google-site-verification: google0d91bc93cfc88895.html ອາຫານ​ທີ່ຄວນ​ກິນ​ຫຼັງ​ອອກ­ກຳ­ລັງ​ກາຍ 5 ຊະ­ນິດ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, February 26, 2015

ອາຫານ​ທີ່ຄວນ​ກິນ​ຫຼັງ​ອອກ­ກຳ­ລັງ​ກາຍ 5 ຊະ­ນິດ



ການ​ຈະ​ຮັກ­ສາ​ສຸ­ຂະ­ພາບ​ໃຫ້​ສົມ­ບູນ​ແຂງ­ແຮງ​ນັ້ນນອກ­ຈາກ​ການ​ອອກ­ກຳ­ລັງ​ກາຍ​ແລ້ວການ​ກິນ ກໍ​ເປັນ​ເລື່ອງ​ສຳ­ຄັນແລະ
ອາຫານ​ທີ່ຄວນ​ກິນ​ຫຼັງ​ອອກ­ກຳ­ລັງ​ກາຍ 5 ຊະ­ນິດ​ທີ່​ຈະ​ແນະນຳ​ໃຫ້​ກິນ​ນັ້ນ​ແມ່ນ​ປະ­ກອບ​ດ້ວຍ:

ປາ​ແຊລມ​ອລ:

ອຸ­ດົມ​ໄປ​ດ້ວຍ​ໂປຣ​ຕີນ - ໂມ​ເມ​ກ້າ 3 ທີ່​ຊ່ວຍ​ເສີມ​ສ້າງ​ກ້າມ­ຊີ້ນ​ໃນ​ຮ່າງກາຍ​ຫຼັງ​ຈາກ​ທີ່​ເຮົາ​ໃຊ້​ການ​ອອກກຳ­ລັງ​ກາຍ ແລະ ໂອ​ເມ​ກ້າ 3 ກໍ​ມີ​ສ່ວນ​ຫຼຸດ​ອັດ­ຕາ​ການ​ສ່ຽງ​ຕໍ່​ການເກີດ​ໂລກ​ຫົວ­ໃຈ ແລະ ຫຼອດ​ເລືອດ​ອີກ​ດ້ວຍ.

ໄຂ່:

ໄຂ່ 1 ໜ່ວຍ​ໃຫ້​ໂປຣ​ຕີນ​ປະ­ມານ 6 ກຣາມ​ຄື: ໄຂ່​ຂາວ 4ກຣາມ ແລະ ໄຂ່​ແດງ 2ກຣາມ ສ່ວນ​ໄຂ່​ແດງ​ແມ່ນ​ມີ​ສານ​ອາ­ຫານ​ທີ່​ໃຫ້​ປະໂຫຍດ​ຕໍ່​ຮ່າງ­ກາຍ​ເຊັ່ນ: ໂປຣ​ຕີນ, ໄຂ­ມັນ, ວິ​ຕາ ມິນ​ເອ, ດີ, ອີ, ເກືອ​ແຮ່ ແລະ ແຮ່​ທາດ​ຕ່າງໆ ຊຶ່ງ​ມີ​ຄຸນ­ຄ່າ​ເຊັ່ນ​ດຽວ​ກັບ​ໄຂ­ມັນຈາກ​ປາ​ແຊລມ​ອລ ຫຼື ປາ­ທະ​ເລ​ນັ້ນ​ເອງ.

ມັນ​ດ້າງ: 

ເປັນ​ອາ­ຫານ​ທີ່​ມີ​ເສັ້ນ​ໄຍ​ສູງ ນອກຈາກ​ນັ້ນ​ຍັງ​ປະ­ກອບ​ໄປ​ດ້ວຍ​ວິ­ຕາ­ມິນ  ແລະ ຄາຣ໌ໂບ​ໄຮ​ເດ​ຕ ສ່ວນ​ຫົວ​ມັນ​ຊະນິດ​ເຫຼືອງ​
ແມ່ນ​ຈັດເປັນ​ແຫຼ່ງ​ເບ​ຕ້າ​ແຄ​ໂຣ​ທີນ​ຊັ້ນ​ດີ​ໃຜ​ທີ່​ກຳ­ລັງ​ຫຼຸດ​ນ້ຳໜັກ​ມັນ​ດ້າງ​ກໍ​ມີ​ສ່ວນ​ຊ່ວຍ​ໃນ​ການ​ຫຼຸດ​ນ້ຳ­ໜັກ​ໄດ້​ດີ​ເຊັ່ນ​ກັນ.

ໝາກ​ນັດ: 

ໝາກ​ນັດ​ມີ​ວິ­ຕາ­ມິນ​ເຊ​ສູງ ນອກຈາກ​ນັ້ນ​ຍັງ​ມີ​ເອນ​ໄຊ ແລະ ບໍຣ໌ມິ​ເລນ ຊ່ວຍ​ໃນການ​ຍ່ອຍ​ອາ­ຫານ ແລະ ຮັກ­ສາ​ອາ­ການ​
ປວດ​ບວມໝາກ​ນັດ​ຈິ່ງ​ຈັດ​ເປັນ​ໝາກ​ໄມ້​ທີ່​ຄວນ​ຮັບ​ປະ­ທານ ຫຼັງ​ຈາກ​ອອກ­ກຳ­ລັງ​ກາຍ

ນ້ຳ​ດື່ມ: 

ການ​ດື່ມ­ນ້ຳ​ຄັ້ງ​ລະ​ໜ້ອຍ​ເວ­ລາ​ອອກກຳ­ລັງ​ກາຍ ຫຼື ດື່ມ­ນ້ຳ​ຫຼັງ​ອອກ­ກຳ­ລັງ​ກາຍ​ຈະເປັນ​ການ​ຕື່ມ​ຄວາມ​ສົດ­ຊື່ນ​ໃຫ້​ກັບ​ຮ່າງ­ກາຍ
ແຕ່ການ​ດື່ມ­ນ້ຳ​ບໍ່​ແມ່ນ​ວ່າ​ຈະ​ດື່ມ​ຫຼັງ​ອອກ­ກຳ­ລັງ​ກາຍເທົ່າ​ນັ້ນ ແຕ່​ເຮົາ​ຄວນ​ດື່ມ­ນ້ຳ​ໃຫ້​ເປັນ​ນິ​ໃສ​ຄື​ມື້​ລະ 6-8 ຈອກ ຫຼື ປະ­ມານ 2 ລິດ.

ອາຫານ​ທີ່ຄວນ​ກິນ​ຫຼັງ​ອອກ­ກຳ­ລັງ​ກາຍ 5 ຊະ­ນິດອາຫານ​ທີ່ຄວນ​ກິນ​ຫຼັງ​ອອກ­ກຳ­ລັງ​ກາຍ 5 ຊະ­ນິດ​ທີ່​ຈະ​ແນະນຳ​ໃຫ້​ກິນ​ນັ້ນ​ແມ່ນ​ປະ­ກອບ​ດ້ວຍ:

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ