google-site-verification: google0d91bc93cfc88895.html ເຄືອ ຢານາງ [Kheua Ya Nang] Tiliacora triandra - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Saturday, September 03, 2016

ເຄືອ ຢານາງ [Kheua Ya Nang] Tiliacora triandra

http://hukased.blogspot.com/2016/09/kheua-ya-nang-tiliacora-triandra.html

ເຄືອ ຢານາງ [Kheua Ya Nang]
ຊື່ວິທະຍາສາດ: Tiliacora triandra

ເຄືອຢານາງ ຊຶ່ງເປັນພືດທີ່ນອນໃນຕະກຸນດຽວກັນກັບ ເຄືອ ໝໍ້ນ້ອຍ, ເຄືອເຂົາຮໍ ດັ່ງນີ້ເປັນຕົ້ນ. ຕິດພັນກັບ ວິຖີຊີວິດຂອງຄົນລາວມາແຕ່ຊ້ານານ. ລໍາຕົ້ນເປັນເຄືອກົມ ສີຂຽວຊ້ຳ, ຂະໜາດນ້ອຍ, ໝັ້ນໜຽວ ແລະ ທົນທານ, ກ້ຽວພັນຕາມຕົ້ນໄມ້ອື່ນຢ່າງສົນລະວົນຢູ່. ກະຈາຍພັນຢູ່ທຸກປະເທດໃນເຂດເອເຊຍຕາວັນອອກສ່ຽງໃຕ້. ມັກ ເກີດຢູ່ຕາມປ່າດົງດິບ, ປ່າປ່ຽນໃບ, ປ່າໂຄກ ແລະ ປ່າປະສົມ.ໃບຢານາງ ເປັນໃບດ່ຽວ ອອກສີຂຽວ, ຈັບສະຫຼັບກັນ, ມີຮູບໄຂ່, ປາຍໃບແຫຼມ,ຂອບໃບລຽບ. ດອກອອກເປັນຊໍ່ຢູ່ຕາມເຄືອ ຫຼື ຫຼືບກ້ານໃບ. ແມ່ນດອກແຍກເພດຢູ່ຕ່າງຕົ້ນ, ບໍ່ມີກີບດອກ. ໝາກ ເປັນຮູບກົມຂະໜາດນ້ອຍ ປະມານຂະໜາດຂອງໝາກແຄ້ງຂົມ, ໝາກອ່ອນ ມີສີຂຽວ ເວລາສຸກເປັນສີແດງຊໍ້າ. ດອກ ແລະ ໝາກອອກລະຫວ່າງເດືອນເມສາ. ນໍ້າ ຄັ້ນຈາກໃບຢານາງມີສີຂຽວເຂັ້ມຍ້ອນມີທາດສານກຼໍລໍຟີນ (Chlorophyll) ຊຶ່ງຊາວລາວຮູ້ນຳໃຊ້ມາແຕ່ສະໄໝບູຮານໂດຍນຳມາແກງໃສ່ໜໍ່ໄມ້, ແກງໃສ່ໜໍ່ຫວາຍ ແລະ ຄັ້ນປະສົມກັບໃບໝໍນ້ອຍ ອັນເຮັດໃຫ້ອາຫານເຍື່ອງນັ້ນມີລົດຫວານອ່ອນໆ ທີ່ເປັນເອກກະລັກ. ນອກນັ້ນ ເພິ່ນຍັງໃຊ້ຕົ້ນຢານາງເປັນຢາປົວພະຍາດຫຼາຍຢ່າງອີກ ດັ່ງ ຮາກຢານາງ ນຳມາຕົ້ມແກ້ໄຂ້ຮ້ອນ,ປົວໄຂ້ມາລາເລຍ.ເຄືອຢານາງໃຊ້ເປັນຢາເຢັນ ປົວອາການຕານເຕັ້ນຕາມຕົນໂຕ.ນໍ້າຄັ້ນຈາກໃບຢານາງ ໃຊ້ເປັນຢາແຜນບູຮານທີ່ມະຫັດສະຈັນ(ຈາກການວິໄຈຂອງນັກວິຊາການສາທະລະນະສຸກປະເທດໄທ, 2008) ເພາະສາມາດປົວພະຍາດໄດ້ຫຼາຍຢ່າງໂດຍການດື່ມນ້ຳຢານາງວັນໜຶ່ງ 3 ເທື່ອກ່ອນ ຫຼື ຫຼັງອາຫານຕິດຕໍ່ກັນເປັນເວລາໜຶ່ງ
ເດືອນເຮັດໃຫ້ອາການເຈັບປ່ວຍເນື່ອງຈາກພະຍາດຫຼາຍຢ່າງເບົາບາງລົງ, ພະຍາດທີ່ກ່ຽວຂ້ອງ ແມ່ນ ມະເຮັງປອດ, ມະເຮັງຕັບ, ມະເຮັງມົດລູກ, ເນື້ອງອກໃນມົດລູກ, ເບົາຫວານແລະຄວາມດັນເລືອດສູງ, ຂັບສານພິດໃນເລືອດ, ປະຈໍາເດືອນມາບໍ່ປົກກະຕິ,ໂລກພູມແພ້ ແລະ ປວດຕາມຮ່າງກາຍ.ຍັງມີການນຳໃຊ້ຢານາງໃນດ້ານເຄື່ອງສຳອາງອີກ ມີການເຊື່ອວ່ານ້ຳຄັ້ນຈາກໃບຢານາງທາຕາມໜັງຫົວເປັນປະຈຳຈະເຮັດໃຫ້ຜົມປົ່ງ ແລະ ອ່ອນນຸ້ມ
ຊົງຄວາມສວຍງາມອີກດ້ວຍ.
เพิ่มคำอธิบายภาพ


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ