google-site-verification: google0d91bc93cfc88895.html ບົດ​ຄວາມ ດອກໄມ້ ທີ່ເປັນເອກະລັກຂອງຊາດ ແລະ ຊາວພຸດລາວ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Saturday, September 03, 2016

ບົດ​ຄວາມ ດອກໄມ້ ທີ່ເປັນເອກະລັກຂອງຊາດ ແລະ ຊາວພຸດລາວ

ບົດ​ຄວາມ ດອກໄມ້ ທີ່ເປັນເອກະລັກຂອງຊາດ ແລະ ຊາວພຸດລາວ
ບົດ​ຄວາມ ດອກໄມ້ ທີ່ເປັນເອກະລັກຂອງຊາດ ແລະ ຊາວພຸດລາວ

ຊາດລາວເຮົາ ມີຮີດຄອງປະເພນີອັນດີງາມ ສືບເນື່ອງກັນມາຕັ້ງແຕ່ບູຮານນະການແລະ ຊາວລາວເຮົາ ສ່ວນໃຫຍ່ກໍເປັນຊາວພຸດ ນັບຖືເອົາພະທຳຄຳສອນຂອງພະສຳມາສຳພຸດທະເຈົ້າ ເປັນສິນທຳປະຈຳໃຈ ໃນການໃຊ້ຊີວິດຢູ່ຮ່ວມກັນ ເພ່ືອກໍ່ໃຫ້ເກີດຄວາມສາມັກຄີ ຄວາມຮັກຊາດ ແພງເຊື້ອ, ມີຄວາມເມດຕາກະລຸນາເພ່ືອກໍ່ໃຫ້ ເກີດຄວາມສະຫງົບສຸກ ບໍ່ຮຸກຮານ ຫຼື ບຽດບຽນເຊ່ິງກັນ ແລະ ກັນ, ມີຄວາມດຸໝ່ັນ ຂະຫຍັນພຽນຊື່ສັດ ໃນການປະກອບອາຊີບ, ມີຮີດສິບສອງຄອງສິບສີ່ ໃຫ້ຍຶດຖືເປັນຫຼັກປະຕິບັດສືບຕໍ່ກັນມາຕັ້ງແຕ່ບູຮານ ຈົນເຖິງເທົ້າທຸກວັນນີ້. ຮີດສິບສອງຄອງສິບສ່ີ ກໍປຽບເໝືອນເປັນກົດລະບຽບ ຫຼື ກົດໝາຍອັນໜ່ຶງ ທ່ີຊາວພຸດທັງຫຼາຍ ລວມເຖິງ ຊາວລາວທ່ີຖືສາສະໜາພຸດ ຍຶດຖືເປັນຫຼັກປະຕິບັດຄວບຄຸມຄວາມປະພຶດໃນການຢູ່ຮ່ວມກັນໃນສັງຄົມ ຢ່າງມີໄມຕີຈິດມິດ ຕະພາບອັນດີງາມຕໍ່ກັນ. ຄວາມປະພຶດ ທ່ີຮຽບຮ້ອຍຈົບງາມແລະ ມີສິນທຳປະຈຳໃຈ ເປັນປັດໃຈທ່ີສຳຄັນທ່ີກໍ່ໃຫ້ເກີດ ວັດທະນະທຳອັນດີງາມປະຈຳຊາດ. ໃນທາງສາສະໜາ ຢູ່ໃນລາວມີວັນທ່ີເປັນເຫດການສຳຄັນຕ່າງໆ ເຊ່ິງໝາຍເຖິງຮີດສິບສອງ ທ່ີຊາວລາວເຮົາໄດ້ປະຕິບັດສືບເນ່ືອງມາ ເຊ່ັນ: ວັນບຸນຄູນກອງເຂົ້າ,ບຸນປີໃໝ່ລາວ, ບຸນວິສາຂະບູຊາ, ບຸນມາຄະບູຊາ, ລ້ຽງຫໍເຈົ້າບ້ານ, ບຸນບັ້ງໄຟ,ບຸນພະເຫວດ, ບຸນເຂົ້າພັນສາ ແລະ ອອກພັນສາ, ບຸນ ຫໍ່ເຂົ້າ ປະດັບດິນ , ບຸນຫໍ່​ເຂົ້າ​ສະ​ຫລາກ ສະຫາຼກແລະ ອ່ືນໆ ຂຶ້ນຕາມແຕ່ລະທ້ອງຖ່ິນ. ເຫດການສຳຄັນ ຈຳນວນໜ່ຶງ ຈະໄດ້ຍົກຂຶ້ນມາພັນລະນາໃນໜັງສືເຫຼັ້ມນີ້ ເພ່ືອໃຫ້ເຫັນໄດ້ຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມ
ຂອງຊາດລາວເຮົາ ເຊ່ິງເປັນສິ່ງທ່ີເກ້ຍກ່ອມໃຫ້ຄົນທັງຊາດ ໂດຍສະເພາະ ຄົນລຸ້ນຫຼັງໄດ້ພູມໃຈ, ເຊີດຊູກຽດຢ່າງສົມສັກສີ ແລະ ປະຕິບັດສືບຕໍ່ໆກັນໄປ. ໃນເຫດການສຳຄັນໆນີ້ ຊາວລາວເຮົາໄດ້ນຳໃຊ້ດອກໄມ້ຫຼາກຫຼາຍຊະນິດ ເຊິ່ງອາດແຕກຕ່າງກັນໄປຕາມແຕ່ລະທ້ອງຖິ່ນ ແລະ ຕາມສະໃໝ ເຊິ່ງຜູ້ຂຽນໄດ້ພະຍາຍາມຮິບໂຮມ.ນອກຈາກນັ້ນ ກ່ໍຈະໄດ້ກ່າວເຖິງສິ່ງທີ່ເປັນສັນຍາລັກ ຫຼື ເອກະລັກທ່ີພົວພັນກັບສາສະໜາພຸດ ແລະ ເປັນເອກະລັກຂອງຊາດລາວເຮົາ. ຜູ້ຮຽບຮຽງ ຫວັງວ່າໜັງສືເຫລັ້ມນີ້ ຈະເປັນ ປະໂຫຍດພໍສົມຄວນໃນຄວາມເຂົ້າໃຈຕໍ່ກັບຮີດ ຄອງປະເພ ນີອັນງາມຂອງຊາດລາວເຮົາ ໂດຍສະເພາະ ຄົນລຸ້ນຫຼັງ ນອກຈາກຈະມີຄວາມເຂົ້າໃຈແລ້ວຍັງຈະເຫັນໄດ້ເຖິງບາງ ວິທີປະຕິບັດ ການຫ້າງຫາກະກຽມໃສ່ວັນສຳຄັນຕ່າງໆ ເຫຼ່ົານັ້ນດ້ວຍ

http://hukased.blogspot.com/2016/09/blog-post_3.html
http://hukased.blogspot.com/2016/09/blog-post_3.html

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ