google-site-verification: google0d91bc93cfc88895.html ເຄືອສະຄ່ານ [Kheua Sa Khan] Pepper wood, Chili wood (Piper ribesioides) - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Saturday, September 03, 2016

ເຄືອສະຄ່ານ [Kheua Sa Khan] Pepper wood, Chili wood (Piper ribesioides)

http://hukased.blogspot.com/2016/09/kheua-sa-khan-pepper-wood-chili-wood.html

ເຄືອສະຄ່ານ [Kheua Sa Khan]
ຊື່ວິທະຍາສາດ: Piper ribesioides
ຊື່ທົ່ວໄປ ເປັນພາສາ ອັງກິດ: Pepper wood, Chili wood

ສະຄ່ານຊຶ່ງເປັນພືດຊະນິດໜຶ່ງທີມີຮູບຮ່າງ ລັກສະນະຄ້າຍຄືກັບເຄືອພູແລະ ພິກໄທ ມີປ່ອງອາກາດດູນຂຶ້ນ ແລະ ແຈກຢາຍສຸດລວງຍາວຂອງເຄືອ ພ້ອມຍັງມີຮາກປົ່ງອອກຕາມຂໍ້ ເພື່ອຈັບເກາະກ່າຍໄປຕາມຕົ້ນໄມ້ ຫຼື ສິ່ງອື່ນໆ. ບໍ່ໄດ້ຍາດກິນນ້ຳ ຫຼື ອາຫານຈາກຕົ້ນໄມ້ທີ່ຂ້ອຍອາໄສຢູ່ແຕ່ຢ່າງໃດ ແຕ່ພຽງອາໄສຈັບຫ້ອຍໃສ່ເທົ່ານັ້ນສົມກັບທີ່ ເພິ່ນເອີ້ນວ່າເປັນພືດອີງອາໄສ. ສະເພາະຢູ່ປະເທດລາວ ແມ່ນພົບຢູ່ພາກເໜືອເທົ່ານັ້ນ. ສະພາບແວດລ້ອມທີ່ມັກທີ່ສຸດ ແມ່ນປ່າດົງດິບບ່ອນມີຄວາມຊຸ່ມຊື່ນສູງ. ເຄືອຂອງຍາວ ປະມານ 4 ແມັດ ແລະ ກ້ວາງ4-15 ຊັງຕິແມັດ, ໃບຂອງເປັນໃບດ່ຽວ, ສີຂຽວ, ຜິວມັນ, ຮູບໄຂ່, ຈັບສະຫຼັບ.ດອກ ມີສີຂາວ, ອອກເປັນຈຳນວນຫຼາຍ ຈັດລຽນ ເປັນຊໍ່ ຮູບກົມຍາວ ອອກຢູ່ຕາມຂໍ້.ມີ ດອກເພດຜູ້ ແລະ ເພດແມ່ແຍກກັນ. ອອກດອກໃນເດືອນ ພຶດສະພາຫາເດືອນມິຖຸນາ. ໝາກເປັນຮູບກົມ, ຂະໜາດນ້ອຍ, ຈັບລຽນກັນໜາແໜ້ນຄ້າຍຄື ໝາກພິກໄທ,ອອກໃນເດືອນ ກໍລະກົດເຖິງເດືອນກັນຍາ, ເວລາແກ່ ໝາກມີສີແດງ. ຄວາມພິເສດອັນໜຶ່ງ ທີ່ເຮັດໃຫ້ຂ້ອຍຕ່າງຈາກໝູ່ ເພື່ອນທັງຫຼາຍ ແມ່ນທຸກພາກສ່ວນຂອງຂ້ອຍ ມີກິ່ນຫອມ ແລະ ມີລົດເຜັດ. ຜູ້ຄົນນິຍົມເອົາເຄືອຂອງຂ້ອຍໄປປຸງແຕ່ງອາຫານຍ້ອນຄວາມພິເສດອັນນີ້ລະໂດຍສະເພາະເອາະຫຼາມ ຊຶ່ງເປັນອາຫານເອກກະລັກຂອງຊາວຫຼວງພະບາງ. ຖ້າທ່ານເຄີຍໄປທ່ຽວເມືອງຫຼວງພະບາງ ທ່ານຈະຕ້ອງເຄີຍໄດ້ກິນເອາະຫລາມໃສ່ສະຄ່ານຢ່າງແນ່ນອນ. ປະຊາຊົນພາກເໜືອສ່ວນຫຼາຍ ແມ່ນມັກຕັດເອົາມາກິນ ແລະ ຂາຍຢູ່ຕາມຕະຫຼາດ ຕະຫຼອດປີ, ເຄືອໃຫຍ່ເທົ່າໃດກໍ່ຍິ່ງເຜັດແລະ ຄົນກໍ່ຍິ່ງມັກເທົ່ານັ້ນ. ສິ່ງທີ່ເປັນຫວ່ງຄື ຢ້ານແຕ່ຈະສູນພັນໃນຕໍ່ໜ້າ ເພາະວ່າມີບາງຄົນຕັດເອົາແຕພາກ ສ່ວນ ກົກຂອງໄປແລ້ວ ປະຖິ້ມພາກສ່ວນປາຍໃຫ້ຫ່ຽວແຫ້ງ ແລະ ຕາຍໄປຊື່ໆ. ເພື່ອເປັນການນຳໃຊ້ໃຫ້ຍາວນານ ເວລາຕັດເອົາເຄືອຂອງນັ້ນ ຄວນຕັດເອົາສ່ວນປາຍແລ້ວປະພາກສ່ວນກົກໃຫ້ໄດ້ແຕກໜໍ່ ແລະ ເຕີບໃຫຍຂະ ຫຍາຍພັນຕໍ່ໄປ. ນອກຈາກ ປະຊາຊົນນຳໃຊ້ເປັນອາຫານແລ້ວເຂົາເຈົ້າຍັງໃຊ້ເປັນຢາແກ້ອາການຍື່ງທ້ອງ, ບຳລຸງເລືອດ ແລະເປັນຢາຈະເລີນອາຫານອີກດ້ວຍ. ໃນເຂດພາກອີສານຂອງ ປະເທດໄທ ກໍມີການນຳໃຊ້ເປັນຢາເຊັ່ນດຽວ ເຊັ່ນ ຢາປົວອາການຫອບຫືດ, ໃຊ້ໄລ່ລົມໃນກະເພາະອາຫານ ແລະ ແກ້ ອາການ ຖອກທ້ອງ ອີກດ້ວຍ.

http://hukased.blogspot.com/2016/09/kheua-sa-khan-pepper-wood-chili-wood.html
ເຄືອສະຄ່ານ [Kheua Sa Khan]  Pepper wood, Chili wood (Piper ribesioides)

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ