google-site-verification: google0d91bc93cfc88895.html ບຸນຫໍ່ເຂົ້າປະດັບດິນ [Horkhao] horkhao pha dup din - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Sunday, September 04, 2016

ບຸນຫໍ່ເຂົ້າປະດັບດິນ [Horkhao] horkhao pha dup din

http://hukased.blogspot.com/2016/09/horkhao-horkhao-pha-dup-din.html

ບຸນຫໍ່ເຂົ້າປະດັບດິນ

ໃນທາງສາສະໜາພຸດ ບຸນຫໍ່ເຂົ້າ ຈັດຂຶ້ນສອງເທ່ືອໃນແຕ່ລະປີ ເຊ່ັນ ບຸນຫໍ່ເຂົ້າສະຫຼາກ,ບຸນຫໍ່ເຂົ້າປະດັບດິນ ກໍ່ເປັນປະເພນີສືບເນ່ືອງກັນມາແຕ່ບູຮານນະການຂອງຊາວລາວ,ຊາວພຸດໄທ ແລະ ກຳປູເຈຍ. ຕາມປະເພນີ ເພິ່ນຈັດ ບຸນຫໍ່ເຂົ້າປະດັບດິນກ່ອນບຸນຫໍ່ເຂົ້າສະລາກ ເຊ່ິງກົງກັບວັນແຮມ 14 ຄ່ຳເດືອນ 9. ເຈົ້າຮູ້ບໍ່ວ່າ ກ່ອນທ່ີຊາວລາວເຮົານີ້ຈະພາກັນເຮັດບຸນຫໍ່ເຂົ້າປະດັບດິນ ເປັນປະເພນີສືບເນ່ືອງກັນມາເທົ່າທຸກວັນນີ້ກໍ່ເພາະວ່າມີຄວາມ ເຊ່ືອອັນພື້ນຖານຢ່າງໜຶ່ງ ດັ່ງຄົນເຮົາ ຫຼື ສັດທັງຫຼາຍ ເມື່ອຍັງມີຊີວິດຢູ່ຖ້າສ້າງ ຄວາມດີໄວ້ ຫຼື ເວົ້າວ່າມີກຳດີ ເມ່ືອຕາຍໄປ ກໍຈະໄດ້ ຂຶ້ນຢູ່ເທິງສະຫວັນຊັ້ນຟ້າບ່ອນທ່ີມີແຕ່ຄວາມສະໜຸກສຸກສະບາຍ; ຖ້າຫາກ ສ້າງແຕ່ກຳຊ່ົວໄວ້ ເມ່ືອຕາຍໄປກໍ່ຈະໄປຕົກຢູ່ໝ້ໍນະຮົກ ເຊ່ິງເປັນບ່ອນທ່ີມີແຕ່ ຄວາມທຸກ ຄວາມຍາກ ຄວາມອຶດຢາກທຸກທໍລະມານ ເພາະຖືກໄຟໝ້ໍນະຮົກລວກ ຫຼື ໃໝ້ເຜົາ ອຶດເຂົ້າ ອຶດນ້ຳ. ກ່ຽວກັບບຸນຫໍ່ເຂົ້າປະດັບດິນນີ້ ມີນິທານເລ່ົາຕໍ່ກັນມາວ່າມີວັນໜ່ຶງ ມີພະອໍລະຫັນອົງໜ່ຶງ (ຜູ້ເຖີງນິບພານ) ທ່ີມີລິດແກ່ກ້າ ສາມາດ ດຳດິນ ບິນບົນ ເຫາະເຫີນເດີນອາກາດໄດ້, ໄດ້ດຳດິນລົງໄປສູ່ຍົມມະໂລກ ກໍຄື ເມືອງນະຮົກນັ້ນເອງ. ພະອົງໄດ້ເຫັນໄຟໝ້ໍນະຮົກລຸກໃໝ້ກຸ້ມໄປໝົດ ແລະ ໄດ້ຍິນສຽງຮ້ອງໄຫ້ຟົດສະໜ່ັນເນ່ືອງນັນ ຂອງພວກສັດນະຮົກ ທັງຫຼາຍ ເຊິ່ງກຳລັງຖືກນ້ຳຮ້ອນລວກ ແລະ ໄຟເຜົາຢູ່, ພະອົງໄດ້ເປ່ົາມົນໃສ່ໝ້ໍນະຮົກໄຟກໍມອດໝົດ, ສ່ວນນ້ຳຮ້ອນໃນໝ້ໍນະຮົກ ກໍເຢັນລົງ ຈ່ຶງເຮັດໃຫ້ພະອົງແນມເຫັນ
ຝູງສັດນະຮົກເຫຼົ່ານັ້ນ ຜູ້ເປັນຍາດ ກໍມີ, ເປັນມິດສະຫາຍ ກໍມີ ແລະ ເປັນຄົນອ່ືນໆທ່ີບໍ່ຮູ້ຈັກ ກໍມີ. ສັດນະຮົກເຫຼົ່ານີ້ ມີຮູບຮ່າງ ໜ້າຕາ ເປັນຕາຢ້ານ ເປັນຕາໜ່າຍຢູ່ກັນແໜ້ນຄັບຄ່ັງ ແລະ ທົນທຸກຢູ່ໃນໝ້ໍນະຮົກ ຢ່າງໜ້າສົມເພດເວດທະນາ ຫຼາຍແທ້ໆ. ເມ່ືອສັດນະຮົກທັງຫຼາຍ ໄດ້ເຫັນພະອໍລະຫັນເຈົ້າ ມີລິດເດດເກ່ັງກ້າ ກໍພາກັນຍົກມືໄຫວ້ ແລະ ອ້ອນວອນວ່າ “ຂໍໃຫ້ພະອົງຊ່ວຍພວກຂະນ້ອຍ ໃຫ້ພົ້ນທຸກແດ່ຖ້ອນພວກຂະນ້ອຍໄດ້ທົນທຸກຢູ່ໃນໝ້ໍນະຮົກນີ້ ບໍ່ຮູ້ວ່າວັນໃດຈະໄດ້ ພົ້ນຈາກທຸກ” ເມ່ືອພະອໍລະຫັນເຈົ້າ ຮັບຮູ້ຄືແນວນັ້ນ ກໍ່ຮັບປາກວ່າຈະຫາວິທີ ຊ່ວຍໃຫ້ພົ້ນທຸກ ແລ້ວກໍ່ລາຈາກພວກສັດນະຮົກທັງຫຼາຍ ເພື່ອໄປພົບກັບ ພະຍາ ຍົມມະລາດ ຫຼື ຈ່າຍົມພະບານນັ້ນເອງ.ພະອົງໄດ້ຖາມຈ່າຍົມພະບານວ່າ ເປັນຫຍັງທ່ານຈ່ຶງໄດ້ລົງໂທດພວກສັດນະຮົກ ໃຫ້ທຸກທໍລະມານຫຼາຍ ແທ້ ໂດຍທ່ີບໍ່ມີຄວາມເມດຕາປານີເລີຍ. ພະຍາຍົມພິບານກໍຕອບວ່າ ບໍ່ແມ່ນ ພວກຂ້ານ້ອຍຢາກລົງໂທດພວກສັດນະຮົກເຫຼົ່ານີ້ ແຕ່ຫາກເປັນຜົນກຳ ຂອງ ພວກເຂົາສ້າງໄວ້ເອງ ຈ່ຶງໄດ້ມາຕົກໝ້ໍນະຮົກເຊ່ັນນີ້ ຈົນກວ່າພວກເຂົາໝົດ
http://hukased.blogspot.com/2016/09/horkhao-horkhao-pha-dup-din.html
ຊາວພຸດທັງຫຼາຍຟັງທຳມະເທດສະຫນາ

ກຳ ພຸ້ນແລ້ວ ຈ່ຶງຈະພົ້ນຈາກທຸກ. ພະອໍລະຫັນ ກໍຖາມວ່າຖ້າເປັນແນວນັ້ນ ຈະມີວິທີຊ່ວຍເຫຼືອເຂົາເຈົ້າແນວໃດ ? ຈ່າຍົມພະບານ ຕອບວ່າ ມີວິທີຢູ່ ຄືໃນເດືອນ 9ດັບ (ວັນດັບ 15 ຄ່ຳ ຂອງເດືອນ 9) ຂອງທຸກໆປີ ພວກສັດ ນະຮົກເຫຼ່ົານີ້ ກໍຈະຖືກປ່ອຍຄັ້ງໜ່ຶງ ຕັ້ງແຕ່ເວລາ 4 ໂມງເຊົ້າ ຈົນຕະຫຼອດວັນ ເພ່ືອໃຫ້ ໄປຫາກິນອາຫານນຳຍາດຕິພີ່ນ້ອງ ທ່ີເຮັດບຸນອຸທິດ ໃຫ້ເຂົາເຈົ້າ, ຜູ້ທ່ີມີກຳເບົາເມ່ືອໄດ້ຮັບບຸນກຸສົນແລ້ວອາດພົ້ນຈາກທຸກໄດ້ ແລະ ໄປເກີດ ເລີຍກໍມີ ແຕ່ສ່ວນຜູ້ທ່ີມີກຳຫຼາຍກໍຈະໄດ້ກັບໄປຢູ່ ໃນໝ້ໍນະຮົກຄືນຄືເກ່ົາ. ເມ່ືອພະອໍລະຫັນຮັບຮູ້ຄວາມເປັນຈິງກໍກັບຂຶ້ນມາເມືອງມະນຸດ ແລະ ເມື່ອພະອໍລະຫັນຈາກໄປແລ້ວໄຟນະຮົກກໍໃໝ້ຄືນເໝືອນເດີມ. ເມ່ືອມາເຖິງເມືອງມະນຸດ ພະອົງກໍໄດ້ປ່າວປະກາດ ແກ່ບັນດາຊາວພຸດທັງຫຼາຍວ່າ “ຖ້າຜູ້ໃດ ມີຈຸດປະສົງຈະສົ່ງບຸນຫາຍາດຕິພີ່ນ້ອງ ທ່ີຕາຍໄປແລ້ວ ເຊ່ິງອາດຈະຍັງ ທົນທຸກທໍລະມານຢູ່ໃນໝ້ໍນະຮົກນັ້ນ ໃຫ້ພາກັນອຸທິດສ່ົງບຸນໃນວັນແຮມ15ຄ່ຳ ເດືອນ 9 (ເດືອນ 9 ດັບ)ເພາະວ່າ ໃນວັນນີ້ ຈ່າຍົມພະບານ ໄດ້ປ່ອຍສັດນະຮົກອອກມາຮັບເອົາສ່ວນບຸນຈາກຍາດພ່ີນ້ອງ ຕະຫຼອດທັງວັນ. ໃນວັນດ່ັງກ່າວນີ້ ຖ້າຜູ້ໃດຫາກບໍ່ເຮັດບຸນຫໍ່ເຂົ້າປະດັບດິນ ເພ່ືອອຸທິດໃຫ້ຍາດແລ້ວ ພວກຍາດທັງຫຼາຍທ່ີຕົກຢູ່ໃນໝ້ໍນະຮົກນັ້ນ ກໍບໍ່ໄດ້ຮັບສ່ວນບຸນກຸສົນ ແລະ ກໍພາກັນຮ້ອງໄຫ້ໄປມາແລ້ວກໍທ່ຽວຫາຂໍກິນນຳຄົນອ່ືນທິ່ມີຍາດພີ່ນ້ອງ ເຮັດບຸນກິນທານອຸທິດໃຫ້ ຫຼື ບໍ່ກໍໄປຫາເລັມໃບຕອງ ເພ່ືອກິນອາຫານເສດເຫຼືອຂອງຜູ້ອ່ືນ ທັງປ້ອຍດ່າ ຕິຕຽນຍາດຕິພ່ີນ້ອງ ທ່ີຢູ່ໃນເມືອງມະນຸດ ໃຫ້ພົບກັບຄວາມທຸກຍາກລຳບາກນານາປະການ. ເມື່ອໝົດເວລາ ຈ່າຍົມພະບານ ກໍມາປ້ອງກັບຄືນໄປຢູ່ໃນໝ້ໍນະຮົກຄືເກ່ົ່າ. ດ້ວຍເຫດນີ້ ພວກເຮົາຊາວພຸດ ຈ່ຶງໄດ້ພາກັນເຮັດບຸນຫໍ່ເຂົ້າປະດັບດິນ ມາຈົນເທ່ົາທຸກວັນນີ້ແລ. ສ່ິງຂອງຕ່າງໆ ທ່ີນຳມາໃສ່ຫໍ່ເຂົ້າກໍມີກ້ວຍ, ອອ້ຍ, ໝາກກ້ຽງ, ໝາກອຶໜຶ້ງ, ໝາກນ້ຳໜຶ້ງ, ໝາກບົກ, ໝາກເຄັງ, ເຜືອກໜຶ້ງ, ມັນໜຶ້ງແລະ ເຂົ້າຕົ້ມ ເຂົ້າໜົມຕ່າງໆ, ສ່ວນອາຫານຄາວ ກໍມີປາປີ້ງ ຫຼື ຊີ້ນປີ້ງ.ນອກຈາກນັ້ນກໍມີຄຳໝ້ຽງ ແລະ ຄຳໝາກ. ເຄ່ືອງທັງໝົດ ເຮັດເປັນຕ່ອນນ້ອຍ ແລ້ວນຳມາຫໍ່ ລວມກັນ ໃນໃບຕອງ. ພໍຕົກ ຕອນເຊົ້າມືດຂອງວັນແຮມ 15 ຄ່ຳ ກໍພາກັນເອົາຫໍ່ເຂົ້າ ໄປຢາຍໄວ້ຕາມແຄມປະຕູບ້ານ, ຮົ້ວບ້ານ, ຄີໄຟ, ງ່າໄມ້ ພາຍໃນເຂດບ້ານຫຼື ໃນວັດ, ຕາມຮົ້ວວັດ ດ່ັງນີ້ເປັນຕົ້ນ. ພໍຮຸ່ງເຊົ້າມາ ກໍພາກັນໄປວັດ ເພ່ືອຕັກບາດຮັບ
http://hukased.blogspot.com/2016/09/blog-post_16.html
ເຄື່ອງປະກອບໃນຫໍ່ເຂົ້າ


ເຄື່ອງປະກອບໃນຫໍ່ເຂົ້າ
  1. ຫມາກກ້ວຍ
  2. ຫມາກກ້ຽງ
  3. ຫມາກອຶຫນຶ້ງ
  4. ຫມາກນ້ຳຫນຶ້ງ
  5. ຫມາກບົກ
  6. ຫມາກເຄັງ
  7. ເຜືອກຫນຶ້ງ
  8. ມັນຫນຶ້ງ
  9. ເຂົ້າຕົ້ມເຂົ້າຫນົມຕ່າງໆ
  10. ປາປີ້ງ
  11. ຊີ້ນປີ້ງ
ສິນ ແລ້ວຢາດນ້ຳອຸທິດສ່ວນບຸນກຸສົນໃຫ້ ແກ່ຍາດພີ່ນ້ອງ ທ່ີຕາຍໄປແລ້ວນັ້ນໃຫ້ພົ້ນຈາກທຸກ ແລະ ທັງເປັນບຸນກຸສົນໃຫ້ແກ່ຕົວເອງດ້ວຍ. ດອກໄມ້ທີ່ເພິ່ນມັກນຳໃຊ້ເຂົ້າໃນພິທີບຸນເຂົ້າປະດັບດິນ ແມ່ນ ດອກໄມ້ທີ່ມີສີຂາວ ເປັນສ່ວນຫຼາຍ ດັ່ງ ດອກພຸດ, ດອກອິນທະຫວາ, ດອກຊ້ອນ ແລະ ສີອີື່ນໆ ເຊ່ັນ: ດອກດາວເຮືອງ …. ດັ່ງນີ້ເປັນຕົ້ນ
ສຳລັບໃສ່ຂັນຫ້າ ຂັນແປດ, ໃສ່ບ້າງ ໃສ່ຊວຍ, ເອ້ໝາກເບັງ. ພິເສດ ດອກໄມ້ທີ່ຊາວພຸດມັກໃສ່ໃນບາດ ສະຫວັນ ໃນໂອກາດບຸນນີ້ ແລະ ບູຊາພະ ແມ່ນດອກບົວຫຼວງ.




1 comment:

  1. ໃຫ້ຂໍ້ມູນຄົບຖ້ວນດີຢູ່
    ແຕ່ຢາກໃຫ້ມີຮູບພາບປະກອບນຳຫລາຍກວ່ານີ້

    ReplyDelete

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ