google-site-verification: google0d91bc93cfc88895.html ພິທີງານສົບ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Wednesday, September 07, 2016

ພິທີງານສົບ

ພິທີງານສົບ

ຊື່​ເອີ້ນ​ແບບ​ອື່ນໆ: ງານ​ສົບ, ເຮືອນ​ດີ, ເຮືອນ​ຄົນ​ຕາຍ, ງານ​ເອົາ​ຂອນ​ໄມ້​ອອກ​ເຮືອນ ງານ​ຄົນ​ຕາຍ... ແມ່ນພິທີການຢ່າງໜ່ຶງທາງສາສະໜາ ທ່ີຈັດຂຶ້ນເພ່ືອລະນຶກເຖິງ ແລະ ໃຫ້ກຽດແກ່ຜູ້ທ່ີເສຍຊີວິດ ຫຼື ຕາຍຈາກໄປ. ໂດຍອີງຕາມຄວາມເຊ່ືອ ແລະ ຮີດຄອງປະເພນີ ທ່ີໄດ້ເຄີຍປະຕິບັດຜ່ານມາແຕ່ບູຮານນະການ ການນັບຖື ແລະ ໃຫ້ກຽດແກ່ຜູ້ທ່ີເສຍຊີວິດໄປແລ້ວ ແມ່ນຕ້ອງໄດ້ຄຳນຶງເຖິງເລ່ືອງ ລະດັບຂອງການຈັດງານ, ສິ່ງທ່ີຈະເກັບໄວ້ ເປັນທ່ີລະລຶກ ເຊ່ັນ ທາດທ່ີຈະມາບັນຈຸກະດູກ, ການສູດສົບ ແລະ ອ່ືນໆ, ແຕ່ອີກດ້ານໜ່ຶງ ກໍແມ່ນຂຶ້ນກັບເສດຖະກິດຂອງຄອບຄົວດ່ັງກ່າວ. ຮີດຄອງປະເພນີ ເຫຼ່ົານີ້ ອາດແຕກຕ່າງກັນໄປລະຫວ່າງ ສາສະໜາ, ຮີດຄອງປະເພນີ ແລະ ວັດທະນະທຳທ່ີແຕກຕ່າງກັນ.ອິງຕາມທາງສາສະໜາພຸດ ໂດຍສະເພາະຊາວລາວສ່ວນໃຫຍ່ ແມ່ນຈັດງານສົບຢູ່ທ່ີບ້ານຂອງຜູ້ເສຍຊີວິດເອງ ເອີ້ນເຮືອນນັ້ນ ວ່າ “ເຮືອນດີ“. ຂັ້ນຕອນ ທ່ີປະຕິບັດກັບຜູ້ເສຍຊີວິດ ກໍແມ່ນເລ່ີມຕົ້ນ ດ້ວຍການເອົາຂອງມີຄ່າ ເຊ່ັນ ແກ້ວ ແຫວນ ເງິນ ຄຳ ມາໃສ່ປາກໃຫ້ ເພາະເຊ່ືອວ່າ ຜູ້ກ່ຽວຈະໄດ້ຖືເອົາຕິດໂຕໄປນຳໃຊ້ຢູ່ໃນໂລກຂອງຜູ້ກ່ຽວ, ຈະບໍ່ໄດ້ທຸກຍາກ ຂາດເຂີນທາງດ້ານຊັບສິນ. ຫຼັງຈາກນັ້ນ ກໍທຳຄວາມສະອາດສົບ, ນຸ່ງເຄ່ືອງໃໝ່ໃຫ້ ແລະ ມັດມືເຂົ້າກັນ ພ້ອມດອກໄມ້ທູບທຽນ ແລ້ວຈ່ຶງນຳສົບວາງນອນລົງໃນຫີບໄມ້ ຫຼື ເອີ້ນວ່າ “ຫີບສົບ” ທີ່ມີຢາດູດປູພື້ນ ເພື່ອດູດຊັບເອົາກິ່ນທັງມວນ ແລະ ເສື່ອໝອນທີ່ນອນ ພ້ອມທັງເຄ່ືອງໃຊ້ສອຍເລັກນ້ອຍປະຈຳໂຕເພິ່ນທີ່ເພິ່ນມີຄວາມຜູກພັນເປັນພິເສດ. ສຸດທ້າຍຈຶ່ງເອົາໂລງສົບມາປົກຫຸ້ມໄວ້.ໂລງສົບຈະຖືກປະດັບປະດາດ້ວຍກະດາດ ສີເຫ້ືຼອມ ເຊ່ິງແກະສະລັກ ໃຫ້ເປັນລວດລາຍໃນຮູບແບບຕ່າງໆ ຢ່າງສວຍງາມ. ຈາກນັ້ນ ໃນແຕ່ລະມື້ ການປະດັບໂລງສົບກໍເປັນກິດຈະກຳປະຈຳວັນ ຂອງຍາດຜູ້ໃກ້ຊິດ ດັ່ງມີໝາກເບັງແຊມດ້ວຍດອກໄມ້,ແລະແຈກັນດອກໄມ້ ຕັ້ງໄວ້ ອ້ອມຣອບ ໂລງສົບ ແລະ 4 ມຸມ. ຍາດຕິພ່ ີນ້ອງ, ເພ່ ືອນມິດສະຫາຍຂອງຜູ້ເສຍຊີວິດ ກໍຈະສ້າງ “ກັນເງິນ” ຕາມແຕ່ສັດທາ ຂອງແຕ່ລະຄົນ ແລະ ຍັງມີຜ້າໄກ (ຜ້າໄຕຈີວອນ) ເພ່ືອຖວາຍທານ ອຸທິດສ່ວນບຸນກຸສົນໃຫ້ແກ່ຜູ້ທ່ີເສຍຊີວິດອີກ. ຕາມປົກກະຕິ ເພ່ິນຈະຈັດພິທີຄົບງັນສົບໄວ້ປະມານ 2-8 ວັນ ແລ້ວແຕ່ຄວາມສະດວກຂອງຄອບຄົວ. ໃນລະຫວ່າງນີ້ ກໍຈະມີການນິມົນຄູບາມາສູດ ຕະຫຼອດໄລຍະສົບ
http://hukased.blogspot.com/2016/09/blog-post_34.html
 ພິທີສູດສົບ


ຍັງຢູ່ເຮືອນ. ໃນແຕ່ລະວັນ ກໍຈະມີການແຕ່ງບ້າງ, ໃນແຕ່ລະບ້າງ ມີດອກໄມ້ 1ຄູ່, ທຽນ 1 ຄູ່ ແລະ ເງິນ, ແລະ ຂັນໝາກ ເພ່ືອຖວາຍທານ. ການໃສ່ເງິນໃນບ້າງແຕ່ລະວັນ ແມ່ນ ໃສ່ເພ່ິມຂຶ້ນເລື້ອຍໆ ເພື່ອເປັນສີລິມົງຄຸນ. ແຕ່ລະວັນ ກໍຕ້ອງມີພາເຂົ້າມາຕັ້ງໄວ້ເບື້ອງ ຫົວໂລງ ໃຫ້ແກ່ຜູ້ເສຍຊີວິດ. ຊາວພຸດ ເຊ່ືອວ່າ ຖ້າຍັງບໍ່ທັນມີການປົງສົບ ແລະ ແຈກທານ ວິນຍານຂອງຜູ້ທ່ີເສຍຊີວິດ ກໍຍັງບໍ່ທັນໜີໄປໃສ ຍັງວົນວຽນຢູ່ທ່ີເດີມ, ດັ່ງນັ້ນ ຈຶ່ງມີການແຕ່ງພາເຂົ້າໃຫ້ຜູ້ເສຍ ຄືດັ່ງຜູ້ເສຍຮ່ວມກິນນຳຍາດຕິພີ່ນ້ອງປົກກະຕິຢູ່.ເມ່ືອຄົບກຳໜົດ ທ່ີໄດ້ຄາດໄວ້ ກໍຈະມີພິທີການອີກຢ່າງໜ່ຶງ ຄືພິທີການປົງສົບເຊ່ິງໝາຍເຖິງການແຫ່ສົບໄປເຜົາ ຫືຼ ຝັງ ເພ່ືອສົ່ງດວງວິນຍານ ຂອງ ຜູ້ຕາຍ ໄປສູ່ອີກໂລກໜ່ຶງ ເຊ່ິງເຊ່ືອກັນວ່າ ເປັນໂລກທີ່ມີແຕ່ຄວາມສຸກ. ໃນຂະບວນແຫ່ສົບນີ້ ຜູ້ທ່ີເປັນລູກຫຼານ ຍາດຕິພ່ີນ້ອງ ກໍຈະບວດຈູງ. ຜູ້ຊາຍກໍບວດ ເປັນຈົວ ຫຼື ບວດຂາວ; ສຳຫຼັບຜູ້ຍິງ ກໍບວດຊີ ຫຼື ບວດຂາວ, ເຊ່ິງເປັນຄວາມເຊ່ືອວ່າ ນັກບວດ ສາມາດຈູງນຳທາງ ຫຼື ສົ່ງຜູ້ເສຍຂຶ້ນສູ່ສະຫວັນ ຊັ້ນຟ້າໄດ້, ຍິ່ງມີລູກຫຼານບວດຈູງຫຼາຍເທົ່າໃດ ການໄປສູ່ສະຫວັນຊັ້ນຟ້າ ກໍຍິ່ ງສະດວກ. ຢູ່ ໃນຂະບວນແຫ່ ຈະມີ ພະ ຫຼື ຄູບາ ນຳໜ້າຂະບວນ ແລະ ຕາມມາດ້ວຍຈົວ, ແມ່ຊີ ທີ່ບວດໃໝ່ ແລະ ຍາດຕິພ່ີນ້ອງ ເພ່ືອນມິດສະຫາຍ. ທຸກໆຄົນທ່ີໄປຮ່ວມຂະບວນແຫ່ສົບໄປປ່າຊ້າ (ຍົກເວັ້ນຜູ້ເປັນພະ) ຕ້ອງໄດ້ຖືຊວຍດອກຢີ່ໂຖ ຫຼື ໃບຂອງມັນ ຕິດໂຕໄປນຳ ເພ່ືອເປັນສັນຍາລັກວ່າ ບໍ່ແມ່ນພວກດຽວກັນກັບກຸ່ມຄົນຜູ້ທີ່ເສຍຊີວິດໄປແລ້ວ ແລະ ແຕ່ລະຄົນ ກໍຖືຂອງແຂງຕິດຕົວໄປນຳ, ຢູ່ຊົນນະບົດ ຊາວບ້ານ ຖ້າແມ່ນຜູ້ຍິງ ມັກເອົາມີດນ້ອຍ ທີ່ຕົນເອງເອົາໄປແຕ່ເຮືອນເພື່ອຊ່ວຍວຽກຢູ່ເຮືອນດີ ເໜັບໃສ່ເກົ້າຜົມໄປເລີຍ ປະຕິບັດກັນມາແບບນີ້ ເພາະມີການເຊື່ອວ່າ ກຸ່ມຜູ້ຕາຍກ່ອນຈະມາຮັບຕ້ອນວິນຍານ ຂອງຜູ້ເສຍໃໝ່ຈະບໍ່ຫຼົງ. ຊວຍດອກຢີ່ໂຖ ຫມາຍຄວາມວ່າບໍ່ເປັນພວກດຽວກັນກັບຜູ້ ເສຍຊີວິດໄປແລ້ວ. ກ່ອນການເຜົາກໍຕ້ອງມີພິທີທາງສາສະໜາກ່ອນຈ່ຶງເຜົາສົບໄດ້. ຫຼັງຈາກປົງສົບແລ້ວ ມື້ທີສອງ ແມ່ນມື້ຫ້າງຫາກະກຽມ ເພື່ອແຈກທານຫາຜູ້ຕາຍ ແລະ ເກັບກະດູກຂອງຜູ້ຕາຍພ້ອມໃນວັນນັ້ນ. ໃນມື້ຫ້າງຫາກະກຽມນີ້ ພ່ີນ້ອງທັງຫຼາຍກໍພາກັນມາຫໍ່ເຂົ້າຕົ້ມ ຫ້າງຫາເຄ່ືອງຂອງຕ່າງໆ ເພ່ືອຖວາຍທານ. ສ່ວນກະດູກ ທ່ີເກັບແລ້ວນັ້ນ ກໍເຮັດພິທີນຳເຂົ້າບັນຈຸໄວ້ໃນທາດ ເພ່ືອໃຫ້ລູກຫຼານ ສາ ມາດໄດ້ກາບໄຫ້ວ.ມື້ທ່ີສາມ ເພິ່ນເອີ້ນວ່າ “ມື້ແຈກ”, ໃນມື້ນີ້ ເປັນມື້ຖວາຍຂອງທານ ເພ່ືອອຸທິດສ່ວນບຸນກຸສົນ ໄປໃຫ້ແກ່ຜູ້ຕາຍ, ພ້ອມກັນນັ້ນ ກໍຈັດຕຽມພາເຂົ້າ ເພ່ືອອຸທິດໃຫ້ດວງວິນຍານຂອງຜູ້ຕາຍ ເຊ່ິງຈະນຳໄປໄວ້ໃຕ້ຕົ້ນໄມ້. ຫຼັງຈາກພິທີຖວາຍຂອງທານສຳເລັດແລ້ວ
http://hukased.blogspot.com/2016/09/blog-post_34.html
ການກະກຽມເຜົາສົບ

ກໍມີການບາສີ ໃຫ້ແກ່ຄອບຄົວຂອງຜູ້ທ່ີເສຍຊີວິດ ເພ່ືອປັດເປົ່າສິ່ງທີ່ເຄາຮ້າຍ ທັງຫຼາຍທັງປວງ ແລະ ໃຫ້ມີແຕ່ໂຊກ ລາບ ແລະ ສຸຂະພາບແຂງແຮງໃນຕໍ່ໄປ. ຫຼັງຈາກນີ້ ພິທີງານສົບກໍເປັນອັນສິ້ນສຸດລົງ. ດອກໄມ້ ທີ່ໃຊ້ປະດັບປະດາໃນງານສົບເພິ່ນຈະເນັ້ນດອກສີຂາວ ເປັນສ່ວນຫຼາຍດັ່ງ ດອກພຸດ ສຳລັບເອ້ໝາກເບັງ, ໃສ່ບ້າງ ໃສ່ຊວຍ,
ດອກລີລາ ສຳລັບໃສ່ແຈກັນເອ້ຢູ່ 4ແຈຂອງໂລງສົບ. ແຕ່ໃນປັດຈຸບັນການເອ້ກໍມີຫຼາຍຂຶ້ນຈຳເປັນຈຶ່ງນຳໃຊ້ດອກໄມ້ ຫຼາກຫຼາຍສີ ຕື່ມໃສ່ດອກສີຂາວຂ້າງເທິງ, ໄດ້ແກ່ ພວກດອກດາວເຮືອງ, ດອກເບັນຈະມາດ, ດອກຫຼັກເລ້, ດອກເຂັມ, ດອກສາມປີ,… ດັງນີ້ເປັນຕົ້ນ
http://hukased.blogspot.com/2016/09/blog-post_34.html

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ