ຕົ້ນໝາກຈອງ, ໝາກຈອງບານ [Ton Mak Chong, Ton Mak Chongbane]
ຊື່ວິທະຍາສາດ: Scaphium macropodium
ຊື່ທົ່ວໄປ ເປັນພາສາອັງກິດ: Malva nut tree
ຕົ້ນໝາກຈອງ ຫຼື ໝາກຈອງບານ ເປັນໄມ້ຢືນຕົ້ນຂະໜາດໃຫຍ່, ມີເຊື້ອສາຍດຽວກັນກັບບັນດາຕົ້ນປໍຈຳນວນໜຶ່ງ ດັ່ງ ປໍແດງ, ປໍແກ້ວ, ກົກສົ້ມໂຮງ,.. ດັ່ງນີ້ເປັນຕົ້ນ ແຕ່ກໍແມ່ນຊະນິດທີ່ໃຫຍ່ກວ່າໝູ່ໃນຕະກຸນດຽວກັນ. ຕົ້ນໝາກຈອງບານເປັນຕົ້ນຊື່, ຮຽວ,ສູງ 30-45 ມ, ເສັ້ນຜ່າກາງລຳຕົ້ນ 80-100 ຊມ, ແຕກງ່າຢູ່ປາຍຕົ້ນ ອ່າວຫຼາຍກວ່າຢູ່ ສ່ວນລຸ່ມຂອງຕົ້ນ. ໃບຂອງພືດຊະນິດນີ້ ມີຈຸດພິເສດທາງດ້ານຮູບຊົງ ຍ້ອນມີຮູບຊົງ 3 ແບບແຕກຕ່າງກັນຕາມໄວຂອງຕົ້ນ ດັ່ງ ເວລາເປັນຕົ້ນອ່ອນໃບເປັນຮູບ 5 ແຊກເຫວີອອກຄືຝາມືນີ້ລະ, ແຜ່ນໃບໃຫຍ່ ກ້ານໃບກໍ່ຍາວອີກດ້ວຍ ທັງແຜ່ນໃບ ທັງກ້ານສາມາດຍາວຮອດ 1 ມ ພຸ້ນ. ເມື່ອຕົ້ນຫາກເລີ້ມແກ່ ໃບພັດປ່ຽນເປັນຮູບ 3 ແຊກ, ຂະ ໜາດພໍປານໆເກົ່າ, ເມື່ອຕົ້ນແກ່ເຕັມໄວ ໃບບໍ່ເປັນແຊກອີກແລ້ວ ແຕ່ເປັນຮູບສ້ວຍ,ຕີນໃບວຳ້ ຮູບຫົວໃຈ, ປາຍໃບຍາວ ຄືປາຍດາບນີ້ລະ ແຕ່ຂະໜາດຫຼຸດເກົ່າປະມານ4 ຫາ 6 ເທົ່າ. ຕົ້ນໄມ້ຊະນິດນີ້ເປັນຕົ້ນສູງ, ການຕິດຕາມດອກເປັນໄປໄດ້ຍາກ,ດອກນ້ອຍ ຈັດລຽນກັນ ເປັນພົ້ວຖີ່ໆ, ບໍ່ມີກີບດອກ ແຕ່ສິ່ງທີ່ແນມເຫັນເດັ່ນກວ່າໝູ່ແມ່ນ ກາບດອກຊຶ່ງອອກສີຂຽວອ່ອນໆປົນແຊກແດງຢູ່ດ້ານໃນ. ໝາກ ມີປີກເປັນແຜ່ນບາງ ກົ່ງເປັນໂກບຄ້າຍຈ້ອງປົກບັງໝາກໄວ້, ເມື່ອໝາກແກ່ໃກ້ຈະຫລົ່ນປີກນັ້ນ ກໍ່ພັບແປເຂົ້າກັນ, ເປັນຮູບສ້ວຍຮຽວປາຍ, ປີກນີ້ເຮັດໃຫ້ໝາກປິວໄປໄດ້ໄກໝາກ ມີສີຂຽວ, ບາດເວລາແຫ້ງ ມີສີນຳ້ຕານ. ຕົ້ນໝາກຈອງສາມາດໃຫ້ໝາກໄດ້ເມື່ອອາຍຸຮອດ 10-15 ປີຂຶ້ນໄປເທົ່ານັ້ນ. ຊຳ້ບໍ່ພໍ ມັນບໍ່ໄດ້ອອກດອກທຸກປີອີກ, ມັນຈະຂັ້ນ 3 ຫາ 5 ປີ. ເມື່ອເຮົາແຊ່ໝາກແຫ້ງ ນວນທີ່ເປັນເສັ້ນໄຍສີນ້ຳຕານກໍ່ບານພຸຂຶ້ນ, ດັ່ງນັ້ນ ເພິ່ນຈຶ່ງເອີ້ນພືດຊະນິດນີ້ວ່າໝາກຈອງບານ ເພື່ອຈຳແນກອອກຈາກໝາກຈອງທີ່ເກີດຢູ່ບັນດາປະເທດໃນເຂດອົບອຸ່ນ ແລະ ຖືກນຳມາປູກຢູ່ພາກເໜືອຂອງລາວໂດຍສະເພາະຢູ່ໃນທ້ອງຖິ່ນຊຽງຂວາງ ຊຶ່ງຢູ່ຕະກຸນຕ່າງກັນເລີຍ.ຕົ້ນໝາກຈອງບານ ເກີດຢູ່ປ່າດົງດິບ ແລະ ປ່າປະສົມຕາມເປີ້ນພູ, ຕາມແຄມຫ້ວຍ,ບ່ອນທີ່ມີຄວາມສູງແຕ່ 400 ມ ຂຶ້ນໄປ ແລະໃນດິນສົມບູນ. ຕົ້ນໄມ້ຊະນິດນີ້ພົບ ເປັນກຸ່ມທຳມະຊາດໃນປະ ເທດລາວ, ມ່ຽນມ້າ, ໄທ, ພາກກາງຫວຽດນາມ,ກຳບູເຈຍ, ອິນໂດເນເຊຍ, ມາເລເຊຍ, ສິງກະໂປ ແລະບຼູໄນ. ສະ ເພາະຢູ່ໃນລາວເພິ່ນພົບເຫັນແຕ່ຢູ່ພາກໃຕ້ ດັ່ງໃນແຂວງຈຳປາສັກ,ເຊກອງ, ອັດຕະປື ແລະສາລະວັນເທົ່ານັ້ນ ແລະ ປະເທດລາວກໍ່ເປັນຜູ້ຈຳໜ່າຍ ໝາກຈອງບານລາຍໃຫ່ຍກວ່າໝູ່ຢູ່ໃນໂລກດ້ວຍ. ແຕ່ຜ່ານມາ ການຂຸດຄົ້ນ ໝາກຈອງບານຂອງຊາວບ້ານເກີນຂອບເຂດ ແລະ ແບບດັບສູນ ອັນໄດ້ເຮັດໃຫ້ພັນໄມ້ຊະນິດນີ້ສ່ຽງຕໍ່ການສູນ ພັນ. ໝາກຈອງເຕີບໂຕຊ້າຫຼາຍທີ່ສຸດ ຊຳ້ພັດເປັນຕົ້ນໃຫຍ່ອີກ, ເວລາຈະເກັບເອົາໝາກຊາວບ້ານມັກຈະຕັດຕົ້ນລົງໂລດ. ດີແຕ່ວ່າ ໃນທຳມະຊາດເບ້ຍຂອງພັນໄມ້ຊະນິດນີ້ເກີດຫຼາຍຢູ່ອ້ອມໆຕົ້ນແມ່ ແຕ່ກວ່າເບ້ຍຈະໃຫຍ່ຈົນໃຫ້ໝາກໄດ້ນັ້ນ ມັນໃຊ້ເວລາກວ່າໄມ້ຊະນິດອ່ືນຫຼາຍ. ຊິ້ນສ່ວນທີ່ເພິ່ນນຳໃຊ້ແມ່ນ ໝາກແຫ້ງເອົາມາແຊ່ນຳ້ ແລ້ວ
ແຍກເອົານວນ ຊຶ່ງເປັນເສັ້ນໄຍສີນ້ຳຕານ. ນວນຂອງໝາກຈອງນີ້ບັນຈຸທາດສານເປັນປະໂຫຍດຫຼາຍຢ່າງ ເຊັ່ນໂປຼເຕອີນ, ເກືອແຮ່ຈ່ານຈຳນວນໜຶ່ງ, ວິຕາມິນ B1 ແລະວິຕາມິນ B2. ນວນປະສົມໃນນ້ຳ ໃຊ້ເປັນຢາເຢັນ ແລະ ປົວພະຍາດໄດ້ຫຼາຍຢ່າງ.ສູດຢາພື້ນເມືອງຈີນໄດ້ນຳໃຊ້ໝາກຈອງເປັນຢາມາໄດ້ຫຼາຍສັດຕະວັດແລ້ວແລະ ປະ ເທດຈີນ ກໍ່ເປັນຜູ້ຊື້ລາຍໃຫຍ່ຂອງໂລກແຕ່ນັ້ນມາ. ໃນໄລຍະຫຼັງໆມານີ້ຢູ່ປະເທດໄທ ກໍໄດ້ມີການປຸງແຕ່ງເປັນເຄື່ອງດື່ມສຳເລັດຮູບໃສ່ກະປອ໋ງໃນຊື່ (ນ້ຳສຳຣອງ). ສຳລັບຊາວລາວພາກໃຕ້ ຍັງນຳໃຊ້ນວນທີ່ແຊ່ແລ້ວປຸງແຕ່ງອາຫານແລະ ນ້ຳຫວານຊຶ່ງເປັນສູດເອກກະລັກຂອງຊາວລາວພາກໃຕ້ອີກດ້ວຍ.
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ