google-site-verification: google0d91bc93cfc88895.html ການ​ລ້ຽງ​ໄກ່​ເຫລືອງ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, February 26, 2015

ການ​ລ້ຽງ​ໄກ່​ເຫລືອງ

 
ການລ້ຽງໄກ່ເຫຼືອງ ໄກ່​ເຫລືອງ ລ້ຽ​ສັດ ວິ​ທີ​ລ້ຽງ​ໄກ່​ເລ​ຫືອງ ສະ​ຖານ​ທີ່​ລ້ຽງ​ໄກ່​ເຫລືອງ ຄອກ​ໄກ່​ເຫລຶອງ

ການ​ລ້ຽງ​ໄກ່​ເຫຼືອງ

ໄກ່​ເຫຼືອງ​ເປັນ​ພັນ​ທີ່​ລ້ຽງ​ງ່າຍ, ໃຫຍ່​ໄວ, ເໝາະ​ສົມ​ກັບ​ສະ­ພາບ​ດິນ​ຟ້າ ອາ­ກາດ​ຂອງ​ບ້ານ​ເຮົາຈຸດ​ພິ­ເສດ​ຂອງ​ໄກ່​ເຫຼືອງ​ໃຫ້​ໄຂ່​ຫຼາຍ​ກວ່າ​ໄກ່ລາດ, ສາ­ມາດ​ໃຫ້​ໄຂ່​ປະ­ມານ 150 ໜ່ວຍ​ຕໍ່​ປີ.

ການ​ເລືອກ​ສະ­ຖານ­ທີ່ ລ້ຽງ​ໄກ່​ເຫລືອງ

ຕ້ອງ​ເປັນ​ບ່ອນ​ຫ່າງ​ໄກ​ຈາກ​ຊຸມ​ຊົນ, ເປັນ​ບ່ອນ​ດິນ​ໂນນ​ນ້ຳ​ບໍ່​ຖ້ວມ, ສາມາດ​ລະ­ບາຍ​ນ້ຳ​ໄດ້​ດີ, ມີ​ຕົ້ນ­ໄມ້​ບັງ​ແດດ​ໃນ​ຕອນ​ທ່ຽງ, ມີ​ເດີ່ນ​ຫຍ້າ​ໃຫ້​ໄກ່ໄດ້​ຫາ​ກິນ, ເປັນ​ບ່ອນ​ທີ່​ມີ​ອາ­ກາດ​ປອດ­ໂປ່ງ​ບໍ່​ເຄີຍ​ເກີດ​ພະ­ຍາດ​ມາ​ກ່ອນ.

   1. ການ​ສ້າງ​ຄອກ​ໄກ່

   ຫຼັງ­ຄາ​ອາດ​ມຸງ​ດ້ວຍ​ຫຍ້າ​ຄາ, ສັງ­ກະ­ສີ ແລະ ຫຼັງ­ຄາ​ສູງ​ຢ່າງ​ນ້ອຍ 1,80 ແມັດ, ພື້ນ​ຄອກ​ຄວນ​ເອົາ​ຂີ້­ແກບ​ຂີ້​ເລື່ອຍ​ມາ​ໃສ່​ໃຫ້​ໜາ​ປະ­ມານ 5 ຊັງ​ຕີ​ແມັດ ເພື່ອ​ດູດ​ຊືມ​ນ້ຳ​ຈາກ​ຂີ້​ໄກ່​ເຮັດ​ໃຫ້​ພື້ນ​ຄອກ​ແຫ້ງ​ສະ­ອາດ​ດີ​ປ້ອງ​ກັນ​ພະ­ຍາດ.

   2. ການ​ຄັດ​ເລືອກ​ພໍ່​ແມ່​ພັນ ໄກ່​ເຫລືອງ

   ການ​ຄັດ​ເລືອກ​ໄກ່​ເຮັດ​ເປັນ​ພໍ່​ແມ່​ພັນ​ຕ້ອງ​ເລືອກ​ຈາກ​ພໍ່​ແມ່​ພັນ​ທີ່​ມີ​ລັກ ສະ​ນະ​ຄຸນ​ນະ​ສົມ­ບັດ​ຄື: ເລີ້ມ​ໄຂ່​ໄວ (ອາ­ຍຸ 23-28 ອາ­ທິດ) ໜ້າ​ຕາ ແຈ່ມ​ໃສ, ໂຕ​ໃຫຍ່, ຫອນ ແລະ ຕ້າງ​ສີ­ແດງ, ລ້ຽງ​ລູກ​ດີ, ພັກ​ໄຂ່​ເກ່ງ, ກະ ດູກ​ຜົ້ງ​ກົ້ນ​ກວ້າງ.
ສຳ­ລັບ​ພໍ່​ພັນ​ປະ­ສົມ​ພັນ​ເກ່ງ, ຄວນ​ປ່ຽນ​ພໍ່​ພັນ​ທຸກໆ 2 ປີ ຫຼີກ­ເວັ້ນ​ບໍ່​ໃຫ້​ພໍ່​ປະ­ສົມ​ພັນ​ກັບ​ລູກ​ມັນ​ເອງ.

   3. ການ​ອະ­ນຸ­ບານ​ໄກ່​ນ້ອຍ

   ໄກ່​ນ້ອຍ​ແຕກ​ໃໝ່​ຕ້ອງ­ການ​ອຸນ­ຫະ­ພູມ 36-37 ອົງ­ສາ, ເຮົາ​ຕ້ອງ​ເຮັດຄອກ​ອະ­ນຸ­ບານ​ໄກ່​ນ້ອຍ, ໂດຍ​ໃຊ້​ຝາ​ກະ­ແຕະ​ມາ​ຂົດ​ເປັນ​ວົງ­ມົນ​ກວ້າງ 1,20 ແມັດ, ສູງ 60 ຊັງ​ຕີ​ແມັດ ຫຼື ໃຊ້​ຈຳ­ພວກ​ໄມ້­ໄຜ່​ມາ​ເຮັດ​ເປັນ​ຄອກ, ໃສ່​ດອກ­ໄຟ 100 ວັດ 2-3 ດອກ​ຕໍ່​ໄກ່​ນ້ອຍ 100 ໂຕ, ຕ້ອງ​ໃຫ້​ນ້ຳ​ໄກ່ ນ້ອຍ​ບໍ່​ໃຫ້​ຂາດ.

   4. ອາ­ຫານ ແລະ ການ​ໃຫ້​ອາ­ຫານ

   ອາ­ຫານ​ໄກ່​ໄດ້​ມາ​ຈາກ 3 ແຫຼ່ງ​ຄື: ໄດ້​ຈາກ​ພືດ, ຈາກ​ສັດ ແລະ ຈາກແຮ່​ທາດ, ອາ­ຫານ​ໄກ່​ປະ­ກອບ​ດ້ວຍ 4 ທາດ​ໃຫຍ່ໆ​ຄື:
•  ທາດ​ພະ­ລັງ­ງານ: ແມ່ນ​ໄດ້​ມາ​ຈາກ​ສາ­ລີ, ຮຳ, ເຂົ້າ­ປຽນ, ຫົວມັນ­ຕົ້ນ ແລະ ຫົວ​ມັນ​ຕ່າງໆ.
•  ທາດ​ຊີ້ນ: ແມ່ນ​ໄດ້​ມາ​ຈາກ​ຊີ້ນ, ປາ, ແມງ­ໄມ້​ຕ່າງໆ ແລະ ພືດ​ຕະກຸນ​ຖົ່ວ​ຕ່າງໆ, ທາດ​ຊີ້ນ​ເຮັດ​ໃຫ້​ໄກ່​ຈະ­ເລີນ​ເຕີບ​ໂຕ.
•  ແຮ່​ທາດ: ໄດ້​ຈາກ​ຈຳ­ພວກ​ກະ­ດູກ​ໃຫ້​ແຂງ​ແກ່ນ, ສ້າງ​ປໍ້​ໄຂ່​ອີກດ້ວຍ, ນອກ​ນັ້ນ​ຍັງ​ເປັນ​ສ່ວນ​ປະ­ກອບ​ຂອງ​ທາດ​ຊີ້ນ, ເມັດ​ເລືອດ
ແລະ ແພ​ຈຸ​ລັງ​ຕ່າງໆ.
•  ທາດ​ວິ­ຕາ­ມິນ: ໄດ້​ມາ​ຈາກ​ຈຳ­ພວກ​ພືດ​ສີ­ຂຽວ ນອກ​ນັ້ນ​ຍັງ​ໄດ້ຈາກ​ນ້ຳ­ມັນ, ຕັບ​ສັດ, ຊີ້ນ​ປົ່ນ, ນ້ຳ​ນົມ

5. ພະ­ຍາດ

ພະ­ຍາດ​ນິວ​ຄາ​ເຊິນ: ແມ່ນ​ພະ­ຍາດ​ຮ້າຍ​ແຮງ​ເກີດ​ຈາກ​ເຊື້ອ​ໄວ​ຣັດ​ມັກ​ເກີດ​ກັບ​ໄກ່​ສະ­ເພາະ, ໄກ່​ທີ່​ເປັນ​ພະ­ຍາດ​ນີ້​ຈະ​ຕາຍ​ເຖິງ 80-100%, ອາ­ການ ທີ່​ສະ­ແດງ​ອອກ​ຄື ໄກ່​ຈະ​ຕາຍ​ຢ່າງ​ກະ­ທັນ­ຫັນ​ເປັນ​ຈຳ­ນວນ​ຫຼວງ­ຫຼາຍ​ໄກ່​ຈະ​ຈາມ, ຫາຍ­ໃຈ​ຍາກ, ອາ­ຈົມ​ເປັນ​ສີ­ຂຽວ​ແກມ​ເຫຼືອງ, ຮ່າງ­ກາຍ​ບາງ​ສ່ວນ ເປັນ​ອຳ­ມະ­ພາດ, ໄກ່​ໂຕ​ທີ່​ລອດ​ຕາຍ​ຈະ​ຄໍ​ບິດ​ຍ່າງ​ເປັນ​ວົງ­ວຽນ, ພະ­ຍາດ​ນີ້​ປົວ​ບໍ່​ໄດ້, ຕ້ອງ​ປ້ອງ​ກັນ​ດ້ວຍ​ວັກ​ຊິນ​ນິວ​ຄາ​ເຊີນ​ຄື: ວັກ​ຊີນ​ນິວ​ຄາ​ເຊີນ​ອາ­ຍຸ ອ່ອນ​ໃຊ້​ຢອດ​ດັງ, ຕາ­ໄກ່​ນ້ອຍ 2-3 ຢອດ (ສຳ­ລັບ​ໄກ່​ນ້ອຍ​ມີ​ອາ­ຍຸ 0-7ມື້) ແລະ ນິວ​ຄາ​ເຊີນ​ອາ­ຍຸ​ແກ່​ສັກ​ກ້າມ­ຊີ້ນ​ໄກ່​ອາ­ຍຸ 6 ອາ­ທິດ​ຂຶ້ນ​ໄປ, ຄຸ້ມ​ກັນ​ໄດ້ 1 ປີ ແລະ ສັກ​ຢາ​ປອ້ງ​ກັນ​ອະ­ຫິ​ວາ​ສັດ​ປີກ​ໃຫ້​ໄກ່ 6 ອາ­ທິດ​ຂຶ້ນ​ໄປ​ຄຸ້ມ​ກັນ​ໄດ້ 6 ເດືອນ.

ການລ້ຽງໄກ່ເຫຼືອງ ໄກ່​ເຫລືອງ ລ້ຽ​ສັດ ວິ​ທີ​ລ້ຽງ​ໄກ່​ເລ​ຫືອງ ສະ​ຖານ​ທີ່​ລ້ຽງ​ໄກ່​ເຫລືອງ ຄອກ​ໄກ່​ເຫລຶອງ


1 comment:

  1. ຢາກໄດ້ຂໍ້ມູນການລ້ຽງໄກ່ໄຫ້ຫລາຍກວ່ານິ ສູດການລ້ຽງ ຢາປ້ອງກັນ ຢ່າງລະອຽດ

    ReplyDelete

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ