google-site-verification: google0d91bc93cfc88895.html ຕົ້ນກຸງ [Ton Koung] Dipterocarpus tuberculatus - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Saturday, September 10, 2016

ຕົ້ນກຸງ [Ton Koung] Dipterocarpus tuberculatus

 http://hukased.blogspot.com/2016/09/ton-koung-dipterocarpus-tuberculatus.html

ຕົ້ນກຸງ [Ton Koung]

ຊື່ວິທະຍາສາດ: Dipterocarpus tuberculatus

ຕົ້ນກຸງ ແມ່ນພັນໄມ້ທີ່ມີເຊື້ອສາຍລາຍລ່ອງດຽວກັບຕົ້ນຍາງ, ຕົ້ນຈິກ, ຕົ້ນຮັງ, ຕົ້ນຕະແບງ, ຕົ້ນຊີ,…ດັ່ງນີ້ເປັນຕົ້ນ. ຕົ້ນກຸງ ເປັນຕົ້ນໄມ້ທີ່ຕິດພັນກັບຊີວິດປະຈຳວັນຂອງຄົນລາວທົ່ວໄປຫຼາຍສົມຄວນໃນສະໄໝກ່ອນ ແຕ່ໃນປະຈຸບັນນີ້ ຄົນລຸ້ນ ໃໝ່ ສ່ວນຫຼາຍ ບໍ່ຮູ້ຈັກເສຍແລ້ວ ນອກຈາກວ່າແມ່ນຄົນລຸ້ນໃໝ່ ທີ່ຍັງຕິດພັນກັບຊົນນະບົດແດ່.ຕົ້ນກຸງມີບາງລັກສະນະທີ່ ຊ່ວຍ ໃນການຈຳແນກອອກຈາກເພື່ອນໆຮ່ວມຕະກຸນດຽວໄດ້ເປັນບາງຈຸດ ດັ່ງໄມ້ກຸງເປັນໄມ້ຢືນຕົ້ນຂະໜາດກາງ ຫາຂະ ໜາດ ໃຫຍ່, ສູງແຕ່ 20 ຫາ30 ມ, ລຳຕົ້ນຕັ້ງຊື່, ເປັນທໍ່ກົມ, ສີໝົ່ນ ຫຼື ສີໝົ່ນອອກດຳ, ມີຮອຍແຕກເຫີບເປັນຮ່ອງເລິກ ຕາມ ລວງ ຍາວ, ງ່າຊັນຂຶ້ນແຕ່ເປັນງ່າເລັກງ່ານ້ອຍ ຄົດໆໂງໆ. ໃບ ເປັນໃບດ່ຽວ,ຂະໜາດໃຫຍ່, ລວງກວ້າງຮອດ 30 ຊມ, ລວງ ຍາວ 35-40 ຊມ, ແຜ່ນໃບຫຍາບ,ກ້ຽງ ຫຼື ມີຂົນຫ່າງໆ, ຕີນໃບວຳ້ເປັນຮູບຫົວໃຈ, ໃບອອ່ນ ອອກສີນຳ້ຕານ ແກມສີແດງ, ໃບແກ່ສີຂຽວອ່ອນແກມສີເຫຼືອງອ່ອນໆ. ຕົ້ນໄມ້ກຸງ ເປັນໄມ້ຜັດປ່ຽນໃບ, ໃບລົ່ນໄລຍະສັ້ນໆ, ຍອດອ່ອນປົ່ງ ໃໝ່ ມີກາບສີ ເທົາຫຸ້ມໄວ້, ກາບມີຂົນສັ້ນໆ. ດອກອອກເປັນຊໍ່ສັ້ນ ອອກຕາມຫຼືບໃບ ຫຼື ປາຍກິ່ງ, ດອກມີ ສີມ່ວງອົມສີແດງ ຫາສີບົວແກມ ສີມ່ວງ,ແຄມຂອງກີບດອກເປັນສີຂາວໄຂ່, ທັງໝົດກີບດອກ ຈັບວຽນກັນ ເຮັດໃຫ້ມີຄວາມສວຍງາມ ພິເສດ. ເມື່ອເປັນ ໝາກໆ ມີປີກ, ປີກຍາວ 2 ປີກ, ປີກສັ້ນພໍເຫັນເປັນຕິ່ງ3ປີກ,ປີກຍາວສີບົວອ່ອນແກມສີແດງອ່ອນ, ມີກ່າງກາງ 1 ກ່າງ ແລະ ກ່າງຂ້າງ2ກ່າງ.ຕົ້ນກຸງເກີດໃນປ່າໂຄກມີໄມ້ຜັດປ່ຽນໃບທີ່ມີພືດພັນຕະກຸນຕົ້ນຍາງເປັນຈຳນວນເດັ່ນ,ພົບປະປົນກັບພັນໄມ້ອື່ນ ຫຼື ບາງຄັ້ງກໍ່ພົບແຕ່ໄມ້ພັນນີ້ລ້ວນໆ, ພົບຢູ່ເຂດຕ່ຳຈົນເຖິງບ່ອນທີ່ມີລະດັບຄວາມສູງ 1300 ມ ໃນ ປະເທດ ບັງກະລາເທດ, ມ່ຽນມ້າ, ໄທ, ຫວຽດນາມ, ກຳປູເຈຍ ແລະ ລາວ. ຊິ້ນສ່ວນທີ່ຖືກນຳໃຊ້ ແມ່ນໃບຊຶ່ງເພິ່ນເອົາ ໃຊ້ຫໍ່ເຄື່ອງໄດ້ທຸກຢ່າງນັບທັງ ອາ ຫານການກິນໃນສະໃໝກ່ອນ ແຕ່ໃນປະຈຸບັນໄດ້ເຊົາໃຊ້ແລ້ວແລະ ທົດແທນດ້ວຍແຜ່ນເຈ້ຍ ຫຼື ຖົງເຈ້ຍ ຫຼື ຖົງຢາງປລັດ ສະຕິກ,…. ດັ່ງນີ້ເປັນຕົ້ນ.ນອກນັ້ນ ການສານໃບຕອງກຸງ ເປັນແຜ່ນເພື່ອມຸງເຮືອນ ແລະ ເຮັດຝາຂັ້ນຫ້ອງ ກໍຍັງມີຢູ່ໃນຊົນນະ ບົດຢູ່. ສ່ວນວ່າໄມ້ ຊຶ່ງເປັນໄມ້ເນື້ອແຂງທົນທານ ຕໍ່ມອດແມງສົມຄວນເພິ່ນນຳໃຊ້ເຂົ້າໃນການກໍ່ສ້າງບ້ານເຮືອນ, ເຮັດໄມ້ອັດ ທີ່ມີ ລວດລາຍງາມພໍສົມຄວນສຳລັບໃຊ້ໃນການຕົບແຕ່ງພາຍໃນ. ສຸດທ້າຍ ຂີ້ຕົກທີ່ມາຈາກນ້ຳມັນຂອງພັນໄມ້ ຊະນິດນີ້ ຊຶ່ງ ຕົກຫລົ່ນຈາກຕົ້ນໄມ້ກຸງເອງ ເພິ່ນເອົາມາໃຊ້ຢາເຮືອ ແລະ ປະສົມກັບ ນຳ້ມັນຢາງແລະ ເສດໄມ້ໂດກ ເຮັດໃຫ້ມຸ່ນ ເພື່ອເຮັດ ກະບອງສຳລັບໄຕ້ຈົນຮອດເທົ່າທຸກວັນນີ້.
http://hukased.blogspot.com/2016/09/ton-koung-dipterocarpus-tuberculatus.html
ຕົ້ນກຸງ [Ton Koung] Dipterocarpus tuberculatus

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ