google-site-verification: google0d91bc93cfc88895.html ກຽມຄວາມພ້ອມການຈັດຕັ້ງປະຕິບັດ ໂຄງການເຊື່ອມໂຍງໃນຂະແໜງກະສິກຳ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, February 20, 2015

ກຽມຄວາມພ້ອມການຈັດຕັ້ງປະຕິບັດ ໂຄງການເຊື່ອມໂຍງໃນຂະແໜງກະສິກຳ

ກຽມຄວາມພ້ອມການຈັດຕັ້ງປະຕິບັດ ໂຄງການເຊື່ອມໂຍງໃນຂະແໜງກະສິກຳ
ໂຄງການ​ເຊື່ອມ​ໂຍງ​ຄວາມອາດ​ສາມາດ ແລະ ສ້າງ​ເຄືອຂ່າຍ​ຄຸ້ມ​ຄອງ-ຫຼຸດຜ່ອນ​ຄວາມສ່ຽງ​ໄພພິບັດ ​ໃນ​ຂະແໜງ​ກະ​ສິກຳ ເປັນ​ໂຄງການ​ໜຶ່ງ​ທີ່​ປະຕິບັດ​ຕາມ​ຄຳ​ສັ່ງ​ແນະນຳ ຂອງ​ນາຍົກ​ລັດ​ຖະ​ມົນ​ຕີ ວ່າ​ດ້ວຍ​ວຽກ​ງານ 3 ສ້າງ ເນື່ອງ​ຈາກ​ສະພາບ​ດິນ​ຟ້າ​ອາກາດ​ມີ​ການ​ປ່ຽນແປງ ​ໂດຍ​ສະເພາະ ບັນດາ​ແຂວງ​ພາກ​ເໜືອ​ພາກ​ກາງ ແລະ ພາກ​ໃຕ້ ສະເພາະ​ລະດູຝົນ ໃນ​ປີ 2013 ທີ່​ຜ່ານ​ມາ​ ໄດ້​ມີ​ພາຍຸ​ຫຼາຍ​ຫົວ​ພັດ​ຜ່ານ​ປະເທດ​ເຮົາ ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ການ​ຜະລິດເຂົ້າ​ໃນ​ລະດູຝົນ ສ້າງ​ຄວາມ​ເສຍ​ຫາຍ​ຫຼາຍ​ພໍ​ສົມຄວນ ໂດຍ​ສະເພາະ ເນື້ອທີ່​ການ​ຜະລິດ​ກະສິກຳ ແລະ ຜົນ​ກະທົບ​ອື່ນໆ​ຫຼາຍ​ຢ່າງ ໃຫ້​ແກ່​ການ​ປູກຝັງ-ສັດລ້ຽງ ແລະ ຊາວ​ກະສິກອນ.
ກະຊວງ​ກະສິກຳ ແລະ ປ່າໄມ້ ພາຍ​ໃຕ້​ການ​ສະໜັບສະໜູນ​ຂອງ FAO ໄດ້​ສ້າງ​ເປັນ​ແຜນ​ປະຕິບັດງານ​ການ​ຄຸ້ມ​ຄອງ ຫຼຸດຜ່ອນຄວາມ​ສ່ຽງ​ຈາກ​ໄພພິບັດ ແຕ່​ນີ້ຮອດປີ 2016 ເຊິ່ງ​ເປັນ​ເອກະສານ​ພື້ນຖານ ​ໃນ​ການຈັດຕັ້ງ​ປະຕິບັດ​ໂຄງການ​ຕ່າງໆ ແລະ ເພື່ອຍາດ​ແຍ່ງ​ການ​ຊ່ວຍເຫຼືອ​ຈາກ​ຜູ້ໃຫ້​ທຶນ.
ເພື່ອ​ກຽມ​ໃກ້​ແກ່​ໂຄງການດັ່ງກ່າວ ຈຶ່ງ​ໄດ້​ຈັດ​ກອງ​ປະຊຸມປຶກສາ​ຫາລື​ເຜີຍແຜ່​ການ​ອອກແບບ ແລະ ວາງ​ແຜນ​ໂຄງການສ້າງ​ຄວາມ​ເຂົ້າໃຈ​ເປັນ​ເອກະພາບ​ກັນ​ ກ່ຽວ​ກັບວິໄສ​ທັດ ເປົ້າໝາຍ​ບົດບາດ ແລະ ຄວາມ​ຮັບຜິດ​ຊອບ ເພື່ອ​ຄວາມ​ເປັນ​ເອກະພາບ​ກັນ​ໃນ​ການຈັດຕັ້ງ​ປະຕິບັດໂຄງການ.
ກອງ​ປະຊຸມ​ໃນ​ຄັ້ງ​ນີ້​ ໄດ້​ຈັດຂຶ້ນ​ໃນ​ວັນ​ທີ 12 ກຸມພາ 2015 ທີ່​ໂຮງແຮມ​ວຽງ​ຈັນ​ພລາ​ຊາ ນະຄອນ​ຫຼວງ​ວຽງ​ຈັນ ໂດຍ​ມີ​ທ່ານ ໄຊ​ປລາ​ເດດ ຈຸ​ລະ​ມະນີ ຫົວໜ້າກົມ​ແຜນການ ແລະ ການ​ຮ່ວມ​ມື ກະຊວງ​ກະສິກຳ ແລະ ປ່າໄມ້ ທ່ານ ​ດຣ. Stetphen Rudgard ຜູ້ຕາງໜ້າ​ອົງການ​ອາຫານ ແລະ ການ​ກະເສດ ປະຈຳ​ລາວ (FAO) ພ້ອມ​ນີ້​ມີ​ບັນດາ​ທ່ານ​ຮອງ​ຫົວໜ້າກົມ ຄະນະ​ພະ​ແນກ​ກະສິກຳ ແລະ ປ່າໄມ້ 3 ແຂວງຄື: ແຂວງ​ຄຳ​ມ່ວນ ສະຫວັນ​ນະ​ເຂດ ແລະ ແຂວງ​ຈຳປາ​ສັກ ແລະ ພາກສ່ວນ​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ