google-site-verification: google0d91bc93cfc88895.html ​ການ​ປູກ​ກະ​ຫລ່ຳ​ປີ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, February 26, 2015

​ການ​ປູກ​ກະ​ຫລ່ຳ​ປີ

​ເຕັກນິກ​ການ​ປູກ​ກະ​ລໍ່າ​ປີ

ເຕັກນິກ​ການ​ປູກ​ກະ​ລໍ່າ​ປີນ​ອກລະດູ​ການ ​ເປັນ​ເຕັກ ນິກໜຶ່ງທີ່​ປະຊາຊົນ​ເຮົາ​ສາມາດ​ເຮັດ​ໄດ້ ​ເພາະ​ມັນ​ບໍ່​​ແຕກຕ່າງຫຍັງ​ກັບ​ການ​ປູກ​ກະ​ລໍ່າ​ປີ​ໃນ​ລະດູ ​ແຕ່​ການ​ປູກ​ກະ​ລໍ່າ​ນອກ​ລະດູ​ຕ້ອງ​ໄດ້​ນຳ​ໃຊ້​ເຕັກນິກ​ບາງ​ຢ່າງ​ເຂົ້າຊ່ວຍ. ຖ້າ​ເຮົາ​ສາມາດ​ເຮັດ​ໄດ້​ຈະ​ສ້າງ​ລາຍ​ຮັບ​ໃຫ້​ແກ່​ຊາ​ວກະສິກອນ ​ເພາະ​ມັນ​ມີ​ລາຄາ​ສູງ ຜັກ​ກະ​ລໍ່າ​ສາມາດ​ປູກ​ໄດ້​ໃນ​ດິນ​ເກືອບ​ທຸກ​ຊະນິດ ​ແຕ່​ດິນ​ທີ່​ເໝາະສົມ​ແມ່ນ​ດິນຊາຍ​ແກມ​ຕົມ ບ່ອນ​ບໍ່ມີນ້ຳຂັງ ​ແລະ ນໍ້າ​ຖ້ວມ.

​ການ​ປູກ​ກະ​ຫລ່ຳ​ປີ ​​ເຕັກນິກ​ການ​ປູກ​ກະ​ລໍ່າ​ປີນ​ອກລະດູ​ການ ​ເປັນ​ເຕັກ ນິກໜຶ່ງທີ່​ປະຊາຊົນ​ເຮົາ​ສາມາດ​ເຮັດ​ໄດ້ ​ເພາະ​ມັນ​ບໍ່​​ແຕກຕ່າງຫຍັງ​ກັບ​ການ​ປູກ​

ການເຮັດໜານກ້າເບ້ຍ.

ຖາງ​ຫຍ້າ​ອອກ​ຈາກ​ພື້ນທີ່ ​ເພື່ອ​ເຮັດໜານກ້າ ຂະໜາດຂອງໜານຄື: ກວ້າງ 1 ​ແມັດ, ລວງ​ຍາວ​ອີງ​ຕາມ​ເງື່ອນ​ໄຂ​ຂອງ​ພື້ນທີ່ (ຖ້າ​ໃຊ້​ເມັດ​ພັນ 100 ກຣາມ, ຄວາມ​ຍາວ​ຂອງໜານທີ່​ເໝາະສົມ​ແມ່ນ 40 ​ແມັດ).
ຊວ້ານ​ດິນ​ຈາກ 2 ຂ້າງ​ຂອງໜານ ​ໃສ່ໜານ​ໃຫ້​ສູງ 40-50 ຊັງ​ຕີ​ແມັດ, ປະສົມ​ດ້ວຍ​ຝຸ່ນ​ຄອກ​ແຫ້ງ​ຈຳນວນ 50 ກິ​ໂລ ຕໍ່​ເນື້ອທີ່ 40 ຕາ​​ແມັດ.

ການຫວ່ານເມັດພັນ.

ໃຫ້​ຫວ່ານ​ປູນ​ຂາວ​ຮອງ​ພື້ນໜານ ຈຳນວນ 3-5 ກິ​ໂລ ຕໍ່ຂະໜາດຂອງໜານ: ກວ້າງ 1 ​ແມັດ, ຍາວ 40 ​ແມັດ.
ເອົາ​ເມັດ​ພັນ​ທີ່​ກຽມ​ໄວ້​ມາ​ຫວ່ານ​ໃຫ້​ພໍດີ, ຫົດ​ນໍ້າ​ໃຫ້​ຊຸ່ມ ​ແລ້ວ​ຫວ່ານ​ແກບ​ປົກ​ເທິງ ຈາກ​ນັ້ນຈຶ່ງ​ຫົດ​ນໍ້າ​ອີກ​ເທື່ອໜຶ່ງ.
ເອົາ​ໄມ້​ທີ່​ຜ່າ​ເປັນ​ດິ້ວ ມາ​ສັກ​ກົ່ງ​ໃສ່​ຂອບໜານທັງ​ສອງ​ເບື້ອງ ​ແລ້ວ​ເອົາ​ຕາໜ່າງມາ​ມຸງ​ເພື່ອ​ປ້ອງ​ກັນ​ໃນ​ເວລາ​ຝົນຕົກ.

ການບົວລະບັດຮັກສາເບ້ຍກະລໍ່າປີໃນໜານ.

ການຫົດນໍ້າ: ຖ້າ​ຝົນ​ບໍ່ຕົກ​ຄວນ​ຫົດ​ນໍ້າມື້ລະ​ເທື່ອ​ໃຫ້​ຊຸ່ມ​ພໍດີ ​ເມື່ອ​ອາຍຸ​ກ້າ​ໄດ້ 20 ວັນ ​ໃຫ້​ເປີດ​ຕາໜ່າງຂຽວປົກໜານກ້າ​ອອກ ​ເພື່ອ​ໃຫ້​ເບ້ຍ​ໄດ້​ຖືກ​ແສງ​ແດດ ​ແລະ ມີ​ຄວາມ​ແຂງ​​ແຮງ.
ການກຽມດິນປູກ: ຫຼັງຈາກ​ເບ້ຍ​ຜັກ​ກະ​ລໍ່າ​ປີ​ໄດ້ 23 ວັນ, ຕ້ອງ​ໄດ້​ກຽມພື້ນທີ່​ເພື່ອ​ປູກ ​ຊຶ່ງການກຽມດິນ​ຄວນ​ປະຕິບັດ​ດັ່ງນີ້:
ຄວນ​ໄຖ​ໃຫ້​ເລິກ 25-30 ຊັງ​ຕີ​ແມັດ, ຕາກ​ແດດ​ໄວ້​ປະມານ 5-7 ວັນ ​ແລ້ວ​ຄາດ​ໃຫ້​ລະອຽດ.
ໃສ່​ຝຸ່ນ​ຄອກ​ຮອງ​ພື້ນ​ໃນ​ອັດຕາ 0,5 ກິ​ໂລຕໍ່ 1 ຕາ​ແມັດ.
ເຮັດໜານສູງ 40-50 ຊັງ​ຕີ​ແມັດ, ລວງ​ກວ້າງ​ຂອງໜານ 50 ຊັງ​ຕີ​ແມັດ ສ່ວນ​ລວງ​ຍາວ​ແມ່ນ​ອີງ​ຕາມ​ເນື້ອທີ່.
ການບົງເບ້ຍ.
ການ​ປູກ​ກະ​ລໍ່າ​ປີນ​ອກລະດູ​ສາມາດ​ປູກ​ໄດ້​ຄື: ​ເລີ່​ມ​ແຕ່​ເດືອນ​ພຶດສະພາ ຫາ ​ເດືອນ​ກັນຍາ.
ເມື່ອ​ເບ້ຍ​ກະ​ລໍ່າ​ປີ​ອາຍຸ​ໄດ້ 25-30 ວັນ (ຫຼັງຈາກ​ກ້າ) ຕ້ອງ​ເອົາ​ໄປ​ປູກ, ການ​ປູກ​ແມ່ນ​ໃຊ້​ສຽມຂຸດ​ເປັນ​ຂຸມ​ຕາມໜານທີ່​ໄດ້​ກຽມ​ໄວ້ຂຸດ​ໃຫ້​ເລິກ 10-15 ຊັງ​ຕີ​ແມັດ, ຂຸດ​ເປັນ​ແຖວ​ສະຫຼຽງ, ​ໄລຍະ​ຫ່າງ​ລະຫວ່າງ​ຕົ້ນ ​ແລະ ​ແຖວ​ແມ່ນ 40 ຊັງ​ຕີ​ແມັດ.

ການບົວລະບັດຮັກສາ.

ການໃຫ້ນໍ້າ: ຖ້າ​ຝົນ​ບໍ່ຕົກ ຕ້ອງ​​ໄດ້​ໃຫ້​ນໍ້າ 1 ​ເທື່ອຕໍ່     ອາທິດ ຈະ​ໃຫ້​ຕາມ​ຮ່ອງ ຫຼື ຫົດ​ຕາມ​ຕົ້ນກໍ່​ໄດ້, ​ແລ້ວ​ແຕ່​ເງື່ອນ​ໄຂ (ການ​ໃຫ້​ນໍ້າ​ຕ້ອງ​ໃຫ້​ຢ່າງ​ພຽງພໍ ​ແຕ່​ບໍ່​ໃຫ້​ປຽກ​ເກີນ​ໄປ).
ການເສຍຫຍ້າພວນດິນ: ການ​ເສຍ​ຫຍ້າ​ແມ່ນ 7 ວັນ ຕ້ອງ​ເສຍ​ເທື່ອໜຶ່ງ, ວິທີ​ເສຍ​ຫຍ້າ​ຄວນ​ເອົາ​ເຂົ້າ​ໄປ​ຖົມ​ໂຄນ​ຕົ້ນຂອງ​ຜັກ​ກະ​ລໍ່າ​ປີ, ຄວນ​ເສຍ​ຫຍ້າ ​ແລະ ພວນ​ດິນ​ໄປ​ພ້ອມໆກັນ, ​ເມື່ອ​ຕົ້ນຜັກ​ກະ​ລໍ່າ​ປີ​ມີ​ໃບ​ໃຫຍ່​ປົກ​ຄຸມ​ດິນ​ແລ້ວ ບໍ່ຈຳ​ເປັນ​ຕ້ອງ​ເສຍ​ຫຍ້າ​ອີກ.
ການໃສ່ຝຸ່ນ: ການ​ໃສ່​ຝຸ່ນ​ຄວນ​ນຳ​ໃຊ້​ຝຸ່ນໝັກ ຫຼື ຝຸ່ນ​ຄອກ​ແຫ້ງ ​ແລະ ລະລາຍ​ຕົວ​ດີ​ແລ້ວ, ຄວນ​ແບ່ງ​ໃສ່ 2 ຄັ້ງ ຕໍ່ລະດູ​ການ​ຄື:
ຄັ້ງທີ 1: ​ໃສ່​ຮອງ​ພື້ນກ່ອນ​ປູກ ​ໂດຍ​ຫວ່ານ​ໃຫ້​ທົ່ວ​ບໍລິ​ເວນ​ພື້ນທີ່ ​ໃນ​ອັດຕາ​ສ່ວນ 0,5 ກິ​ໂລຕໍ່ຕາ​​ແມັດ ​ແລ້ວ​ຈຶ່ງຍົກໜານ.
ຄັ້ງທີ 2: ຫຼັງຈາກ​ປູກ​ໄດ້ 30 ວັນ ​ໃຫ້​ພວນ​ດິນ​ຫ່າງ​ຈາກ​ຕົ້ນ 10 ຊັງ​ຕີ​ແມັດ, ​ໂຮຍ​ຝຸ່ນ​ໃສ່​ໃນ​ອັດຕາ 100 ກຣາມຕໍ່ຕົ້ນ ຫຼື 0,5 ກິ​ໂລຕໍ່ຕາ​ແມັດ.
ພະຍາດ ​ແລະ ​ແມງໄມ້ທີ່ມັກພົບໃນການປູກກະລໍ່າປີ   ອກລະດູການ.
ພະຍາດ​ເບ້ຍ​ເປື່ອຍ: ວິທີ​ປ້ອງ​ກັນ​ຄື: ​ໃຊ້​ປູນ​ຂາວ​ຫວ່ານ​ໃຫ້​ທົ່ວໜານກ້າ​ເພື່ອ​ຂ້າ​ເຊື້ອ​ໂລກ ​ໃນ​ອັດຕາ 6 ກິ​ໂລຕໍ່40 ຕາ​ແມັດ ຫຼື ຫຼັງຈາກ​ຝົນຕົກ​ເຊົາ​ຕ້ອງ​​ເອົາ​ນໍ້າ​ທຳ​ມະ​ດາ​ລ້າງ​ນໍ້າ​ຝົນ​ອອກ ພ້ອມ​ທັງ​ເປີດ​ຕາໜ່າງມຸງໜານກ້າ​ອອກ.
ພະຍາດຫົວ​ເນົ່າ: ວິທີ​ປ້ອງ​ກັນ​ຄື: ຖ້າ​ພົບ​ເຫັນ​ຕົ້ນທີ່​ເປັນ​ພະຍາດຫົວ​ເນົ່າ​ໃຫ້​ຕັດ​ຖິ້ມ ​ເພື່ອ​ບໍ່​ໃຫ້​ຂະຫຍາຍ​ໄປ​ຫາ​ຕົ້ນອື່ນ.
ບົ້ງ​ໄຍຜັກ: ວິທີ​ປ້ອງ​ກັນ ​ແລະ ກຳຈັດ​ຄື: ການ​ປ່ອຍ​ແມງ​ໄມ້​ເປັນ​ປະ​ໂຫຍ​ດ​ເຂົ້າກຳຈັດ​ເຊັ່ນ: ​ແຕນ​ບຽນ.
ບົ້ງ​ເຈາະ​ຫົວ​ກະ​ລໍ່າ: ວິທີ​ປ້ອງ​ກັນ ​ແລະ ກຳຈັດ​ຄື: ສີດ​ສະໝຸນ​ໄພ​ຈາກ​ຂົມ​ກະ​ເດົາ ທຸກໆ 7 ວັນ.
ການເກັບກ່ຽວ: ອາຍຸ​ແຕ່​ເລີ່​ມກ້າ​ເບ້ຍ ຈົນ​ຮອດ​ເວລາ​ເກັບ​ກ່ຽວ​ແມ່ນ 90-120 ວັນ, ວິທີ​ການ​ສັງ​ເກດ​ກ່ອນ​ການ​ເກັບ​ກ່ຽວຄື: ​ໃຊ້​ມື​ບີບ​ເບິ່ງ​ຄວາມ​ແໜ້ນຂອງ​ຫົວ​ຜັກ​ກະ​ລໍ່າ ຖ້າ​ຫົວ​ໃດ​ຫາກ​ແໜ້ນ​ແມ່ນ​ເກັບ​ກ່ຽວ​ໄດ້.
ຜົນ​ໄດ້​ຮັບ: ​ໃນ​ເນື້ອທີ່ 1 ​ເຮັກຕາ ຈະ​ໃຊ້​ແນວ​ພັນ 625 ກຣາມ ​ແລະ ປູກ​ໄດ້ 62.500 ຕົ້ນ, ຜົນ

​ເຕັກນິກ​ການ​ປູກ​ກະ​ລໍ່າ​ປີ

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ