
ຜົນຜະລິດ.
ຂຶ້ນຢູ່ກັບພັນ, ຄວາມອຸດົມສົມບູນຂອງດິນ
ແລະ ສະພາບແວດລ້ອມ ຖ້າປັດໄຈດັ່ງກ່າວດີປີທຳອິດຈະໃຫ້ຜົນຜະລິດປະມານ 100-360
ກິໂລຕໍ່ປີທີ 2 ແລະ ປີຕໍ່ໆໄປ ໂດຍສະເພາະຖ້າມີຊົນລະປະທານ
ແລະ ການບຳລຸງຮັກສາທີ່ດີ.
ການສະກັດນ້ຳມັນ.
ເມັດຂອງຫມາກເຍົານຳໄປສະກັດນ້ຳມັນທີ່ສາມາດໃຊ້ກັບເຄື່ອງຈັກກາຊວນທີ່ມີຮອບຕ່ຳແທນນ້ຳມັນກາຊວນໄດ້ເຊັ່ນ:
ເຄື່ອງຈັກສູບນ້ຳ, ລົດໄຖຂະຫນາດນ້ອຍ ປະຈຸບັນມີວິທີສະກັດນ້ຳມັນ
2
ແບບຄື:
1. ແບບງ່າຍ:
ໂດຍນຳເມັດຫມາກເຍົາມາບົດໃຫ້ແຕກ ແລະ ຕາກແດດປະມານ 1
ຊົ່ວໂມງ ແລ້ວບີບດ້ວຍເຄື່ອງບີບອັດ ຕອງດ້ວຍຜ້າຂາວບາງໆ 2-3
ຊັ້ນ ຈະໄດ້ນ້ຳມັນ ແລະ ປ່ອຍໃຫ້ຕົກຕະກອນ 1-2
ຄືນ.
2. ແບບທີ່ໃຊ້ເຄື່ອງບີບອັດ:
ເຄື່ອງບີບອັດແບບໄຮໂດລິກຈະໄດ້ນ້ຳມັນປະມານ 20-25%
ແລະ ເຄື່ອງບີບອັດແບບລະບົບ ອັດກຽວຈະໄດ້ນ້ຳມັນປະມານ 25-30%
ແຕ່ວິທີນີ້ຈະເຮັດໃຫ້ນ້ຳມັນຕົກຕະກອນຂ້ອນຂ້າງຫລາຍ.
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ